ຫ້ອງຮຽນພາສາ ອັງກິດ ຂອງທະຫານຜ່ານເສີກ ອາເມລິກາ ຄົນໜຶ່ງ

(vovworld) - ​ວັນ​ພຸດ​ແຕ່​ລະ​ອາ​ທິດ, ມີ​ຫ້ອງ​ຮຽນ​ຢູ່​ຕຶກ​ອາ​ຄານ B ຂອງ​ວິ​ທະ​ຍາ​ໄລ​ອຸດ​ສາ​ຫະ​ກຳ ຮ່າ​ໂນ້ຍ ພັດຟົດ​ຟື້ນ​​ຂຶ້ນ​ດ້ວຍຂອງ​ການ​ຜັນ​ສຽງ​ພາ​ສາ ອັງ​ກິດ ແລະ ສຽງ​ເວົ້າ​ທີ່​ອົບ​ອຸ່ນ​ຂອງ​ອ້າຍ​ຄູ Paul George Harding. ອ້າຍ​ຄູ Paul ແມ່ນ​ທະ​ຫານ​ຜ່ານ​ເສີກ ອາ​ເມ​ລິ​ກາ ເຄີຍ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່ ຫວຽດ​ນາມ. ທ່ານ​ໄດ້​ເຫັນ​ປະ​ຈັກ​ຕາ​ຄວາມ​ຮ້າຍ​​ກາດຂ​ອງ​ບັ້ນ​ຮົບ​ທີ່​​ໄຮ້ເຫດ​ຜົນ​ທີ່​ຕົນ​ເຄີຍ​ເຂົ້າ​ຮ່ວມ, ທ່ານ​ໄດ້​ຕັດ​ສິນ​ໃຈ​ກັບ​ຄືນ​ມາ ຫວຽດ​ນາມ ແລະ ​ເປີດບັນ​ດາ​ຊຸດ​ສອນ​ພາ​ສາ ອັງ​ກິດ ໂດຍ​ບໍ່​​ຄິດຄ່າ​ໃຫ້​ແກ່​ຊາວ ຫວຽດ​ນາມ.

ຫ້ອງຮຽນພາສາ ອັງກິດ ຂອງທະຫານຜ່ານເສີກ ອາເມລິກາ ຄົນໜຶ່ງ - ảnh 1
ນັກ​ຮຽນ​ໃນ​ຫ້ອງ​ຮຽນ​ຂອງອ້າຍ​ຄູ Paul George Harding ຢູ່​ໃນ​ທຸກ​ເກັ່ນ​ອາ​ຍຸ

ຫ້ອງ​ຮຽນ​ສອນ​ພາ​ສາ ອັງ​ກິດ ຂອງ​​ອ້າຍ​ຄູ Paul George Harding ໄດ້​ເລ​ີ່ມ​ເຄື່ອນ​ໄຫວ​ມາ​ແຕ່​ເດືອນ 12/2014. ຫ້ອງ​ຮຽນ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຳ​ມະ​ນາ​ກອນຫຼາຍ​ຄົນ, ຈາກ​ເດັກ​ນ້ອຍຕະ​ຫຼອດ​ຮອດ​ນັກ​ຮຽນ, ນັກ​ສຶກ​ສາ, ຊ້ຳ​ບໍ່​ໜຳ​ຍັງ​ມີ​ຜູ້​ອາ​ຍຸ​ສູງ​ອີກ​ດ້ວຍ. ຢູ່​ທີ່​ນີ້, ອ້າຍ​ຄູ​ໄດ້​ຝຶກ​ແອບ​ທັກ​ສະ​ໃນ​ການ​ເວົ້າ, ຜັນ​ສຽງ​ພາ​ສາ ອັງ​ກິດ ໃຫ້​ແກ່​ທຸກ​ຄົນ. ໃນ​ຕະຫຼອດ​​ຊົ່ມ​ໂມງ​ຮຽນ, ​ສຽງ​ບອກ​ສອນ​ຂອງ ອ້າຍ​ຄູກໍ່​ຄື​ການ​ຜັນ​ສຽງ​ຂອງ​ນັກ​ຮຽນ​ໄດ້​ດັ່ງ​ຂຶ້ນ​ຢ່າງບໍ່​ຢຸດ​ເຊົາ. ອາ​ຈານ​ໄດ້​ຂຽນ​ບັນ​ດາ​ປະ​ໂຫຍກ​ໃສ່​ກະ​ດານ ແລະ ຜັນ​ສຽງ​ລະ​ອຽດ​ໃຫ້​ນັກ​ຮ​ຽນ​ຟັງ. ທ່ານ ຟ້າມ​ແທ່ງ​ເຊີນ, ນັກ​ຮຽນ​ມີ​ອາ​ຍຸ​ສ​ູງ​ສຸດ​​ໃນ​ຊຸດ​ຮຽນ​ຂອງ​ ອ້າຍ​ຄູ Paul, ໃຫ້​ຮ້​ູ້​ວ່າ:

“ປີນີ້, ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ 60 ປ​ີ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ຮຽນ​ຢູ່ນີ້​ແມ່ນ​ເໝາະ​ສົມ ແລະ ມ​ີ​ປະ​ໂຫຍດຫຼາຍ. ​ອ້າຍ​ຄູໄດ້​ສອນ ແລະ ປັບ​ປຸງ​ການ​ຜັນ​ສຽງ​ໃຫ້​ແກ່​ແຕ່​ລະ​ຄົນ ແລະ ອາ​ຈານ​ໄດ້​ກະ​ຕຸ​ກ​ຊຸກ​ຍູ້​ໃຫ້​ທຸກ​ຄົນ​ເພື່ອ​ໃຫ້​ນັກ​ຮຽນ​ຈ​ື​ງ່າຍ, ຮຽນ​ງ່າຍ”

ໂດຍ​ແມ່ນ​ທະ​ຫານ​ຜ່າ​ນ​ເສີກ​​ອາ​ເມ​ລິ​ກາ​ຜູ້ໜຶ່ງ, ທ່ານ Paul George Harding ຍາມ​ໃດ​ກໍ່​ຖືກ​ຫຼອກຫຼອນ​ດ້ວຍ​ຄວາມ​ຊົມ​ຈຳ​ໃນ​ໄລ​ຍະ​ເວ​ລາ​ເຂົ້າ​ຮ່ວມ​ສົງ​ຄ​າມ​ຢູ່ສະ​ໜາ​ມ​ຮົບ ເລີມ​ດົ່ງ. ຍາມ​ໃດ​ທ່ານກໍ່​ຢາກ​ກັບ​ຄືນ​ມາ ຫວຽດ​ນາມ ເພື່ອ​ເຮັດ​ສິ່ງ​ໃດ​ໜຶ່ງໃຫ້​ແກ່​ປະ​ຊາ​ຊົນ ຫວຽດ​ນາມ. ເມື່ອ​ເຕື້ອງ​ເຖິງ​ຄຳ​ຕັດ​ສິນ​ກັ​ບ​ມາ ຫວຽດ​ນາມ ກ່ອນນີ້​ກ່​ວາ 2 ປີ, ທ່ານ Paul ໄດ້​ແບ່ງ​ປັນ​ວ່າ:

“ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ປຶ​້ມ​ບັນ​ທຶກ​ຂອງທ່ານ​ໝ​ໍ ດັ້ງ​ຖູ່ຍ​ເຈີມ ໂດຍ​ບັງ​ເອີນ. ປື້ມ​ຫົວ​ນີ້​ແມ່ນ​ສາຍ​ເຫດ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຕັດ​ສິນ​ໃຈ​ກັບ​ຄືນ​ມາ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ບໍ່​ທັນ​ໄດ້​ມາ​ນະ​ພະ​ຍາ​ຍາມຫຼາຍ​ຄື​ແນວນີ້ເທື່ອ ແລະ ກໍ່​ບໍ່​ທັນ​ມີ​ຍາມ​ໃດ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ມ່ວນ​ຊື່ນ​ຫຼາຍຄື​ແນວນີ້. ໄດ້​ສອນ​ພາ​ສາ​ ອັງ​ກິດ ແມ່ນວຽກ​ງານ​ດີ​ເລີດ​ສຳ​ລັບ​ຂ້າ​ພະ​ເຈົ້າ. ເຖິງວ່ານັ້ນ​ແມ່ນ​ວຽກ​ງານ​ໂດຍບໍ່​​ຄິດ​ໄລ່​ຄ່າ​ແຮງ​ງານກໍ່​ຕາມ ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຈ່າຍ​ຄ່າ​ແຮງ​ງານ​ໃຫ້​ຫົວ​ໃຈ​​ຕົນ​ເອງດ້ວຍ​ຄວາມ​ມ່ວນ​ຊື່ນ”

ບັນ​ດາ​ບົດ​ສອນ​ຂອງ​ທ່ານ Paul ລ້ວນ​ແຕ່​ກ່ຽວ​ຂ້ອງ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່, ແຕ່​ສ່ວນຫຼາຍ​ແມ່ນ​ກ່ຽວ​ຂ້ອງ​ເຖິງ​ປະ​ຫວັດ​ສາດ​ຂອງ ຫວຽດ​ນາມ, ພິ​ເສດ​ແມ່ນ​ໄລ​ຍະ​ຕໍ່​ຕ້ານ​ຕ້ານລ່າ​ເມືອງ​ຂຶ້ນ ຝ​ຣັ່ງ. ເພື່ອ​ກະ​ກຽມ​ໃຫ້​ແຕ່​ລະ​ຊົ່ວ​ໂມງ​ຂຶ້ນ​ຫ້ອງ, ທ່ານ​ໄດ້​ນຳ​ໃຊ້​ບັນ​ດາ​ເອ​ກະ​ສານ​ທີ່​ຕົນ​ໄດ້​ອ່ານ, ສົມ​ທົບ​ກັບ​ການ​ເຂົ້າ​ຫ​ໍ​ສະ​ໝຸດ​ເພື່ອ​ເກັ​ບ​ກຳ​ຂໍ້​ມູນ, ຮຽບ​ຮ​ຽງ​ປື້​ມ​ຕຳ​ລາ​ຮຽນ. ທ່ານ Paul Harding ກໍ່​ມີ​ຄວາມ​ນິ​ຍົມ​ພິ​ເສດ​ໃນ​ການ​ສະ​ສົມ​ປື້ມ​ກ່ຽວ​ກັບ​ບັນ​ດາ​ນັກ​ວິ​ລະ​ຊົນ ຫວຽດ​ນາມ​ ຄື: ປະ​ທານ ໂຮ່​ຈີ​ມິນ, ຫງວຽນ​ວັນ​ໂຈ໋ຍ, ດັ້ງ​ຖູ່ຍ​ເຈີມ…

“ຂ້າ​ພະ​ເຈົ້າ​ມີ​ຄວາມ​ໂຊກ​ດີຫຼາຍ​ຍ້ອນ​ໄດ້​ອ່ານ​ປື້ມ​ກ່ຽວ​ກັບ​ຊີ​ວະ​ປະ​ຫວັດ​ຂອງ ຫງວຽນ​ວັນ​ໂຈ໋ຍ ໂດຍ​ເມຍ​ຂອງ​ເພີ່ນ​ເປັນ​ຜູ້​ຂຽນ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຝາກ​ຝັງ​ບັນ​ດາ​ເອ​ກະ​ສານ​ທີ່​ລ້ຳ​ຄ່ານັ້ນ​ເຂົ້າ​ບົດ​ສອນ​ຂອງ​ຕົນ. ຂ້າ​ພະ​ເຈົ້າ​ໄດ້​ລົມ​ກັນ​ກັບ​ນັກ​ຮຽນ​ຂອງ​ຕົນວ່າ: ເມື່ອ​ພວກ​ນ້ອງປະ​ສົບ​ບັນ​ດາ​ສິ່ງ​ທ້າ​ທາຍ, ຈົ່ງ​ຄິດ​ເຖິງ ຫງວຽນ​ວັນ​ໂຈ໋ຍ. ຈົ່ງ​ຊອກ​ຮູ້​ກຳ​ລັງ​ແຮງ, ນ້ຳ​ໃຈ​ອົງ​ອາດ​​ກ້າຫານ ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈ​ຄື​ນັກ​ວິ​ລະ​ຊົນ​ຜູ້ນີ້​ເຄີຍ​ເຮັດ. ຂ້າ​ພະ​ເຈົ້າ​ກໍ່​ໄດ້​ຈັດ​ຕັ້ງ​ສັບ​ປະ​ດາ​ສະ​ເຫຼີມ​ສະຫຼອງ​ເນື່ອງ​ໃນ​ໂອ​ກາດ​ວັນ​ຄ້າຍ​ວັນ​ເກີດ​ທ່ານ​ໝ​ໍ​ຍິງ ດັ້ງ​ຖ​ູ່ຍ​ເຈີມ ແລະ ໄດ້​ຕັກ​ເຕ​ືອນ​ພວກ​ນ້ອງ​ກ່ຽວ​ກັບ​ຄວາມ​ເສຍ​ສະຫຼະ​ຊີ​ວິດ​ຂອງ​ຄົນ​ລຸ້ນ​ກ່ອນ.”

ຫ້ອງຮຽນພາສາ ອັງກິດ ຂອງທະຫານຜ່ານເສີກ ອາເມລິກາ ຄົນໜຶ່ງ - ảnh 2
ອ້າຍ​ຄູ Paul ໄດ້​ແບ່ງ​ນັກ​ຮຽນ​ໃນ​ຫ້ອງ​ເປັນ​ກຸ່ມ ເພື່ອ​ໃຫ້​ການ​ຮຽນ​ມີ​ປະ​ໂຫຍດ​ທີ່​ສຸດ

ນັບ​ແຕ່​ເມື່ອ​ເປີດ​ຊຸດ​ຮຽນ, ມ​ີ​ນັກ​ອາ​ສາ​ສະ​ໝັກຈາກ​ທຸກ​ແຖບ​ຖິ່ນ​ໃນ​ໂລກຄື: ກາ​ນາດາ, ເຢຍ​ລະ​ມັນ, ອົດ​ສະ​ຕາ​ລີ… ໄດ້​ມາ ຫວຽດ​ນາມ ເພື່ອ​ໜູນ​ຊ່ວຍ​ທ່ານ Paul ໃນ​ວຽກ​ງານ​ສິດ​ສອນ.

ນອກ​ຈາກ​ບັນ​ດາ​ນັກ​ອາ​ສາ​ສະ​ໝັກ​ຊາວ​ຕ່າງ​ປະ​ເທດ​ແລ້ວ, ຍັງ​ມ​ີ​ນັກ​ສຶກ​ສາ ຫວຽດ​ນາມ ຫຼາຍ​ຄົນ​ກໍ່​ໍ​ຊ່ວຍ​ເຫຼືອ​ທ່ານ Paul ໃນ​ການ​ແນະ​ນຳ​ບັນ​ດາ​ນັກ​ສຳ​ມະ​ນາ​ກອນ. ອ້າຍ ຫງວຽນ​ແທງ​ຟອງ, ນັກ​ຮຽນ​ລຸ້ນ​ທຳ​ອິດ​ຂອງ​ທ່ານ Paul, ໄດ້​ແບ່ງ​ປັນ​ວ່າ:

“ຂ້າ​ພະ​ເຈົ້າ​ເຫັນ​ໄດ້​ວ່າ ອາ​ຈານ ມີ​ວິ​ທີ​ສອນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ​ອ້າຍ​ຄູ ໄດ້​ນຳ​​ຄວາມ​ກະ​ຕຶ​ລື​ລົ້ນເຂົ້າ​ບົດ​ສອນ ແລະ ຢາກ​ຊ່ວຍ​ເຫຼືອ​ໃຫ້​ຊ​າວ ຫວຽດ​ນາມ ເວົ້າ​ພາ​ສາ ອັງ​ກິດ ໄດ້​ດີ​ຢ່າງ​ແທ້​ຈິງ. ພາຍຫຼັງ​ຮ່ຳ​ຮຽນ​ນຳ​ອ້າຍ​ຄູ​ມາ​ເປັນ​ເວ​ລາກ່​ວາ 1 ປີ, ການ​ເວົ້າ​ພາ​ສາ ອັງ​ກິດ ຂອງ​ຂ​້າ​ພະ​ເຈົ້າ​ໄດ້​ດີ​ຂຶ້ນຫຼາຍ. ປະ​ຈຸ​ບັນ, ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ນຳ​ອ້າຍ​ຄູ​ໄດ້​ກ່​ວາ 1 ປີ​ແລ້ວ ແລະ ຮູ້​ສຶກ​ມ່ວນຫຼາຍເມື່ອ​ໄດ້​ມາ​ຊ່ວຍ​ທຸກ​ຄົນ​ໃນ​ຫ້ອງ​ຮຽນ.”

ເຖິງວ່າ, ອາ​ຍຸ 70 ປີກໍ່​ຕາມ, ແຕ່​ທ່ານ Paul ບໍ່​​ຫວ​າ​ດ​ຫວັ່ນ​ຕໍ່​ຄວາມ​ບາກ​ກາກ​ກຳ ກໍ່​ຄື​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ສຸ​ຂະ​ພາບ ເພື່ອ​ຮັກ​ສາ​ເວ​ລາ​ຂຶ້ນ​ຫ້ອງ. ຖ້າ​ມີ​ຄົນ​ຖາມ​ທ່ານ Paul ວ່າ: “ທ່ານ​ເບື່ອ​ໜ່າຍບໍ່?”, ທ່ານ​ກໍ່​ຕອບ​ວ່າ: “ຍາມ​ໃດ​ຂ້າ​ພະ​ເຈ​ົ້າ​ເສຍ​ຊີ​ວິດ ຄາວນັ້ນ​ຂ້າ​ພະ​ເຈົ້າ​ຈະ​ບໍ່ສອນອີກ”

​​ການ​ຕັດ​ສິນກັບ​ຄືນ​ມາ ຫວຽດ​ນາມ ຂອງ​ທ່ານ Paul ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ການ​ສະ​ໜັບ​ສະ​ໜູນ​ຂອງ​ຄອ​ບ​ຄົວ. ທ່ານກໍ່​ປາດ​ຖະ​ໜາ​ຢາກ​ເປີດ​ກ້​ວາ​ງ​ຮູບ​ແບບ​ການ​ສອນ​ພາ​ສາ ອັງ​ກິດ​ຂອງ​ຕົນ​ຢູ່ ຫວຽດ​ນາມ ແລະ ຈັດ​ຕັ້ງຫຼາຍ​ຂະ​ບວ​ນ​ການ​ອາ​ສາ​ສະ​ໝັກ​ໃນ​ທົ່ວ​ປະ​ເທດ​ອີກ. ບໍ່​ຄິ​ດ​ເຖິງ​ເລື່ອງ​ກັບ​ຄືນ​ເມືອ​ປະ​ເທດ ອາ​ເມ​ລິ​ກາ, ທ່ານ Paul ໄດ້​ຕັກ​ເຕືອນ​ຕົນ​ເອງວ່າ​ຈະ​ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ​ສິດ​ສອນ​ໃຫ້​ແກ່​ລຸ້ນ​ໜຸ່ມ ຫວຽດ​ນາມ, ເພື່ອ​ບັນ​ເທົາ​​ຄວາມຫຼອກຫຼອນ​ໃນ​ຄວາມ​ຊົງ​ຈຳ​ໄລ​ຍະ​ສົງ​ຄາມ​ທີ່​ເຄີຍກົດ​ດັນ​ຕົນ.


ຕອບກັບ

ຂ່າວ/ບົດ​ອື່ນ