ອົງການຂໍ້ລິເລີ່ມໝາກຫົວໃຈພົນທະຫານ

(vovworld)-ກັບ​ຄືນ​ເມືອ​ປະ​ເທດ​ພາຍຫລັງ​ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ, ທະຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ​ຫລາຍ​ຄົນ​ຕ້ອງນຳ​ໃຊ້​ບັນດາ​ມາດ​ຕະການ​ປິ່ນປົວ​ເພື່ອ​ໃຫ້​ຈິດ​​ໃຈ​ສະ​ຫວາດ​ສະ​ເຫວີຍ. ​ແຕ່​ຮູບ​ພາບ​ຈາກສົງຄາມ​ຢູ່​ຫວຽດນາມ ຍາມ​ໃດ​ກໍ​ກະທົບ​ເຖິງ​ຈິດ​ໃຈ,​ຫລອກ​ຫລອນ​ໃນການ​ດຳລົງ​ຊີວິດ​ຂອງ​ເຂົາ​ເຈົ້າ. ຜ່ານ​ອົງການ​ຂໍ້​ລິ​ເລີ່​ມໝາກ​ຫົວ​ໃຈ​ພົນທະຫານ(SHI), ບັນດາ​ທະຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ ມີ​ກາລະ​ໂອກາດ​ກັບ​ຄືນ​ມາ​ຢາມຫວຽດນາມ ​ແລະ ຄວາມ​ເຈັບ​ປວດ​ນັ້ນ​ຄ່ອຍໆ​ຖືກ​ຫາຍ​ໄປ.  

ອົງການຂໍ້ລິເລີ່ມໝາກຫົວໃຈພົນທະຫານ - ảnh 1
ອົງການ​ຂໍ້​ລິ​ເລີ່​ມໝາກ​ຫົວ​ໃຈ​ພົນທະຫານ(SHI)ຢ້ຽມຢາມຫວຽດນາມ
ພາບ:vtv4.vn

        ​ເປັນ​ຄັ້ງ​ທຳ​ອິດ​ກັບ​ຄືນ​​ມາ​ຢາມຫວຽດນາມ​ພາຍຫລັງ 45 ປີ, ທະຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ Howerd Harrison ​ແມ່​ນທະ​ຫານ​ເສນາ​ຮັກ​ໃນ​ກອງ​ພົນ​​ໂດດ​ຈ້ອງ​ຂອງ​ກອງທັບ​ອາ​ເມ​ລິ​ກາ ຢາ​ກກັບ​ຄືນ​ຢ້ຽມຢາມ​ສະຖານ​ທີ່ຊື່​ງກ່ອນ​ນີ້ທ່ານ​​ໄດ້ຕັ້ງ​ທັບ ​ແລະ ກໍ​ແມ່ນ​ແຫ່ງ​ທີ່​ເພື່ອນ​ຂອງ​ທ່ານ​ຖືກ​ເສຍ​ຊີວິດ​ໃນ​ບັ້ນ​ຮົບ​ຢູ່​ແຂວງ ບີ​ງດີ້​ງ. ກັບ​ຄືນ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້ ທ່ານ​ໄດ້​ພາ​ເມຍຂອງ​ຕົນ​ມານຳ. ​ເມື່ອລົງ​ຮອດ​ສະຫນາມ​ບິນ​ຢູ່ ບີ່​ງດີ້​ງ ທ່ານ Howerd Harrison ບັງ​ເອີນ​ໄດ້​ພົບ​​ກັບ​ນັກຮົບ​ດັກ​ກົງ(ໝາຍ​ເຖິງ

ທະຫານສັງ​ກັດ​ກຳລັງ​ພິ​ເສດ)ຂອງ​ກຳລັງ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ, ​ຊື່​ງກ່ອນ​ນີ້​​ໄດ້ບຸກໂຈມ​ຕີ​ເຂົ້າ​ສະຫນາມ​ບິນ​ທີ່​ທ່ານຕັ້ງ​ທັບ ​ແລະ ນັກຮົບ​ຜູ້​ນີ້​ກໍ​ຖືກ​ບາດ​ເຈັບ. ທ່ານ  Howerd Harrison ​ເວົ້າ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:

        “ສິ່ງ​ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າ​ມີ​ຄວາມຕື້ນ​ຕັນ​ໃຈ​ຫລາຍນັ້ນ​ແມ່ນ ພາຍຫລັງ​ໄດ້​ຮັບ​ຟັງ​​ເລື່ອງ​ລາວ​ທີ່ນັກຮົບ​ດັກ​ກົງ​ເລົ່າສູ່​ຟັງ​, ທັງ​ສອງ​ຄົນ​ໄດ້​ຈັບ​ມື ​ແລະ ກອດ​ກັນ​ສະ​ແດງ​ຄວາມ​ຮັກ​ແພງ​ສະຫນິດສະຫນົມ.”

ສຳລັບ​ທະຫານ​ຜ່ານ​ເສິກ ອາ​ເມ​ລິ​ກາ William, 45 ປີຜ່ານມາ​ແມ່ນ​​ໄລຍະ​ແຫ່ງການ​ຫລອກຫລອນ​ຈາກ​ສົງຄາມ ​ຊື່​ງ​ບໍ່​ສາມາດ​ຫລົງ​ລືມ​ໄດ້. ທ່ານ​ໃຫ້​ຮູ້​ວ່າ:

        “​ເຂົ້າ​ຮ່ວມ​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້, ຂ້າພະ​ເຈົ້າ ​ແລະ ບັນດາ​ເພື່ອນ​ມິດ​ໃນ​ອົງການ SHI ຢາກ​ເຮັດ​ສິ່ງ​ໃດ​ຫນຶ່ງ​ໃຫ້​ແກ່​ຫວຽດນາມ ຕົວຢ່າງ​ຄື: ກໍ່ສ້າງ​ເຮື​ອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ໃຫ້​ແກ່​ປະຊາຊົນ, ມອບ​ງົວ​ຄວາຍ, ຊ່ວຍ​ເຫລືອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ. ນີ້​​ເປັນ​ຄັ້ງ​ທຳ​ອິດ​ທີ່ຂ້າພະ​ເຈົ້າ​ກັບ​ຄືນ​ມາຢ້ຽມຢາມ​ຫວຽດນາມ

        ທະຫານ​ຜ່ານ​ເສີກ Howerd ຫລື Willam ​ແມ່ນ​ບັນດາ​ຜູ້ໃນຈຳນວນທະຫານ​ຜ່ານ​ເສີກ​ອາ​ເມ​ລິ​ກາ​ຄົນອື່ນ​ໆ ບໍ່ຮັບ​ຜົນ​ກະທົບ​ດ້ານ​ຈິດຕະສາດຍ້ອນ​ຄວາມ​ຫລອກ​ຫລອນ​ຈາກ​ສົງຄາມອີກ​ແລ້ວ ເມື​ອ່​ໄດ້​ກັບ​ຄືນມາ​ຢ້ຽມຢາມ​ຫວຽດນາມ​​ໂດຍຜ່ານ​ອົງການ SHI. ທ່ານ Edward Bryan Tick ປະທານ​ອົງການ SHI ບໍ່​ແມ່ນ​ທະຫານ​ຜ່ານ​ເສີກ ​ແຕ່​​ທ່ານ​ເປັນ​ຜູ້​ຄັດ​ຄ້ານ​ສົງຄາມ. ປີ 1970 ​ເ​ມື່ອພົບ​ປະ​ກັບ​ທະຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ​ກັບ​ຄືນ​ເມືອ​ຈາກ​ຫວຽດນາມ, ທ່ານ​ເຫັນ​ວ່າ ​ເຂົາ​ເຈົ້າ​ລ້ວນ​ແຕ່​​ຖືກ​ຫລອກ​ຫລອນ​ຈາກ​ສົງຄາມ. ທ່ານ Edward Bryan Tick ​ເວົ້າ​ວ່າ:

        “​ຄາວ​ນັ້ນ ມີຊາວ​ອາ​ເມ​ລິ​ກາບໍ່​ເທົ່າ​ໃດ​ຄົນ​ສົນ​ໃຈເຖິງ​ທະຫານ​ຜ່ານ​ເສິກ ​ແລະ ​ເຂົາ​ເຈົ້າ​ຄິດ​ວ່າ ພະຍາດ​ທີ່​ທະຫານ​ຜ່ານ​ເສິກ​ຖືກ​ຕິດ​ນັ້ນຈະ​ຮັບ​ການປິ່ນປົວ​ດ້ວຍ​ຢຸກຢາ​ຫລື​ຄຳ​ປຶກສາ​ຈິດ​ຕະສາດ​. ຄວາມ​ຈິງ​​ໃນ​ຈິດ​​ໃຈຂອ​ງ​ເຂົາ​ເຈົ້າ​ມາດ​ຕະການ​ດັ່ງກ່າວ​ບໍ່​ສາມາດ​ປິ່ນປົວ​ໄດ້. ຂ້າພະ​ເຈົ້າ​ຄິດ​ວ່າ ມາດ​ຕະການ​ດີ​ສຸດ​ແມ່ນ​ສົ່ງ​ເຂົາ​ເຈົ້າ​ມາ​ຢ້ຽມຢາມ​ຫວຽດນາມ​ເພື່ອ​ໃຫ້​ເຂົາ​ເຈົ້າ​ພົບ​ປະ​ກັບ​ປະຊາຊົນ​ຫວຽດນາມ, ​ເຫັນ​ໄດ້​ສະພາບປະ​ເທດ​ຫວຽດນາມ​ປ່ຽນ​ແປງ​ຄື​​ແນວ​ໃດ, ພັດທະນາ​ຄື​ແນວ​ໃດ​​ແລະ​ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ ປະຊາຊົນ​ຫວຽດນາມ​ອະ​ໄພ​ໃຫ້​​ເຂົາ​ເຈົ້າ​ຄື​ແນວ​ໃດ.”

        ​ໃນ 10 ປີ​ມາ​ນີ້, SHI ​ເຄີຍ​ຈັດ​ຕັ້ງ​ການ​ເດີນທາງມາ​ຢ້ຽມຢາມ​ຫວຽດນາມ​ໃຫ້ແກ່ ບັນດາ​ຄະນະ​ທະຫານ​ຜ່ານ​ເສ​ິກ​ອາ​ເມ​ລິ​ກາ ​ແລະ ຍາດຕິ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ​, ໂດຍມີການສົມທົບ​ກັບ​ບັນດາ​ຂໍ້​ລິ​ເລີ່​ມຊຸກຍູ້​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ຮຳບາດ​ແຜ​ສົງຄາມ ​ແລະ ປອງ​ດອງ​ໄກ່​ເກ​ຍລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ທະຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ​ ​ເວົ້າ​ສະ​ເພາະ. ບັນດາ​ທະຫານ​ຜ່ານ​ເສີກ​ອາ​ເມ​ລິ​ກາ ​ໄດ້​ບໍລິຈາກ​​ເງິນເພື່ອ​ຫນູນ​ຊ່ວຍ​ຢຸກຢາ, ກວດ,ປິ່ນປົວ​ພະຍາດ, ພົບ​ປະ​ແລກປ່ຽນ​ວັດທະນະທຳ. ການ​ເຄ່ືອນ​ໄຫວ​ທັງ​ໝົດ​ເຫລົ່າ​ນັ້ນ ​ໄດ້ຊ່ວຍ​ໃຫ້​ອາການ​ສຸຂະພາບ​ຂອງ​ທະຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ ​ຄ່ອຍໆກັບ​ຄືນສູ່​ຄວາມ​ເປັນ​ປົກກະຕິ. ທ່ານ Edward Bryan Tick ​ໃຫ້​ຮູ້​ວ່າ:

        “​ເມື່ອ​ຂ້າພະ​ເຈົ້າ​ສົ່ງ​ທະຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ ມາ​ຢ້ຽມຢາມຫວຽດນາມ, ​ໃນ​ເວລາ​ພຽງ 3 ອາທິດ​ເທົ່າ​ນັ້ນ ​ເຂົາ​ເຈົ້າ​ລ້ວນ​ແຕ່​ຮູ້ສຶກ​ສະຫວາດສະ​ເຫວີຍ​ກວ່າ ​ແລະ ພະຍາດ​​​ດັ່ງກ່າວໄດ້​ຄ່ອຍໆຫາຍ​ໄປ​.. ​ໃນ​ຂະນະ​ນັ້ນ ​ໃນ​ຕະຫລອດ 40 ປີ​ດຳລົງ​ຊີວິດ​ຢູ່ ອາ​ເມ​ລິ​ກາ ​ເຂົາ​ເຈົ້າ​ໄດ້​ນຳ​ໃຊ້​ຢຸກຢາ​ຫລາຍ​ຊະນິດ​ແຕ່​ບໍ່ສາມາດ​ຊ່ວຍ​ເຂົາ​ເຈົ້າ​ໄດ້. ”

        ທ່ານ Edward Bryan Tick ​ໃຫ້​ຮູ້​ວ່າ: ຍັງ​ມີ​ຊາວ​ອາ​ເມ​ລິ​ກາ​ຫລາຍ​ຄົນ ບໍ່​ທັນ​ເຂົ້າ​ໃຈ​ປານ​​ໃດ​ກ່ຽວ​ກັບ​ຊາວ​ຫວຽດນາມ, ປະ​ຫວັດ​ສາດ, ພື້ນຖານ​ວັດທະນະທຳ​ຂອງ​ປະ​ເທດ​ຫວຽດນາມ. ສະ​ນັ້ນ ​ສິ່ງ​ທີ່ SHI ປະຕິບັດ​ໃນ​ໄລຍະ​ຜ່ານ​ມາ​ລ້ວນ​ແຕ່​ປາດ​ຖະຫນາ​ວ່າ​ຢາກ​ຊ່ວຍ​ ຊາວ​ອາ​ເມ​ລິ​ກາ ຊອກ​ຮູ້​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ຢ່າງ​ເລິກ​ເຊິ່ງກວ່າ ກໍ​ຄື​ການ​ປ່ຽນ​ແປງ ​ແລະ ສິ່ງ​ທ້າ​ທາຍ​​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ຮຳບາດ​ແຜ​ສົງຄາມ ​ແລະ ​ແກ້​ໄຂຜົນ​ຮ້າຍຢ່ອນ​ຫຼັງ​ໂດຍ​ສົງ​ຄາມ​ກໍ່​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ