ອະດີດນັກຮົບຢ້ຽມຢາມສະຖານທີ່ເຊິ່ງເປັນຂີດໝາຍໃນຄາວເຍົາໄວ

(VOVWORLD) - ໃນຫຼາຍທົດສະວັດທີ່ຜ່ານມາ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເຄື່ອນໄຫວໃນເຂດດິນແດນຂອງປະເທດເພື່ອນ ລາວ ຍາມໃດກໍ່ແມ່ນສັນຍາລັກອັນສູງສົ່ງ, ຄວາມສະໜິດຕິດພັນທີ່ແໜ້ນແຟ້ນແຫ່ງນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ. ເຖິງວ່າ, ບັນດານັກຮົບອາສາສະໝັກທີ່ເສຍສະຫຼະຊີວິດ ຫຼື ຍັງມີຊິີວິດຢູ່ກໍ່ຕາມ, ແຕ່ເຂົາເຈົ້າຍາມໃດກໍ່ແມ່ນແບບຢ່າງທີ່ສູງສົ່ງທີ່ສຸດ, ແມ່ນສັນຍາລັກທີ່ຊັດແຈ້ງໃຫ້ແກ່ນ້ຳໃຈມິດຕະພາບແບບພິເສດນັ້ນທີ່ສຸດ. ເຂົາເຈົ້າຍັງຄົງສືບຕໍ່ເລົ່າຄືນໃຫ້ລູກຫຼານ, ລຸ້ນໜຸ່ມຟັງກ່ຽວກັບຄາວເຍົາໄວທີ່ລຳບາກກາກກຳ ແຕ່ເຂັ້ມແຂງແຮງກ້າ, ສະຫງ່າລາສີຂອງຕົນ ແລະ ເພື່ອນຮ່ວມກົມກອງ.
ອະດີດນັກຮົບຢ້ຽມຢາມສະຖານທີ່ເຊິ່ງເປັນຂີດໝາຍໃນຄາວເຍົາໄວ - ảnh 1ລຸງ ຮ່າວັນດຶກ

ແລະ ສິ່ງທີ່ເຮັດໃຫ້ບັນດານັກຮົບຮູ້ສຶກພາກພູມໃຈ, ມີຄວາມສຸກທີ່ສຸດ, ນັ້ນແມ່ນ, ໄດ້ພ້ອມກັບເພື່ອນຮ່ວມກົມກອງ, ບັນດານັກຮົບທີ່ຕາເບິ່ງບໍ່ແຈ້ງ, ມືສັ່ນ ໄດ້ກັບຄືນໄປຢ້ຽມຢາມສະຖານທີ່ເຊິ່ງເປັນຂີດໝາຍໃນຄາວເຍົາໄວ.

ເຖິງວ່າ ອາຍຸເກືອບ 80 ປີແລ້ວກໍ່ຕາມ, ແຕ່ສຽງເວົ້າຂອງລຸງ ຮ່າວັນດຶກ, ຫົວໜ້າຄະນະປະສານງານທະຫານອາສາສະໝັກ ແລະ ນັກຊ່ຽວຊານດ້ານການທະຫານ ຫວຽດນາມ ຊ່ວຍລາວ ແຂວງ ເຊີນລາ ຍັງໃສ ແລະ ແຈ້ງຢູ່. ລຸງ ໄດ້ ເດີນທາງຜ່ານໄລຍະທາງຍາວກ່ວາ 300 ກມ ແຕ່ແຂວງ ເຊີນລາ ຮອດ ນະຄອນຫຼວງ ຮ່າໂນ້ຍ ໃນມື້ໜຶ່ງຂອງຕົ້ນລະດູໜາວ. ລຸງໄດ້ມາຮອດສະຖານທີ່ເຕົ້າໂຮມຂອງຄະນະແຕ່ເຊົ້າໆ ເພື່ອເຕົ້າໂຮມກັບຄະນະນັກຮົບເກົ່າລວມ 70 ຄົນ ທີ່ເຂົ້າຮ່ວມລາຍການໄປຢ້ຽມຢາມສະໜາມຮົບເກົ່າດ້ວຍຂອບຂະໜາດໃຫຍ່ສຸດໃນປີຂອງຄະນະປະສານງານທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍລາວ. ໃນຈຳນວນ ອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານຊ່ວຍລາວ ໃນສະໄໝຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ, ຕ້ານຈັກກະພັດອາເມລິກາ ນັ້ນ, ຜູ້ມີອາຍຸນ້ອຍສຸດແມ່ນກ່ວາ 70 ປີ, ຜູ້ອາຍຸສູງສຸດແມ່ນກ່ວາ 100 ປີແລ້ວ, ແຕ່ເມື່ອມີໂອກາດເຕົ້າໂຮມກັນ, ບັນດານັກຮົບນັ້ນຍັງນຸ່ງເຄື່ອງລະບຽບຮຽບຮ້ອຍ, ຊຸດເສື້ອຂຽວ ແລະ ໝວກທີ່ລຶ້ງເຄີຍຂອງນັກຮົບ, ພວກເພີ່ນມີຄວາມປິຕິຊົມຊື່ນທີ່ສຸດເມື່ອເວົ້າເຖິງການເດີນທາງທີ່ຈະມາເຖິງ.

ນີ້ບໍ່ແມ່ນຄັ້ງທຳອິດທີ່ລຸງ ຮ່າວັນດຶກ ໄດ້ໄປຢ້ຽມຢາມສະໜາມຮົບເກົ່າ, ແຕ່ນີ້ແມ່ນຄັ້ງທຳອິດທີ່ເພີ່ນໄດ້ຕາງໜ້າໃຫ້ນັກຮົບເກົ່າຂອງແຂວງ ເຊີນລາ ກ່ວາ 70.000 ຄົນ ໄດ້ເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍໂດຍສູນກາງ ແລະ ກະຊວງປ້ອງກັນປະເທດຈັດຂຶ້ນເນື່ອງໃນໂອກາດປີສາມັກຄີ ຫວຽດນາມ - ລາວ, ລາວ - ຫວຽດນາມ. ເວລາໄປສູ້ຮົບຢູ່ສະໜາມຮົບລາວ, ເພີ່ນມີອາຍຸພຽງ 18 ປີເທົ່ານັ້ນ, ແຕ່ກໍ່ໄດ້ແບກຫາບປືນ, ບັນດາເຄື່ອງຂອງທີ່ຈຳເປັນ, ປີນພູຂ້າມຫ້ວຍໄປຊຳເໜືອ ມາຮອດປະຈຸບັນ, ເພີ່ນຍັງຈື່ສະຖານທີ່ແຫ່ງນັ້ນໄດ້ດີ, ບ່ອນທີ່ຖືກປົກຄຸມດ້ວຍປ່າໄມ້:

“ແຕ່ກ່ອນ, ເມື່ອຕັ້ງທັບຢູ່ແຫ່ງນັ້ນແມ່ນປ່າໄມ້ປົກຄຸມ, ບໍ່ມີບ້ານຈັກແຫ່ງເລີຍ. ຖ້າມີບ້ານ ປະຊາຊົນກໍໄດ້ອົບພະຍົບໄປໝົດ. ຄາວນັ້ນ, ເທດສະບານຊຳເໜືອ ກໍ່ມີພຽງແຕ່ເຮືອນຊານ 2 3 ຫຼັງທີ່ເປເພເທົ່ານັ້ນ. ປະຈຸບັນ, ກໍເຫັນຖະໜົນຫົນທາງ, ເຮືອນຊານຫຼາຍຫຼັງທີ່ໃຫຍ່ໂຕ. ໃນຄາວນັ້ນ, ພວກຂ້າພະເຈົ້າຕັ້ງທັບ ຢູ່ເຂດພູລາວ, ຊຶ່ງແມ່ນເຂດປ່າໄມ້ຂຽວອຸ່ມທຸມ, ມີແຕ່ທາງນ້ອຍ, ທັງລັດເທົ່ານັ້ັ້ນ ແຕ່ມາຮອດປະຈຸບັນ, ເສັ້ນທາງໄດ້ປູຢາງ ແລະ ມີຄົນຢູ່ຫຼາຍແລ້ວ”.

ອະດີດນັກຮົບຢ້ຽມຢາມສະຖານທີ່ເຊິ່ງເປັນຂີດໝາຍໃນຄາວເຍົາໄວ - ảnh 2ຄະນະໄດ້ຖ່າຍຮູບເປັນທີ່ລະນຶກຢູ່ສຳນັກງານສະພາແຫ່ງຊາດ, ທີ່ນະຄອນຫຼວງ ວຽງຈັນ
(ພາບ:TTXVN)

ສ່ວນສຳລັບລຸງ ເຈິ່ນງອັກກຸຍ, ເກີດປີ 1954, ນັກຮົບເກົ່າມາຈາກແຂວງ ລາວກາຍ ນັ້ນ, ແມ່ນຍັງບໍ່ທັນມີຫຼາຍໂອກາດໄປຢ້ຽມຢາມສະໜາມຮົບເກົ່າ, ຢ້ຽມຢາມປະເທດລາວ, ເຊິ່ງເປັນສະຖານທີ່ຂີດໝາຍໃນຄາວເຍົາໄວຂອງລຸງ ແລະ ເພື່ອນຮ່ວມກົມກອງ. ລຸງກຸຍ ໄດ້ໄປລາວ ເຄື່່ອນໄຫວໃນສະໜາມຮົບ ຊຽງຂວາງ ທີ່ດຸເດືອດໃນຊຸມປີ 1970, ເມື່ອມີອາຍຸພຽງ 16 ປີເທົ່ານັ້ນ, ຫວນຄືນກ່ຽວກັບເວລານັ້ນ, ຍາມໃດເພີ່ນກໍ່ມີຄວາມປະເອີບໃຈ, ຖືວ່າການເສຍສະຫຼະຊີວິດແມ່ນສິ່ງທີ່ຈຳເປັນເພື່ອປົກປັກຮັກສາປະເທດຊາດ:

“ຊຸມເດືອນປີນັ້ນໄປສູ້ຮົບກໍ່ຮູ້ສຶກມ່ວນຫຼາຍ, ເປັນຊາວໜຸ່ມ ດັ່ງນັ້ນບໍ່ຮູ້ຈັກຢ້ານຍັງເລີຍ, ເຖິງວ່າຕ້ອງຫ່າງຈາກພໍ່ແມ່, ຫ່າງຈາກຄອບຄົວ ແລະ ຮູ້ວ່າຈະຕ້ອງເສຍສະຫຼະຊີວິດ”.

ລຸງດຶກ, ລຸງກຸຍ ແລະ ບັນດາອະດີດທະຫານອາສາສະໝັກຈະໄປຢ້ຽມຢາມ ລາວ ໃນເວລາເກືອບ 1 ອາທິດ ແລະ ຈະມີການເຄື່ອນໄຫວຢູ່ທັງ 3 ພາກ: ພາກເໜືອ, ພາກກາງ, ພາກໃຕ້. ພວກເພີ່ນສະແດງຄວາມພາກພູມໃຈເມື່ອໄດ້ເຂົ້າຮ່ວມການເຄື່ອນໄຫວມີຄວາມຫມາຍນີ້ວ່າ:

“ປຄູນີ້, ອ້າຍນ້ອງໃນຄະນະປະສານງານທົ່ວປະເທດໄດ້ສະເໜີ, ຮຽກຮ້ອງການສະໜັບສະໜູນຈາກສູນກາງ ແລະ ກະຊວງປ້ອງກັນປະເທດ ຈັດການໄປຢ້ຽມຢາມສະໜາມຮົບເກົ່ານີ້ແມ່ນມີຄ່າທີ່ສຸດ, ເປັນກຽດທີ່ສຸດ. ເຖິງວ່າແຂວງໜຶ່ງມີຜູ້ຕາງໜ້າພຽງຄົນດຽວເທົ່ານັ້ນ, ຄືຂ້າພະເຈົ້າໄດ້ຕາງໜ້າໃຫ້ແຂວງເຊີນລາ. ພາຍຫຼັງການຢ້ຽມຢາມຄັ້ງນີ້, ຂ້າພະເຈົ້າຈະກັບມາເຜີຍແຜ່ເພື່ອອ້າຍນ້ອງໄດ້ຮັບຊາບ”.

“ຂ້າພະເຈົ້າຮູ້ສຶກເປັນກຽດຍ້ອນໄດ້ຕາງໜ້າອ້າຍນ້ອງໃນແຂວງເຂົ້າຮ່ວມການເຄື່ອນໄຫວໃນຄັ້ງນີ້. ທີ່ໜຶ່ງແມ່ນໄດ້ໄປຢ້ຽມຢາມສະໜາມຮົບເກົ່າ, ທີສອງ, ຂ້າພະເຈົ້າເຄີຍໄດ້ຕໍ່ສູ້ໃນສະໜາມຮົບລາວ, ດັ່ງນັ້ນຈຶ່ງຮູ້ແຈ້ງ ແລະ ມີຄວາມສະໜິດສະໜົມກັບປະຊາຊົນລາວ, ປະຊາຊົນລາວສະໜິດສະໜົມເປັນມິດຫຼາຍ. ກ່ອນນີ້, ຂ້າພະເຈົ້າມີໂອກາດກັບຄືນໄປຢ້ຽມຢາມສະໜາມຮົບເກົ່າພຽງເທື່ອດຽວເທົ່ານັ້ນ, ດັ່ງນັ້ນ ໃນຄັ້ງນີ້ກໍມີຄວາມຕື່ນເຕັ້ນທີ່ສຸດ”.

ປີສາມັກຄີ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ແມ່ນປີມີຄວາມໝາຍສຳລັັບອະດີດທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເຄີຍເຄື່ອນໄຫວໃນສະໜາມຮົບລາວທີ່ສຸດ. ບັນດາວິລະກຳຂອງເຂົາເຈົ້າຍັງຄົງຍືນຍົງກັບການເວລາ ຄືດັ່ງສັນຍາລັກທີ່ໝັ້ນຄົງໜັກແໜ້ນທີ່ສຸດຂອງການສຳພັນສູ້ຮົບ ຫວຽດນາມ - ລາວ, ຂອງນ້ຳໃຈສາມັກຄີແບບພິເສດທີ່ຫາຍາກໃນໂລກ ຫວຽດນາມ - ລາວ, ລາວ - ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ