ອະດີດນັກຮົບອາເມລິກາເປີດຫ້ອງຮຽນພາສາອັງກິດໂດຍບໍ່ເສຍຄ່າ


(vovworld) -ກັບ​ຄືນຫວຽດນາມ ຫຼັງ​ສົງຄາມ, ອະດີດ​ນັກຮົບ​ອາ​ເມ​ລິ​ກາ Paul George Harding ຫວັງ​ວ່າ​ ຈະ​ຊ່ວຍ​ເຫຼືອ​ໃຫ້​ປະຊາຊົນ​ປະ​ເທດ​ທີ່​ເຄີຍຖືກ​ເສຍ​ຫາຍຢ່າງ​ໜັກໜ່ວງຈາກ​ສົງຄາມ ດ້ວຍ​ວຽກ​ງານ​ລະອຽດ. ​ເລື່ອງ​ທ່ານ​ເປີດ​ຫ້ອງ​ຮຽນ​ພາສາ​ອັງກິດ​ໂດຍ​ບໍ່​ເສຍ​ຄ່າ​ຢູ່​ຮ່າ​ໂນ້ຍ ຄື​ດັ່ງ​ການ​ແກ້​​ໂທ​ດຂອງ​ຕົນ​ທີ່​ມີ​ຕໍ່​ປະຊາຊົນ​ຫວຽດນາມ.

ອະດີດນັກຮົບອາເມລິກາເປີດຫ້ອງຮຽນພາສາອັງກິດໂດຍບໍ່ເສຍຄ່າ - ảnh 1

ຫ້ອງຮຽນພາສາອັງກິດຂອງອະດີດ​ນັກຮົບ​ອາ​ເມ​ລິ​ກາ Paul George Harding

        ຫ້ອງ​ຮຽນ​ພາສາ​ອັງກິດ​​ຂອງທ່ານ Paul George Harding ​ຖືກ​ຈັດຢູ່​ຫ້ອງ​ປະຊຸມ​​ເຂດ​ຊຸມ​ຊົນ​ເລກ 9, ຕາ​ແສງ ຈູງ​ຮ່ວາ, ​ເມືອງ​ເກົ່າ​ໄຢ໋ ດ້ວຍ 8 ຄາບ/ສັບປະດາ. ຫ້ອງ​ຮຽນ​ຂອງ​ທ່ານ​ໄດ້​ດຶງ​ດູດ​ຫຼາຍ​ຄົນ​ເຂົ້າ​ຮ່ວມ, ນັບ​ແຕ່​ເດັກນ້ອນອາຍຸ 5, 6 ປີ, ນັກ​ສຶກສາ, ຕະຫຼອດ​ຮອດ​ຜູ້​ທີ່​ມີ​ອາຍຸ 60-70 ປີ​ອີກ. ທ່ານ ຕ້າ​ກວາງ​ຕຽບ, ອາຍຸ 72 ປີ, ຢູ່​ຖະໜົນ​ດ້າຍ​ລາ, ​ເມືອງ ຮາ​ຍບ່າ​ຈືງ, ​ແບ່ງປັນ​ວ່າ:

        “ອາຈານ​​ເປັນ​ຜູ້ສຸດ​ຈິດ​ຈຸດ​ໃຈ​ຫຼາຍ, ​ລາວຖື​ທຸກ​ຄົນ​ມາ​ຮຽນ​ຄື​ພີ່ນ້ອງ​ໃນ​ຄອບຄົວ​ດຽວ, ລາວສອນ​ເຂົ້າ​ໃຈງ່າຍ. ບາງ​ມື້​ລາວສອນ​ເຖິງ 2, 3 ຄາບ, ​​ເຖິງ​ວ່າເມື່ອຍຫຼາຍ​, ແຕ່​ໜ້າ​ຕາ​ລາວ​ຍາມ​ໃດ​ກໍ່​ຊື່ນ​ບານ​ຢູ່“.

        ​ໃນ​ຊົ່ວ​ໂມງ​ຮຽນ, ອາຈານ Paul ​ເອົາ​ໃຈ​ໃສ່​​ທີ່​ສຸດເຖິງ​ການ​ຜັນ​ສຽງ​​ເປັນພາສາ​ອັງກິດ​ຂອງນັກຮຽນ, ອາຈານ​ຍາມ​ໃດ​ກໍ່​ສົ່ງ​ເສີມ​ນັກຮຽນ​ກ້າ​ກັ່ນ​ໃນ​ການຜັນ​ສຽງ, ຕ້ອງອ່ານ​ສຽງ​ດັງ ​ແລະ ຕັ້ງໜ້າ​ເຄື່ອນ​ໄຫວ​​ໃນ​ຈຸ. ບັນຍາກາດ​ໃນ​ຫ້ອງ​ຮຽນ​ຍາ​ມ​ໃດ​ກໍ່​​ເປີດ​ອົກ​ເປີດ​ໃຈ, ສະບາຍ​ທີ່​ສຸດ. ນ້ອງ ຮ່າ​ທິຫາວ, ນັກ​ສຶກສາປີ​ທີ 2, ສະ​ຖາ​ບັນ​ທະນາຄານ, ​ແບ່ງປັນ​ວ່າ:

        ກ່ອນ​ນີ້​ຂ້າພະ​ເຈົ້າ​ພຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ໄວຍາກອນ​ເທົ່າ​ນັ້ນ, ການ​ຜັນ​ສຽງ​ບໍ່​ດີ​ປານ​ໃດ. ພາຍຫຼັງ​ຮຽນ​ຢູ່​ນີ້ 2 ​ເດືອນ, ດ້ວຍ​ການ​ແນະນຳ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ອາຈານ, ພາສາ​ອັງ​ກິດຂອງ​ນ້ອງ​ກໍ່​​ຄ່ອຍໆດີຂຶ້ນ, ພິ​ເສດ​ແມ່ນ​ການ​ຜັນ​ສຽງ. ຂ້າພະ​ເຈົ້າ​​ເຊື່ອ​ໝັ້ນ​ວ່າ, ພາຍຫຼັງ​​ຮຽນ​ສອງ​, ສາມ​ເດືອນ​ອີກ, ພາສາ​ອັງກິດ​ ຂອງຂ້າພະ​ເຈົ້າ​ຈະ​ດີກ​ວ່າ​ຫຼາຍຢ່າງ​ແນ່​ນ້ອນ“

ອະດີດນັກຮົບອາເມລິກາເປີດຫ້ອງຮຽນພາສາອັງກິດໂດຍບໍ່ເສຍຄ່າ - ảnh 2


Paul George Harding ເປັນຜູ້ສຸດຈິດສຸດໃຈກັບນັກຮຽນ

        ຫງວຽນມາ​ຍ​ເລ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ (ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ), ຜູ້​ຊ່ວຍ​ສອນ​ໃນ​ຫ້ອງ​ຮຽນ​ພາສາ​ອັງກິດ​ ຂອງ​ອາຈານ Paul ​​ໃຫ້​ຮູ້​ວ່າ, ​ວິທີ​ສິດສອນ​ຂອງ​ອາຈານ Paul ​ ​​ໄດ້ສ້າງ​ເງື່ອນ​ໄຂ​ໃຫ້​ນັກຮຽນ​​ແອບ​ຜັນ​ສຽງ.

        “ອາຈານ​​​ຍັງນຳ​ເອົາ​ບັນຫາປະຫວັດສາດ​ຫວຽດນາມ ​ເຂົ້າ​ໃນ​​ແຕ່ລະບົດ​ສອນ​ຂອງ​ຕົນ, ​ເພາະວ່າ​ນັບ​ທັງ​ຜູ້​ໃຫຍ່ ​ແລະ ເດັກນ້ອຍຢູ່​ທີ່​ນີ້​ລ້ວນ​ແຕ່​​ເອົາ​ໃຈ​ໃສ່​ເຖິງ​ປະຫວັດສາດ “.

​        ໃນ​ສົງຄາມ, Paul George Harding ​ໄດ້​ເຂົ້າ​ຮ່ວມ​ການ​ຮົບ​ຢູ່​ສະໜາມຮົບ​ບິ່ງ​ດິ້ງ, ​ເລິ​ມດົ່ງ ​ນັບ​ແຕ່​ປີ 1969 – 1970. ​​ເຖິງ​ວ່າ​ສົງຄາມ​ໄດ້​ລ່ວງ​ເລີຍ​ໄປມາ​ຫຼາຍ​ປີ​ແລ້ວກໍ່ຕາມ, ​ແຕ່​ອະນຸສອນ​ແຫ່ງ​ໄລຍະ​ສົງຄາມ​ຍັງ​ຄົງ​ຄອບ​ງຳແນວ​ຄິດ​ຂອງ​ທ່ານ​ຢູ່. ທ່ານ​ໄດ້​ຕົກລົງ​ກັບ​ຄືນ​ຫວຽດນາມ, ເຮັດວຽກ​ງານ​ໃດ​ໜຶ່ງ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ. ຜ່ານ​ການ​ຊອກ​ຮູ້, Paul George Harding ​ເຫັນ​ວ່າ​ ຊາວ​ຫວຽດນາມ​ ມີ​ຄວາມ​ຕ້ອງການ​ຮຽນ​ພາສາ​ອັງກິດ​ທີ່​ສຸດ, ​ແລະ​ທ່ານ​ກໍ່ຄິດ​ວ່າ​ຈະ​ສອນ​ພາສາ​ອັງກິດ​ ໂດຍ​ບໍ່​ຕ້ອງ​ເສຍ​ເງິນ​ໃຫ້​ຊາວ​ຫວຽດນາມ. ພາຍຫຼັງ​ມາ​ຫວຽດນາມ ​ໄດ້ 10 ວັນ, ຊຸດຮຽນ​ທຳ​ອິດ​ຂອງ​ທ່ານກໍ່​ຖືກຂຶ້ນຢູ່​ຮ້ານ​ກາ​ເຟ​ແຫ່ງ​ໜຶ່ງ​ທີ່​ຮ່າ​ໂນ້ຍ. ​ໃນ​ເບື້ອງ​ຕົ້ນ, ຊຸດ​ຮຽນ​ມີ​ນັກຮຽນ​ພຽງ​ສອງ, ສາມ​ຄົນ​ເທົ່າ​ນັ້ນ. ​ແຕ່​ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ຈູງ​ຮ່ວາ, ບັນດາ​ຊຸດ​ຮຽນ​ຂອງ​ທ່ານກໍ່​ຖືກ​ຈັດ​ຂຶ້ນ​ຢູ່​ຫ້ອງ​ປະຊຸມ​ເຂດ​ຊຸມ​ຊົນ​ເລກ 9, ​ແຕ່ລະ​ສັບປະດາ 8 ຄາບ. ປະຈຸ​ບັນ, ຈຳນວນ​ນັກຮຽນ​ເຂົ້າ​ຮ່ວມ​ຊຸດ​ຮຽນ​ໄດ້​ຂຶ້ນ​ເຖິງ 400 ຄົນ.

ອະດີດນັກຮົບອາເມລິກາເປີດຫ້ອງຮຽນພາສາອັງກິດໂດຍບໍ່ເສຍຄ່າ - ảnh 3
(ພາບ: ອິນເຕີແນດ)

        “ຂ້າພະ​ເຈົ້າ​ປະ​ທັບ​ໃຈທີ່​ສຸດຕໍ່​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ນັກຮຽນ​ຢູ່​ທີ່​ນີ້​. ຂ້າພະ​ເຈົ້າ​ເຫັນ​ວ່າ, ຄວາມ​ຕ້ອງການ​ຮຽນ​ພາສາ​ອັງກິດ ​ຂອງ​ຊາວ​ຫວຽດນາມ ຫຼາຍ​ທີ່ສຸດ.​ ແຕ່​ເສຍດາຍ, ​ຂ້າພະ​ເຈົ້າ​ມີ​ບ່ອນ​ຮຽນ​ພຽງ​ຫ້ອງ​ດຽວ​ເທົ່າ​ນັ້ນ, ບໍ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຮຽນ​ພາສາ​ອັງກິດຂອງ​ຊາວ​ຫວຽດນາມ​ໄດ້ “.

        ​ເມື່ອ​ແບ່ງປັນ​ກ່ຽວ​ກັບ​ຄວາມ​ຫວັງ​ຂອງ​ຕົນ​ໃນ​ອະນາຄົດ. Paul George Harding ​ໃຫ້​ຮູ້ວ່າ, ທ່ານຢາກ​ເປີດ​ຫ້ອງ​ຮຽນພາສາ​ອັງກິດ​ຫຼາຍ​ຫ້ອງ​ຕື່ມ​ອີກ​ຢູ່​ເມືອງ​ຕ່າງໆ​​ໃນ​ນະຄອນ​ຮ່າ​ໂນ້ຍ ກໍ່​ຄື​​ໃນ​ຫຼາຍ​ທ້ອງ​ຖີ່​ນຂອງ​ຫວຽດນາມ, ດ້ວຍ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ຜູ້​ອາສາ​ສະໝັກ​ຫຼາຍ​ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ