ຮູບ​ແບບ​ເສດ​ຖະ​ກິດ​ໃໝ່ ລ້ຽງ​ປາ​ນ້ຳ​ເຢັ​ນ

(VOVWORLD) - ເມືອງຮ່າກ໋ວາງ, ແຂວງກ໋າວບັ່ງມີເງື່ອນໄຂທຳມະຊາດທີ່ເອື້ອອຳນວຍເພື່ອພັດທະນາອາຊີບລ້ຽງປານ້ຳເຢັນ.  ໂດຍໝູນໃຊ້ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວຂອງທ້ອງຖິ່ນ, ໃນຊຸມປີຜ່ານມາ ບາງຄອບຄົວໄດ້ທົດລອງຮູບແບບລ້ຽງປາຄາເວຍ, ໃນເບື້ອງຕົ້ນໄດ້ປະສົບຜົນສຳເລັດສ່ວນໃດໜຶ່ງ, ປະກອບສວ່ນປັບປຸງລາຍຮັບຄອບຄົວ ແລະ ເປີດທິດທາງພັດທະນາເສດຖະກິດໃໝ່ໃຫ້ແກ່ປະຊາຊົນແຫ່ງນີ້.

ຮູບ​ແບບ​ເສດ​ຖະ​ກິດ​ໃໝ່ ລ້ຽງ​ປາ​ນ້ຳ​ເຢັ​ນ - ảnh 1ຮູບແບບລ້ຽງປານ້ຳເຢັນ (ພາບ: VOV)

ມາຕາແສງ ເຈື່ອງຮ່າ, ເມືອງຮ່າກ໋ວາງ, ຖາມກ່ຽວກັບຮູບແບບລ້ຽງປາໃຫຍ່ທີ່ສຸດຢູ່ຕາແສງ, ຜູ້ໃດກໍ່ຮູ້ຈັກເຖິງຟາມລ້ຽງປາຄາເວຍ ຖ໋າວກົງຂອງ ຄອບຄົວເອື້ອຍ ດ່າມທິຖ໋າວ. ນີ້ແມ່ນຄອບຄົວທຳອິດທີ່ນຳປາຊະນິດນີ້ມາລ້ຽງທົດລອງຢູ່ທ້ອງຖິ່ນ. ເອື້ອຍຖ໋າວ ໄດ້ຢ້ຽມຢາມສຶກສາ ຮູບແບບລ້ຽງ ປາຄາເວຍ ຢູ່ເທດສະບານ ຊາປາ, ຫຼັງຈາກນັ້ນ ເອື້ອຍຕັດສິນໃຈ ລົງທຶນກໍ່ອ່າງລ້ຽງປາ, ຕິດຕັ້ງລະບົບເຄື່ອງຈັກສູບນ້ຳ, ທໍ່ສົ່ງນ້ຳ, ຊື້ພັນປາ, ອາຫານ... ຍ້ອນມີແຫຼ່ງນ້ຳແບບທຳມະຊາດໃນຕະຫຼອດປີ ຈາກຫວຍ ເລນິນ, ດັ່ງນັ້ນການລ້ຽງປາຈຶ່ງ ມີຄວາມສະດວກຫຼາຍ. ເອື້ອຍຖ໋າວໄດ້ຊອກຫາບັນດາທີ່ຢູ່ສະໜອງປາພັນທີ່ມີ ຊື່ສຽງຢູ່ ແຂວງ ລາວກາຍ, ແຂວງອຽນບ໊າຍເພື່ອຊື້ປາພັນທີ່ດີ, ຮັບປະກັນຄຸນນະພາບ. ຈາກການລ້ຽງທົດລອງ ຢູ່ 2 – 3 ອ່າງນ້ອຍໆໃນເບື້ອງຕົ້ນ, ມາຮອດປັດຈຸບັນ, ຟາມປາຄາເວຍຂອງຄອບຄົວເອື້ອຍ ດ່າມທິຖ໋າວໄດ້ເປີດກວ້າງເນື້ອທີ່ລ້ຽງປາຂຶ້ນເຖິງ 800 ຕາແມັດ ດ້ວຍ 10 ອ່າງລ້ຽງປາ, ລ້ຽງແຕ່ 4000 – 5000 ໂຕ/ປີ, ມີສະມັດຕະພາບປະມານ 5 – 7 ໂຕນ. ເອື້ອຍດ່າມທິຖ໋າວໃຫ້ຮູ້ວ່າ:

ປາຄາເວຍ ກໍ່ຄ້າຍຄືກັນກັບປາຊະນິດອື່ນໆໂດຍພື້ນຖານ. ແຕ່ເຖິງຢ່າງໃດກໍຕາມ ຕ້ອງລ້າງອ່າງລ້ຽງປາໃຫ້ສະອາດເປັນປະຈຳ. ປາຄາເວຍໃຫຍ່ມີນ້ຳໜັກຂຶ້ນເຖິງ ຫຼາຍສິບກີໂລກຼາມ ແຕ່ຄອບຄົວຂ້າພະເຈົ້າໄດ້ຂາຍປາເມື່ອມີນ້ຳໜັກແຕ່ 2 ກີໂລກຼາມຂຶ້ນໄປ.

ປັດຈຸບັນ, ປາຄາເວຍ ມີລາຄາປະມານ 300.000ດົ່ງ/ກີໂລກຼາມ (ກ່ວາ 12 USD/ກີໂລກຼາມ). ການລ້ຽງປາອາດສາມາດ ນຳມາເຊິ່ງລາຍຮັບນັບຮ້ອຍລ້ານດົ່ງ/ປີ. ເພື່ອໃຫ້ປາມີການພັດທະນາດີ, ແຕ່ລະມື້ຕ້ອງໃຫ້ປາກິນ 3 ຄາບ, ພ້ອມທັງຕິດຕາມປະລິມານອາຫານຂອງປາ ເພື່ອໃຫ້ປັບໃຫ້ເໝາະສົມ. ລຸງ ງຸຍວັນແທັງ ຜູ້ລ້ຽງປາຄາເວຍ ຢູ່ຕາແສງ ເຈື່ອງຮ່າ ໃຫ້ຮູ້ວ່າ:

ປາຄາເວຍ ເໝາະກັບສະພາບການນ້ຳເຢັນ ດັ່ງນັ້ນ ຄອບຄົວຂ້າພະເຈົ້າຕ້ອງນຳໃຊ້ຕາໜ່າງບັງແດດໂດຍ. ຮູ້ໄດ້ເຖິງພະຍາດທີ່ມັກເປັນ ແລະ ຄວາມລຶ້ງເຄີຍຂອງປາ ດັ່ງນັ້ນການລ້ຽງກໍ່ງ່າຍຂຶ້ນ.

ຮູບ​ແບບ​ເສດ​ຖະ​ກິດ​ໃໝ່ ລ້ຽງ​ປາ​ນ້ຳ​ເຢັ​ນ - ảnh 2ປາຄາເວຍ ໄດ້ຂາຍໃຫ້ບັນດາຮ້ານອາຫານຢູ່ນະຄອນ ກ໋າວບັ່ງ (ພາບ: VOV)

ປາຄາເວຍ ນ້ຳເຢັນນຳມາເຊິ່ງລາຍຮັບສູງ ແຕ່ເງິນລົງທຶນກໍ່ຫຼາຍ. ການລ້ຽງປາປະສົບຜົນສຳເລັດດ້ວຍສະມັດຕະພາບ ແລະ ຄຸນນະພາບສູງໄດ້, ເປີດແງ່ຫວັງໃໝ່ໃຫ້ການພັດທະນາເສດຖະກິດກະສິກຳເວົ້າລວມ ແລະ ສິນໃນນ້ຳເວົ້າສະເພາະໃນບໍລິເວນແຂວງ, ປະກອບສ່ວນແກ້ໄຂບັນຫາວຽກເຮັດງານທຳ ແລະ ຍົກສູງລາຍຮັບໃຫ້ແກ່ປະຊາຊົນເຂດຊາຍແດນ ຮ່າກ໋ວາງ. ທ່ານ ຈ້ຽວວັນທ້ວນ, ຮອງເລຂາຄະນະພັກ, ປະທານຄະນະກຳມະການຕາແສງ ເຈືອງຮ່າ ໃຫ້ຮູ້ວ່າ:

ໂດຍເສີມຂະຫຍາຍຄວາມສາມາດບົ່ມໃຊ້ອນທ່າແຮງກ່ຽວກັບແຫຼ່ງນ້ຳ ແລະ ດິນຟ້າອາກາດຂອງທ້ອງຖິ່ນ. ເພື່ອປະຕິບັດຮູບແບບລ້ຽງປາຄາເວຍໄດ້ເປັນຢ່າງດີ, ອຳນາດການປົກຄອງທ້ອງຖິ່ນ ຍາມໃດກໍ່ລະດົມກຳລັງໃຈ, ຊຸກຍູ້ພໍ່ແມ່ປະຊາຊົນເສີມຂະຫຍາຍຄວາມມານະພະຍາຍາມພັດທະນາຮູບແບບເສດຖະກິດໃໝ່ຕິດພັນກັບບັນດາໂຄງການເປົ້າໝາຍແຫ່ງຊາດ ໜູນຊ່ວຍພໍ່ແມ່ປະຊາຊົນພັດທະນາເສດຖະກິດຈາກການລ້ຽງປາຄາເວຍຕິດພັນກັບການພັດທະນາການທ່ອງທ່ຽວ.

ປັດຈຸບັນ, ເມືອງ ຮ່າກ໋ວາງ ໄດ້ພັດທະນາ ຮູບແບບລ້ຽງປາຄາເວຍຢູ່ຕາແສງ ງອກດ່າວຕື່ມອີກ. ພ້ອມທັງ, ສົ່ງເສີມປະຊາຊົນລົງທຶນຮູບແບບລ້ຽງປາຄາເວຍ ໃຫ້ຫຼາຍກ່ວາອີກ, ຈັດຕັ້ງບັນດາຊຸກຝືກອົບຮົບ, ແນະນຳເຕັກນິກລ້ຽງປາໃຫ້ພໍ່ແມ່ປະຊາຊົນ ເພື່ອຍົກສູງຄຸນນະພາບປາຄາເວຍ ຈາກນັ້ນ, ກໍ່ມຸ່ງໄປເຖິງການສ້າງປາຄາເວຍ ໃຫ້ກາຍເປັນຜະລິດຕະພັນທີ່ນຳມາເຊິ່ງຄຸນຄ່າທາງດ້ານເສດຖະກິດສູງ ແລະ ມີລັກສະນະທີ່ເປັນເອກະລັກສະເພາະຂອງເຂດ, ຄ່ອຍໆຊ່ວຍພັດທະນາຮູບແບບລ້ຽງປາຄາເວຍ ຕາມທິດຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ