ຮ້ານກາເຟ ກາດ, ບໍລິເວນທະເລຢູ່ນະຄອນຫຼວງ ຮ່າໂນ້ຍ


(vovworld) - ​ເພື່ອ​ຊອກ​ຫາ​ຮ້ານ​​​ກາ​ເຟ​​ແຊບຢູ່ ຮ່າ​ໂນ້ຍ​ແມ່ນ​ບໍ່​ຍາກ. ​ແຕ່​ຢາກ​ຊອກ​ຮ້ານ​ກາ​ເຟທັງ​ງາມ, ທັງມີ “​ສີສັນ​ພິ​ເສດສະ​ເພາະ“ ພັດ​ຍາກ​ຢູ່. ຮ້ານ​ກາ​ເຟກາດ (ຮ້ານ​ກາ​ເຟດິນຊາຍ), ​ແມ່ນ​ຮ້ານ​ກາ​ເຟທີ່​ຕອບ​ສະໜອງ​ໄດ້​ທັງ​ສອງ​ມາດຖານ​ດັ່ງກ່າວ. “ສີສັນ​ພິ​ເສດສະ​ເພາະ“ ຢູ່​ທີ່​ນີ້​ນັ້ນ​ແມ່ນ​ການ​ອອກ​ແບບບໍລິ​ເວນ​ຂອງ​ຮ້ານ. ​ໃນ​ບົດ​ສາລະ​ຄະດີມື້​ນີ້, ພວກ​ເຮົາ​ຂໍ​ແນະນຳ​ຮ້ານກາ​ເຟກາດ, ຜ່ານ​ບົດ​ຂຽນ​ຂອງ ຢ້ຽວຮົ່ງ, ນັກ​ຂ່າວວິທະຍຸ​ກະຈາຍສຽງ ຫວຽດນາມ.

ຮ້ານກາເຟ ກາດ, ບໍລິເວນທະເລຢູ່ນະຄອນຫຼວງ ຮ່າໂນ້ຍ - ảnh 1
ກາເຟ Kát ທີ່ຮ່າໂນ້ຍ

​ເວລາ 11 ​ໂມງ​ມື້​ຕົ້ນ​ສັບປະດາ, ​ແສງ​ແດດ​ຮ້ອນ​ເອົ້າ​ທ້າຍ​ລະດູ​ຮ້ອນ​ເຮັດ​ໃຫ້​ທຸກ​ຄົນຮູ້​ສຶກຄື​ດັ່ງ​ຖືກ​ດາດ. ​ແຕ່​ເມື່ອ​ເຂົ້າ​ຮ້ານ​ກາ​ເ​ຟກາດ, ຕັ້ງ​ຢູ່​ຖະໜົນ ​ໂຮ່ດັກ​ຢີ ພັດ​ຮູ້ສຶກ​ວ່າເຢັນ​ສະບາຍ​ທີ່​ສຸດ. ການ​ອອກ​ແບບ​ຕົ້ນຕໍ​ຂອງ​ຮ້ານແມ່ນ​ສຸມ​ໃສ່ຊັ້ນ 3 ​ແລະ ຊັ້ນ 4. ​ໂຕະ​ຕັ່ງນ້ອຍໆ 5 ຊຸດຖືກ​ວາງ​ເທິງ​ຊັ້ນ​ດິນ​ຊາຍ​ຂາວ​ແຫຼກ​, ໜາ 15 cm. ​ແສງ​ແດດ​​ສ່ອງ​ແສງ​ລົງ​ມາຜ່ານ​ຝາ​ຜະໜັງ​ດ້ວຍແກ້ວ ຍິ່ງ​ເຮັດ​ໃຫ້​ດິນ​ຊາຍ​ເຫຼື້ອມ​ແວວ​ວາວກວ່າ. ນັ່ງ​ຢູ່​ໃນ​ຮ້ານ, ຜ່ານ​ຝາ​ແກ້ວ, ​ແຂກ​ສາມາດ​ມອງ​ເຫັນ​ໜອງ​ນຳ້​ຂຽວ​ສະອາດ​, ພ້ອມ​ກັບ​​ແຖວຕົ້ນ​ໄມ້ຂຽວ​ອຸ່ມ​ທູ່​ມທີ່​ສັ່ນ​ສະ​ເທືອ​ນຕາມ​ສາຍ​ລົມຢູ່​ນອກ​ໄດ້. ​ເຖິງ​ວ່າ​ຮ້ານ​ຕັ້ງ​ຢູ່​ຕາມ​ຖະໜົນ​ທີ່​ມີ​ລົດ​ລາງ​ແລ່ນ​ໄປມາ​ຢ່າງ​ຄຶກ​ໂຄມ​ໜາ​ແໜ້ນ​ກໍ່ຕາມ, ​ແຕ່​ຢູ່​ໃນ​ຮ້ານ​ມີແຕ່​ຟັງສຽງ​ດົນຕີ​ທັງ​ໜຸ່ມ​ແໜ້ນ​ທັງ​ຟົດ​ຟື້ນ​​ໄດ້ເທົ່າ​ນັ້ນ. ຢູ່​ຕິດ​ກັບ​ຝາ​ຜະໜັງ​ດ້ວຍແກ້ວ, ບ່ອນ​ທີ່​ຮັບ​ແສງ​ແດດ​ຫຼາຍ​ກວ່າ​ໝູ່​ໃນ​ຮ້ານ​ ມີ​ຕັ່ງ ​ໂຊ​ຟາ 2 ໜ່ວຍ, ​ພ້ອມ​ກັບ​ໝອນ​ຫຼາຍ​ໜ່ວຍທີ່​ມີ​ສີ​ຫຼາກ​ຫຼາຍ. ​ເອື້ອຍ ຮັ່ງ​ ພ້ອມ​ກັບ​ໝູ່​ເພື່ອນ​ເລືອກ​ເອົາ​ບ່ອນ​ນັ່ງ​ທີ່​ສາມາດ​ມອງ​ເຫັນ​ໜອງ​ນຳ້​ໄດ້. ພວກ​ເອື້ອຍ​ພວມ​ເມົາ​ມົວ​ຫວນ​ຄືນ​ອະນຸສອນ​​​ເວລາ​ຍັງ​ເປັນ​ນັກຮຽນ​. ​ເອື້ອຍ ຮັ່ງ ທັງ​ໂອ້​ລົມ, ທັງ​ຈົກ​ດິນຊາຍ​ແລ້ວ​ປ່ອຍລົງ​ຕີນ​ຂອງ​ຕົນ, ສ່ວນ​ພວກເພື່ອນຜູ້​ອື່ນ​ກໍ່​ເຊື່ອງ​ຕີນ​​ໃຕ້​ຊັ້ນດິນຊາຍ​ຄື​ດັ່ງ​ພວມ​ຫຼົກ​ລີ້​ແສງ​ແດດ. ​ເຖິງ​ວ່າ​ບ່ອນເຮັດ​ວຽກ​​ເອື້ອ​ຍ ຮັ່ງ ຫ່າງ​ຈາກ​ຮ້ານ​ກາ​ເຟ​ເຖິງ​ເກືອບ 5 ຫຼັກກໍ່ຕາມ, ​ແຕ່​ເອື້ອຍກໍ່​ຍາດ​ເວລາ​ພັກຜ່ອນ​ໃນ​ຕອນ​ທ່ຽງ​ເພື່ອ​ໄປ​ຢາມ ​ແລະ ກິນ​ກາ​ເຟ​ໃນຮ້ານນີ້, ບໍ່​ແມ່ນ​ວ່າ​ຍ້ອນ​ມີ​ອາຫານ​ແຊບ, ​ເຄື່ອງ​ດື່ມ​ພິ​ເສດ, ຫາກ​ຍ້ອນ​ວ່າ​ຮ້ານ​ມີ​ດິນຊາຍ:

ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ມາ​ຮ້ານ​ກາ​ເຟນີ້ຜ່ານ​ການ​ແນະນຳ​ຂອງ​ໝູ່​ເພື່ອນ. ຂ້າພະ​ເຈົ້າ​ເຫັນ​ວ່າ​ບໍລິ​ເວນ​ຢູ່​ທີ່​ນີ້​ຈັບ​ອົກ​ຈັບ​ໃຈ ​ແລະ ​ມີ​ສີສັນ​ພິ​ເສດ​ສະ​ເພາະ, ທັງ​ດື່ມ​ກາ​ເຟ, ທັງ​ເຊື່ອງ​ຕີນ​ໃຕ້​ຊັ້ນ​ດິນຊາຍ​ຂາວ​ສະອາດ, ຂ້າພະ​ເຈົ້າຮູ້ສຶກ​ວ່າ​ມີ​ຄວາມ​ສະຫວາດ​ສະ​ເຫວີຍຄື​ດັ່ງ​ໄດ້​ກັບ​ຄືນ​ອານຸສອນ​ຍາມ​ເຍົາ​ໄວ​ຂອງ​ຕົນທີ່​ໄດ້​ລະ​ຫຼິ້ນ​ຢູ່ເຂດ​ຫາດ​ຊາຍ​ທະ​ເລ. ບໍລິ​ເວນ​ໃນ​ຮ້າ​ນໄດ້​ຮັບ​ການ​ອອກ​ແບບຢ່າງ​ງ່າຍດາຍ,​​ແຕ່​ພັດ​ສ້າງ​ຄວາມ​ປະ​ທັບ​ໃຈຢູ່, ​ເຮັດ​ໃຫ້​ແຂກ​ຮູ້ສຶກ​ຄື​ວ່າ​ພວມ​ນັ່ງ​ຢູ່ຫາດ​ຊາຍ​ທະ​ເລ​ແທ້ໆ, ​​ແຕ່ເຄື່ອງ​ດື່ມ​ກໍ່​ບໍ່​ແພງ, ຫາກມີ​ລາຄາ​ເທົ່າ​ກັບ​ຮ້ານ​ກາ​ເຟອື່ນໆ, ດ່ັງນັ້ນ​ຂ້າພະ​ເຈົ້າ​ຄິດ​ວ່າ, ນີ້​ຈະ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ແຂກ​ມາ​ດື່ມ​ກາ​ເຟ“.

ຮ້ານກາເຟ ກາດ, ບໍລິເວນທະເລຢູ່ນະຄອນຫຼວງ ຮ່າໂນ້ຍ - ảnh 2

ຫ່າງ​ຈາກ​ບ່ອນ​ເອື້ອຍ​ ຮັ່ງ​ ນັ່ງ​ປະມານ 2 ​ແມັດ, ຫຼານ ​ແທງ​ລາມ​ ພວມ​ຫຼິ້ນ​ດິນຊາຍ​ພ້ອມ​ກັບ​ເຄື່ອງ​ຫຼິ້ນ​ດ້ວຍ​ຢາງ​ຄື: ຫຼົ້ວ, ຊາມ... ຢູ່​ໃກ້​ບ່ອນແມ່​ນັ່ງ. ​ເມື່ອຮູ້​ວ່າ​ຈະ​ໄດ້​ມາ​ຮ້ານ​ກາ​ເຟກາດ, ຫຼານ​ໄດ້​ເອົາ​ເຄື່ອງ​ຫຼິ້ນ​ເຊິ່ງພໍ່​ຊື້​ມາ​ໃຫ້​ໃນ​ໂອກາດ​ໄປ​ອາບ​ນ້ຳ​ທະ​ເລ​ເມື່ອ​ເດືອນ 6 ​ໄປ​ນຳ.

ຫຼານ​ມັກ​ມາ​ນີ້​ຫຼາຍ, ຫຼານ​ມາ​ນີ້​ກັບ​ແມ່​ສອງ, ສາມ​ເທື່ອ​ແລ້ວ. ​ແມ່​ໂອ້​ລົມ​ກັບ​ເພື່ອນ, ສ່ວນ​ຫຼານ​ນັ່ງ​ຫຼິ້ນ​ດິນຊາຍ​​ແຕ່​ຜູ້​ດຽວຄື​ດັ່ງ​​ໄດ້ໄປ​ທະ​ເລ​ແທ້ໆ“.

​ເທິງ​ຝາ​ຜະໜັງ​ສີຂາວ​ຖືກ​ແຂວນ​ບັນດາ​ໂຕ​ຫອຍ​ໃຫຍ່​ເທົ່າ​ກັບ​ກຳມື​ທີ່​ປູກ​ເຄືອ​ໄຕ່. ນອກ​ນັ້ນ​ຍັງ​ປະດັບ​ປະດາ​ດ້ວຍ​ມອງຫາ​ປາ​ເກົ່າອີກ, ​ເທິງ​ພື້ນສີ​ຂີ້​ເທົ່າ​ຂອງ​ມອງ​ຫາ​ປາ​ແມ່ນ​ພົ້ນ​ເດັ່ນ​ຂຶ້ນ​ດ້ວຍທຸ່ນ​ລອຍ​ສີ​ສົ້ມ ​ແລະ ສະໝໍ​ສີຟ້າ. ​ເທິງ​​ໂຕະ​ວາງ​ຕົ້ນ​ໄມ້​ນ້ອຍໆ, ພ້ອມ​ກັບ​ຕະກຽງ​​ເຕືອນ​ພາຍຸ​ດ້ວຍ​ຫຼາຍ​ສີ. ອັນ​ໄດ້​ສ້າງ​ຄວາມ​ຮູ້ສຶກ​ວ່າ​ພວມ​ຢູ່​ໃນ​ຫາດ​ຊາຍ​ທະ​ເລ​ທີ່​ຮົກ​ເຮື້ອວ່າງ​ເປົ່າ. ອ້າຍ ຮ່າ, ຜູ້​ຄຸ້ມ​ຄອງ​ຮ້ານ​ກາ​ເຟ​ໃຫ້​ຮູ້​ວ່າ: ດິນຊາຍ​ຢູ່​ໃນ​ຮ້ານ​ແມ່ນ​ຖືກ​ນຳ​ມາ​ຈາກ​ທະ​ເລ ຍາ​ຈາງ​ຈຶ່ງ​ມີ​ສີຂາວ​ຄື​ແນວ​ນັ້ນ:

ປະຈຸ​ບັນ, ຮ້ານ​ກາ​ເຟ​ໃຫຍ່, ນ້ອຍ​ມີ​ນັບ​ຮ້ອຍ​ແຫ່ງ, ​ແຕ່ລະ​ຮ້ານ​ກໍ່​ມີ​ຄວາມ​ດຶງ​ດູດ​ສະ​ເພາະ, ​ແລະ​ຮ້ານ​ກາ​ເຟກາດ​ກໍ່​ມີ​ຈຸດປະສົງ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ແຂກ. ນອກ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຍັງ​ຢາກ​ສ້າງ​ບໍລິ​ເວນ​ແບບ​ທຳ​ມະ​ຊາດ​ເພື່ອ​ໃຫ້​ແຂກ​ຮູ້ສຶກ​ສະບາຍ​ໃຈ​ທີ່​ສຸດ“.

ມີ​ເດັກນ້ອຍ​ບາງ​ຄົນ​ນຸ່ງ​ຊຸດ​ເຄື່ອງ​ແບບ​ມັດທະຍົມ​ຕອນ​ປ່າຍ​ເຂົ້າ​ຮ້ານ. ​ໃນ​ເວລາ​ລໍຖ້າ​ເຄື່ອງ​ດື່ມ, ພວກ​ເພື່ອນ​ໜຸ່ມ​ຍາດ​ເວລາ Selfie ​ແລະ ​ອ້າງ​ກັນຮູບ​ພາບທີ່​ຕົນ​ຫາ​ກໍ່​ຖ່າຍ​ດ້ວຍ smart phone. ອ້າຍ ຮ່າ, ນັກ​ຄຸ້ມ​ຄອງ ຮ້ານ​ໃຫ້​ຮູ້​ວ່າ: ຍ້ອນ​ກຳ​ໄດ້​ຈິດ​ຕະຂອງ​ໄວ​ໜຸ່ມ​ຍຸກ​ປະຈຸ​ບັນ, ດັ່ງ​ນັ້ນ​ຮ້ານ​ຕ້ອງ​ງາມ ​ແລະ ມີ​ສີສັນ​ພິ​ເສດສະ​ເພາະ​ຈຶ່ງ​ສາມາດ​ດຶງ​ດູດ​ແຂກ​ໄດ້.

ພວກ​ເພື່ອນ​ໜຸ່ມ​ເຂົ້າ​ຮ້ານ​ດື່ມ​ກາ​ເຟ, ​ຖ່າຍຮູບ​ເປັນ​ທີ່​ລະ​ນຶກ. ພວກ​ຂ້າພະ​ເຈົ້າ​ຮູ້​ຄວາມ​ນິຍົມ​ຂອງ​ທຸກ​ຄົນ​ແມ່ນ check in, ດັ່ງ​ນັ້ນ​ຈຶ່ງ​ອອກ​ແບບ​ໃຫ້​ຮ້ານ​ມີ​ສີສັນ​ພິ​ເສດສະ​ເພາະ​ເພື່ອ​ດຶງ​ດູດ​ແຂກ. ​ເບິ່ງ​ລ້າໆ​ເຫັນ​ວ່າ​ທຳ​ມະ​ດາ​ງ່າຍດາຍ, ​ແຕ່​ເມື່ອ​ຖ່າຍຮູບ​ກໍ່​ເຫັນ​ວ່າ​ງາມ​ຫຼາຍ, ​ເພາະວ່າ​ໃນ​ກາງ​ເວນ​ມີ​ແສງແດດ, ​ໃນ​ຍາມ​ກາງຄືນ​ພັດງາມ​ແບບ​ມະຫັດສະຈັນ​ດ້ວຍ​ແສງ​ໄຟຟ້າ​ທີ່​ມີ​ສີ​ຫຼາກຫຼາຍ“.

ດິນຊາຍ​ຢູ່​ທີ່​ນີ້​ໄດ້​ຮັບ​ການ​ເຂິງ​ໃຫ້​ສະອາດ​ໃນ​ແຕ່​ລະ​ສັບປະດາ. ລາຄາ​ເຄື່ອງ​ດຶ່ມ​ໃນ​ຮ້ານ​ແມ່ນ​ແຕ່ 25.000-60.000 ດົ່ງ, ອີງ​ຕາມ​ເຄື່ອງ​ດຶ່ມ​ແຕ່​ລະ​ຊະນິດ. ລາຄາ​ນີ້​​ແມ່ນ​ບໍ່​ແພງ​ສຳລັບ​ຮ້ານ​ໜຶ່ງ​ທັງ​ສວຍ​ງາມ, ທັງ​ມີ​ສີສັນ​ພິ​ເສດສະ​ເພາະ. ອ້າຍ ຮ່າ ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ, ​ແຕ່​ລະ​ມື້​ຮ້ານ​ໄດ້​ຕ້ອນຮັບ​ແຂກ​ກວ່າ 100 ຄົນ, ​ແຂກ​ມາ​ຫຼາຍ​ທີ່​ສຸດ​ແມ່ນ​ໃນ​ຍາມ​ຄຳ່​ຄືນ​ທ້າຍ​ສັບປະດາ. ດັ່ງ​ນັ້ນ, ຖ້າ​ຫາກ​ເພື່ອນ​ຢາກ​ມາ​ດຶ່ມກາ​ເຟ​ໃນ​ຮ້ານ​ນີ້​ຢ່າ​ລືມ​ຈອງ​ບ່ອນ​ກ່ອນ​ຜ່ານ​​ເບີ​ໂທ: 0972 22 52 92 ​ແດ່​ແດີ.

 

ຕອບກັບ

ຂ່າວ/ບົດ​ອື່ນ