ຮ້ານກາເຟ “ ລີ້ງ ” - ບ່ອນເກັບຮັກສາອະນຸສອນສະໄໝສົງຄາມ

    

ຮ້ານກາເຟ “ ລີ້ງ ” - ບ່ອນເກັບຮັກສາອະນຸສອນສະໄໝສົງຄາມ - ảnh 1
ຮ້ານ​ກາ​ເຟ “ ລີ້​ງ ”ຢູ່​ຖະໜົນ​ ຮ່າງ​ບວ​ມ ​ໃນ​ຄຸ້ມ​ຖະໜົນ​ເກົ່າ ຮ່າ​ໂນ້ຍ
   (ພາບ : vanhoadoisong)


ໂດຍ​ຕັ້ງ​ຢູ່​ຖະໜົນ​ ຮ່າງ​ບວ​ມ ​ໃນ​ຄຸ້ມ​ຖະໜົນ​ເກົ່າ ຮ່າ​ໂນ້ຍ, ຮ້ານ​ກາ​ເຟ “ ລີ້​ງ ” ໝາຍ​ເຖິງ​ນັກຮົບ ​ໄດ້​ເຮັດ​ໃຫ້​ຫຼາຍ​ຄົນ​ມີ​ຄວາມ​ສົນ​ໃຈ ຍ້ອນ​ຖືກ​ປະດັບ​ປະດາ​ປຽບ​ເໝືອນ​ຕູບ​ທະຫານ​ເຄື່ອນ​ທີ່​ໃນ​ສະ​ໄໝ​ສົງຄາມ. ​ເມຶ່ອ​ເຂົ້າ​ໄປ​ດື່ອມກາ​ເຟ​ໃນ​ຮ້ານ, ຜູ້​ຄົນ​ທັງຫຼາຍ​ຍັງ​ຕົກສະ​ເງີ້ ​ເພາະວ່າ​ນີ້​ບໍ່ພຽງແຕ່ແມ່ນຮ້າຍ ຂາຍກາເຟເທົ່ານັ້ນ, ຫາກຍັງປຽບເໝືອນຫໍພິພິທະພັນນ້ອຍ ທີ່ວາງສະແດງບັນດາວັດຖຸພັນທີ່ລະນຶກໃນ ປາງສົງຄາມ​ອີກ​ດ້ວຍ.                           

    ຮ້ານ​ກາ​ເຟ “ ລີ້​ງ ” ມີ​ເນື້ອ​ທີ່​ກ້ວາງ​ປະມານ 25 m­­2 , ​ແຕ່​ບັນດາ​ວັດຖຸ ​ເຄື​ອ່ງ ຂອງ​ທີ່​ວາງສະ​ແດງ​ໃນ​ຮ້ານ ​ແມ່ນ​ເຕັມ​ໄປ​ດ້ວຍ​ລັກສະນະ​ການທະຫານ. ບັນດາ​ຊຸດ​ໂຕະ​ຕັ່ງ ກໍ​ຖືກ​ເຮັດ​ຄື​ຫີບ​ບັນຈຸ​ລູກປືນ, ​ເທິງ​​ຝາ​ເຮືອນ ​ແຂວນ​ຊຸດ​ທະຫານ ຕະຫຼອດ​ຮອດ​ຫຼຽນ​ໄຊ​ຫຼຽນ​ກາ​ຂອງ​ທະຫານ​ປົດ​ປ່ອຍ. ທັງ​ໝົດ​ເຫຼົ່າ​ນັ້ນ​ລ້ວນ​ແຕ່​ແມ່ນ​ສິ່ງ​ທີ່​ຕິດ​ພັນ​ກັບ​ອ້າຍ​ທະຫານ​ປົດ​ປ່ອຍ. ​ເຈົ້າ​ຂອງ ຮ້ານ​ກາ​ເຟ “ ລີ້​ງ ” ​ແມ່ນ​ອ້າຍ ​ເລ​ຕ້ວນ​ເງັ້ຍ , ລາວ​​ໄດ້​ກຳ​ເນີ​ດ ​ແລະ ​ເຕີບ​ໃຫຍ່​ຢູ່​ຮ່າ​ໂນ້ຍ. ອ້າຍ ​ເລ​ຕ້ວນ​ເງັ້ຍ ​ເປີດ​ເຜີຍ​ວ່າ : 

      “ ຂ້າພະ​ເຈົ້າ​ຢາກ​ຖ່າຍ​ທອດ​ໃຫ້​ລຸ່ນ​ໄວ​ໜຸ່ມ​ສາມາດ​ເຂົ້າ​ໃຈ​ກ່ຽວ​ກັບຊີວິດ​ທີ່​ລຳບາກ​ກາກ​ກຳ, ​ການ​ສູ້​ຮົບ​ຂອງ​ລຸ່ນປູ​ຍ່າ​ຕາ​ຍາຍ​ໃນ​ປາງ​ສົງຄາມ​ເມື່ອ​ກ່ອນ ​ແມ່ນ​ຄື​ແນວ​ໃດ. ຂ້າພະ​ເຈົ້າ​ໄດ້​ເກັບ​ຮັກສາ​ບັນດາ​ວັດຖຸ​ເຄື່ອງ​ຂອງ​ໃນ​ສົງຄາມ ​ແລະ ຢາກ​ເຮັດ​ເປັນ​ບ່ອນ​ເພື່ອ​ໃຫ້​ບັນດາ​ຜູ້​ເປັນ​ນັກຮົບ​ເກົ່າ​ມາ​ພົບ​ກັນ ລື້​ມຄືນ​ບັນດາ​ອະນຸສອນ​​ເມື່ອ​ກ່ອນ​ນີ້ ”

    ລຸງ ຫງວຽນ​ແມ້ງ​ຫຽບ ຊຶ່ງ​ແມ່ນ​ນັກຮົບ​ເກົ່າ​ຢູ່​ເມືອງ ​ໄຕ​ໂຮ່ ​ເຄີຍ​ມາ​ນີ້​ດື່ມ​ກາ​ເຟ ​ເພື່ອ​ຫວນ​ຄືນບັນດາ​ອະນຸສອນ​ທີ່​ລຸງ​ພ້ອມ​ກັບ​ເພື່ອນ​ຮ່ວມ​ກົມ​ກອງ​ໄດ້​ຜ່ານ​ມາ​ຢູ່​ສະໜາມຮົບ​ກວາງ​ຈີ້​ທີ່​ຮ້າຍ​ກາດ. ລຸງ ຫງວຽນ​ແມ້ງ​ຫຽບ ​ເວົ້າ​ວ່າ : 

    “ ຫວນ​ຄືນ​ໄລຍະ​ສົງຄາມ, ຄາວ​ນັ້ນ​ບັນດາ​ເພື່ອນ​ຮ່ວມ​ກົມ​ກອງ​ໄດ້​ເສຍ​ສະຫຼະ​ຊີວິດ​ຢ່າງ​ຫຼວງ​ຫຼາຍ, ບາງ​ຄັ້ງ ຂ້າພະ​ເຈົ້າ​ໄດ້ມາ ຮ້ານ​ກາ​ເຟນີ້, ​ໄດ້​ເຫັນ​ບັນດາ​ວັດຖຸ​ເຄື່ອງຂອງ​ທີ່​ລະນຶກ​ໃນ​ສົງຄາມ, ຂ້າພະ​ເຈົ້າ​ຮູ້ສຶກ​ສະ​ເທື່ອ​ນ​ໃຈ, ຄິດ​ຮອດ​ຄິດ​ເຖິງ​ເພື່ອນ​ຮ່ວມ​ກົມ​ກອງ ​ແລະ ການ​ສູ້​ຮົບ​ໃນ​ສົງຄາມ​ເມື່ອ​ກ່ອນ ”

    ​ໃນຮ້ານ​ກາ​ເຟ “ ລີ້​ງ ” ກໍ​ຍັງ​ວາງສະ​ແດງ​ບັນດາ​ວັດຖຸ​ເຄື່ອງ​ຂອງ​ຂອງ​ທະຫານ​ອາ​ເມ​ລິ​ກາ​ຄື ຊຸດ​ຂອງ​ກິນ​ກະ​ປອງ, ​ໂມງ, ໝວກ, ​ເກີບ, ມີດ​ພັບ ​ແລະ ອື່ນໆ.

 ​  ແຕ່​ລະ​ມື້ ກໍ​ມີ​ເພື່ອນ​ໜຸ່​ມຫຼາຍ​ຄົນ​ມາ​ດື່ມກ​​າເຟຢູ່​ນີ້, ມີ​ຫຼາຍ​ຄົນ​ສາມາດ​ຮູ້​ເຖິງ​ສົງຄາມ​ຜ່ານ​ຟິມຮູບ​ເງົາ​ເທົ່າ​ນັ້ນ, ​ແຕ່​ເມື່ອ​​ເຂົ້າ​ໄປ ຮ້ານ​ກາ​ເຟ “ ລີ້​ງ ” ກໍ​ລ້ວນ​ແຕ່​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ. ຫງວຽນ​ງອກ​ທ້າຍ​ພາລະ​ກອນ​ທະນາຄານ​ເວົ້າ​ວ່າ:

     “ ນີ້​ແມ່ນ​ສະພາບ​ແວດ​ລ້ອມ​ທີ່​ມິດ​ງຽບ​ຂອງ​ສົງຄາມ. ​ເຮົາ​ນັ່ງ​ດື່ມກາ​ເຟ​ໃນ​ຮ້ານ​ນີ້ ຮູ້ສຶກ​ສະຫວາດສະ​ເຫວີຍ​ຍ້ອນ​ວ່າ​ໄດ້​ຮັບ​ຟັງ​ເພງ​ທີ່​ອ່ອນ​ຊອນ, ​ໄດ້​ຮັບ​ຊົມ​ບັນດາ​ວັດຖຸ​ເຄື່ອງ​ຂອງ​ຊຶ່ງ​ໄດ້​ຕິດ​ພັນ​ກັບ​ການ​ສູ້​ຮົບ​ເພື່ອ​ກູ້​ຊາດ. ​ເຮົາ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ຄົນ​ລຸ່ນກ່ອນ ​ແລະ ຫວັງ​ວ່າ​ລຸ່ນຄົນ​ປະຈຸ​ບັນຈະ​ສືບ​ທອດ​ມູນ​ເຊື້ອ​ຂອງປູ​ຍ່າ​ຕາ​ຍາຍ​ເພື່ອ​ປົກປັກ​ຮັກສາອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ ” .

ຕອບກັບ

ຂ່າວ/ບົດ​ອື່ນ