ຮ່າໂນ້ຍ 60 ວັນ ແລະ ຄືນແຫ່ງການສູ້ຮົບທີ່ດຸເດືອດ”

ກ່ອນນີ້ 70 ປີ, ວັນ​ທີ 19/12/1946, ໂດຍ​ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​ຕ້ານ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ດ້ວຍ​ຄວາມ​ຕັດ​ສິນ​ໃຈ “ ຍອມ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຍາດ​ເອົາ​ເອ​ກະ​ລາດ​ແຫ່ງ​ຊາດ ”, ຊາວ​ນະ​ຄອນຫຼວ​ງ​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ຕ້ານ​ຝະ​ລັ່ງ. ບັນ​ດາ​ກອງ​ກຳ​ລັງ​ປ້ອງ​ກັນ​ຕົວ​ໄດ້​ທຳ​ການ​ສູ້​ຮົບ​ຢ່າງ​ດຸ​ເດືອດ, ອັນ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ໄຊ​ຊະ​ນະ​ຂອງ​ການ​ຕໍ່​ຕ້ານ​ທົ່ວ​ປະ​ເທດ.

ຮ່າໂນ້ຍ 60 ວັນ ແລະ ຄືນແຫ່ງການສູ້ຮົບທີ່ດຸເດືອດ”   - ảnh 1
ຊາວ​ນະ​ຄອນຫຼວ​ງ​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ຕ້ານ​ຝະ​ລັ່ງ. ກຳ​ລັງ​ຂອງ​ເຮົາ ​ໄດ້​ຢຶດ​ເອົາກັນເຮືອນ​ແຕ່​ລະຫຼັງ, ແຕ່​ລະ​ແຈ​ຖະ​ໜົນ

       ປີນີ້​ ເຖິງວ່າມີ​ອາ​ຍຸ 95 ປີແລ້ວ​ກໍ​ຕາມ, ແຕ່​ພັນ​ເອກ ຫງວຽນ​ຈ້ອງ​ຮ່າມ ອະ​ດີດ​ຮອງ​ຫົວ​ໜ້າ​ເສ​ນາ​ທິ​ການ​ທະ​ຫານ​ເຂດ​ນະ​ຄອນຫຼວງ ( ປະ​ຈຸ​ບັນ​ແມ່ນກອງ​ບັນ​ຊາ​ການ​ກຳ​ລັງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ) ຍັງ​ແຂ​ງ​ແຮງ​ຢູ່. ຄວາມ​ຊົງ​ຈຳ​ກ່ຽວ​ກັບ ຮ່າ​ໂນ້ຍ 60 ວັນ ແລະ ຄືນ​ແຫ່ງ​ການ​ສູ້​ຮົບ​ທີ່​ດຸ​ເດືອ​ດກ່ອນນີ້ 70 ປີ (19/12/1946-17/2/1947) ຍັງ​ຄົງ​ຝັງ​ເລິກ​ໃນ​ຈິດ​ໃຈ​ຂອງຜູ້​ເປັນ​ນັກ​ຮົບ​ນະ​ຄອນຫຼວງ. ພັນ​ເອກ ຫງວຽນ​ຈ້ອງ​ຮ່າມ ໃຫ້​ຮູ້​ວ່າ : 

    “ຄຳ​ຮຽກ​ຮ້ອງ​ທົ່ວ​ປະ​ເທດ​ທຳ​ການ​ຕໍ່​ຕ້ານ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ໃນ​ມື້​ທຳ​ອິດ​ຂອງ​ການ​ຕໍ່​ຕ້ານທີ່ມອບ​ໝາຍ​ໜ້າ​ທີ່​ໃຫ້​ທົ່ວ​ປວງ​ຊົນ​ລຸກ​ຂຶ້ນ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາ​ດ. ພວກ​ຂ້າ​ພະ​ເຈົ້າ ຊຶ່ງ​ແມ່ນ​ບັນ​ດາ​ຜູ້​ປ້ອງ​ກັນ​ນະ​ຄອນຫຼວງ​ໃນ​ຄ​າວນັ້ນ ໄດ້​ກຽມ​ພ້ອມ​ສູ້​ຮົບ​ຕໍ່​ໜ້າ​ການ​ເກາະ​ຜິດ​ຂອງ​ສັດ​ຕູ. ນັ້ນ​ແມ່ນ​ສິ່ງ​ທີ່​ໄດ້​ເຮັດ​ໃຫ້​ພວກ​ຂ້າ​ພະ​ເຈົ້າຮ້ອນ​ເຮັ່ງ​ທີ່​ສຸດ. ຄຳ​ຮຽກ​ຮ້ອງ​​ຂອງ​ປະ​ທານ​ໂຮ່​ຈິ​ມິນສາ​ມາດ​ຕອບ​ສະ​ໜອງ​ຕໍ່​ບັນ​ດາ​ຄວາມ​ຮ້ອນ​ເຮັ່ງ​ນັ້ນ, ພວກ​ຂ້າ​ພະ​ເຈົ້າໄດ້​ທ່າ​ທີ​ອັນ​ເດັດ​ດ່ຽວ, ລຸກ​ຂຶ້ນ​ເພື່ອ​ປົກ​ປັກຮັກ​ສາປະ​ເທດ​ຊາດ. ນີ້​ເປັນ​ພື້ນ​ຖານ​ເພື່ອ​ໃຫ້​ພວກ​ເຮົາ​ເປັນ​ເຈົ້າ​ການ​ຕີ​ສັດ​ຕູ ແລະ ເປັນ​ເຈົ້າ​ການ​ຍາດ​ເອົາ​ໄຊ​ຊະ​ນະ​ ”

       ຮອດ​ເວ​ລາ 20 ໂມງ 3 ນາ​ທີ່​ຂອງວັນ​ທີ 19/12/1946, ລະ​ບົບ​ດອກ​ໄພ​ເຍື່ອງ​ທາງ​ຢູ່​ຮ່າ​ໂນ້ຍ​ໄດ້​ຖືກມອດ​ໃນ​ພາບ​ດຽວ, ປືນ​ໃຫຍ່​ຈາກ​ຖານ​ຍິງ​ໄດ້​ຍິງ​ເພື່ອ​ເປັນ​ການ​ສົ່ງ​ສັນ​ຍານ​ອອກ​ຄຳ​ສັ່ງ​ບຸກ​ໂຈມ​ຕີ. ດ້ວຍ​ຄວາມ​ຕັດ​ສິນ​ໃຈ “ ຍອມ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຍາດ​ເອົາ​ເອ​ກະ​ລາດ​ແຫ່ງ​ຊາດ ” ຊາວ​ນະ​ຄອນຫຼວ​ງ​ໄດ້​ລຸກ​ຂຶ້ນ​ຕໍ່​ສູ້​ຕ້ານ​ຝະ​ລັ່ງ. ກຳ​ລັງ​ຂອງ​ເຮົາ ແລະ ຝະ​ລັ່ງ​ໄດ້​ຢຶດ​ເອົາກັນເຮືອນ​ແຕ່​ລະຫຼັງ, ແຕ່​ລະ​ແຈ​ຖະ​ໜົນ. ບັນ​ດາ​ກຳ​ມະ​ກອນ, ຊາວ​ໜຸ່ມ, ນັກ​ຮຽນ, ພະ​ນັກ​ງານ ພາ​ລະ​ກອນ, ພວກ​ພໍ່​ຄ້າ​ຊາວ​ຂາຍ ກໍ​ລ້ວນ​ແຕ່​ກາຍ​ເປັນ​ກຳ​ລັງ​ປ້ອງ​ກັນ​ຕົວ ພ້ອມ​ກັບ​ປະ​ຊາ​ຊົນ​ກຽ​ມ​ພ້ອມ​ສູ້​ຮົບ. ພັນ​ເອກ ຫງວຽນ​ຈ້ອງ​ຮ່າມ ເລົ່າ​ຄືນ​ສູ່​ຟັງ​ວ່າ : 

     “ ພວກ​ເຮົາ​ໄດ້​ເຈາະ​ຝາ​ເຮືອນ​ເພື່ອ​ຕິດ​ຕໍ່​ສື່​ສານ, ບໍ່​ຕ້ອງ​ອອກ​ນອກ, ຈາກ​ເຮືອນຫຼັງ​ນີ້​ສາ​ມາດ​ເຊື່ອມ​ຕໍ່​ກັບ​ເຮືອນຫຼັງ​ອື່ນ. ສັດ​ຕູ​ເຂົ້າມາ ກໍ​ບໍ່​ຮູ້ທາງ​ກ້າວ ທາງ​ຖອຍ​ຄື​ແນວ​ໃດ. ນີ້ບໍ່​ແມ່ນ​ການ​ສູ້​ຮົບ​ບົນ​ສະ​ໜາມ​ຮົບ, ຫາກ​ແມ່ນ​ການ​ສູ້​ຮົບ​ແບບກອງຫຼອນ​ໃນ​ນະ​ຄອນ.  ”

    ປ້າ​ເຢືອງ​ທິ​ທວາ ຫຼື​ເອີ້ນ​ວ່າ ເລ​ທີ,ອະ​ດີດ​ນັກ​ຮຽນ​ສັງ​ກັດ​ໂຮງ​ຮຽນ​ປະ​ຖົມ ຈຶງ​ເວືອງ ໃນ​ຄາວນັ້ນ ເລົ່າ​ຄືນ​ສູ່​ຟັງ​ວ່າ :

    “ 70 ປີ​ໄດ້​ຜ່ານ​ພົ້ນ​ໄປ, ຂ້າ​ພະ​ເຈົ້າຍັງ​ຈື​ດີ ເວ​ລາ​ທີ່​ພວກ​ຂ້າ​ພະ​ເຈົ້າໄປ​ຍັງ​ຈຸດ​ປ້ອງ​ກັນ​ເພື່ອ​ລະ​ດົມ​ກຳ​ລັງ​ໃຈ​ອ້າຍ​ເອື້ອຍ​ນ້ອງ​ນັກ​ຮົບ, ພວກ​ຂ້າ​ພະ​ເຈົ້າ​ຍັງ​ໄປ​ເອົາ​ຂ່າວ​ໃຫ້​ບັນ​ດາ​ໜັງ​ສື​ພິ​ມ ”

    ພາຍຫຼັງ​ທຳ​ການ​ສູ້​ຮົບ​ເປັນ​ເວ​ລາ 10 ວັນ, ກອງ​ທັບ ແລະ ຊາວ​ນະ​ຄອນຫຼວງ​ໄດ້​ຍາດ​ເອົາ​ສິດ​ຄວບ​ຄຸມ​ຖະ​ໜົນຫຼາຍ​ສາຍ. ເພື່ອ​ເປັນ​ເອ​ກະ​ພາບ​ໃນ​ການ​ນຳ​ພາ ແລະ ບັນ​ຊາ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ, ວັນ​ທີ 6/1/1947 ກອງ​ພັນ​​ໃຫຍ່ລະ​ຫວ່າງ​ເຂດ 1 ໄດ້​ຮັບ​ການ​ສ້າງ​ຕັ້ງ. ປ້າ​ເລ​ທີ ເວົ້າ​ວ່າ :

     “ ບຸນ​ເຕັດ​ປີ 1947 ກໍ​ແມ່ນ​ບຸນ​ເຕັດ​ພິ​ເສດ, ຂ້າ​ພະ​ເຈົ້າ​ຍັງ​ຈື​ດີ​ເນື້ອ​ໃນ​ຈົດ​ໝາຍ​ຂອງ​ປະ​ທານ​ໂຮ່​ຈິ​ມິນ​ທີ່​ຝາກເຖິງກອງ​ພັນ​ໃຫຍ່ນະ​ຄອນຫຼວງ. ພວກ​ຂ້າ​ພະ​ເຈົ້າໄດ້​ໄປ​ຍັງ​ບັນ​ດາ​ຈຸດ​ປ້ອງ​ກັນ ເພື່ອ​ອ່ານຈົດ​ໝາຍ​ຂອງ​ປະ​ທານ​ໂຮ່​ຈິ​ມິນໃຫ້​ອ້າຍ​ເອື້ອຍ​ນ້ອງ​ຟັງ. ໃນ​ຈົດ​ໝາຍ​ມີ​ຕອນ​ຂຽນ​ວ່າ : ພວກ​ນ້ອງ​ແມ່ນກອງ​ກຳ​ລັງ​ສູ້​ຮົບ​ສະຫຼະ​ຊີບ, ພວກ​ນ້ອງຍອມ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຍາດ​ເອົາ​ເອ​ກະ​ລາດ​ແຫ່ງ​ຊາດ, ໂດຍ​ຕ່າງ​ໜ້າ​ພັກ, ລັດ​ຖະ​ບານ, ພວກ​ຂ້າ​ພະ​ເຈົ້າ ອວຍ​ພອນ​ພວກ​ນ້ອງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ”.

ຕອບກັບ

ຂ່າວ/ບົດ​ອື່ນ