ຮ່າໂນ້ຍ - ຄວາມຮັກຂອງນັກເສດຖະສາດອູຣູກວາຍ

(VOVWORLD) -ເມື່ອເວົ້າເຖິງຊື່ Martin Rama, ຫົວໜ້າຄະນະນັກຊ່ຽວຊານດ້ານເສດຖະກິດຂອງທະນາຄານໂລກ ປະຈຳຫວຽດນາມ ໃນໄລຍະແຕ່ປີ 2002 – 2010, ບໍ່ມີຫຼາຍຄົນຮູ້ວ່າ ທ່ານຍັງແມ່ນນັກປະພັນຂອງບັນດາຫົວປື້ມທີ່ຂຽນກ່ຽວກັບຫວຽດນາມ, ກ່ຽວກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງນະຄອນຫຼວງຮ່າໂນ້ຍ. ມາດຳລົງຊີວິດຢູ່ຮ່າໂນ້ຍ ເປັນເວລາກວ່າ 20 ປີ, ທ່ານມີຄວາມຜູກມັດກັບດິນແດນແຫ່ງນີ້ ແລະ ໄດ້ສະຫງວນຄວາມຮັກຢ່າງສຸດເຊື້ງກ່ຽວກັບຮ່າໂນ້ຍ.

ຮ່າໂນ້ຍ - ຄວາມຮັກຂອງນັກເສດຖະສາດອູຣູກວາຍ - ảnh 1

 ຮ່າໂນ້ຍ - ຄວາມຮັກຂອງນັກເສດຖະສາດອູຣູກວາຍ

(ພາບ: vtv.vn)

ທ່ານ Martin Rama ທັງແມ່ນນັກຊ່ຽວຊານດ້ານເສດຖະກິດ, ທັງແມ່ນນັກເຄື່ອນໄຫວສິລະປະສະໝັກຫຼີ້ນ, ທ່ານໄດ້ມາຮ່າໂນ້ຍ ຄັ້ງທຳອິດໃນເດືອນ ຕຸລາ 1998 ແລະ ຫຼັງຈາກນັ້ນໄດ້ຍົກຍ້າຍມາດຳລົງຊີວິດຢູ່ທີ່ນີ້ນັບແຕ່ປີ 2002 ຮອດຕົ້ນປີ 2010, ໃນຂະນະທີ່ຮັບດຳລົງຕຳແໜ່ງເປັນຫົວໜ້າຄະນະນັກຊ່ຽວຊານດ້ານເສດຖະກິດຂອງທະນາຄານໂລກ.

        ຄວາມຮັກທີ່ທ່ານ Martin Rama ສະຫງວນໃຫ້ແກ່ຮ່າໂນ້ຍ ໄດ້ຂຽນເປັນປື້ມ “ຮ່າໂນ້ຍ - ສະຖານທີ່ເລາະ”, ໂດຍນັກແປພາສາ ຫງວຽນວັນຕຸ່ມ ແປເປັນພາສາຫວຽດ ແລະ ໄດ້ແນະນຳເຖິງມະຫາຊົນຫວຽດນາມ. “ຮ່າໂນ້ຍ - ສະຖານທີ່ເລາະ” ໄດ້ສະແດງໃຫ້ເຫັນບັນດາແງ່ມູນທີ່ເປັນເອກະລັກສະເພາະຂອງຊາວຕ່າງປະເທດຜູ້ໜຶ່ງເຊິ່ງແມ່ນນັກຊ່ຽວຊານດ້ານເສດຖະກິດກ່ຽວກັບນະຄອນ. ເຖິງວ່າ, ຮ່າໂນ້ຍ ພວມຢູ່ໃນວິວັດການຫັນເປັນຕົວເມືອງຢ່າງວ່ອງໄວກໍ່ຕາມ, ແຕ່ສຳລັບທ່ານ Martin Rama ແລ້ວ, ຮ່າໂນ້ຍ ຍັງຄົງແມ່ນແຫ່ງທີ່ເປັນໜ້າຢາກມາດຳລົງຊີວິດ. ທ່ານ Martin Rama ແບ່ງປັນວ່າ.

        “ມີ 2 ຢ່າງທີ່ເຮັດໃຫ້ຮ່າໂນ້ຍ ກາຍເປັນສະຖານທີ່, ທີໜຶ່ງແມ່ນຮ່າໂນ້ຍ ມີຄວາມອຸດົມສົມບູນກ່ຽວກັບດ້ານສະຖາປັດຕະຍາກຳ, ນັ້ນແມ່ນສະຖາປັດຕະຍາກຳຂອງຝລັ່ງ, ຈີນ, ບັນດາປະເທດໂຊວຽດ ໃນເມື່ອກ່ອນ… ຮ່າໂນ້ຍກໍ່ມີການດຳລົງຊີວິດຢ່າງຟົດຟື້ນຢູ່ພາຍນອກ, ນີ້ກໍແມ່ນຈຸດພິເສດສະເພາະບໍ່ຄືປາຣີ ແຕ່ພັດມີຄວາມສະຫງົບກວ່າ. ນີ້ກໍແມ່ນຄຳຖາມທີ່ໄດ້ວາງອອກ ເຮັດແນວໃດເພື່ອໃຫ້ພວກເຮົາອະນຸລັກຮັກສາການດຳລົງຊີວິດຄືແນວນັ້ນຂອງຮ່າໂນ້ຍ ໄວ້”.

        ໃນບົດປະພັນ ຮ່າໂນ້ຍ, ບ່ອນເລາະຫຼິ້ນຂອງຕົນ Martin Rama ໄດ້ວາດພາບເຖິງຮູບພາບຮ່າໂນ້ຍ ໃນບົດປະພັນຄືດັ່ງນາງສາວ. “ນາງສາວ” ນັ້ນຄືອາກາດ, ບາດຮ້ອນ, ບາດໜາວ ມັນເຮັດໃຫ້ບັນດາຜູ້ຢູ່ແດນໄກ ແລະ ນັບທັງຊາວຮ່າໂນ້ຍ ເອງບາງເທື່ອກໍ່ບໍ່ພໍໃຈ, ສະເພາະ Martin Rama, ຮ່າໂນ້ຍ ພັດແມ່ນນາງສາວງາມແຕ່ເອົາໃຈຍາກ.

        “ເປັນຫຍັງຂ້າພະເຈົ້າຮັກຮ່າໂນ້ຍ, ຄວາມຈິງແມ່ນຍາກທີ່ຈະມີຄຳຕອບໄດ້. ພວກເຮົາທຸກຄົນລ້ວນແຕ່ຮັກຮ່າໂນ້ຍ ແຕ່ຖ້າຕ້ອງເວົ້າຊັດເຈັນວ່າ ຮັກຍ້ອນຫຍັງ ແມ່ນຍາກຫຼາຍ. ຂ້າພະເຈົ້າກໍ່ຕັ້ງຄຳຖາມວ່າ: ສິ່ງໃດເຮັດໃຫ້ຮ່າໂນ້ຍ ມີຄວາມແຕກຕ່າງຄືແນວນັ້ນ. ໃນປື້ມຮ່າໂນ້ຍ - ບ່ອນເລາະຫຼິ້ນ ຂ້າພະເຈົ້າກໍໄດ້ເຕື້ອງເຖິງຫຼາຍສິ່ງຫຼາຍຢ່າງ, ໃນນັ້ນບັນດາເງື່ອນໄຂເຮັດໃຫ້ຮ່າໂນ້ຍ ມີຄວາມແຕກຕ່າງ ນັ້ນແມ່ນສະຖາປັດຕະຍາກຳ, ແມ່ນຊີວິດປະຈຳວັນຂອງປະຊາຊົນ”.

        ໃນໄລຍະດຳລົງຊີວິດຢູ່ຫວຽດນາມ, Martin Rama ໄດ້ສະຫງວນເວລາຫວ່າງທັງໝົດຂອງຕົນເພື່ອໄປຊອກຮູ້ຢູ່ຖະໜົນຫົນທາງທຸກສາຍໃນຮ່າໂນ້ຍ. ຄຽງຂ້າງບັນດາຈຸດເວລາຍ່າງເລາະຢູ່ຖະໜົນ ຫຼື ຂີ່ລົດຖີບ, ທ່ານໄດ້ຖ່າຍຮູບກ່ຽວກັບຮ່າໂນ້ຍ ນັບພັນແຜ່ນ. ບັນດາຮູບຖ່າຍນັ້ນໄດ້ກາຍເປັນເອກະສານທີ່ເປັນຕົວແທນທີ່ມີຊີວິດຊີວາໃນປື້ມຂອງທ່ານ, ໃນນັ້ນສ່ວນຫຼາຍແມ່ນບັນດາຮູບຖ່າຍກ່ຽວກັບສະຖາປັດຕະຍາກຳຂອງຮ່າໂນ້ຍ. ເອື້ອຍ ຮ່າຈາງ, ຜູ້ອ່ານປື້ມ “ຮ່າໂນ້ຍ - ສະຖານທີ່ເລາະ” ແບ່ງປັນງວ່າ.

        “ຂ້າພະເຈົ້າໄດ້ອ່ານປື້ມ “ຮ່າໂນ້ຍ - ບ່ອນເລາະຫຼິ້ນ” ເປັນຫຼາຍຄັ້ງ, ນີ້ບໍ່ແມ່ນປື້ມມີລັກສະນະຮ່ຳຮຽນເທົ່ານັ້ນ, ຫາກກໍ່ບໍ່ແມ່ນປື້ມຕຳລາ, ມັນແມ່ນປື້ມບັນທຶກສ່ວນຕົວຂອງທ່ານ, ດ້ວຍຄວາມຮັກທີ່ທ່ານສະຫງວນໃຫ້ແກ່ຮ່າໂນ້ຍ. ຂ້າພະເຈົ້ານັບຖືການຊອກຮູ້, ຈົດບັນທຶກພ້ອມກັບບັນດາຮູບຖ່າຍໃນຊີວິດປະຈຳວັນຂອງທ່ານ Martin Rama ກ່ຽວກັບຮ່າໂນ້ຍ ຕ້ອງແມ່ນຜູ້ຮັກຮ່າໂນ້ຍ ທີ່ສຸດ ຈຶ່ງສະຫງວນເວລາທັງໝົດເພື່ອນຳເຂົ້າບົດປະພັນຂອງຕົນໄດ້”.

        ໃນປື້ມເຊິ່ງທ່ານໄດ້ສະຫງວນອາລົມຈິດຄວາມຮັກແພງໃຫ້ແກ່ຮ່າໂນ້ຍ, ທ່ານ Martin Rama ແບ່ງປັນວ່າ: “ສິ່ງໃດທີ່ເຮັດໃຫ້ນະຄອນໜຶ່ງກາຍເປັນແຫ່ງທີ່ເປັນໜ້າມາດຳລົງຊີວິດ? ໃນຂະນະທີ່ຫຼາຍຕົວເມືອງໃຫຍ່ຢູ່ອາຊີ ພວມຂີ້ຮ້າຍລົງ ຫຼື ງ່ວມເງົ້າ, ຮ່າໂນ້ຍ ຍາມໃດກໍ່ແມ່ນນະຄອນທີ່ໜ້າຮັກ”. ສຳລັບ Martin Rama ແລ້ວ, ຮ່າໂນ້ຍ ແມ່ນແຫ່ງສາມາດຊອກຫາໄດ້ຄວາມຜາສຸກ, ຄວາມພໍໃຈ, ຫາກບໍ່ພຽງແຕ່ແມ່ນບ່ອນເພື່ອທຳມາຫາກິນ, ຫາເງິນລ້ຽງຊີບເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ