ຮ່າໂນ້ຍ,ແຫຼ່ງສະອອນໃຈເພື່ອໃຫ້ນັກປະພັນປະດິດຄິດ​ສ້າງ

(vovworld) -ນັບ​ແຕ່​ກ່ອນ​ມານີ້, ຍາກ​ທີ່​ຈະ​ນັບ​ໄດ້​ວ່າ​ມີ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ​ ຈັກ​ບົດ ​ທີ່​ຂຽນ​ກ່ຽວ​ກັບ​ຮ່າ​ໂນ້ຍ. ໃນ​ສະ​ເພາະ​ງານ​ບຸນ​ປື້ມ​ຮ່າ​ໂນ້ຍ ປີ 2014, ເຊິ່ງ​ຈັດ​ຂຶ້ນ​ເມື່ອ​ຕົ້ນ​ເດືອນຕຸ​ລາຜ່ານ​ມາ, ປື້ມ​ກ່ຽວ​ກັບ​ຮ່າ​ໂນ້ຍ​ ໄດ້ມີ​ນັບຮ້ອຍ​ຫົວ, ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ນັກ​ປະ​ພັນ, ນັກ​ກະ​ວີຫຼາຍ​ຄົນທີ່​ມີ​ຕໍ່​ຮ່າ​ໂນ້ຍ.

        ຮ່າ​ໂນ້ຍ ແມ່ນ​ທ້ອງ​ຖີ່ນ​ທີ່​ມີ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ແລະ ກິດ​ຈະ​ກຳສະ​ຖາ​ປັດ​ຕະ​ຍະ​ກຳຫຼາຍ​ແຫ່ງ. ຮ່າ​ໂນ້ຍ ​ແມ່ນ​ສາງເທບ​ນິ​ຍາຍ, ເລື່ອງ​ລາວທີ່​ໄດ້​ຝັງ​ເລິກ​ໃນດວງ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນ. ຮ່າ​ໂນ້ຍ ແມ່ນ​ແຫ່ງ​ເຕົ້າ​ໂຮມ ແລະ ແຜ່​ຂະ​ຫ​ຍາຍ, ແມ່ນ​ແຫຼ່ງສະ​ອອນ​ໃຈຢ່າງ​ລົ້ນ​ເຫຼືອ​ຂອງ​ນັກ​ປະ​ພັນ. ສຳ​ລັບ​ນັກ​ກະ​ວີ ຫວູ​ກ່ວນເຟືອງ ແລ້ວ, ຍາມ​ໃດ​ຮ່າ​ໂນ້ຍ ກໍ່​ສ້າງ​ຄວາມ​ສະ​ອອນ​ໃຈ​ຢ່າງ​ແຮງ​ເພື່ອ​ໃຫ້​ທ່ານ​ແຕ່ງ​ບົດ​ກະ​ວີ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ອັນ​ເລິກ​ເຊິ່ງ. ​ບົດ​ກະ​ວີ “ສາຍ​ໃຈ​ຂອງ​ເຮືອນ” ຂອງນັກ​ກະ​ວີ ຫວູ​ກ່ວນ​ເຟືອງ ທີ່​ພິມໃນ​ປື້ມ​​: “ຮ່າ​ໂນ້ຍ, ບົດ​ກະ​ວີ​ໃນ 10 ສະ​ຕະ​ວັດ”, ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຊາວ​ຮ່າ​ໂນ້ຍ. ທ່ານໃຫ້​ຮູ້​ວ່າ:

        “ດ້ວຍ​ຄວາມ​ສະ​ອອນ​ໃຈ​ຈາກ​ເຮືອນຫຼັງ​ທ້າຍ​ສຸດ​ຂອງ​ນະ​ຄອນ, ບ່ອນ​ທີ່​ຕິດ​ກັບ​ເຂດ​ທົ່ງ​ນາ, ທັງ​ແມ່ນບ່ອນ​​ສົ່ງ​ຊາວ​ນະ​ຄອນ​ໄປ​ອົບ​ພະ​ຍົບ ແລະ​ຮັບ​ເອົາ​​ເຄື່ອງອຸ​ປະ​ກອນ​ຮັບ​ໃຊ້​ການ​ຕໍ່​ສູ້​ທີ່​ພວມ​ດຳ​ເນີນ​ໃນ​ນະ​ຄອນ. ຂ້າ​ພະ​ເຈົ້າ​ໄດ້ຖື​ເຮືອນຫຼັງ​ນີ້​ແມ່ນ​ຕົວ​ລະ​ຄອນ​ຕົ້ນ​ຕໍ​​ໃນບົດ​ກະ​ວີຂອງ​ຕົນ. ບົດ​ກະ​ວີ​ມີ​ລັກ​ສະ​ນະ​ສະ​ຖາ​ນະ​ການ​ໃນ​ເວ​ລາ​ນັ້ນ. ສ່ວນ​ປະ​ຈຸ​ບັນ, ບົດ​ກະ​ວີໄດ້​ກາຍ​ເປັນອະ​ນຸ​ສອນ​ກ່ຽວ​ກັບ​ຮ່າ​ໂນ້ຍ.ໃນ​ບົດ​ກະ​ວີ​ຂອງ​ຂ້າ​ພະ​ເຈົ້າ, ຍາມ​ໃດ​ກໍ່​ມີເລື່ອງ​ທີ່ກ່ຽວ​ຂ້ອງ​ເຖິງ​ຮ່າ​ໂນ້ຍ ”.
ຮ່າໂນ້ຍ,ແຫຼ່ງສະອອນໃຈເພື່ອໃຫ້ນັກປະພັນປະດິດຄິດ​ສ້າງ - ảnh 1
ຂົວເທຮຸກ

        ຮ່າ​ໂນ້ຍ ກໍ່​ໄດ້​ສ້າງ​ຄວາມ​ສະ​ອອນ​ໃຈ​ສະ​ເພາະ​ໃຫ້​ແກ່​ຈິດຕະ​ກອນ, ນັກ​ປະ​ພັນ ໂດ​ເຟິ໋ນ. ທ່ານ ໂດ​ເຟິ໋ນ ຖື​ວ່າ, ຕະຫຼອດ​ຊີ​ວິດ​ຂອງ​ລາວມີ​ແຕ່​ຂຽນ​ບົດກ່ຽວ​ກັບ​ຮ່າ​ໂນ້ຍ. ​ ນັກ​ວິ​ຈານ ຫງວຽນ​ຮ່​ວາຍ​ນາມ ໄດ້ເວົ້າ​ກ່ຽວ​ກັບບັນ​ດາ​ບົດ​ປະ​ພັນ​ຂອງ ໂດ​ເຟິ໋ນ ວ່າ:

        “ບົດ​ປະ​ພັນ​ໃດ​ຂອງ​ລາວກໍ່​ເຕື້ອງ​ເຖິງ​ຮ່າ​ໂນ້ຍ. ໂດ​ເຟິ໋ນ​ ຂຽນ​ກ່ຽວ​ກັບ​ຮ່າ​ໂນ້ຍ​ໃນ​ເມື່ອ​ກ່ອນ, ຮ່າ​ໂນ້ຍ​ໃນ​ໄລ​ຍະ​ເກື້ອ​ກູນ​ທີ່​ຕິດ​ພັນ​ກັບ​ໄວໜຸ່ມ​ນ້ອຍ​ຂອງ​ລາວ. ບົດ​ກະ​ວີ​ຂອງ ໂດ​ເຟິ໋ນ ແມ່ນ​ຂຽນ​​ດ້ວຍຮູບ​ພາບ, ຫາກ​ບໍ່​ແມ່ນ​​ຂຽນ​ແບບເອ​ກະ​ສານ, ຍ້ອນ​ເຫດ​ນັ້ນ​ມັນ​ຈຶ່ງ​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ແຮງ​ໃຫ້​ແກ່​ຜູ້​ອ່ານ”.

        ໂດ​ເຟິ໋ນ ຂຽນ​ກ່ຽວ​ກັບ​ຮ່າ​ໂນ້ຍ ຄ່ອງ​ແຄ້ວ​ທີ່​ສຸດ, ເຖິງວ່າ​ໃນ​ບົດ​ປະ​ພັນ​ຂອງ​ທ່ານ​ບໍ່​ມີ​ອັກ​ສອນ​ໃດ​ເວົ້າ​ເຖິງ​ຮ່າ​ໂນ້ຍ, ແຕ່​ຜູ້​ອ່ານ​ຍັງ​ຄົງ​ຮັບ​ຮູ້​ໄດ້​ຢ່າງ​ຈະ​ແຈ້ງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ນະ​ຄອນ​ທີ່​ມີ​ປະ​ຫວັດ​ສາດ​ນັບ​ພັນ​ປີນີ້. ນັກ​ປະ​ພັນ ໂດ​ເຟິ໋ນ​ແບ່ງ​ປັນ​ວ່າ:

        “ໃນ​ບົດ​ປະ​ພັນ​ຂອງ​ຕົນ​ຍາມ​ໃດ​ກໍ່​ມີ​ຮ່າ​ໂນ້ຍ. ຂ້າ​ພະ​ເຈົ້າ​ໄດ້​ກຳ​ເນີດ, ເຕີບ​ໃຫ​ຍ່​ ແລະ ດຳ​ລົງ​ຊີ​ວິດຢູ່​ດິນ​ແດນ​ແຫ່ງນີ້​ມາ​ເປັນ​ເວ​ລາ 60 ປີ​ແລ້ວ. ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ສັງ​ເກດ​ມາໄດ້, ລ້ວນ​ແຕ່​ຝັງ​ເລິກ​ໃນ​ດວງໃຈ​ຕະຫຼອດ​ໄປ, ເມື່ອ​ຢາກ​ຂຽນ​ອັນ​ໃດ​ຂ້າ​ພະ​ເຈົ້າ​ກໍ່​ສາ​ມາດ​ຂຽນ​ໄດ້​ໝົດ. ​​ຄວາມ​ຮູ້​ສຶກຂອງຂ້າ​ພະ​ເຈົ້າແມ່ນການ​ປ່ຽນ​ແປງ​ຂອງ​ຮ່າ​ໂນ້ຍ, ດ້ວຍ​ບັນ​ດາ​ກິດ​ຈະ​ກຳ​ທີ່​ທັນ​ສະ​ໄໝ​. ແຕ່​ພ້ອມ​ກັບ​ການ​ປ່ຽນ​ແປງ​ນັ້ນ, ຂ້າ​ພະ​ເຈົ້າ​ຢາກ​ຮັກ​ສາ​ວັດ​ທະ​ນະ​ທຳ​ຂອງ​ນະ​ຄອນ​ແຫ່ງອະ​ລິ​ຍາ​ທຳນັບ​ພັນ​ປີນີ້​ໄວ້ .

ຮ່າໂນ້ຍ,ແຫຼ່ງສະອອນໃຈເພື່ອໃຫ້ນັກປະພັນປະດິດຄິດ​ສ້າງ - ảnh 2
ໂຮງລະຄອນໃຫຍ່ ຮ່າໂນ້ຍ

        ຮ່າ​ໂນ້ຍ ຍັງ​ແມ່ນ​ອະ​ນຸ​ສອນ​ທີ່​ດີ​ສຳ​ລັບ​ຜູ້​ທີ່​ຢູ່​ໄກຈາກ​ບ້ານ​ເ​ກີດ​ເມືອງນອນ. ເລ​ມິງ​ຮ່າ, ຊາວ​ຫວຽດ​ນາມ​ ​ອາ​ໄສ​ຢູ່​ເຢັຍ​ລະ​ມັນ, ກໍ່​ໄດ້​ຂຽນຫຼາຍ​ບົດ​ກ່ຽວ​ກັບ​ຮ່າ​ໂນ້ຍ​​ໃນ​ໄລ​ຍະ​ພັດ​ທະ​ນາຢ່າງ​ມີ​ຊີ​ວິດ​ຊີ​ວາ. ທ່ານ​ນາງ ເລ​ມິງ​ຮ່າ, ເລົ່າ​ສູ່​ຟັງ​ວ່າ:

        “ຂ້າ​ພະ​ເຈົ້າ​ໄດ້​ໄປຫຼາຍ​ແຫ່ງ ແລະ ຂຽນ​ໄດ້ຫຼາຍ, ແຕ່​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ເວົ້າ, ຢາກ​ຂຽນ​ນັ້ນ​ແມ່ນ​ຮ່າ​ໂນ້ຍ. ຮ່າ​ໂນ້ຍ​ ທີ່ບໍ່​ອຶກ​ກະ​ທຶກ​ຄຶກ​ໂຄມ ແລະ ໜາ​ແໜ້ນຄື​ທຸກວັນ​ນີ້, ດ້ວຍ​ຄວາມ​ຫວັງ, ຮ່າ​ໂນ້ຍ ນັບ​ມື້​ນັບ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ເພື່ອ​ໃຫ້​ລຸ້ນ​ປະ​ຈຸ​ບັນ​ຈົດ​ຈຳ​ເອົາ​ຕະຫຼອດ​ໄປ​ຄື​ດັ່ງ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈົດ​ຈຳ​ເອົາ​ຮ່າ​ໂນ້ຍ ໃນ​ເມື່ອ​ກ່ອນ”.

        ມີບົດ​ປະ​ພັນ, ບົດ​ກະ​ວີ, ບົດ​ນະ​ວະ​ນິ​ຍາຍກ່ຽວ​ກັບ​ຮ່າ​ໂນ້ຍ ຫຼາຍ​ບົດ ໄດ້​ສ້າງ​ຄວາມ​ສະ​ເທືອນ​ໃຈ​ໃຫ້​ແກ່​ຜູ້​ອ່ານ, ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ ແລະ ຮັກ​ແພງ​ຮ່າ​ໂນ້ຍ ໃນ​ເມື່ອ​ກ່ອນ ແລະ ໃນ​ປະ​ຈຸ​ບັນກວ່າ. ນັ້ນ​ແມ່ນ​ຮ່າ​ໂນ້ຍ ​ແຫ່ງອະ​ລິ​ຍະ​ທຳ ແລະ ບູ​ຮານ​ໃນ​ຊີ​ວິດ​ທີ່​ທັນ​ສະ​ໄໝ​ປະ​ຈຸ​ບັນ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ