ຮຽນພາສາ ຫວຽດ ເພື່ອເພີ່ມຄວາມເຂົ້າໃຈ ແລະ ຮັກແພງ ຫວຽດນາມ ຕື່ມອີກ

(vovworld) ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນ​ການຮຽນ​ພາ​ສາ ຫວຽດ ຂອງ​ຊາວ​ຕ່າງ​ປະ​ເທດ​ທີ່​ພວມ​ເຮັດ​ວຽກ ແລະ ດຳ​ລົງ​ຊີ​ວິດ​ຢູ່ ຫວຽດ​ນາມ. ປະ​ຈຸ​ບັນ, ການ​​ສິດສອນ ແລະ ​ການ​ຮ່ຳຮຽນ​ພາ​ສາ ຫວຽດ ໄດ້​ຮັບ​ການພັດ​ທະ​ນາ​ພໍ​ສົມ​ຄວນ​ຈາກ​ຂອບ​ຂະ​ໜາດ​ການ​ຈັດ​ຕັ້ງ ຕະຫຼອດ​ຮອດ​ວິ​ທີ​ການ​ສິດສອນ ແລະ ການ​​ຮ່ຳຮຽນ. ​ໄປຄ​ຽງ​ຄູ່​ກັບ​ປະ​ສິດ​ທິ​ຜົນ​ເພື່ອ​​ແນ​ໃສ່ປັບ​ປຸງ ແລະ ພັດ​ທະ​ນາ​​ດ້ານພາ​ສາ, ການ​​ຮ່ຳຮຽນ​ພາ​ສາ ຫວຽດ ກໍ່​ໄດ້​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ, ຊ່ວຍ​ໃຫ້​ຊາວ​ຕ່າງ​ປະ​ເທດ​ມີ​​ເພີ່ມຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ ແລະ ຍິ່ງ​ມີ​ຄວາມ​ຮັກ​​ແພງຕໍ່​ປະ​ເທດ​ຊາດ ແລະ ຊາວ ຫວຽດ​ນາມ ກ່​ວາ​ອີກ.

ຮຽນພາສາ ຫວຽດ ເພື່ອເພີ່ມຄວາມເຂົ້າໃຈ ແລະ ຮັກແພງ ຫວຽດນາມ ຕື່ມອີກ - ảnh 1
ພາບ​ປະ​ກອບ

ທ່ານ Choi Byung Joon (ອາ​ຍຸ 52 ປີ, ແມ່ນ​ຊາວ ສ. ເກົາຫຼີ) ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ຮ່າ​ໂນ້ຍ, ໄດ້​ຮຽນ​ພາ​ສາ ຫວຽດ​ ​ມາເປັນ​ເວ​ລາ 3 ປີ​ແລ້ວ. ກ່ອນ​ນັ້ນ, ທ່ານ​ກໍ່​ໄດ້​ຮຽນ​ພາ​ສາ ຫວຽດ ຢູ່ ສ. ເກົາຫຼີ ເປັນ​ເວ​ລາໜຶ່ງ​ປີ​ແລ້ວ. ເມື່ອ​ແບ່ງ​ປັນ​ກ່ຽວ​ກັບ​ຄ​ວາມ​ຫຍຸ້ງ​ຍາກ​ໃນ​ການ​ຮຽນ ພາ​ສາ ຫວຽດ, ທ່ານ​ຖື​ວ່າ:

“ຂ້າ​ພະ​ເຈົ້າ​ຄິດ​ວ່າ, ບັນ​ຫາ​​ທີ່​ຫຍຸ້ງຍາກ​ທີ່​ສຸດ​ເມື່ອ​ຮຽນ​ພາ​ສາ ຫວຽດ ນັ້ນ​ແມ່ນ​​ການ​ຜັນ​ສຽງ​ວັນ​ນະ​ຍຸດມີ 6 ໄມ້​ທີ່​ແຕກ​ຕ່າງ​ກັນ. ​ເພາະ​ວ່າສຳ​ລັບ​ຊາວ ເກົາຫຼີ ແລ້ວ​ວັນ​ນະ​ຍຸດ ຫຼື ຍັງ​ເອີ້ນ​ວ່າສຽງ​ແມ່ນ​ແປກ​ປະ​ລາດ​ທີ່​ສຸດ. ເຂົາ​ເຈົ້າ​ອອກ​ສຽງ​ບັນ​ດາ​​ຄຳສັບທີ່​ມີ​​ວັນ​ນະ​ຍຸດ​ຍາກຫຼາຍ.”

ທ່ານ Choi Byung Joon ໄດ້​ຕີ​ລາ​ຄາ​ພາ​ສາ ຫວຽດ ແມ່ນ​ພາ​ສາ​ທີ່​ແປກ​ປະ​ລາດ ແລະ ມ່ວນ, ດັ່ງ​ນັ້ນ​ທ່ານ​​ຈຶ່ງ​ຕັດ​ສິນ​ໃຈ​ວ່າ​ພາຍຫຼັງ​ທີ່​ມາ​ເຮັດ​ວຽກ​ຢູ່ ຫວຽດ​ນາມ ຈະ​ສືບ​ຕໍ່​ຮ່ຳ​ຮຽນ​ພາ​ສາ ຫວຽດ ​​ນຳບັນ​ດາ​ຄູ​​ອາ​ຈານສອນ​​ທີ່​ເປັນ​ຊາວ ຫວຽດ​ນາມ ເພື່ອ​ຍົກ​ລະ​ດັບ​ການ​ປາກເວົ້າ​​ພາ​ສາ ຫວຽດ​ ຂອງ​ຕົນ. ຍ້ອນ​ໄດ້​ສຳ​ພັດ​ກັບ​ວິ​ທີ​ການ​ຮຽນ ແລະ ການ​ຝຶກ​ຫັດ​ພາ​ສາ ຫວຽດ​ ​ຢ່າງ​ເໝາະ​ສົມ​, ລະ​ດັບ​ການ​ນຳ​ໃຊ້​ພາ​ສາ ຫວຽດ ຂອງ​ທ່ານ Choi ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງດີ​ພໍ​ສົມ​ຄວນ. ທ່ານ​ໄດ້​ກ່າວ​ວ່າ:

“ພາຍຫຼັງ​ມາ​ດຳ​ລົງ​ຊີ​ວິດ​ຢູ່ ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ໄດ້​​ສືບ​ຕໍ່ຮຽນ​​ພາ​ສາ ຫວຽດ​ ນຳ​ຄູ​ສອນທີ່ຮູ້​ພາ​ສາ ເກົາຫຼີ. ແຕ່​ບໍ່​ດົນ​ຂ້າ​ພະ​ເຈົ້າ​ຈຶ່ງຮັບ​ຮູ້​ໄດ້​ວ່າ ​ຮຽນ​ພາ​ສາ ຫວຽດ ກັບ​ຄູ​ສອນ​ທີ່ຮູ້​ພາ​ສາ ເກົາຫຼີ ເຮັດ​ໃຫ້​​ລະ​ດັບ​ຄວາມ​ຮູ້​ດ້ານ​ພາ​ສາ ຫວຽດ​ ຂອງ​ຂ້າ​ພະ​ເຈົ້າ​ບໍ່​ພັດ​ທະ​ນາໄວ​ໄດ້​ ຍ້ອນ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ໃຊ້ພາ​ສາ ເກົາຫຼີ ຫຼາຍ​ກ່​ວາ. ດັ່ງ​ນັ້ນ, ປີ​ກາຍນີ້, ຂ້າ​ພະ​ເຈົ້າ​​ຈຶ່ງໄດ້​ເລີ່ມ​ຮຽນພາ​ສາ ຫວຽດ ກັບ​ອາ​ຈານ​ຍິງ​ຜູ້​ໜຶ່ງ​ເຊິ່ງ​ລ​າວບໍ່​ຮູ້​ພ​າ​ສາ ເກົາຫຼີ ດັ່ງ​ນັ້ນ, ​ຂ້າ​ພະ​ເຈົ້າ​ຈຶ່ງ​ເຫັ​ນ​ໄດ້​ວ່າ ລະ​ດັບ​ຄວາມ​ຮັບ​ຮູ້​ພາ​ສາ ຫວຽດ ຂອງ​ຂ້າ​ພະ​ເຈົ້າ​​ຈຶ່ງນັບ​ມື້​ນັບ​ດີ​ຂຶ້ນ”

​ພ້ອມກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​​ຜັນ​ສຽງ​​ວັນ​ນະ​ຍຸດ​ທີ່​ແຕກ​ຕ່າງ​ກັນ, ອ້າຍ Kim Jin Soo (ອາ​ຍຸ 37 ປີ, ຊາວ ສ. ເກົາຫຼີ) ຮູ້​ສຶກ​ລ​ະອາຍ​ລົມ​ດ້ວຍ​ພາ​ສາ ຫວຽດ ກັບ​ຊາວ ຫວຽດ​ນາມ.

“ເມື່ອ​ຂ້າ​ພະ​ເຈົ້າ ມາ ຫວຽດ​ນາມ​ ເປັນ​ຄັ້ງ​ທຳ​ອິດ, ຂ້າ​ພະ​ເຈົ້າ​ໄດ້​ທັກ​ທາຍກັບ​ຊາວ ຫວຽດ​ນາມ  ແຕ່​ສ່ວນຫຼາຍເຂົາ​ເຈົ້າບໍ່​ເຂົ້າ​ໃຈ​ວ່າ​ຂ້າ​ພະ​ເຈົ້າ​ເວົ້າ​ຫຍັງ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ ແລະ ຮູ້​ສຶກລະອາຍ​ເມື່ອ​ເວົ້າ​ພາ​ສາ ຫວຽດ​. ແຕ່​​ວ່າ​ໃນເວ​ລາມໍ່ໆ​ມານີ້, ຫຼາຍ​ຄົນ​ສາ​ມາດ​ເຂົ້າ​ໃຈ​​ເມື່ອ​ຂ້າ​ພະ​ເຈົ້າເວົ້າ​ພາ​ສາ ຫວຽດ ດັ່ງ​ນັ້ນ ຂ້​າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈຫຼາຍ”

ໂດຍ​ແມ່ນ​ນັກ​ສຶກ​ສາ​ສະ​ຖາ​ບັນໂຄ​ສະ​ນາ​ຂ່າວ​ສານ ແລະ ສື່ມວນ​ຊົນ, ນາ​ງ ຫງວຽນ​ທູ​ຮ່ຽນ, ຍັງ​ໄດ້​ຮັບ​ບົດ​ບາດ​ເປັນ​ຄູ​ສອນ​ດ້ວຍ​​ປະ​ສົບ​ການ​ເປັນ​ເວ​ລາ 2 ປີ ໃນ​ການ​ສ​ອ​ນ​ພາ​ສາ ຫວຽດ ໃຫ້​ຊາວ​ຕ່າງ​ປະ​ເທດ. ​ໂດຍ​ຮັບ​​ຮູ້​ໄດ້ວ່າ, ເປົ້າ​ໝາຍ​ທີ່ ຮ່ຽນ ​ສອນ​ພາ​ສາ ຫວຽດ ​ໃຫ້​ນັ້ນ​ຕົນ​ຕໍ່​ແມ່ນມາ​ຈາກ​ບັນ​ດາ​ປະ​ເທດ ອາ​ຊີ ເປັນ​ຕົ້ນ​ຄື: ຈີນ, ສ. ເກົາຫຼີ, ຍີ່​ປຸ່ນ… ແລະ ບາງ​ຄົນ​​ແມ່ນມາ​ຈາກ ເອີ​ລົບ. ກ່ຽວ​ກັບ​ການ​ສິດ​ສອນ ແລະ ​ການ​ຮ່ຳຮຽນພາ​ສາ ຫວຽດ, ທູ​ຮ່ຽນ ຖື​ວ່າ:

“ສຳ​ລັບ​ຂ້າ​ພະ​ເຈົ້າ​ເອງ, ສິ່ງ​ກີດ​ຂວາງ​ທີ່​ໃຫຍ່ຫຼວງ​ທີ່​ສຸດ​ນັ້ນ​ແມ່ນ​ເລື່ອງ​ຖ່າຍ​ທອດ​ບັນ​ດາ​ຄວາມ​ງາມ​ຂອງ​ພາ​ສາ ຫວຽດ ເພື່ອ​ໃຫ້​ບັນ​ດາ​​ຜູ້​ທີ່​ຮຽນ​ພາ​ສາ ຫວຽດ ເຂົ້າ​ໃຈ ແລະ ສາ​ມາດ​ນຳ​ໃຊ້​ພາ​ສານີ້​ກາ​ຍ​ເປັນ​ພາ​ຫະ​ນະ​ໃນ​ການທັກ​ທາຍ​ປະ​ຈຳ​ວັນ. ພິ​ເສດ, ບັນ​ດາ​ປະ​ເທດ​ນຳ​ໃຊ້​ພາ​ສ​າ​ດ້ວຍ​ຕົວ​ໜັງ​ສື​ເປັນ​ຮູບ​ປະ​ທຳ, ເຂົາ​ເຈົ້າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍເມື່ອ​ຂຽນ ແລະ ໃສ່​​ວັນ​ນະ​ຍຸດ​ພາ​ສາ ຫວຽດ.”

ອາດ​ເວົ້າ​ໄດ້​ວ່າ, ເລື່ອງ​ສຳ​ພັດ​ກັບ​ພາ​ສາ​ໃໝ່​ສຳ​ລັບ​ແຕ່​ລະ​ຄົນ​ບໍ່​ແມ່ນ​ເລື່ອງ​ງ່າຍ​ດາຍ. ການ​​ສິດສອນ ແລະ ​ການ​ຮ່ຳຮຽນພາ​ສາ ຫວຽດ ກໍ່​ເຊັ່​ນ​ດຽວ​ກັນ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ການ​ຮຽນ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຖືກ​ວິ​ທີ​ເພື່ອ​ສາ​ມາດ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຮຽນ​ພາ​ສາ ຫວຽດ​ ​ພັດອີງ​ໃສ່​ແຕ່​ລະ​ເປົ້າ​ໝາຍ. ຄຽງ​ຂ້າງ​ຈຸ​ດ​ປະ​ສົງ​ເພື່ອ​​ພົບ​ປະທັກ​ທາຍ, ຮຽນ​ພາ​ສາ ຫວຽດ ​ໃຫ້​ໄດ້​ດີ ຍັງ​ຊ່ວຍ​ໃຫ້​ຊາວ​ຕ່າງ​ປະ​ເທດ​ຮັກ​ແພງ​ຄວາມ​ງາມ​ທີ່​​ມີ​ຢູ່​ແລ້ວ​ຂອງ​ພາ​ສາ ຫວຽດ.


ຕອບກັບ

ຂ່າວ/ບົດ​ອື່ນ