ເຂດຂັ້ນໄດວັດທະນະທຳ: ຫໍສະໝຸດນ້ອຍຢູ່ໜ່ວຍຊຸມຊົນ

(VOVWORLD) -ຢູ່ “ຫໍສະໝຸດ” ລວມແຫ່ງນີ້, ຄົນລະວຽກ, ຜູ້ມ້ຽນປື້ມ, ຜູ້ເຮັດອະນາໄມທຳຄວາມສະອາດ, ຍ້ອນເຫດນັ້ນ ຢູ່ເຂດທີ່ນ້ອຍໆນີ້ຍາມໃດກໍ່ສະອາດ.
ເຂດຂັ້ນໄດວັດທະນະທຳ: ຫໍສະໝຸດນ້ອຍຢູ່ໜ່ວຍຊຸມຊົນ - ảnh 1(ມາຮອດປະຈຸບັນ, ມີໜັງສືພິມ, ປຶ້ມເລື່ອງ, ປື້ມກົດໝາຍປະມານ 18 – 20 ຢ່າງ)
 
 ບໍ່ແມ່ນຫໍວັດທະນະທຳ, ກໍ່ບໍ່ແມ່ນຫໍສະໝຸດ, ແຕ່ຢູ່ໃນບໍລິເວນກວ້າງ 20 ຕາແມັດ ມີໂຕະຕັ່ງ, ປຶ້ມອ່ານນັບຮ້ອຍຫົວ ແລະ ໜັງສືພິມສະບັບຕ່າງໆຖືກອັບເດັດໃນແຕ່ລະວັນ. ນັ້ນແມ່ນເຂດຂັ້ນໄດຂອງເຂດເຮືອນລວມຢູ່ບ້ານ ເຫງັ້ຍເຕີນ, ເມືອງ ເກົ່າເຢີ໊, ຮ່າໂນ້ຍ. ປະຊາຊົນໄດ້ເອື້ນເຂດນີ້ວ່າ  “ເຂດຂັ້ນໄດວັດທະນະທຳ”.

        ຢູ່ທ້ອງຖະໜົນມີສຽງອຶກກະທຶກຄຶກໂຄມສະແດງໃຫ້ເຫັນການດຳລົງຊີວິດທີ່ຟ້າວຟັ່ງນັ້ນ, ແຕ່ຢູ່ເຂດເຮືອນລວມ A3, ບ້ານ ເຫງັ້ຍເຕີນ, ເມືອງ ເກົ່າເຢີ໊, ຮ່າໂນ້ຍ - ບ່ອນລິເລີ່ມຮູບແບບ “ເຂດຂັ້ນໄດວັດທະນະທຳ” ນັ້ນ ພັດນຳມາເຊິ່ງຄວາມຮູ້ສຶກທີ່ວ່າ “ການດຳລົງຊີວິດແມ່ນຊ້າລົງ” ແລະ ສະຫງົບງຽບ. ປະຊາຊົນຢູ່ເຂດນີ້ໃຫ້ຮູ້ວ່າ:

“ເຂດຂັ້ນໄດວັດທະນະທຳ ສ້າງບັນຍາກາດວັດນະນະທຳການອ່ານໃຫ້ແກ່ພໍ່ແມ່ປະຊາຊົນ. ນັບທັງຮັກສາຄວາມສະຫງົບ, ວັດທະນະທຳ”.

“ນີ້ແມ່ນເຂດດຳເນີນຊີວິດຊຸມຊົນ, ເຊິ່ງເປັນເຂດແບ່ງປັນຄວາມໃນໃຈ. ທີ 2 ແມ່ນເພື່ອໃຫ້ພໍ່ແມ່ປະຊາຊົນເຫັນໄດ້ຊີວິດທາງດ້ານວັດທະນະທຳຂອງຕົນພວມບືນຕົວຂຶ້ນ”.

ຢູ່ “ຫໍສະໝຸດ” ລວມແຫ່ງນີ້, ຄົນລະວຽກ, ຜູ້ມ້ຽນປື້ມ, ຜູ້ເຮັດອະນາໄມທຳຄວາມສະອາດ, ຍ້ອນເຫດນັ້ນ ຢູ່ເຂດທີ່ນ້ອຍໆນີ້ຍາມໃດກໍ່ສະອາດ. ຢູ່ເຂດນີ້ຍັງມີກະດານແຈ້ງຂໍ້ມູນ, ໂຕະຕັ່ງ ແລະ ກົດລະບຽບການອ່ານປື້ມອີກດ້ວຍ. “ເຂດຂັ້ນໄດວັດທະນະທຳ” ໄດ້ຮັບການສ້າງຕັ້ງຂຶ້ນເມື່ອເດືອນ ກັນຍາ ປີ 1999. ໃນເບື້ອງຕົ້ນ, ບໍ່ມີຜູ້ໃດຄິດວ່າຈະສ້າງ “ຫໍສະໝຸດ” ທີ່ນ້ອຍໆຄືໃນປະຈຸບັນ, ຫາກພຽງສ້າງເຂດໜຶ່ງໃຫ້ພໍ່ແມ່ປະຊາຊົນອ່ານປື້ມ, ໜັງສືພິມເທົ່ານັ້ນ. ທ່ານ ດ່ວານເຈືອງ, ຄາວນັ້ນມີໂຮງເຟີນີເຈີ  ສະນັ້ນໄດ້ເຮັດໂຕະຕັ່ງ, ສ່ວນຄົນອື່ນໄປຂົນຂວາຍຜູ້ສະໜັບສະໜູນໜັງສືພິມ, ບັນດາວຽກງານເຫຼົ່ານັ້ນໄດ້ສ້າງເປັນ “ເຂດຂັ້ນໄດວັດທະນະທຳ”. ທ່ານ ດ່ວານເຈືອງ, ເລົ່າຄືນສູ່ຟັງວ່າ :

“ບັນດາຜູ້ເຖົ້າຜູ້ແກ່ນັ່ງຢູ່ທີ່ນີ້, ສັງເກດແລ້ວກໍ່ໂອ້ລົມນຳກັນວ່າ, ເຂດຂັ້ນໄດກວ້າງຄືແນວນີ້ແມ່ນຈະເຮັດຫຍັງແດ່? ຫຼາຍຄົນໄດ້ເວົ້າວ່າສ້າງເປັນເຂດອ່ານໜັງສືພິມ. ຈຸດປະສົງແມ່ນເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມຮູ້ຕື່ມອີກ, ຮັບຂ່າວຈາກພາຍໃນ ແລະ ຕ່າງປະເທດ. ຕອນທຳອິດມີພຽງ 2 – 3 ຄອບຄົວຢູ່ເຂດອ້ອມຂ້າງນີ້ເທົ່ານັ້ນ, ຕໍ່ຈາກນັ້ນແມ່ນມີຜູ້ຢູ່ຕຶກເຮືອນລວມໃກ້ໆນີ້ກໍ່ມາຮ່ວມ”.

ເຂດຂັ້ນໄດວັດທະນະທຳ: ຫໍສະໝຸດນ້ອຍຢູ່ໜ່ວຍຊຸມຊົນ - ảnh 2(ກົດລະບຽບການອ່ານປື້ມ)

ພາຍຫຼັງສ້າງຕັ້ງ “ຫໍສະໝຸດ” ນີ້ຢູ່ເຂດເຮືອນລວມມາເປັນເວລາກວ່າ 20 ປີ, “ເຂດຂັ້ນໄດວັດທະນະທຳ” ຍາມໃດກໍ່ຮັກສາໄດ້ຈຸດປະສົງໃນເບື້ອງຕົ້ນຂອງບັນດາຜູ້ສ້າງຕັ້ງມັນ, ນັ້ນແມ່ນຊ່ວຍໃຫ້ເຂດຊຸມຊົນນີ້ຍົກສູງລະດັບຄວາມຮູ້ຜ່ານປື້ມມ່ວນ ຫຼື ບັນດາຂໍ້ມູນໃໝ່ທີ່ໄດ້ອັບເດັດໃນແຕ່ລະວັດ. ທ່ານ ຫງວຽນວັນຢຸຍ, ໃຫ້ຮູ້ວ່າ:

“ທ່ານເລຂາໜ່ວຍຊຸມຊົນມີໜັງສືພິມ ເຍິນເຢີິນ (ປະຊາຊົນ), ທ່ານຫົວໜ້າໜ່ວຍຊຸມຊົນມີໜັງສືພິມ ຮ່າໂນ້ຍເໝີຍ (ຮ່າໂນ້ຍໃໝ່)… ຜູ້ໃດມີໜັງສືພິມໃດກໍ່ເອົາມາທີ່ນີ້. ມາແຫ່ງນີ້, ທຸກຄົນທັງອ່ານ, ທັງໂອ້ລົມກັນ. ອ່ານເພື່ອໃຫ້ຕົນເອງມີຄວາມຮູ້ໃໝ່, ມີຄວາມເຂົ້າໃຈຕື່ມອີກ. ມີບາງຄົນຍັງມາເຂດນີ້ເພື່ອຈົດເອົາສິ່ງທີ່ຕ້ອງການໃນປຶ້ມເພື່ອນຳໃຊ້ໃນຄອບຄົວຂອງຕົນອີກ”.

ປະຈຸບັນ, ແຕ່ລະຄົນສາມາດສຳຜັດກັບຂໍ້ມູນຂ່າວຢ່າງໄວ ກໍ່ຍ້ອນການພັດທະນາຢ່າງໄວ ແລະ ແຮງຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ແຕ່ປະຊາຊົນຢູ່ເຂດເຮືອນລວມ A3, ຍັງຮັກສາວັດທະນະທຳການອ່ານ, ພິເສດແມ່ນຜູ້ອາຍຸສູງ. ຄິດສະເລ່ຍໃນແຕ່ລະມື້, ເຂດຂັ້ນໄດວັດທະນະທຳໄດ້ດຶງດູດຜູ້ມາອ່ານປື້ມ, ໜັງສືພິມກວ່າ 20 ຄົນ. ທ່ານ ໂດ້ຈຸງມິງ, ຜູ້ຄຸ້ມຄອງ “ເຂດຂັ້ນໄດວັດທະນະທຳ”, ແບ່ງປັນວ່າ:

“ມາຮອດປະຈຸບັນ, ມີໜັງສືພິມ, ປຶ້ມເລື່ອງ, ປື້ມກົດໝາຍປະມານ 18 – 20 ຢ່າງ. ກາຍເປັນຂະບວນການອ່ານ ແລະ ພັດທະນາໃນແຕ່ລະມື້. ບໍ່ພຽງແຕ່ຢູ່ເຂດຂັ້ນໄດນີ້ແມ່ນເຂດຂັ້ນໄດວັດທະນະທຳເທົ່ານັ້ນ, ຫາກຢູ່ທັງເຂດເຮືອນລວມ A5, A6 ກໍ່ໄດ້ສ້າງຕັ້ງ. ມີຫຼາຍເຂດກໍ່ມາຮຽນເອົາຮູບແບບນີ້ນຳພວກຂ້າພະເຈົ້າ”.

ຈາກເຂດເຮືອນລວມ A3, ມາຮອດປະຈຸບັນ, ມີເຂດຂັ້ນໄດກວ່າ 176 ແຫ່ງຢູ່ບ້ານ ເຫງັ້ຍເຕີນ, ເມືອງ ເກົ່າໄຢ ໄດ້ຈົດທະບຽນສ້າງເຂດຂັ້ນໄດວັດທະນະທຳ. ນີ້ໄດ້ຮັບຖືວ່າແມ່ນຮູບແບບນ້ອຍ, ແຕ່ມີຄວາມໝາຍຢ່າງໃຫຍ່ຫຼວງ, ນຳມາເຊິ່ງຄວາມເບີກບ່ານມ່ວນຊື່ນໃຫ້ແກ່ປະຊາຊົນຢູ່ເຂດຊຸມຊົນຫຼາຍແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ