ເຂົ້າຈີ່ໄກ ຂອງລຸງກວງທີ່ນະຄອນຫາຍຟ່ອງ

   ບໍ່​ຮູ້​ວ່າ ນັບ​ແຕ່​ເວລາ​ໃດ​ທີ່​ບັນດາ​ກ້ອນເຂົ້າຈີ່ ​ໄກ ມີ​ຕົ້ນ​ກຳ​ເນີ​ດຈາກຫາຍ​ຟ່ອງ, ​ເຂົ້າຈີ່ ​ໄກ ໃຫຍ່ຊ່ຳ 2 ນິ້ວມື ແລະ ຍາວປະມານ 30 ຊັງຕີແມັດເທົ່ານັ້ນ. ເຂົ້າຈີ່ ​ໄກຖືກວາງຂາຍຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດຫວຽດນາມ.

ເຂົ້າຈີ່ໄກ ຂອງລຸງກວງທີ່ນະຄອນຫາຍຟ່ອງ - ảnh 1
ເຂົ້າຈີ່ ​ໄກ ມີ​ຕົ້ນ​ກຳ​ເນີ​ດຈາກຫາຍ​ຟ່ອງ

   ​ໃນ​ເວລາປະມາ​ນ 3 ​ໂມງ​ເຊົ້າ, ກໍ​ແມ່ນ​ຈຸດ​ເວລາ​ທີ່​ຂ້ອງ​ຄ່າ​ກັບ​ວຽກ​ງານ​ທີ່​ສຸດ​ຂອງ​ບັນດາ​ກຳມະກອນ​ຜູ້​ຜະລິດເຂົ້າຈີ່ຢູ່​ນະຄອນ​ຫາຍ​ຟ່ອງ. ຢູ່​ຮາກ​ຖານ​ຜະລິດເຂົ້າຈີ່  ກໍ​ມີ​ກຳມະກອນ​ເຖິງ 7-8 ຄົນ, ​ແລະ ​ແຕ່ລະຄົນ​ກໍ​ມີ​ວຽກສະ​ເພາະ​ຂອງ​ໃຜ​ຂອງ​ລາວ. ​ແຕ່​ລະ​ມື້​ຮາກ​ຖານ​ແຫ່ງນີ້​ສາມາດ​ຜະລິດເຂົ້າຈີ່​ໄດ້​ນັບ​ໝື່ນ​ກ້ອນ, ​ແລ້ວ​ກໍ​ແຈກ​ຢາຍ​​ໄປ​ຍັງ​ທຸກ​ແຫ່ງ​ທີ່​ນະຄອນ​ຫາຍ​ຟ່ອງ.

   ຕາມ​ລຸງ ກາວ​ວັນ​ກວງ, ຜູ້​ທີ່​ມີ​ປະສົບ​ການ​ໃນ​ການ ຜະລິດເຂົ້າຈີ່ຢູ່​ນະຄອນ​ຫາຍ​ຟ່ອງ​ເປັນ​ເວລາ 60 ປີ, ເຂົ້າຈີ່ຊະນິດ​ນີ້​ໄດ້​ຮັບ​ຄວາມ​ນິຍົມ​ບໍລິ​ໂພ​ກບໍ່​ພຽງ​ແຕ່​ຢູ່​ຫາຍ​ຟ່ອງ​ເທົ່າ​ນັ້ນ, ຫາກ​ຍັງ​ເປີດ​ກ້ວາງ​ສູ່​ນະຄອນຫຼວງ​ຮ່າ​ໂນ້ຍອີກ​ດ້ວຍ. ລຸງ ກາວ​ວັນ​ກວງ ​ໃຫ້​ຮູ້​ວ່າ ​: ​ເພື່ອ​ຜະລິດເຂົ້າຈີ່​ໄດ້​ກ້ອນ​ໜຶ່ງ ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ, ​ຕ້ອງການ​ມີ​ຄວາມ​ລະອຽດ​ລະ​ອໍ​, ຈາກ​ຂັ້ນ​ຕອນ​ເຮັດ​ແປ້ງ​ຕະຫຼອດ​ຮອດ​ຂັ້ນ​ຕອນ​ຕັດ​ເຂົ້າ​ຈີ່​ອີກ​ດ້ວຍ. ລຸງ ກາວ​ວັນ​ກວງ ​ເວົ້າ​ວ່າ :

    “ ​ເຮັດ​ເຂົ້າ​ຈີ່​ນີ້, ກໍ​ຕ້ອງ​ມີ​ສີມື, ຖ້າ​ບໍ່​ດັ່ງ​ນັ້ນ, ຜູ້​ຮຽນ​ວິຊາ​ຊີບ ​ເຖິງ​ວ່າ​ຈະ​​ໃຊ້​ເວລາ​ນານ​ປານ​ໃດ​ກໍ​ຕາມ, ກໍ​ບໍ່​ອາດ​ປັ້ນ​ເຂົ້າ​ຈີ່​ໄດ້. ຖ້າ​ຫາກ​ປັ້ນ​ບໍ່​ງາມ, ກໍ​ຈະ​ເຮັດ​ໃຫ້​ເຂົ້າ​ຈີ່​ບໍ່​ງາມ​ເຊັ່ນກັນ ”

    ສິ່ງ​ທີ່​ຊ່ວຍ​ໃຫ້ເຂົ້າຈີ່ ​ໄກ ມີ​ເຄື່ອງໝາຍ​ການ​ຄ້າ​ທີ່​ດີ​ນັ້ນ ​ແມ່ນ​ໃນ​ນັ້ນ ຕ້ອງ​ມີ​ປາ​ເຕ ​ແລະ ນ້ຳໝາກ​ເຜັດ​ອີກ​ດ້ວຍ. ປ້າ ບຸ​ຍທິຕ໋ວດ ຜູ້​ເປັນ​ເມຍ​ຂອງລຸງ ກາວ​ວັນ​ກວງ​ໃຫ້​ຮູ້​ວ່າ :

   “ ປາ​ເຕ​ແມ່ນ​ຖືກ​ປຸ່ງ​ແຕ່ງ​ມາ​ຈາກ​ຕັບ​ໝູ, ມັນ ​ແລະ ຊີ້ນ​ດິບ. ພາຍຫຼັງ​ຖືກ​ລ້າງ​​ໃຫ້​ສະອາດ​ແລ້ວ, ກໍ​ນຳ​ເອົາ​ໄປ​ບົດ​ໃຫ້​ແລກ, ​ແລ້ວ​ກໍ​ໜຶ້ງ​ໃນ​ເວລາ​ປະມານ 6 ຊົວ​ໂມງ. ສ່ວນ​ນ້ຳໝາກ​ເຜັດ ​ແມ່ນ​ຖືກ​ປຸ່ງ​ແຕ່ງ​ຈາກ​ໝາກ​ເຜັດ​, ໝາກ​ເລັ່ນສົດ...ຈຶ່ງ​ຈະ​ແຊບ”

    ເຂົ້າຈີ່ ​ໄກ​ແມ່ນ​ອາຫານ​ປະ​ເພດ​​ທົ່ວ​ໄປ​ຂອງ​ຊາວນະຄອນ​ຫາຍ​ຟ່ອງ, ​ໂດຍ​ສະ​ເພາະ​ແມ່ນ​ສຳລັບ​ນັກຮຽນ ​ແລະ ​ເດັກນ້ອຍ. ​ເຂົາ​ເຈົ້າ​ສາມາດ​ຮັບ​ປະທານ​​ໃນ​ທຸກ​ເວລາ, ​ເປັນ​ຕົ້ນ​ແມ່ນ​ຍາມ​ເຊົ້າ.

    ຊາວ​ນະຄອນ​ຫາຍ​ຟ່ອງເຄີຍລົມກັນວ່າ    ຢາກກິນເຂົ້າຈີ່ທີ່ແຊບນົວນັ້ນ ແມ່ນ ຕ້ອງ​ໄປຮ້ານລຸງ ກາວ​ວັນ​ກວງ​ຢູ່ຖະໜົນຮ່າງເກັງ ແລະ ລາຄາເຂົາຈີ່ກ້ອນລະ ແຕ່ 2 ຫາ 5 ພັນ​ດົງ ​ແຕ່​ກໍ​ຂຶ້ນ​ກັບ​ໄສ້​ຂອງ​ມັນ​ຫຼາຍ​ຫຼືນ້ອຍ. ປ້າ ບຸ​ຍທິຕ໋ວດ ຜູ້​ເປັນ​ເມຍ​ຂອງລຸງ ກາວ​ວັນ​ກວງ​ໃຫ້​ຮູ້​ວ່າ :

    “ ​ແຂກ​ຫຼາຍ​ຄົນ​ມັກ​ກິນ​ເຂົ້າຈີ່​ຂອງ​ຮ້ານ​ຂ້າພະ​ເຈົ້າ. ຖ​້າຫາກ​ມາ​ເທື່ອ​ທຳ​ອິດ​ຊື້ 10 ກ້ອນ, ​ເທື່ອ​ໜ້າ​ມາ ກໍ​ຕ້ອງ​ຊື້​ຮອດ​ຮ້ອຍ​ກ້ອນ​ຢ່າງ​ແນ່ນອນ ”

   ນາງ​ງວຽດ ​ແລະ ທ້າວ​ລິງ ຊຶ່ງ​ແມ່ນ​ລູກ​ຄ້າ​ຂາປະຈຳ​ຂອງ​ຮ້ານ​ເຂົ້າ​ຈີ່​ຂອງລຸງ ກາວ​ວັນ​ກວງ​ ​ເປີດ​ເຜີຍ​ວ່າ :

   “ ມື້​ໃດ​ກໍ​ເຊັ່ນ​ດຽວ​ກັນ, ຮອດ​ເວລາ​ປະມານ 5 ​ໂມງ​ເຊົ້າ, ຂ້າພະ​ເຈົ້າ ກໍ​ໄດ້​ມາ​ນີ້​ແລ້ວ​ເພື່ອ​ຊື້​ເຂົ້າ​ຈີ່​ມາ​ເປັນ​ອາຫານ​ເຊົ້າ​ໃຫ້​ທັງ​ຄອບຄົວ, ​ເພາະ​ເຂົ້າ​ຈີ​ຢູ່​ຮ້ານ​ລຸງ​ກວງ ​ແມ່ນ​ແຊບ ​ແລະ ຮັບປະກັນ​ຫຼັກ​ອະນາ​ໄມ​ເປັນ​ຢ່າງ​ດີ” .

ຕອບກັບ

ຂ່າວ/ບົດ​ອື່ນ