ເຂົ້າຈີ່ໝໍ້ລວມມິດປ້າເຮົ້າ


(vovworld) - ເມື່ອ​ເຕື້ອງ​ເຖິງ​ເຂົ້າ​ຈີ່, ຜູ້​ຄົນ​ທັງຫຼາຍ​ຈະ​ເຕື້ອງ​ເຖິງ​ເຂົ້າ​ຈີ່​ປາ​ເຕ, ​ເຂົ້າ​ຈີ່​ໄຂ່ດາວ ຫຼື​ ເຂົ້າ​ຈີ​ຊີ້ນ​ປີ້ງ……​ແຕ່​ວ່າ​ຢູ່​ຮ່າ​ໂນ້ຍ, ​ເຂົາ​ເຈົ້າ​ຍັງ​ໄດ້​ຮູ້ຈັກ​ເຖິງ​ເຂົ້າ​ຈີ່​ ອີກຊະ​ນິດ​ໜຶ່ງ​ ນັ້ນ​ແມ່ນ​ເຂົ້າ​ຈີ່​ໝໍ້​ລວມມິດ. ບາງ​ເທື່ອ​ເພື່ອນ​ ​ບໍ່​ເຄີຍ​ໄດ້​ຍິນ ຫຼື ພຽງ​ແຕ່​ໄດ້​ຟັງ​ຊື່ໆ​ລ້າໆ​ເທົ່າ​ນັ້ນ, ແຕ່​ຍັງ​ບໍ່​ທັນ​ຮູ້​ເຂົ້າ​ຈີ່​ຊະນິດ​ນີ້​ເປັນ​ແນວ​ໃດ. ​ໃນ​ລາຍການ​ສາລະ​ຄະດີ​ພາກ​ນີ້ ພວກ​ຂ້າພະ​ເຈົ້າ​ຈະ​ແນະນຳ​ໃຫ້​ທ່ານ​ຜູ້​ຟັງ​ຮູ້ຈັກ​ເຖິງອາຫານ​ແບບ​ທຳ​ມະ​ດາ, ​ແຕ່​ລາຄາ​ພັດ​ຖືກ ​ແລະ ສ້າງ​ຄວາມ​ດູດ​ດື່ມ​ທີ່​ສຸດ​ນີ້.      

ເຂົ້າຈີ່ໝໍ້ລວມມິດປ້າເຮົ້າ - ảnh 1
(ເຂົ້າຈີ່ໝໍ້ລວມມິດປ້າເຮົ້າ)

 ຕອນ​ຫົວ​ຄໍ່າ​ເວລາ​ປະມານ 7 ​ໂມງ, ​ເມື່ອອາກາດ​ເລີ່​ມ​​ເຢັນລົງ​. ບັນດາ​ຮ້ານ​ຂາຍ​ເຄື່ອງ​ລ້ວນ​ແຕ່ໄຕ້​ໄຟ ​ແລະ ​​ແຂກ​ມາ​ກິນ​ໃນຮ້ານ​ອາຫານຕ່າງໆ​ກໍ່ເລີ່ມຫຼາຍ​ຂຶ້ນ, ຢູ່​ຖະໜົນ​​ມາຍ​ຫັກ​ເດ ກໍ່ມີ​ຮ້ານກິນ​ດຶ່ມແຫ່ງໜຶ່ງທີ່ໄດ້ດຶງດູດແຂກມາກິນເປັນຈຳນວນຫຼວງຫຼາຍ, ໃນນັ້ນມີທັງບັນດາເພື່ອນໜຸ່ມ ແລະ ຜູ້ເຖົ້າອີກ. ເຂົາເຈົ້າກຳລັງ​ນັ່ງ​ຢູ່​ຕໍ່ໜ້າ​ໝໍ້​ເຂົ້າ​ຈີ່ລວມມິດ​ທີ່​ພວມ​ມີ​ອາຍ​ກຸ້ມ​ຂຶ້ນ​ຢູ່ນັ້ນ. ຮ້ານ​ເຂົ້າ​ຈີ່​ລວມມິດ​ປ້າ​ເຮົ້າ, ມີ​ຊື່​ສຽງ​ຢູ່​ຄຸ້ມ​ຖະໜົນ​ນີ້​ເປັນເວລາວ່າ 40 ປີ​ແລ້ວ. ອ້າຍທາຍ ​ແລະ ​ເອື້ອຍ​ລິງ ​ແມ່ນ​ແຂກ​ປະຈຳ​ຂອງ​ຮ້ານ ​ໃຫ້​ຮູ້​ວ່າ:

    ຂ້າພະເຈົ້າເຄີຍມາ​ກິນ​ຢູ່​ຮ້ານ​ປ້າ​ເຮົ້າ​ເກືອບ 10 ປີ​ແລ້ວ, ລົ​ດຊາດ ​ແລະ ວິທີ​ປຸງ​ແຕ່ງ​ກໍ່​ບໍ່​ໄດ້​ປ່ຽນ​ແປງ​ຫຼາຍ, ສ່ວນ​ອາຫານໃນ​ໝໍ້​ກໍ່​ເພີ່ມ​ຂຶ້ນ. ຂ້າພະເຈົ້າມັກ​ກິນ​ປາ​ເຕຫຼາຍ ​ສະ​ນັ້ນ​ເມື່ອ​ມາກິນ ຂ້າພະເຈົ້າມັກ​ເລືອກ​ເອົາ​ໝໍ້​ທີ່​ມີ​ປາ​ເຕຫຼາຍ​ກວ່າ.

     ໃນ​​ແຕ່​ລະ​ສັບປະດາ, ຂ້າພະ​ເຈົ້າ​ກິນ​ແຕ່ 3-4 ​ເທື່ອ, ບາງ​ເທື່ອ​ກິນ​ໃນ​ຕອນ​ເຊົ້າ, ບາງ​ເທື່ອ​ກິນ​ໃນ​ຕອນ​ແລງ. ​ເຖິງ​ວ່າ​ກິນ​ຊີ້ນ, ບາ​ເຕ, ​ໄຂ່…ຫຼາຍ​ຈະ​ຮູ້ສຶກ​ເບື່ອ, ​ແຕ່​ເມື່ອ​ກິນ​ພ້ອມ​ກັບ ຫົວຜັກດອງ ຈະ​ຮູ້ສຶກ​ວ່າ​ແຊບ​ຫຼາຍ. ຮັບ​ປະທານ​ອາຫານ​ຢູ່​ທີ່​ນີ້​ສະອາດ​ກວ່າ​ ເມື່ອ​ທຽບ​ໃສ່​ຮ້ານ​ຈຳນວນ​ໜຶ່ງ​ເຊິ່ງຂ້າພະ​ເຈົ້າ​ເຄີຍ​ກິນ​​ແລ້ວ. ​ຊີ້ນ​ໃນ​ແຕ່ລະໝໍ້ກໍ່​ບໍ່​ຫຼາຍປານ​ໃດ, ມັນ​ພໍດີ​ສຳລັບ​ຂ້າພະ​ເຈົ້າ.

    ເຂົ້າຈີ່ໝໍ້ລວມມິດປ້າເຮົ້າ - ảnh 2

    ຮ້ານ​​ເຂົ້າ​ຈີ່ປ້າ​ເຮົ້າ ຕັ້ງ​ຢູ່​ແຄມ​ຖະໜົນ​ນ້ອຍ ມາຍ​ຫັກ​ເດ໋, ​ຕໍ່​ໜ້າ​ຮ້ານ​ມີ​ໂຕະພຽງ​ສອງ​ໜ່ວຍ ​ແລະ ຕັ່ງ​ຢາງ​ນ້ອຍ​ສອງ​ສາມ​ໜ່ວຍ​ເທົ່າ​ນັ້ນ, ບ່ອນ​ປຸງ​ແຕ່ງ​ກໍ່​ງ່າຍດາຍ, ດ້ວຍ​ບັນດາ​ໝໍ້​ປຸງ​ແຕ່ງ​ທີ່​ຕັ້ງ​ກ່າຍກອງກັນ, ​ກັບ​ເຕົາ​ໄຟ​ໃຊ້​ຖ່ານ 2 ​ເຕົາ ​ແລະ ຕູ້​ແກ້ວ​ທີ່​ບັນຈຸ​ວັດ​ຖຸດິບ​ເພື່ອ​ປຸງ​ແຕ່ງ. ​ເຖິງ​ວ່າ​ຮ້ານ​ບໍ່​ກວ້າງ ​ແລະ ບໍ່​ງາມ​ປານ​ໃດ, ​ແຕ່​​ເວລາ​ໃດຮ້ານ​ຂອງ​ປ້າ​ເຮົ້າ​ກໍ່​ມີ​ແຂກ​ມາ​ກິນ​ເຕັມທີ່​ນັ່ງ. ​ເມື່ອ​ເວົ້າ​ເຖິງ​ອາຫານ​​ເຍື່ອງນີ້, ​ປ້າ​ເຮົ້າໄດ້​ແບ່ງປັນວ່າ :

    ​ໃນ​ເບື້ອງ​ຕົ້ນ​ຮ້ານ​ຂອງ​ປ້າ​ພຽງ​ແຕ່​ຂາຍ​ເຂົ້າ​ຈີ່​ປາ​ເຕ​ເທົ່າ​ນັ້ນ, ຕໍ່​ມາ​ມີ​ແຂກ​ຕ້ອງການ​ໃສ່​ໄຂ່​, ຊີ້ນ​ມຸ່ນ​ຕື່ມ​ອີກ….. ​ແລະ​ເຂົ້າ​ຈີ່​ປາ​ເຕນີ້​ຄ່ອຍ​ປ່ຽນ​ມາ​ເປັນ​ເຈົ້າ​ຈີ່ລວມມິດຄື​ປະຈຸ​ບັນ​ນີ້. ເຂົ້າ​ຈີ່​ລວມມິດ​ໝໍ້ໜຶ່ງ​ປະກອບ​ດ້ວຍ: ​ເຂົ້າ​ຈີ່, ປາ​ເຕ, ​ໄຂ່, ຮອັດ​ດອັກ, ​ໄສ້ກອກ, ຊີ້​ນນ້ຳມັນ, ຊີ້ນປີ້ງ, ​​​ແລະ ກິນ​ພ້ອມ​ກັບຫົວຜັກ​ດອງ ເພື່ອ​ບໍ່​ໃຫ້​ເປັນຕາ​ເບື່ອ. ໝໍ້​ເຂົ້າ​ຈີ່​ລວມມິດ​ຄື​ແນວ​ນີ້​ມີ​ລາຄາ​ 35.000 ດົງ.

      ເຂົ້າ​ຈີ່​ໝໍ້​ລວມມິດ​ ​ມີ​ລັກສະນະ​ບໍ່​ຄືອາຫານທົ່ວ​ໄປ​​ເຊັ່ນ​ວ່າ : ຊີ້ນ​ຈຸ່ມ ​ແລະ ອາຫານປີ້ງ​ປະ​ເພດ​ຕ່າງໆ, ​ແຕ່​ເມື່ອ​ຍາມ​ອາກາດ​​ເລີ່​ມເຢັນລົງ, ຈຳນວນ​ແຂກ​ມາ​ກິນເຂົ້າ​ຈີ່​ໝໍ້​ລວມມິດກໍ່​ຄ່ອຍໆເພີ່ມ​ຂຶ້ນ. ເຂົ້າ​ຈີ່​ໝໍ້​ລວມມິດ ລວມມີ​ເຂົ້າຈີ່ທີ່ຈົ່ງ​ໄວ້​ສະ​ເພາະ, ສ່ວນ​ບັນດາວັດຖຸ​ດິບ​ອື່ນໆ​ແມ່ນ​ໃສ່​ໃນ​ໝໍ້​ຂາງນ້ອຍ​, ກວ້າງ​ປະມານ 20 cm. ພາຍຫຼັງ​ຈືນ​ໃຫ້​ຮ້ອນ​ແລ້ວຈຶ່ງ​ນຳ​ມາ​ໃຫ້​ແຂກ. ປ້າ ​ເຮົ້າ ​ໃຫ້​ຮູ້​ວ່າ:

       “​ເຖິງ​ວ່າ​ຮ້ານຂ້າພະ​ເຈົ້າ​ບໍ່​ກວ້າງ, ພຽງ​ແຕ່​ສາມາດຮັບ​ໃຊ້​ແຂກ​ໄດ້​ປະມານ​ສອງ​ສາມ​ຄົນ​ເທົ່າ​ນັ້ນ, ​ແຕ່​ຂ້າພະ​ເຈົ້າ​ຍັງມີ 3 ຫ້ອງຢູ່​​ໃນຮ່ອມບ້ານທີ່​ສາມາດ​ບັນຈຸ ແຂກ​ມາ​ກິນ​ໄດ້ 50 ຄົນ. ສຳລັບ​ແຂກ​ທີ່​ລື້ງ​ເຄີຍ, ບາງ​ເທື່ອ​ເຂົາ​ເຈົ້າກໍ່​ມາ​ຈັດງານ​ລ້ຽງ​ນ້ອຍ​ຢູ່​ທີ່​ນີ້​ອີກ. ບາງ​ເທື່ອ​ແຂກ​ ມາ​ກິນມີຫຼາຍ​ຄົນ​​ໂພດ, ​ເຂົາ​ເຈົ້າ​ກໍ່​ຕ້ອງ​ໄປ​ເອົາ​ຂອງ​ກິນ ​ແລະ ຊອກ​ຫາ​ບ່ອນ​ນັ່ງ​ເອງ“.

    ພາຍຫຼັງ​ຕິດ​ພັນ​ກັບ​ອາຊີບ​ເປັນ​ເວລາເກືອບ 40 ປີ, ມາ​ຮອດ​ປະຈຸ​ບັນ​ປ້າ​ໄດ້​ມີ​ອາຍຸ​ກວ່າ 80 ປີ​ແລ້ວ. ຍ້ອນ​ສຸຂະພາບ​ບໍ່​ແຂງ​ແຮງ​ອີກ, ປ້າ​ຈຶ່ງ​ຖ່າຍ​ທອດ​ເຄັດ​ລັບ​ເຮັດເຂົ້າ​ຈີ່​ໝໍ້​ລວມມິດ​ໃຫ້​ລູກ​ຂອງ​ຕົນ. ປະຈຸ​ບັນ, ລູກ​ຊາຍ​ທັງ​ສອງ​ຄົນ​ຂອງ​ປ້າ​ພວມ​ເຮັດ​ອາຊີບ​ນີ້​ຢູ່​ໃນ​ຮ້ານ. ຜູ້​ໜຶ່ງຂາຍ​ໃນ​ຕອນ​ເຊົ້າ, ​ແລະ​ອີກຜູ້​​ໜຶ່ງແມ່ນຂາຍ​ໃນ​ຕອນ​ແລງ, ສ່ວນ​ປ້າ​ມີ​ແຕ່​ຊ່ວຍ​ເກັບ​ເງິນ ຫຼື​ແນະນຳ​ບ່ອນ​ຈອດ​ລົດ​ໃຫ້​ແຂກ​ເທົ່າ​ນັ້ນ. ​ເມື່ອ​ເຕື້ອງ​ເຖິງ​ອະນຸສອນ​ທີ່​ໜ້າ​ປະ​ທັບ​ໃຈກ່ຽວ​ກັບ​ອາຊີບ​ຂອງ​ຕົນ. ປ້າ​ເຮົ້າ ​ແບ່ງປັນ​ວ່າ:

        “ອະນຸສອນ​ປະ​ທັບ​ໃຈ​ທີ່​ສຸດ​ຂອງ​ປ້າໃນ​ຕະຫຼອດ​ 40 ປີ​ທີ່ຂາຍເຂົ້າ​ຈີ່​ໝໍ້​ລວມມິດນັ້ນ​ແມ່ນ​ເລື່ອງ, ມີ​ແຂກ​ຜູ້​ໜຶ່ງ​ທີ່​ມາ​ຈາກ​ທາງ​ໄກ, ບັງ​ເອີນ​ອ່ານ​ໜັງສືພິມ​ໃນ​ນັ້ນ​ມີ​ບົດ​ແນະນຳ​ກ່ຽວ​ກັບ​ຮ້ານ​ເຂົ້າ​ຈີ່​ໝໍ້​ລວມມິດຂອງ​ປ້າ, ລາວ​ກໍ່​ຕົກລົງ​ຊອກຫາ​ເພື່ອ​ກິນ​ອາຫານ​​ເຍື່ອງ​ນີ້. ​ເຖິງ​ວ່າ​ຢູ່​ອ້ອມ​ຂ້າງຮ້ານ​ຂອງ​ປ້ານີ້​ ​ມີ​ສອງ, ສາມ​ຮ້ານ​ທີ່ຂາຍເຂົ້າ​ຈີ່​ໝໍ້​ລວມມິດຄື​ກັນ​ກັບ​ປ້າ​ກໍ່ຕາມ, ​ແຕ່​ລາວ​ ກໍ່​ໄດ້​ເລືອກ​ເອົາ​ຮ້ານ​ຂອງ​ປ້າເທົ່າ​ນັ້ນ. ປ້າ​​ຮູ້ສຶກ​ດີ​ໃຈ​ຫຼາຍ​ຕໍ່​ສິ່ງ​ດັ່ງກ່າວນີ້“.

     ຖ້າ​ຫາກ​ເພື່ອນ​ຢາກ​ທົດ​ລອງຊີ​ມ​ ​ເຂົ້າ​ຈີ່​ໝໍ້​ລວມມິດນີ້, ​ເຊີນ​ເພື່ອນ​ມາ​ຮ້ານ​ຂອງ​ປ້າ​ເຮົ້າ​ຢູ່​ເຮືອນ​ເລກທີ 116 ຖະໜົນ ມາຍ​ຮັກ​ເດ໋, ​ເມືອງ​ຮາ​ຍບ່າ​ຈຶງ, ຮ່າ​ໂນ້ຍ​. ນອກຈາກ​ໄດ້​ກິນ​ອາຫານ​​ເຍື່ອງ​ນີ້​ແລ້ວ, ຖ້າ​ໂຊກ​ດີ, ​ເພື່ອນ​ຍັງ​ໄດ້​ຮັບ​ຟັງ​ບັນດາ​ເລື່ອງ​ລາວ​ກ່ຽວ​ກັບ​ຊີວິດ ​ແລະ ອາຊີບ​ຂອງ​ເຈົ້າ​ຂອງ​ຮ້ານ​ນີ້ອີກ​.

ຕອບກັບ

ຂ່າວ/ບົດ​ອື່ນ