ເຂົ້າຮ່ວມການເຮັດເຄື່ອງຫຼິ້ນທີ່ເປັນມູນເຊື້ອໃນ“ງານບຸນໄຫວ້ພະຈັນໃນປະຈຸບັນ-ຍັງຮັກສາຈຸດວັດທະນະທຳດັ້ງເດີມ​

(VOVWORLD) -ບັນຍາກາດຟົດຟື້ນ, ມ່ວນຊື່ນ ຂອງວັນບຸນໄຫວ້ພະຈັນ ພວມປົກຄຸມໄປທົ່ວທຸກແຖບຖິ່ນດ້ວຍບັນດາການເຄື່ອນໄຫວຊ່ວຍໃຫ້ລຸ້ນໜຸ່ມພ້ອມກັນຊອກຫາບັນດາຄຸນຄ່າດ້ານວັດທະນະທຳຂອງວັນບຸນໄຫວ້ພະຈັນໃນປະຈຸບັນ ແລະ ໃນເມື່ອກ່ອນ. 
ເຂົ້າຮ່ວມການເຮັດເຄື່ອງຫຼິ້ນທີ່ເປັນມູນເຊື້ອໃນ“ງານບຸນໄຫວ້ພະຈັນໃນປະຈຸບັນ-ຍັງຮັກສາຈຸດວັດທະນະທຳດັ້ງເດີມ​ - ảnh 1 ນ້ອງສາວພວມຮຽນວິທີເຮັດ ໂຄມໄຟ

ເຫດການ “ງານບຸນໄຫວ້ພະຈັນໃນປະຈຸບັນ - ຍັງຮັກສາບັນດາຈຸດວັດທະນະທຳດັ້ງເດີມໄວ້” ໂດຍກຸ່ມ My Hanoi ຈັດຕັ້ງແມ່ນໜຶ່ງໃນບັນດາລາຍການຄືແນວນັ້ນ. ເມື່ອເຂົ້າຮ່ວມລາຍການ, ທຸກໆຄົນໄດ້ຊອກຫາໂດຍກົງກ່ຽວກັບວິທີເຮັດໂຄມໄຟເປັນຮູບດວງດາວ, ທ່ານປະລິຍາເອກເຮັດດ້ວຍເຈ້ຍ, ໜ້າກາກເຮັດດ້ວຍເຈ້ຍ ຈາກບັນດານັກສິລະປະການພື້ນເມືອງ… ດ້ວຍບັນດາການເຂົ້າຮ່ວມທີ່ປະທັບໃຈ, ພວກນ້ອງນ້ອຍໄດ້ເຈືອຈານເຂົ້າກັບບັນຍາກາດຂອງວັນບຸນໄຫວ້ພະຈັນທີ່ເປັນມູນເຊື້ອຂອງຄົນລຸ້ນກ່ອນ.

ບັນຍາກາດພົວພັນແລກປ່ຽນວັດທະນະທຳ ຮ່າໂນ້ຍ 1010 ທີ່ເຮືອນເລກທີ 32 ຖະໜົນຫວອງທິ, ເມືອງ ໄຕໂຮ່, ໃນວັນທ້າຍສັບປະດາ ມີຄວາມຟົດຟື້ນທີ່ສຸດດ້ວຍການເຂົ້າຮ່ວມຂອງບັນດານ້ອງນ້ອຍ, ພໍ່ແມ່ນັກຮຽນ ແລະ ນັກສຶກສາຫຼາຍຄົນຢູ່ “ຫ້ອງຮຽນ” ໄດ້ເຮັດເຄື່ອງຫຼິ້ນໃນວັນບຸນໄຫວ້ພະຈັນທີ່ເປັນມູນເຊື້ອ. ໃນເດີ່ນກ້ວາງ, ບັນດາໂຄມໄຟຮູບດວງດາວ, ຮູບວົງມົນ… ດ້ວຍຫຼາຍຂະໜາດ, ຫຼາຍສີສັນໄດ້ດຶງດູດພວກເດັກນ້ອຍ, ນັກຮຽນເປັນຈຳນວນຫຼວງຫຼາຍ. ນີ້ແມ່ນ “ຫ້ອງຮຽນ” ທີ່ມີຄວາມດູດດື່ມໃຈດ້ວຍຫົວຂໍ້ “ງານບຸນໄຫວ້ພະຈັນໃນປະຈຸບັນ - ຍັງຮັກສາບັນດາຈຸດວັດທະນະທຳດັ້ງເດີມໄວ້” ໂດຍກຸ່ມ My Hanoi ຈັດຕັ້ງດ້ວຍຄວາມຫວັງ ຢາກສ້າງບັນຍາກາດຂອງວັນບຸນໄຫວ້ພະຈັນທີ່ເປັນມູນເຊື້ອ. ເພື່ອນ ຫງວຽນທຸ໋ຍຮັ່ງ, ຜູ້ຕາງໜ້າກຸ່ມ My Hanoi, ໄດ້ແບ່ງປັນວ່າ:

“ກຸ່ມ My Hanoi ຈັດຕັ້ງລາຍການ “ງານບຸນໄຫວ້ພະຈັນໃນປະຈຸບັນ - ຍັງຮັກສາບັນດາຈຸດວັດທະນະທຳດັ້ງເດີມໄວ້” ເພື່ອເປີດສາກໃຫ້ບັນດາເຫດການກ່ຽວຂ້ອງເຖິງວັນບຸນໄຫວ້ພະຈັນໃນເດືອນ ກັນຍາ. ຈຸດປະສົງໃນການຈັດຕັ້ງເຫດການຂອງ My Hanoi ແມ່ນຢາກນຳມາໃຫ້ພວກເພື່ອນໜຸ່ມ, ບັນດານ້ອງນ້ອຍໃນປະຈຸບັນ ຮູ້ໄດ້ຈຸດຄວາມງາມຕື່ມອີກກ່ຽວກັບວັດທະນະທຳໃນວັນບຸນໄຫວ້ພະຈັນຂອງປູ່ຍ່າຕາຍາຍ, ພໍ່ແມ່ ໃນເມື່ອກ່ອນ, ກໍ່ຄືສ້າງສະຖານທີ່ລະຫຼິ້ນ ເພື່ອໃຫ້ພວກນ້ອງນ້ອຍໄດ້ເຂົ້າຮ່ວມງານບຸນໄຫວ້ພະຈັນທີ່ເປັນມູນເຊື້ອ ແທນທີ່ບັນດາເຄື່ອງຫຼິ້ນທີ່ທັນສະໄໝທີ່ກ່ຽວຂ້ອງເຖິງເຕັກໂລໂນຢີ, ເຄື່ອງເອເລັກໂຕນິກ ຄືໃນປະຈຸບັນ.”

        ເມື່ອເຂົ້າຮ່ວມ “ຫ້ອງຮຽນ” ນີ້, ພວກນ້ອງນ້ອຍ ມີໂອກາດໄດ້ເຮັດບັນດາຜະລິດຕະພັນດ້ວຍຕົນເອງເຊິ່ງແມ່ນເຄື່ອງຫຼິ້ນໃນຍາມວັນບຸນໄຫວ້ພະຈັນທີ່ເປັນມູນເຊື້ອ ດ້ວຍການແນະນຳຂອງນັກສິລະປະການ 2 ຄົນ, ນັ້ນແມ່ນທ່ານນາງ ຫງວຽນທິຕ໋ວຽນ ແລະ ທ່ານ ຫງວຽນວັນຮ່ວາ. ເຂົ້າຮ່ວມເຫດການນີ້, ເອື້ອຍ ເລທິເຟືອງຖາວ, ໃຫ້ຮູ້ວ່າ:

        “ພວກເຮົາຕ້ອງຮັກສາບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອໄວ້, ພິເສດແມ່ນບັນດາງານບຸນ, ບຸນເຕັດສຳລັບ ເດັກນ້ອຍ ຄືແນວນີ້. ປະຈຸບັນ, ສັງຄົມພັດທະນາ, ເດັກນ້ອຍຮູ້ຈັກເຖິງບັນດາລາຍການລະຫຼິ້ນດ້ວຍເຕັກໂນໂລຢີ ຫຼື ເອເລັກໂຕນິກຫຼາຍ, ບັນດາການເຄື່ອນໄຫວຄືແນວນີ້ມີຜົນປະໂຫຍດຕໍ່ພວກນ້ອງຫຼາຍ. ພວກນ້ອງບໍ່ພຽງແຕ່ໄດ້ຮ່ຳຮຽນວິທີເຮັດເຄື່ອງຫຼິ້ນພື້ນເມືອງເທົ່ານັ້ນ ຫາກຍັງຮູ້ເຖິງມູນເຊື້ອໃນເມື່ອກ່ອນຂອງຊາວ ຫວຽດນາມ ແລະ ຮູ້ຈັກເຖິງປະຫວັດຄວາມເປັນມາຂອງມັນຄືແນວໃດ ອີກດ້ວຍ, ການເຄື່ອນໄຫວນີ້ມີຄວາມໝາຍທີ່ສຸດ.”

        ທັງສະແດງວິທີເຮັດເຄື່ອງຫຼິ້ນຫັດຖະກຳ, ນັກສິລະປະການ 2 ຄົນທັງແນະນຳຢ່າງລະອຽດກ່ຽວກັບແຕ່ລະຂັ້ນຕອນເພື່ອເຮັດໄດ້ໂຄມໄຟຮູບດວງດາວ, ປອ ເຈ້ຍ ຫຼື ວ່າໜ້າກາກທີ່ເຮັດດ້ວຍເຈ້ຍ ແລະ ບັນດາເຄື່ອງລະຫຼິ້ນທີ່ພວກນ້ອງນ້ອຍເຄີຍນຳໃຊ້ໃນໂອກາດວັນບຸນໄຫວ້ພະຈັນ ໃນເມື່ອກ່ອນ.

ເຂົ້າຮ່ວມການເຮັດເຄື່ອງຫຼິ້ນທີ່ເປັນມູນເຊື້ອໃນ“ງານບຸນໄຫວ້ພະຈັນໃນປະຈຸບັນ-ຍັງຮັກສາຈຸດວັດທະນະທຳດັ້ງເດີມ​ - ảnh 2 ສະມາຊິກ My Hanoi  ແລະ ບັນດາຜູ້ເຂົ້າຮ່ວມລາຍການ

        ຄວາມຢາກຮູ້ຢາກເຫັນ ຄວາມກະຕືລືລົ້ນ ແລະ ຄວາມນິຍົມຊົມຊອບໄດ້ສະແດງອອກເຫັນໄດ້ຊັດຜ່ານໃບໜ້າສີຕາຂອງພວກເດັກນ້ອຍ ເມື່ອເປັນຄັ້ງທຳອິດໄດ້ຮັບຊົມບັນດາຂັ້ນຕອນການເຮັດເຄື່ອງຫຼິ້ນທີ່ເປັນມູນເຊື້ອເນື່ອງໃນໂອກາດວັນບຸນໄຫວ້ພະຈັນ. ນ້ອງ ຫງວຽນດັງກວນ, ຢູ່ຮ່າໂນ້ຍ, ເລົ່າດ້ວຍຄວາມກະຕືລືລົ້ນສູ່ຟັງວ່າ:

        “ນ້ອງເຫັນວ່າ ຂັ້ນຕອນທີ່ຫຍຸ້ງຍາກທີ່ສຸດນັ້ນແມ່ນການເຮັດ ຕົນໂຕຂອງທ່ານ ປອ ເຈ້ຍ ແຕ່ນັກສິລະປະການ ໄດ້ແນະນຳໃຫ້ນ້ອງຢ່າງລະອຽດທີ່ສຸດແລ້ວ. ມື້ນີ້, ນ້ອງເຮັດທ່ານ ປອ ເຈ້ຍ ງາມທີ່ສຸດເພື່ອເອົາໄວ້ຫຼິ້ນໃນວັນບຸນໄຫວ້ພະຈັນ. ນ້ອງກໍ່ໄດ້ຊອກຮູ້ຕື່ມອີກກ່ຽວກັບເຄື່ອງລະຫຼິ້ນພື້ນເມືອງ.”

        ໂອກາດວັນບຸນໄຫວ້ພະຈັນປີນີ້, ພ້ອມກັບ ລາຍການ “ວັນບຸນໄຫວ້ພະຈັນ ໃນປະຈຸບັນ - ຍັງຮັກສາບັນດາຈຸດວັດທະນະທຳທີ່ເກົ່າແກ່ໄວ້”, ກຸ່ມ My Hanoi ຍັງໄດ້ຈັດຕັ້ງບາງເຫດການອື່ນໆອີກຄື: ສອນການເຮັດເຂົ້າໜົມໄຫວ້ພະຈັນ ທີ່ເປັນມູນເຊື້ອ, ເຮັດໂຕນົກຫົງດ້ວຍຝ້າຍ… ເຊິ່ງແມ່ນບັນດາເຄື່ອງຫຼິ້ນທີ່ເຄີຍເຫັນໃນໂອກາດວັນບຸນໄຫວ້ພະຈັນ ໃນເມື່ອກ່ອນ ເພື່ອໃຫ້ພວກເດັກນ້ອຍຂອງນະຄອນຫຼວງ ແລະ ພໍ່ແມ່ນັກຮຽນ ພ້ອມກັນໄດ້ເຂົ້າຮ່ວມການເຄື່ອນໄຫວທີ່ປະທັບໃຈນີ້. ຜ່ານບັນດາການເຄື່ອນໄຫວຄືແນວນີ້, ພວກເຮົາເຫັນໄດ້ວ່າ ບັນດາໂຄມໄຟຮູບດວງດາວ, ທ່ານ ປອ ເຈ້ຍເຫຼົ່ານັ້ນ… ແລະ ບັນດາເຄື່ອງຫຼິ້ນພື້ນເມືອງອື່ນໆຂອງ ຫວຽດນາມ ນັບມື້ນັບໄດ້ປະກົດຕົວເປັນຈຳນວນຫຼວງຫຼາຍຢູ່ຂ້າງພາເຂົ້າພາໝາກໄມ້ໃນໂອກາດວັນບຸນໄຫວ້ພະຈັນເດືອນ 8.

ຕອບກັບ

ຂ່າວ/ບົດ​ອື່ນ