ເຄືອຂ່າຍດຳເນີນທຸລະກິດວົງຄະນະຍາດຊຸມຊົນ-ເຊື່ອມຕໍ່ເພື່ອຄວາມສຳເລັດ

(VOVWORLD) -ດ້ວຍຄວາມປາດຖະໜາຢາກຕື່ມເຕັມໃຫ້ສິ່ງທີ່ຂາດໄປນັ້ນ, ສື່ສັງຄົມ Vibook ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍຮູບແບບດຳເນີນທຸລະກິດວົງຄະນະຍາດຊຸມຊົນ, ຊ່ວຍໃຫ້ຜູ້ຊົມໃຊ້ເຊື່ອມຕໍ່ກັນພ້ອມກັນໄດ້ຮັບຜົນປະໂຫຍດ.
ເຄືອຂ່າຍດຳເນີນທຸລະກິດວົງຄະນະຍາດຊຸມຊົນ-ເຊື່ອມຕໍ່ເພື່ອຄວາມສຳເລັດ - ảnh 1(ພາບປະກອບ: nhiepanhdoisong.vn)

ໃນສະໄໝເຕັກໂນໂລຊີ 4.0 ຄືໃນປະຈຸບັນ, ຄຳປະໂຫຍກທີ່ວ່າ ສື່ສັງຄົມອອນລາຍ ແລະ ເວັບໄຊການຄ້າເອເລັກໂຕນິກໄດ້ກາຍເປັນຄວາມລື້ງເຄີຍຂອງຜູ້ຊົມໃຊ້. ເຖິງຢ່າງໃດກໍ່ຕາມ, ບັນດາສື່ສັງຄົມອອນລາຍນີ້ສ່ວນຫຼາຍພຽງແຕ່ຢຸດຢູ່ໃນເລື່ອງເຊື່ອມຕໍ່ກັບວົງຄະນະຍາດຊຸມຊົນເທົ່ານັ້ນ. ໃນຂະນະນັ້ນ, ເວັບໄຊການຄ້າເອເລັກໂຕນິກ ຖືກຈຳກັດການຕອບຮັບໃນການແລກປ່ຽນການຄ້າ. ດ້ວຍຄວາມປາດຖະໜາຢາກຕື່ມເຕັມໃຫ້ສິ່ງທີ່ຂາດໄປນັ້ນ, ສື່ສັງຄົມ Vibook ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍຮູບແບບດຳເນີນທຸລະກິດວົງຄະນະຍາດຊຸມຊົນ, ຊ່ວຍໃຫ້ຜູ້ຊົມໃຊ້ເຊື່ອມຕໍ່ກັນພ້ອມກັນໄດ້ຮັບຜົນປະໂຫຍດ.

ດ້ວຍຄວາມປາດຖະໜາຢາກຊ່ວຍໃຫ້ວິສາຫະກິດ 100% ມີເຄື່ອງມື ມາດຕະການຫັນເປັນດີຈີຕອນ, ມີປະຊາຊົນ 80% ສ້າງວິສາຫະກິດເລີ່ມຕົ້ນທຸລະກິດດີຈີຕອນໃນຍຸກສະໄໝດີຈີຕອນ, ສື່ສັງຄົມ Vibook ໄດ້ຮັບການສ້າງຂຶ້ນ ເພື່ອແນໃສ່ໜູນຊ່ວຍວິສາຫະກິດຫັນເປັນດີຈີຕອນ, ສະໜອງບັນດາການບໍລິການແກ້ໄຂຫັນເປັນດີຈີຕອນ ດ້ວຍຄ່າໃຊ້ຈ່າຍຕ່ຳ, ບັນລຸປະສິດທິຜົນສູງ. ໂດຍໄດ້ຮັບການສ້າງຂຶ້ນຕາມຮູບແບບລະບົບຊີວະພາບ “ທຸກສິ່ງທຸກຢ່າງຢູ່ໃນອັນດຽວ”, ລະບົບ Vibook ລວມມີ: ສື່ສັງຄົມອອນລາຍ, ເວັບໄຊການຄ້າເອເລັກໂຕນິກ, ຊອບແວຄຸ້ມຄອງການຂາຍເຄື່ອງ. Vibook ມຸ່ງໄປເຖິງເລື່ອງຊ່ວຍ 3 ເປົ້າໝາຍ: ລວມມີວົງຄະນະຍາດຊຸມຊົນ, ຊາວກະສິກອນ ແລະ ວິສາຫະກິດ ໄດ້ຊົມໃຊ້ມາດຕະການໜູນຊ່ວຍການຫັນເປັນດີຈີຕອນ. ອ້າຍ ແກວັກວັນຫາຍ, ຫົວໜ້າພະແນກດຳເນີນທຸລະກິດ Vibook, ໃຫ້ຮູ້ວ່າ:

“ສຳລັບ Vibook, ປະຊາຊົນຈະໄດ້ເຂົ້າຮ່ວມດ້ວຍບົດບາດເປັນວິສາຫະກິດເອກະລາດ, ບໍ່ຕ້ອງຜ່ານເວັບໄຊການຄ້າເອເລັກໂຕນິກເປັນກາງ, ເຊິ່ງປະຊາຊົນສາມາດຂາຍຜະລິດຕະພັນຂອງຕົນດ້ວຍເຕັກໂນໂລຊີ ໂດຍ Vibook ພັດທະນາ. ປະຊາຊົນກໍ່ສາມາດເອົາ ຜະລິດຕະພັນພາບຖ່າຍລົງ ແລະ ສຳຜັດກັບຜູ້ຊົມໃຊ້ໂດຍກົງຜ່ານທາງອອນລາຍ. ສຳລັບວິສາຫະກິດດີຈີຕອນ, Vibook ສ້າງລະບົບຊີວະພາບເປັນຢ່າງດີກວ່າ ດ້ວຍອັດຕະໂນມັດ, ມຸ່ງໄປເຖິງເປົ້າໝາຍສະໄໝ 5.0 ໃຫ້ອະນາຄົດ”.

ໃນລະບົບ Vibook, ຜູ້ຊົມໃຊ້ສື່ສັງຄົມອອນລາຍຈະບໍ່ຕ້ອງເສຍເງິນ, ໄດ້ຂາຍເຄື່ອງໃຫ້ແກ່ວິສາຫະກິດເພື່ອຫາລາຍໄດ້ຕື່ມອີກ ໂດຍບໍ່ຕ້ອງເສຍເງິນລົງທຶນ. ຈາກຜູ້ຂາຍເຄື່ອງທຳມະດາ ສາມາດກາຍເປັນເຈົ້າຂອງໃນພື້ນຖານເຕັກໂນໂລຊີ ແລະ ເຂົາເຈົ້າສາມາດສ້າງວິສາຫະກິດດີຈີຕອນດ້ວຍຕົນເອງ, ແບ່ງປັນຜົນກຳໄລເມື່ອພັດທະນາການດຳເນີນທຸລະກິດຈາກສື່ສັງຄົມອອນລາຍຄື: ການໂຄສະນາ, ແບ່ງປັນຜະລິດຕະພັນຂອງວິສາຫະກິດອື່ນ, ມີສິດຂຸດຄົ້ນລະບົບຊີວະພາບໃນ Vibook. ປະຈຸບັນ, Vibook ພວມໜູນຊ່ວຍປະຊາຊົນຢູ່ບັນດາເຂດ, ພາກນຳຜະລິດຕະພັນກະສິກຳຂອງ ຫວຽດນາມ ເຂົ້າສູ່ລະບົບດີຈີຕອນ, ເຊື່ອມຕົວເຂົ້າກັບການຫັນເປັນດີຈີຕອນລະດັບຊາດ ແລະ ທົ່ວໂລກ. ທ່ານ ບຸຍກວກເລິບ, ເຈົ້າຂອງເຮືອນສວນຂຽວ, ໃຫ້ຮູ້ວ່າ:

“ກ່ອນນີ້, ພວກຂ້າພະເຈົ້າເປັນວິສາຫະກິດເຄື່ອນໄຫວຕາມແບບເກົ່າ. ພາຍຫຼັງທີ່ຮູ້ຈັກ Vibook, ລະບົບນີ້ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າມີຄວາມຄິດໃໝ່, ນັ້ນແມ່ນວິທີດຳເນີນທຸລະກິດແບ່ງປັນສິດຜົນປະໂຫຍດ ແລະ ຜົນກຳໄລ, ທັງ 2 ລ້ວນແຕ່ໄດ້ຮັບຜົນປະໂຫຍດ. ກ່ອນນີ້ພວກຂ້າພະເຈົ້າພຽງແຕ່ຂາຍຜະລິດຕະພັນຢູ່ທ້ອງຖິ່ນເທົ່ານັ້ນ ແຕ່ພາຍຫຼັງນຳໃຊ້Vibook, ຂ້າພະເຈົ້ານຳໃຊ້ວິທີຈັດແບ່ງຜົນກຳໄລກັບໂປຼແກຼມ maketing ຂອງ Vibook. ຕົວຢ່າງຄື ຂ້າພະເຈົ້າໃຫ້ຄຳປຶກສາໃນການບົວລະບັດຕົ້ນໄມ້ໃຫ້ແກ່ລູກຄ້າ. ແຕ່ຜ່ານນັ້ນ ຂ້າພະເຈົ້າຍັງສາມາດຂາຍຝຸ່ນໃຫ້ເຂົາເຈົ້ານຳອີກ”.

ເຄືອຂ່າຍດຳເນີນທຸລະກິດວົງຄະນະຍາດຊຸມຊົນ-ເຊື່ອມຕໍ່ເພື່ອຄວາມສຳເລັດ - ảnh 2ທ່ານ ຫງວຽນເຫງັຍເວື້ອງ, ປະທານສະພາບໍລິຫານ ທັງເປັນຜູ້ອຳນວຍການໃຫຍ່ Vibook Group
(ພາບ: kinhtedothi.vn)

ທ່ານ ຫງວຽນເຫງັຍເວື້ອງ, ປະທານສະພາບໍລິຫານ ທັງເປັນຜູ້ອຳນວຍການໃຫຍ່ Vibook Group, ໃຫ້ຮູ້ວ່າ:

“ໃນການໜູນຊ່ວຍວິສາຫະກິດຫັນເປັນດີຈີຕອນ, ພວກຂ້າພະເຈົ້າໄດ້ສຸມໃສ່ມາດຕະການແນະນຳສິນຄ້າຜ່ານການໂຄສະນາສື່ສານ ແລະ ຂາຍເຄື່ອງ, ຊ່ວຍໃຫ້ວິສາຫະກິດເຄື່ອນໄຫວແບບເກົ່າໂຄສະນາເຄື່ອງໝາຍການຄ້າ ແລະ ຜະລິດຕະພັນຂອງຕົນຢ່າງກວ້າງຂວາງ. ໃນສື່ສັງຄົມອອນລາຍນີ້, ພວກຂ້າພະເຈົ້ານຳໃຊ້ເຄື່ອງມືໂຄສະນາເຊື່ອມຕໍ່ເພື່ອຊ່ວຍວິສາຫະກິດ ແທນທີ່ ຂາຍເຄື່ອງເອງ ເຂົາເຈົ້າຈະມີລະບົບຜູ້ຮ່ວມງານທີ່ບໍ່ຈຳກັດການຂາຍເຄື່ອງຊ່ວຍເຂົາເຈົ້າ ໂດຍບໍ່ຕ້ອງຈ່າຍເງິນເດືອນພື້ນຖານ. ມາດຕະການດັ່ງກ່າວໄດ້ຊ່ວຍໃຫ້ວິສາຫະກິດຫຼຸດຜ່ອນລາຍຈ່າຍ marketing ແລະ ບຸກຄະລາກອນເຖິງ 95%”.

ປະຈຸບັນ,  Vibook ພວມຂະຫຍາຍໄປສູ່ບັນດາແຂວງ, ນະຄອນໃນທົ່ວປະເທດ ດ້ວຍເປົ້າໝາຍແຕ່ລະແຂວງ, ນະຄອນປຽບເໝືອນບໍລິສັດແຫ່ງໜຶ່ງ ແລະ ຈະກາຍເປັນສູນບຳລຸງສ້າງໜູນຊ່ວຍປະຊາຊົນແຂວງນັ້ນ ໄດ້ເຂົ້າເຖິງ ຮູບແບບດັ່ງກ່າວຢ່າງວ່ອງໄວທີ່ສຸດ, ໂຄສະນາບັນດາຜະລິດຕະພັນໃນລະບົບດີຈີຕອນ ໂດຍບໍ່ຕ້ອງການຜ່ານບັນດາຝ່າຍທີ່ເປັນກາງ./.

ຕອບກັບ

ຂ່າວ/ບົດ​ອື່ນ