ເຕັກໂນໂລຊີ eGap - ໂປຼແກຼມການກະສິກໍາເອເລັກໂຕນິກ

(VOVWORLD) - Egap.vn ເປັນປະຕູຖານຂໍ້ມູນທາງອອນລາຍເພື່ອຄຸ້ມຄອງ ແລະ ຊອກຫາຕົ້ນກຳເນີດຂອງ 4 ກຸ່ມຜະລິດຕະພັນ
ເຕັກໂນໂລຊີ eGap - ໂປຼແກຼມການກະສິກໍາເອເລັກໂຕນິກ - ảnh 1ພິທີເປີດປະຕູຖານຂໍ້ມູນ
(ພາບ: egap.vn)
ໂດຍເລີ່ມມາຈາກຄວາມຕ້ອງການຕົວຈິງຂອງຜູ້ບໍລິໂພກແມ່ນຕ້ອງມີຄວາມໂປ່ງໃສກ່ຽວກັບຕົ້ນກຳເນີດຜະລິດຕະພັນ ແລະ ຮັບໃຊ້ການຫັນເປັນດີຈີຕອນໃນຂົງເຂດກະສິກຳ, ບັນດານັກວິທະຍາສາດຈາກສະຫະສະມາຄົມສະຫະກອນ ເສດຖະກິດດີຈີຕອນຫວຽດນາມ (VDECA) ໄດ້ສ້າງຊຸດມາດຕະການແກ້ໄຂການບໍລິຫານດີຈີຕອນກະສິກຳ 4.0 eGap, ປະຕິບັດໃນໂປຼແກຼມ eGap.vn. ນີ້ແມ່ນປະຕູຖານຂໍ້ມູນເພື່ອຄຸ້ມຄອງ, ກວດກາ, ຊອກຫາຕົ້ນກຳເນີດ ແລະ ເຊື່ອມຕໍ່ຕະຫຼາດຜະລິດຕະພັນກະເສດຂອງ ຫວຽດນາມ, ປະຈຸບັນ 10 ແຂວງ, ນະຄອນ ໄດ້ນຳໃຊ້ຢ່າງບັນລຸປະສິດທິຜົນ.

Egap.vn ເປັນປະຕູຖານຂໍ້ມູນທາງອອນລາຍເພື່ອຄຸ້ມຄອງ ແລະ ຊອກຫາຕົ້ນກຳເນີດຂອງ 4 ກຸ່ມຜະລິດຕະພັນ: ແນວປູກ, ການລ້ຽງສັດ, ສິນໃນນ້ຳ, ການປຸງແຕ່ງຜະລິດຕະພັນກະເສດ, ໂດຍການບັນທຶກເອເລັກໂຕນິກດ້ວຍໂປຼແກຼມໂທລະສັບມືຖື Android ແລະ iOS. ດ້ວຍການນຳໃຊ້ໂປຼແກຼມບັນທຶກເອເລັກໂຕນິກ, ກ້ອງຖ່າຍຄາເມຣາເຂດທົ່ງນາ, ເກັບຮັກສາຂໍ້ມູນສະພາບຕົວຈິງກ່ຽວກັບລະບົບການຜະລິດທັງໝົດ, ຕິດຕາມກວດກາເຂດປູກຕາມສັນຍາທີ່ໄດ້ລົງນາມ, ຊາວກະສິກອນໄດ້ຮັບປະກັນການອຸປະໂພກໃຫ້ຖືກຕາມຂໍ້ກຳນົດ. ຜ່ານໂປຼແກຼມດັ່ງກ່າວ, ຜູ້ຜະລິດຮູ້ລ່ວງໜ້າວ່າ ຜະລິດຕະພັນຂອງເຂົາຈະຂາຍໃຫ້ຜູ້ໃດ, ໄດ້ລາຄາເທົ່າໃດ, ເປັນເຈົ້າການສ້າງແຜນການບັນຊີທີ່ໂປ່ງໃສ... ສຳລັບຝ່າຍລູກຄ້າ, ໂດຍຜ່ານລະຫັດສະແຕມ QR, ລູກຄ້າສາມາດຊອກຫາຂໍ້ມູນຂ່າວສານ, ເຊິ່ງໄດ້ສ້າງຄວາມໝັ້ນໃຈກ່ຽວກັບຜະລິດ ຕະພັນ.

ເຕັກໂນໂລຊີ eGap - ໂປຼແກຼມການກະສິກໍາເອເລັກໂຕນິກ - ảnh 2ທ່ານ ປອ ມາຍກວາງວິງ
(ພາບ: sonla.egap.vn)

ທ່ານ ປອ ມາຍກວາງວິງ, ປະທານສະພາຄຸ້ມຄອງບໍລິຫານ, ສະຫະສະມາຄົມສະຫະກອນເສດຖະກິດດີຈີຕອນ ຫວຽດນາມ ໃຫ້ຮູ້ວ່າ:

“ລະບົບການແກ້ໄຂນີ້ແມ່ນໄດ້ຮັບການນໍາໃຊ້ທີ່ດີໃນຂົງເຂດກະສິກໍາ. ມີຊາວກະສິກອນນັບລ້ານຄົນຈະສາມາດ ນໍາໃຊ້ຄຸນປະໂຫຍດຂອງລະບົບນີ້ ຜ່ານໂທລະສັບ ມືຖື. ປະຈຸບັນ, ລະບົບພວມນັບມື້ນັບໄດ້ຍົກລະດັບ ແລະ ປັບປຸງ ເພື່ອເຮັດແນວໃດຈິ່ງຈະສ້າງພາຫະນະຄຸ້ມຄອງ, ຕິດຕາມ, ຊອກຫາຕົ້ນກຳເນີດໂດຍໂປ່ງໃສ ແລະ  ເຊື່ອມຕໍ່ຕະຫຼາດຜະລິດຕະພັນກະເສດຂອງ ຫວຽດນາມ ຢ່າງມີປະສິດທິຜົນ”.

ຢູ່ແຂວງ ເຊີນລາ, ປະຕູຖານຂໍ້ມູນເອເລັກໂຕນິກ ເພື່ອຕິດຕາມ ແລະ ເຊື່ອມຕໍ່ບັນດາຕະຫຼາດກະສິກຳ eGap.vn ໄດ້ເປີດນຳໃຊ້ຢ່າງເປັນທາງການແຕ່ເດືອນ ສິງຫາ ປີ 2018.ສະຫະກອນ ນາປໍ, ຕາແສງ ຫງອກຮວ່າງ, ເມືອງ ມາຍເຊີນ ແມ່ນໜຶ່ງໃນບັນດາສະຫະກອນທີ່ເຂົ້າຮ່ວມການທົດລອງ.

ກ່ອນນີ້, ເມື່ອປະຕິບັດການຜະລິດຕາມມາດຕະຖານ VietGap, ບັນດາສະມາຊິກສະຫະກອນ ຕ້ອງບັນທຶກການຜະລິດໂດຍຂຽນໃສ່ເຈ້ຍ. ສະນັ້ນສ້າງຄວາມບໍ່ສະດວກໃນການເກັບຮັກສາການບັນທຶກ ການຜະລິດ ສະນັ້ນ ໃນການສົ່ງອອກແຕ່ລະເທື່ອ, ສະຫະກອນຕ້ອງໃຊ້ເວລາຫຼາຍໃນການຊອກຫາ ການບັນທຶກການຜະລິດນັ້ນ. ບັນດາບັນຫາເຫຼົ່ານັ້ນໄດ້ຮັບການແກ້ໄຂໂດຍປະຕູຖານຂໍ້ມູນເອເລັກໂຕນິກ eGgap.vn. ພຽງແຕ່ມີສະມາດໂຟນ ເຊື່ອມຕໍ່ກັບອິນເຕີເນັດ, ຊາວກະສິກອນກໍ່ສາມາດຄຸ້ມຄອງ ການເຄື່ອນໄຫວຜະລິດໄດ້ຢ່າງງ່າຍດາຍ, ສ້າງຄວາມເຊື່ອຖືໃຫ້ແກ່ຜະລິດຕະພັນ ກະສິກໍາໃນຕະຫຼາດ.

ກໍ່ຕາມທ່ານ ປອ ມາຍກວາງວິງ, ປະທານສະພາບໍລິຫານສະຫະສະມາຄົມສະຫະກອນເສດຖະກິດດີຈີຕອນ ຫວຽດນາມ ແລ້ວ, ຫົວໜ່ວຍພັດທະນາມາດຕະການແກ້ໄຂ Egap.vn, ການຄຸ້ມຄອງເອເລັກໂຕນິກ 4.0 ໄດ້ປະຕິບັດກະສິກຳດີໂດຍການນຳໃຊ້ Egap.vn:

ພວກຂ້າພະເຈົ້າພວມປະສານສົມທົບກັບອົງການອຸຕຸນິຍົມອຸທົກກະສາດສູນກາງ, ເພື່ອຕິດຕັ້ງລະບົບ radar ສະພາບອາກາດ ເພື່ອແຈ້ງເຕືອນເລື່ອງເກີດມີຝົນຕົກຟ້າຜ່າ, ຝົນໝາກເຫັບພາຍໃນເວລາ 1-2 ຊົ່ວໂມງ.ລະບົບຂອງພວກຂ້າພະເຈົ້າເປັນລະບົບສົ່ງແຈ້ງທັນທີ ແລະ ສົ່ງຜ່ານໂທລະສັບມືຖື ສະນັ້ນສາມາດເຕືອນໄພລ່ວງໜ້າໄດ້”.

ໃນທ່າອ່ຽງເຊື່ອມໂຍງເຂົ້າກັບທົ່ວໂລກ, ບັນຫາບໍລິຫານການຜະລິດ, ຄຸ້ມຄອງຜະລິດຕະພັນແມ່ນຮີບດ່ວນ. ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ 4.0 ເຂົ້າໃນການຄຸ້ມຄອງ, ຕິດຕາມ, ຊອກຫາຕົ້ນກຳເນີດຢ່າງໂປ່ງໃສ ແລະ ການເຊື່ອມຕໍ່ກັບຕະຫຼາດຜະລິດຕະພັນກະເສດໄດ້ກາຍເປັນຄວາມຈິງ ແລະ ມີຄວາມເປັນໄປໄດ້. ນີ້ກໍ່ແມ່ນທ່າອ່ຽງທີ່ຈຳເປັນຂອງຂະແໜງກະສິກຳ ເພື່ອປ່ຽນແປງປະເພນີເຮັດກະສິກຳແບບເກົ່າ, ຍົກສູງຄຸນນະພາບ, ມູນຄ່າຂອງຜະລິດຕະພັນ, ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ.

        ຊຸດມາດຕະການແກ້ໄຂ Egap ແລະ Egap.vn ໄດ້ປະຕິບັດການຫັນບັນດາຂອດຜະລິດເປັນດີຈີຕອນ, ປະກອບສ່ວນຫັນການຜະລິດກະສິກຳເປັນດີຈີຕອນ, ຍົກສູງປະສິດທິຜົນການຜະລິດ. ການຫັນເປັນດີຈີຕອນ ຍັງແມ່ນ “ກຸນແຈ” ເພື່ອສ້າງ ແລະ ພັດທະນາລະບົບສະໜອງກະສິກຳທີ່ປອດໄພຢ່າງມີປະສິດທິຜົນ, ນຳພື້ນຖານກະສິກຳ ຫວຽດນາມ ພັດທະນາຕາມທິດຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ