ເປີດສະຫລອງຮູບແບບກວດກາ“ປະຕູດຽວ,ຢຸດເທື່ອຫນຶ່ງຢູ່ດ່ານຊາຍແດນລາວບາວ-ແດນສະຫວັນ


ເປີດສະຫລອງຮູບແບບກວດກາ“ປະຕູດຽວ,ຢຸດເທື່ອຫນຶ່ງຢູ່ດ່ານຊາຍແດນລາວບາວ-ແດນສະຫວັນ - ảnh 1
ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ແລະ​ລາວ​ທີ່​ພິ​ທີ​ເປີດ​ສະ​ຫລອງ
ພາບ:vov
(vovworld)-​ ຕອນ​ເຊົ້າ​ວັນ​ທີ 6/2, ກະ​ຊວງ​ການ​ຕ່າງ​ປະ​ເທດ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ ໄດ້​ຈັດ​ຕັ້ງ​ພິ​ທີ​ເປີດ​ສະ​ຫລອງ​ຮູບ​ແບບກວດ​ກາ “ປະ​ຕູ​ດຽວ, ຢຸດ​ເທື່ອ​ຫນຶ່ງ” ຢູ່​ດ່າ​ນ​ຊາຍ​ແດນ ລາວ​ບາວ- ແດນ​ສະ​ຫວັນ ນອນ​ໃນ​ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ. ນີ້​ເປັນ​ຄັ້ງ​ທຳ​ອິດ​ຮູບ​ແບບ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຜັ​ນ​ຂະ​ຫຍາຍ​ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ລາວ​ບາວ -ແດນ​ສະ​ຫວັນ ເພື່ອ​ຊຸກ​ຍູ້​ການ​ເຊື່ອມ​ຈອດ, ຫລຸດ​ຜ່ອນ​ລະ​ບຽບ​ການ ແລະ ສ້າງ​ຄວາມ​ສະ​ດວກ​ກ່ຽວ​ກັບ​ກົນ​ໄກ​, ນ​ະ​ໂຍ​ບາຍ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ປ​ະ​ຊາ​ຊົນ​ໄປ​ມາ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊ​ວນ​ຟຸກ ຢືນ​ຢັນ​ວ່າ: ພິ​ທີ​ເປີດ​ສະ​ຫລອງ​ຮູບ​ແບບກວດ​ກາ​ “ປະ​ຕູ​ດຽວ, ຢຸດ​ເທື່ອ​ຫນຶ່ງ” ເປັນ​ການ​ພິ​ສູດ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ ແລະ ຄວາມ​ມາ​ນະ​ພະ​ຍ​າ​ຍາມ​ຂອງ​ພັກ ແລະ ລັດ​ຖະ​ບານ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ, ສືບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ດວກ ໃຫ້​ແກ່​ດ້ານການ​ຄ້າ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ໃນ​ການ​ກະ​ກຽມ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ໃນ​ທ້າຍ​ປີນີ້.

        “ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ຜັນ​ຂະ​ຫຍາຍ​ຮູບ​ແບບກວດ​ກາ“ປະ​ຕູ​ດຽວ, ຢຸດ​ເທື່ອ​ຫນຶ່ງ” ຢູ່​ດ່ານ​ຊາຍ​ແດນ ລາວ​ບາວ-ແດນ​ສະ​ຫວັນ ຈະ​ປະ​ກອບ​ສ່ວນ​ນຳ​ລາວ ຈາກ​ປະ​ເທດບໍ່​ມີ​ທະ​ເລ​ເປັນ​ປະ​ເທດ​ທາງ​ຜ່ານ, ເປັນ​ຂົວ​ຕໍ່​ໃນ​ພາກ​ພື້ນ​ແມ່​ນ້ຳ​ຂອງ ພ້ອມ​ທັງຊ່ວຍ​ໃຫ້​ສອງ​ແຂວງ ກວ໋າງ​ຈີ້ ແລະ ສະ​ຫວັນ​ນະ​ເຂດ ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນປະ​ຕູ​ ຂອງ​ສອງ​ປະ​ເທດ​ໃນ​ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ, ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ທ້ອງ​ຖິ່ນ ເພື່ອ​ບືນ​ຂຶ້ນ, ສ້າງ​ການ​ພັດ​ທະ​ນາ​ຢ່າງ​ສະ​ໝ່ຳ​ສະ​ເຫມີ​ໃນ​ທຸກ​ຂົງ​ເຂດ, ປະ​ກອບ​ສ່ວນ​ລົບ​ລ້າງ​ຄວາມ​ອຶ​ດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ຍົກ​ສູງ​ຊີ​ວິດ​ການ​ເປ​ັນ​ຢູ່​ຂອງ​ປະ​ຊາ​ຊົນ.”

ຂ່າວ/ບົດ​ອື່ນ