ເລຂາທິການໃຫຍ່ ຫງວຽນວັນລີງ - ຜູ້ລິເລີ່ມກິດຈະການປ່ຽນແປງໃໝ່

(VOVWORLD) -  ພາລະກິດແຫ່ງການປ່ຽນແປງໃໝ່ໂດຍພັກກອມມູນິດ ຫວຽດນາມ ລິເລີ່ມ ແລະ ຊີ້ນຳ ນຳພາປະຕິບັດຈົດມາຮອດປະຈຸບັນ ໄດ້ບັນລຸຜົນງານໃຫຍ່ຫຼວງຫຼາຍຢ່າງ, ເຮັດໃຫ້ໂສມໜ້າຂອງປະເທດຊາດ ແລະ ຜົນສະທ້ອນຂອງ ຫວຽດນາມ ໃນເວທີສາກົນມີການປ່ຽນແປງ.
ເລຂາທິການໃຫຍ່ ຫງວຽນວັນລີງ - ຜູ້ລິເລີ່ມກິດຈະການປ່ຽນແປງໃໝ່ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນວັນລີງ 

ບັນດາຜົນງານເຫຼົ່ານັ້ນມີການປະກອບສ່ວນສຳຄັນພິເສດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລີງ - ເຊິ່ງເປັນຜູ້ລິເລີ່ມກິດຈະການປ່ຽນແປງໃໝ່ພື້ນຖານເສດຖະກິດ ຫວຽດນາມ ນັບແຕ່ກາງທົດສະວັດທີ 80 ຂອງສະຕະວັດກ່ອນ. ບົດຂຽນຂອງ ເຟືອງທວາ ແລະ ເລເຟືອງ.

        ທ່ານເລຂາທິການໃຫຍ່ ຫງວຽນວັນລີງ, ມີຊື່ແທ້ວ່າ ຫງວຽນວັນກຸກ (ເກີດເມື່ອວັນທີ 1/7/1915 ແລະ ເຖິງແກ່ມໍລະນະກຳວັນທີ 27/4/1998), ເຊິ່ງເປັນລູກຮັກຫຼານແພງຂອງເຂດດິນແດນ ຮຶງອຽນ. ໂດຍໄດ້ກຳເນີດໃນຄອບຄົວມີມູນເຊື້ອຮັກຊາດ, ມີຄວາມເຂົ້າໃຈຕໍ່ການປະວັດ, ຄວາມທຸກຍາກລຳບາກຂອງປະຊາຊົນທີ່ດຳລົງຊີວິດພາຍໃຕ້ແອກປົກຄອງຂອງສັດຕູຜູ້ຮຸກຮານ, ທ່ານໄດ້ເຂົ້າຮ່ວມການປະຕິວັດເມື່ອມີອາຍຸ 14 ປີ, ເຄີຍຖືກສັດຕູຈັບຕົວ, ກັກຂັງຫລາຍເທື່ອ. ທ່ານເຄີຍເຂົ້າຮ່ວມການນຳພາຢູ່ຫຼາຍທ້ອງຖິ່ນ, ອົງການສູນກາງ ແລະ ເຖິງວ່າ ຢູ່ໃສ, ເຮັດວຽກງານຫຍັງກໍ່ຕາມແຕ່ທ່ານກໍ່ໄດ້ປະກອບສ່ວນກຳລັງເຫື່ອແຮງ, ພຸມປັນຍາເພື່ອອຸທິດສ່ວນໃຫ້ແກ່ພັກ ແລະ ປະຊາຊົນ.

        ໃນກາງຊຸມປີ 80 ຂອງສະຕະວັດທີ 20, ໃນຖານະຕຳແໜ່ງເປັນເລຂາຄະນະພັກນະຄອນໂຮ່ຈີມິນ, ດ້ວຍຈິດໃຈປະດິດຄິດສ້າງ, ກ້າຄິດກ້າທຳ, ທ່ານ ຫງວຽນວັນລີງ ແມ່ນຜູ້ເປີດໄຟຂຽວໃຫ້ນະຄອນໂຮ່ຈີມິນ ປະຕິບັດກິດຈະການປ່ຽນແປງໃໝ່ດ້ວຍຄວາມຕັດສິນໃຈຢ່າງແຮງກ້າ, ນັ້ນແມ່ນລົບລ້າງກົນໄກລວມສູນ, ລະບອບເກື້ອກູນ, ປະຕິບັດທົດລອງການປ່ຽນແປງໃໝ່ກ່ຽວກັບການຄຸ້ມຄອງເສດຖະກິດຢູ່ລັດວິສາຫະກິດບາງແຫ່ງ. ນີ້ແມ່ນບັນດາບາດກ້າວບຸກທະລຸທຳອິດ, ເຖິງວ່າບໍ່ທັນສົມບູນແບບເທື່ອກໍ່ຕາມເພື່ອລົບລ້າງກົນໄກຄຸ້ມຄອງແບບເກົ່າ. ເຖິງວ່າ ຖືກຫຼາຍຄົນຕຳໜິຕິຕຽນ ແລະ ຖືວ່ານະຄອນໄດ້ແລ່ນຕາມກົນໄກການຕະຫຼາດ ແຕ່ທ່ານກໍ່ເດັດດ່ຽວ ຢຶດໝັ້ນກັບວິທີການເຮັດນີ້. ທ່ານ ເຈິ່ນກວກເວື້ອງ, ຜູ້ປະຈຳການຄະນະເລຂາ ສູນກາງພັກໃຫ້ຮູ້ວ່າ:

        “ພາຍຫຼັງທີ່ປະເທດຊາດໄດ້ທ້ອນໂຮມເປັນເອກະພາບ, ດ້ວຍຖານະຕຳແໜ່ງເປັນເລຂາຄະນະພັກນະຄອນໂຮ່ຈີມິນ, ຍາມໃດເພິ່ນກໍ່ເປັນຫ່ວງເປັນໄຍ, ພ້ອມກັບບັນດາການນຳຂອງນະຄອນຊອກຫາບັນດາມາດຕະການປ່ຽນແປງໃໝ່ກົນໄກການຄຸ້ມຄອງເສດຖະກິດ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຄົງຄ້າງ, ສົ່ງເສີມ, ລະດົມກຳລັງໃຈບັນດາຜູ້ມີຄວາມອົງອາດກ້າຫານ, ມີຫົວຄິດປະດິດສ້າງ, ກ້າຄິດກ້າທຳ.”

        ຈາກບົນຮຽນທີ່ສະສົມມາໄດ້ຈາກວິວັດການຊີ້ນຳ, ນຳພາ ແລະ ຈາກການສະຫລຸບສະພາບການຕົວຈິງຢູ່ນະຄອນ ໂຮ່ຈີມິນ, ໃນອາຍຸການເປັນເລຂາທິການໃຫຍ່ພັກກອມມູນິດແຕ່ປີ 1986 – 1991, ທ່ານ ຫງວຽນວັນລີງ ໄດ້ມີການປະກອບສ່ວນທີ່ມີຄວາມໝາຍຕັດສິນເຮັດໃຫ້ປ່ຽນສະຖານະການ, ເປີດຊ່ອງທາງໃຫ້ແກ່ພາລະກິດແຫ່ງການປ່ຽນແປງໃໝ່ກ້າວຂຶ້ນ. ເພື່ອແນໃສ່ແກ້ໄຂສິ່ງຄົງຄ້າງ, ຫລ້າຫຼັງຂອງກົນໄກລວມສູນອາດຍາສິດ, ເກື້ອກູນຢູ່ ຫວຽດນາມ ນັ້ນ, ທ່ານໄດ້ຍົກອອກແນວຄວາມຄິດໃໝ່, ທັດສະນະໃໝ່, ວິທີເຮັດໃໝ່, ເປີດອອກກິດຈະການປ່ຽນແປງໃໝ່ - ເຊິ່ງເປັນບາດລ້ຽວທີ່ມີຄວາມໝາຍດ້ານປະຫວັດສາດຕໍ່ການພັດທະນາຂອງປະເທດຊາດ. ທ່ານ ເຈິ່ນກວກເວື້ອງ, ຜູ້ປະຈຳການຄະນະເລຂາ ສູນກາງພັກໄດ້ຢັ້ງຢືນວ່າ:

        “ດ້ວຍຖານະຕຳແໜ່ງເປັນເລຂາທິການໃຫຍ່ໃນສະໄໝດຳເນີນການປ່ຽນແປງໃໝ່, ທ່ານໄດ້ນຳພາການຜັນຂະຫຍາຍປະຕິບັດແນວທາງປ່ຽນແປງໃໝ່ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 6 ຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກຢ່າງມີປະສິດທິຜົນ. ພິເສດ, ໃນຄາວນັ້ນ, ຫວຽດນາມ ຖືກປິດລ້ອມ, ຂວ້ຳບາດ, ວິກິດການເສດຖະກິດ - ສັງຄົມ ເກີດຂຶ້ນຢ່າງຮ້າຍແຮງ, ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເດັດດ່ຽວປ່ຽນແປງໃໝ່ຕາມກຳນົດທິດສັງຄົມນິຍົມ ດ້ວຍບັນດາບາດກ້າວເດີນ ແລະ ວິທີເຮັດເໝາະສົມກັບສະພາບການຂອງ ຫວຽດນາມ.”

        ໂດຍໄດ້ຮັບຖືວ່າ ແມ່ນຜູ້ລິເລີ່ມກິດຈະການປ່ຽນແປງໃໝ່ຂອງປະເທດຊາດ, ແຕ່ທ່ານເລຂາທິການໃຫຍ່ ຫງວຽນວັນລີງ ຍາມໃດກໍ່ຢືນຢັນວ່າ: ປະຊາຊົນເປັນ “ສະຖາປານິກ” ຊ່ວຍໃຫ້ພັກມີບາດກ້າວບຸກທະລຸກ່ຽວກັບຈິນຕະນາການປ່ຽນແປງໃໝ່ຈາກກອງປະຊຸມໃຫຍ່ຄັ້ງທີ 6 ຂອງພັກ. ຄາວຍັງມີຊີວິດຢູ່, ທ່ານເລຂາທິການໃຫຍ່ ຫງວຽນວັນລີງ ເຄີຍເວົ້າວ່າ: “ມະຕິກອງປະຊຸມໃຫຍ່ຄັ້ງທີ 6 ຂອງພັກທີ່ໄດ້ຮັບການສ້າງຂຶ້ນໃຫ້ສົມບູນຄືປະຈຸບັນນັ້ນ, ກໍ່ຍ້ອນແມ່ນຜະລິດຕະພັນຂອງທົ່ວພັກ ແລະ ທົ່ວປວງຊົນນີ້ເອງ”. ຍາມໃດທ່ານກໍ່ຖືປະຊາຊົນເປັນແກ່ນສານ, ເປັນເຈົ້າກຳຕົ້ນຕໍຂອງກິດຈະການປ່ຽນແປງໃໝ່, ຍ້ອນເຫດນັ້ນ, ໃນຕະຫຼອດແຫ່ງການເຄື່ອນໄຫວປະຕິວັດ, ຍາມໃດທ່ານກໍ່ເຊື່ອມຕົວເຂົ້າກັບປະຊາຊົນ, ຮັບຟັງ, ເຂົ້າໃຈ ແລະ ເຮັດທຸກສິ່ງທຸກຢ່າງເພື່ອປະຊາຊົນ, ທັງໝົດເຫລົ່ານັ້ນແມ່ນເພື່ອແນໃສ່ປັບປຸງ ແລະ ຍົກສູງທຸກດ້ານຂອງການດຳລົງຊີວິດຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.

        ທ່ານ ຫງວຽນວັນເຕື່ອງ, ອະດີດພະນັກງານຄະນະຈັດຕັ້ງພະນັກງານ ແລະ ຄະນະກຳມະການກວດກາ, ຂຶ້ນກັບຄະນະພັກນະຄອນຫຼວງຮ່າໂນ້ຍ ຖືວ່າ:

        “ທ່ານເລຂາທິການໃຫຍ່ ຫວຽນວັນລີງ ເປັນຜູ້ສ້າງຂີດໝາຍເປີດສາກໃຫ້ແກ່ໂຄງການປ່ຽນແປງໃໝ່ຂອງພັກກອມມູນິດ ຫວຽດນາມ. ແນວຄວາມຄິດໃນການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນວັນລີງ ກໍ່ຄືກິດຈະການປ່ຽນແປງໃໝ່ເຊິ່ງທ່ານແມ່ນໜຶ່ງໃນບັນດາບຸກຄົນລິເລີ່ມ, ມາຮອດປະຈຸບັນນີ້ຍັງຄົງມີຄຸນຄ່າເໝືອນເດີມ. ພິເສດ, ໃນໄລຍະປະຈຸບັນ, ເມື່ອ ຫວຽດນາມ ພວມເຊື່ອມໂຍງຢ່າງເລິກເຊິ່ງ ແລະ ຮອບດ້ານບັນດາຂົງເຂດນັ້ນ, ສິ່ງດັ່ງກ່າວໄດ້ຕັກເຕືອນໃຫ້ພວກເຮົາຮູ້ວ່າເມື່ອ ພວກເຮົາດຳເນີນການເຊື່ອມໂຍງກັບໂລກ, ສ້າງເສດຖະກິດຂອງປະເທດຊາດ, ຈຳເປັນຕ້ອງມີການປັບປຸງ, ຈຳເປັນຕ້ອງມີການປ່ຽນແປງໃໝ່ຈຶ່ງນຳມາເຊິ່ງໝາກຜົນໄດ້.”

        ທ່ານເລຂາທິການໃຫຍ່ ຫງວຽນວັນລີງ ປະກົດຕົວໃນຈຸດເວລາປະຫວັດສາດນັ້ນ, ໃນຖານະຕຳແໜ່ງຂອງຕົນ, ທ່ານໄດ້ປະຕິບັດໜ້າທີ່ ແລະ ລິເລີ່ມກິດຈະການປ່ຽນແປງໃຫມ່ໃຫ້ແກ່ປະເທດຊາດສ້າງເປັນມໍລະດົກໃຫ້ຄົນລຸ້ນຫຼັງ. ການເຊີດຊູບັນດາການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນວັນລີງ ບໍ່ພຽງແຕ່ແມ່ນການເຊີດຊູບຸກຄົນໜຶ່ງດຽວເທົ່ານັ້ນ ຫາກຍັງຕ້ອງເສີມຂະຫຍາຍຄຸນຄ່າຂອງບຸກຄົນນັ້ນເຂົ້າສູ່ຊີວິດຕົວຈິງໃນປະຈຸບັນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ