ເລື່ອງລາວກ່ຽວກັບບັນດາພາລະກອນຍິງ ເຮັດວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ

ວຽກ​ງານ​ເກັບ​ກູ້​ລູກ​ລະ​ເບີດ​ທີ່​ຕົກ​ຄ້າງ​ພາຍຫຼັງ​ສົງ​ຄາມ ແມ່ນ​ວຽກ​ງານ​ທີ່​ຮັບ​ຖືວ່າ ແມ່ນ​ຂອງ​ເພ​ດ​ຊາຍ​ຍ້ອນ​ຄວາມ​ໜັກ​ໜາ ແລະ ເປັນ​ອັນ​ຕະ​ລາຍ​ຂອງ​ມັນ. ແຕ່​ຢູ່​ແຂວງ ກວາງ​ຈິ, ຍັງ​ຄົງ​ມີ​ແມ່​ຍິງຫຼາຍ​ຄົນ​ມີ​ຄວາມ​ຜູກ​ພັນ​ກັບ​ວຽກ​ງານນີ້. ເຂົ້າ​ຮ່ວມໂຄງ​ການ “ຟື້ນ​ຟູ​ສິ່ງ​ແວດ​ລ້ອມ ແລະ ແກ້​ໄຂ​ຜົນ​ຮ້າຍ​ຢ່ອນຫຼັງ​ຈາກ​ສົງ​ຄາມ - RENEW” ໃນ​ປະ​ຈຸ​ບັນ, ມີ​ພາ​ລະ​ກອນ​ຍິງ 8 ຄົນຊຶ່ງໃນແຕ່​ລະ​ມື້, ແຕ່​ລະ​ຊົ່ວ​ໂມງໄດ້​ສຸມ​ກຳ​ລັງ​ເຫື່ອ​ແຮງ​ເພື່ອ​ຊອກ​ຄົ້ນ​ຫາ, ກວດ​ກູ້ ແລະ ທຳ​ລາຍ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ ເພື່ອ​ນຳ​ຄວາມ​ສະ​ຫງົບ​ສຸກ​ມາ​ສູ່​ປະ​ຊາ​ຊົນ. 

ເລື່ອງລາວກ່ຽວກັບບັນດາພາລະກອນຍິງ ເຮັດວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ - ảnh 1
ການ​ທຳ​ລາຍ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ

     ທ່ານ​ເລ​ຊວນ​ຕຸ່ງ ສະ​ມາ​ຊິກສັງ​ກັດກອງ​ເກັ​ບ​ກູ້ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກເລກ 3 ເປີດ​ເຜີຍ​ວ່າ : ບັນ​ດາ​ພາ​ລະ​ກອນ​ເພດ​ຊາຍ​ໃນ​ກອງ ລ້ວນ​ແຕ່​ສະ​ແດງ​ຄວາມ​ນິ​ຍົມ​ນັບ​ຖື​ຕໍ່​ບັນ​ດາ​ພາ​ລະ​ກອນ​ຍິງ ຊຶ່ງ​ເປັນ​ເພື່ອ​ນຮ່ວມ​ອາ​ຊີບຂອງ​ເຂົາ​ເຈົ້າ. ​ພາ​ລະ​ກອນ​ຍິງ 8 ຄົນທີ່​​ເຮັດວຽກ​ງານເກັ​ບ​ກູ້ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກຂອງໂຄງ​ການ RENEW ຕ່າງ​ກໍ​ຢູ່​ໃນ​ເກັ່ນ​ອາ​ຍຸຕ່ຳ​ກວ່າ 30 ປີ, ໃນ​ນັ້ນ​ແມ່​ຍິງ​ທີ່​ໜຸ່ມກວ່າ​ໝູ່​ແມ່ນ​ມີ​ອາ​ຍຸ​ພຽງ 23 ປີ​ເທົ່າ​ນັ້ນ. ທ່ານ​ເລ​ຊວນ​ຕຸ່ງ ໃຫ້​ຮູ້​ວ່າ : (ເທບ) “ ບັນ​ດາ​ພາ​ລະ​ກອນ​ຍິງ​ໃນ​ໂຄງ​ການເກັ​ບ​ກູ້ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ ຂອງ RENEW ກໍ​ບໍ່​ນ້ອຍ​ໜ້າກວ່າ​ເພດ​ຊາຍ. ເຂົາ​ເຈົ້າມີ​ຄວາມ​ດຸ​ໝັ້ນຂະ​ຫຍັນ​ພຽນ, ເຮັດວຽກ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ ແລະ ມາ​ນະ​ອົດ​ທົນ. ມີ​ບັນ​ດາ​ບັນ​ຫາ​ນອກວຽກ​ງານ, ບັນ​ດາ​ອ້າຍ​ນ້ອງ​ໃນ​ກອງ ກໍ​ໄດ້​ແບ່ງປັນ​ກັບ​ເອື້ອຍ​ນ້ອງ, ແຕ່​ເມື່ອ​ລົງ​ມື​ເຮັດ​ວຽກ​ຕົວ​ຈິງ, ຜູ້​ລະ​ໜ້າ​ທີ່​ວຽກ​ງານ ແລະ ພວກ​ເອື້ອຍ​ນ້ອງ​ແມ່​ຍິງ​ລ້ວນ​ແຕ່​ເຮັດ​ສຳ​ເລັດ”

     ນາງ ຫງວຽນ​ທິ​ຖີ ອາ​ຍຸ 27 ປີ ໄດ້​ຜູກ​ພັນ​ກັບ​ວຽກ​ງານ​ຂອງ RENEW ມາ​ເປັນ​ເວ​ລາກວ່າ 3 ປີ ເປີດ​ເຜີ​ຍວ​່າ : 

    “ ເມື່ອ​ຍັງ​ບໍ່​ທັນ​ເຂົ້າເປັນ​ພາ​ລະ​ກອນ​ຂອງ​ໂຄງ​ການ, ເຫັນ​ລູກລະ​ເບີດ, ໝາກ​ໝິ່ນ, ວັດ​ຖຸ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ຢ້ານ​ກົວຫຼາຍ, ແຕ່​ພາຍຫຼັງ​ເຂົາ​້​ເຮັດ​ວຽກ​ໃນ​ໂຄງ​ການ RENEW, ຮັບ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ກ່ຽວ​ກັບ ລູກລະ​ເບີດ, ໝາກ​ໝິ່ນ, ວັດ​ຖຸ​ລະ​ເບີດ​ຢ່າງ​ລະ​ອຽດ ແລະ ປະ​ຈຸ​ບັນ​ຂ້າ​ພະ​ເຈົ້າ​ຮູ້​ວິ​ທີ​ແກ້​ໄຂ​ເມື່ອ​ພົບ​ເຫັນລູກລະ​ເບີດ, ໝາກ​ໝິ່ນ, ວັດ​ຖຸ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ. ພໍ່​ແມ່​ຂ້າ​ພະ​ເຈົ​້າ ກໍ​ເປັນ​ທະ​ຫານ ແລະ ເຂົ້າໃຈ​ກ່ຽວ​ກັບ​ຜົນ​ຮ້າຍ​ຢ່ອນຫຼັງ​ຂອງ ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກກໍ່​ຂຶ້ນ​ໃນ​ສັງ​ຄົມ, ດັ່ງ​ນັ້ນ ກໍ​ໄດ້​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຂອງ​ຂ້າ​ພະ​ເຈົ້າ”

    ໃນ​ມື້​ໜຶ່ງທີ່​ມີ​ແສງ​ແດດຮ້ອນເອົ້າ, ນາງ ຫງວຽນ​ທິ​ຈາງ ນັກ​ເຕັກ​ນິກ ທີ່​ໜຸ່ມ​ແໜ້ນກວ່າ​ໝູ່​ໃນ​ກອງ ພວມກວດ​ກາ​, ຊອກ​ຄົ້ນ​ຫາຕາມ​ເນື້ອ​ທີ່​ດິນ​ແຕ່​ລະ ຊັງ​ຕີ​ແມັດ​ມົນ​ທົນ ແລະ ບັງເອີນ​ເຄື່ອງກວດ​ໄດ້​ສົ່ງ​ສັນ​ຍານບອກ​ເຕືອນ​ມີ​ໂລ​ຫະ. ນາງ​ຈາງ​ໄດ້​ໃຊ້​ຊ້​ວານຄ່ອຍ​ຂຸດ​ດິນ. ເມື່ອ​ຂຸດ​ໄດ້​ປະ​ມານ 10 ຊັງ​ຕີ​ແມັດ​ມົນ​ທົນ, ນາງ​ໄດ​້​ພົບ​ເຫັນ​ລະ​ເບີ​ດ​ລູກ​ຫວ່ານ​ລູກ​ໜຶ່ງ. ຍ້ອນ​ຄວາມ​ເປັນ​ອັນ​ຕະ​ລາຍ​ຂອງ​ລະ​ເບີດ​ຊະ​ນິດນີ້, ​ໃນ​ທັນ​ທີ່, ກອງເກັ​ບ​ກູ້ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກຂອງ​ນາງ ໄດ້​ຕັດ​ສິນ​ທຳ​ລາຍ​ຢູ່​ກັບ​ທີ່. ນາງ ຫງວຽນ​ທິ​ຈາງ ເວົ້າ​ວ່າ : 

    “ ພາຍ​ທີ່​ຮຽນ​ຈົບ​ຈາກ​ໂຮງ​ຮຽນ​ແພດ​ຊັ້ນ​ກາງ, ຂ້າ​ພະ​ເຈົ້າ​ກໍ​ບໍ່​ຮູ້​ວ່າ ເຮົ​າ​ຈະ​ເຮັດ​ວຽກ​ງານນີ້. ແຕ່​ໂດຍ​ແມ່ນ​ຜູ້​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ດິນ​ແຂວງ ກວາງ​ຈິ, ໄດ້​ເຫັນ​ປະ​ຈັກ​ຕາຫຼາຍ​ກໍ​ລະ​ນີ​ເສຍ​ຊີ​ວິດ ແລະ ຮັບ​າດ​ເຈັບ​ຍ້ອນລູກລະ​ເບີດ, ໝາກ​ໝິ່ນ, ວັດ​ຖຸ​ລະ​ເບີດ, ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ເຮັດ​ວຽກ​ງານນີ້ ດ້ວຍ​ຄວາມ​ຫວັງ​ຢາກ​ປະ​ກອບ​ສ່​ວນ​ກຳ​ລັງ​ເຫື​ອ່​ແຮງ​ຂອງ​ຕົນ​ເຂົ້າ​ໃນ​ການ​ສ້າງ​ສາ​ບ້ານ​ເກີດ​ເມືອງນອນ​ ”

     ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພ້ອມ​ກັບ​ບັນ​ດາ​ພາ​ລະ​ກອນ​ເພດຊາຍ, ບັນ​ດາ​ພາ​ລະ​ກອນ​ຍິງ​ໃນໂຄງ​ການ  RENEW ໄປ​ໄປ​ທຸກໆ​ແຫ່ງ​ໃນ​ແຂວງກວາງ​ຈິ ເພື່ອ ​ເກັບ​ກູ້ໝາກ​ໝິ່ນ, ວັດ​ຖຸ​ລະ​ເບີດ,​​ ລູກລະ​ເບີດທີ່​ຍັງ​ບໍ່​ທັນ​ແຕກ​ນັບ​ແສນ​ລູກ. ໃນແຕ່​ລະ​ມື້, ແຕ່​ລະ​ຊົ່ວ​ໂມງເຂົາ​ເຈົ້າຍັງ​ຄົງ​ສຸມ​ກຳ​ລັງ​ເຫື່ອ​ແຮງ​ຂອງ​ຕົນເພື່ອ​ຊອກ​ຄົ້ນ​ຫາ, ກວດ​ກູ້ ແລະ ທຳ​ລາຍ​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ ເພື່ອ​ນຳ​ຄວາມ​ສະ​ຫງົບ​ສຸກ​ມາ​ສູ່​ປະ​ຊາ​ຊົນ​ແຂວງກວາງ​ຈິ.

ຕອບກັບ

ຂ່າວ/ບົດ​ອື່ນ