ເລື່ອງລາວກ່ຽວກັບລູກລ້ຽງຍິງຂອງປະທານ ໂຮ່ຈີມິນ

(vovworld) – “ປະທານ ​ໂຮ່ຈີ​ມິນ​ເປັນ​ຜູ້​ຍິ່ງ​ໃຫຍ່​ຍ້ອນ​ບັນດາ​ສິ່ງ​ລຽບ​ງ່າຍ​ທີ່​ສຸດ ​ແລະ ​ເຕັມ​ໄປ​ດ້ວຍ​ວັດທະນະທຳ​ມະນຸດ. ​ແລະ ​ໃນ​ຊີວິດ​ຂອງ​ຕົນ, ຂ້າພະ​ເຈົ້າ​ໄດ້​ຄິດ​ຮອດ​ເຖິງ​ເພິ່ນ​ໃນ​ແຕ່​ລະ​ວັນ“. ນັ້ນ​ແມ່ນ​ຄຳແບ່ງປັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ເທືອ​ນ​ໃຈ​ຂອງ​ປ້າ Elisabeth Helfer Aubrac. ຜູ້​ທີ່​ປະທານ ​ໂຮ່ຈີ​ມິນ​ໄດ້​ຮັບ​ມາເປັນ​ລູກລ້ຽງ​ຢູ່ ຝລັ່ງ.

ເລື່ອງລາວກ່ຽວກັບລູກລ້ຽງຍິງຂອງປະທານ ໂຮ່ຈີມິນ - ảnh 1
(ປ້າ Elisabeth Helfer Aubrac ມີ​ວັດຖຸ​ສິ່ງ​ຂອງ

ຂອງ​ຫວຽດນາມ​​ເປັນ​ຈຳນວນ​ຫຼວງຫຼາຍ)

        ​ໃນຄົວ​ເຮືອນ​ນ້ອຍໆ​ຕັ້ງ​ຢູ່​ເມືອງ 9 ປາຣີ ຂອງ​ຜົວ​ເມຍ​ປ້າ Elisabeth Helfer Aubrac ມີ​ວັດຖຸ​ສິ່ງ​ຂອງ ຂອງ​ຫວຽດນາມ​​ເປັນ​ຈຳນວນ​ຫຼວງຫຼາຍ​. ປ້າ​ເກີດ​ເມື່ອ​ປີ 1946, ກົງ​ກັບ​ປີ​ທີ່​ປະທານ ​ໂຮ່ຈີ​ມິນ ​ໄປ ຝລັ່ງ ​ໃນ​ຖານະ​ເປັນ​ແຂກ​ຜູ້​ມີ​ກຽດ​ຂອງ ຝລັ່ງ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ Fontainebleau. ຍ້ອນ​ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ ພໍ່​ຂອງ​ປ້າ, ທ່ານ Raymond Aubrac, ​ເຊິ່ງ​ແມ່ນ​ນັກ​ປະຕິວັດ​ຊາວ ຝລັ່ງ, ຜູ້​ທີ່​ມີ​ການ​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ພາລະກິດ​ຕໍ່ສູ້​ເພື່ອ​ສັນຕິພາບ​ຢູ່​ ຫວຽດນາມ ກັບ​ປະທານ ​ໂຮ່ຈີ​ມິນ ນັ້ນ, ​ໄດ້​ເປັນ​ສາຍ​ແນນ​​ພາໃຫ້​ຊີວິດ​ຂອງ Elisabeth Helfer Aubrac ຕິດ​ພັນ​ກັບ​ພໍ່​ລ້ຽງ “​ແມ່ນ​ປະທານ ​ໂຮ່ຈີ​ມິນ“ ​ແລະ ຫວຽດນາມ. ປ້າ Elisabeth Helfer Aubrac, ​ເລົ່າ​ສູ່​ຟັງ​ວ່າ:

        “ຂ້າພະ​ເຈົ້າ​ອ່ານ​ປື້​ມ​ໂດຍ​ພໍ່​ຂ້າພະ​ເຈົ້າ​ຂຽນ ​ແລະ ​ຟັງ​ພໍ່​ເລົ່າຄືນ​ວ່າ, ປີ 1946, ​ເມື່ອ​ໄປ​ ຝລັ່ງ​ເຂົ້າ​ຮ່ວມ​ກອງ​ປະຊຸມ Fontainebleau, ປະທານ ​ໂຮ່ຈີ​ມິນ ​ໄດ້​ພົບ​ກັບ​ພໍ່​ຂອງ​ຂ້າພະ​ເຈົ້າ, ​ເຊິ່ງ​ແມ່ນ​ອະດີດ​ສະມາຊິກ​ລັດຖະສະພາ ຝລັ່ງ. ພໍ່​ຂ້າພະ​ເຈົ້າ​ໄດ້​ເຊີນ​ປະທານ ​ໂຮ່ຈີ​ມິນ​ມາ​ຢາມ​ຄອບຄົວ​ຂອງຂ້າພະ​ເຈົ້າ, ຫຼັງ​ຈາກ​ນັ້ນ, ນັບ​ແຕ່​ຕົ້ນ​ເດືອນ 8 ​ເຖິງ​ກາງ​ເດືອນ 9/1946, ​ປະທານ ​ໂຮ່ຈີ​ມິນ​ໄດ້​ຍ້າຍ​​ເຂົ້າມາ​ຢູ່​ໃນ​ເຮື​ອນ ​ແລະ​ ເຂດສວນ​ຂອງ​ພວກ​ຂ້າພະ​ເຈົ້າ. ວັນ​ທີ 15/8 ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ກຳ​ເນີ​ດ, ປະທານ ​ໂຮ່ຈີ​ມິນ ​ໄດ້​ມາ​ຢາມ ສອງ​ແມ່ລູກຢູ່​ໂຮງປະ​ສູດ, ມອບ​ຂອງຂວັນ​ ​ແລະ ຮັບ​ຂ້າພະ​ເຈົ້າ​ເປັນ​ລູກລ້ຽງ ​ແລະ ​ເອີ້ນ​ຂ້າພະ​ເຈົ້າ​ດ້ວຍ​ຊື່​ສະໜິດສະໜົມ​ວ່າ Babette“​.

ເລື່ອງລາວກ່ຽວກັບລູກລ້ຽງຍິງຂອງປະທານ ໂຮ່ຈີມິນ - ảnh 2

(ຮູບປະທານໂຮ່ຈີມິນອຸ່້ມ Babette ເວລາຍັງນ້ອຍ)

        ​ໃນ​ໂອກາດ​ວັນ​ເກີດ​ຂອງ Babette, ປະທານ ​ໂຮ່ຈີ​ມິນ ​ເຄີຍ​ຝາກ​ຈົດໝາຍ ​ແລະ ຂອງຂວັນ​ເຖິງ​ຜົວ​ເມຍ​ທ່ານ Raymond Aubrac ​ແລະ ລູກ​ລ້ຽງ​ຂອງ​ຕົນ. ບັນດາ​ຂອງຂວັນ​ໂດຍ​ປະທານ ​ໂຮ່ຈີ​ມິນ ມອບ​ໃຫ້​ນັ້ນ, ທ່ານ Raymond Aubrac ຍັງ​ຄົງ​ຮັກສາ​ໄວ້​ຈົນ​ເຖິງ​ປະ​ຈຸ​ບັນ​ຄື​ດັ່ງ​ບັນດາ​ວັດຖຸ​ເປັນ​ທີ່​ລະ​ລຶກທີ່​ສັກກະ​ລະ​ບູຊາ. ​ເວລາ​ຍັງ​ນ້ອຍ, Babette ​ເຄີຍ​ແຕ້ມ​ພາບ, ຂຽນ​ຈົດໝາຍ​ຝາກ​ເຖິງ​ພໍ່​ລ້ຽງ​ຂອງ​ຕົນ. ​ເຖິງ​ວ່າ​ຕິດ​ຄາ​ກັບ​ວຽກ​ງານ​ຄື​ແນວ​ໃດ ​ແລະ ​ໃນ​ສະພາບ​ສົງຄາມ​ຢ່າງ​ດຸ​ເດືອດກໍ່ຕາມ, ​ແຕ່​ປະທານ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ຂຽນ​ຈົດໝາຍ​ຕອບສະ​ເໝີ. ປ້າ Elisabeth Helfer Aubrac ​ໄດ້​ໃຫ້​ພວກ​ຂ້າພະ​ເຈົ້າ​ຊົມ​ບັນດາ​ຂອງ​ຂວັນ​ທີ່​ໄດ້​ຮັບ​ຈາກ​ປະທານ ​ໂຮ່ຈີ​ມິນ, ພິ​ເສດ​ແມ່ນ​ແພ​ໄໝ​ເພື່ອ​ໃຫ້​ລູກລ້ຽງ​ຫຍິບ​ເສື້ອ​​ນຸ່ງ​ໃນ​ງານ​ແຕ່ງດອງຂອງ​ຕົນ. ປ້າ Elisabeth Helfer Aubrac, ​ໃຫ້​ຮູ້​ວ່າ:

        “ປະທານ ​ໂຮ່ຈີ​ມິນ​ແມ່ນ​ຜູ້​ຍິ່ງ​ໃຫຍ່, ດ້ວຍ​ວິຖີ​ຊີວິດທີ່​ລຽບ​ງ່າຍ ​ແລະ ​ເຕັມ​ໄປ​ດ້ວຍ​ວັດທະນະທຳ​ມະນຸດ. ​ເພິ່ນ​ເປັນ​ຄົນທີ່​ມີ​ຄວາມໃກ້ຊິດ ​ແລະ ສາມາດ​ເກ້​ຍກ່ອມທຸກ​ຄົນ​ໄດ້. ຂ້າພະ​ເຈົ້າ​ໄດ້​ພ້ອມ​ກັບ​ພໍ່​ຂອງ​ຕົນ​ມາ ຫວຽດນາມ​ສອງ, ສາມ​ເທື່ອ​ແລ້ວ. ສອງຜົວ​ເມ​ຍຂ້າພະ​ເຈົ້າ​ແມ່ນ​ຄູ​ສອນ, ​ແລະ ​ແຕ່ລະ​ປີ, ຜົວ​ຂ້າພະ​ເຈົ້າຈະມາ ຫວຽດນາມ 2 ​ເທື່ອ​ເພື່ອ​ສອນ​ຢູ່​ສູນ ຝລັ່ງ - ຫວຽດນາມ, ທີ່​ ນະຄອນຫຼວງ ຮ່າ​ໂນ້ຍ. ຂ້າພະ​ເຈົ້າ​ດີ​ໃຈ ​ແລະ ມີ​ຄວາມ​ຜາ​ສຸກ​ເມື່ອ​ມີ​ນັກຮຽນ, ນັກ​ສຶກສາ ຫວຽດນາມ​ຫຼາຍ​ຄົນ​ມາ​ຢາມ“.

ປ້າ Elisabeth Helfer Aubrac ກໍ່​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ພໍ່​ຂອງ​ຕົນ​ແມ່ນທ່ານ Raymond Aubrac, ຜູ້​ທີ່​ຍາມ​ໃດ​ກໍ່​ມີ​ຄວາມ​ສະໜິດ​ຕິດ​ພັນ, ຮຽງ​ບ່າ, ຮຽງ​ໄຫຼ່​ພ້ອມ​ກັບ​ປະຊາຊົນ ຫວຽດນາມ ​ໃນ​ການ​ຕໍ່ຕ້ານ​ຕ້ານ​ພວກລ່າ​ເມືອງ​ຂຶ້ນ ຝລັ່ງ ​ແລະ ຈັກກະພັດ ອາ​ເມ​ລິ​ກາ. ທ່ານ​ໄດ້​ມີ​ການປະກອບສ່ວນ​ອັນ​ຕັ້ງໜ້າ​ຫຼາຍ​ຢ່າງ​ເຂົ້າ​ໃນ​ພາລະກິດ​ປ່ຽນ​ໃໝ່​ຂອງ ຫວຽດນາມ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ນຳ້​ໃຈ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ຝລັ່ງ.

ເລື່ອງລາວກ່ຽວກັບລູກລ້ຽງຍິງຂອງປະທານ ໂຮ່ຈີມິນ - ảnh 3
ປ້າ Elisabeth Helfer Aubrac ກໍ່​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​
ຕໍ່​ພໍ່​ຂອງ​ຕົນ​ແມ່ນທ່ານ Raymond Aubrac

        ​ເມື່ອ​ຍັງ​ມີ​ຊີວິດ​ຢູ່, ຍາມ​ໃດ​ປະທານ ​ໂຮ່ຈີ​ມິນ​ ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ມີ​ອາລົມ​ຈິດ​ຮັກ​ແພງພິ​ເສດຕໍ່​ພວກ​ຫຼານ​ເຍົາວະ​ຊົນ​ ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​. ປີ 1946, ປະທານ ​ໂຮ່ຈີ​ມິນ​ໄປ​ຢ້ຽມຢາມ ຝລັ່ງຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ Fontainebleau, ​ເວລາ​ນັ້ນ Babette ຫາ​ກໍ່​​ໄດ້​ຮັບ​ການກຳ​ເນີ​ດ. ມາ​ຮອດ​ປະຈຸ​ບັນ, ​ເຖິງ​ວ່າ​ມີ​ອາຍຸ 70 ປີ​ແລ້ວ​ກໍ່ຕາມ, ​ແຕ່ ປ້າ Elisabeth Helfer Aubrac ຍັງ​ຄົງ​ຈື່​ຈຳ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ສາຍ​ແນນ​ທີ່​​ໄດ້​ພາ​ໃຫ້​ຊີວິດ​ຂອງລາວສະໜິດ​ຕິດ​ພັນ​ກັບ​ການ​ນຳ​ຜູ້​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ ຫວຽດນາມ, ຜູ້​ທີ່​ຊາວ​ ຫວຽດນາມກໍ່​ຄື​ປ້າ​ໄດ້​ເອີ້ນ​ດ້ວຍ​ຄວາມ​ຮັກ​ແພງ​ວ່າ “ລຸງ​ໂຮ່“.

ຂ່າວ/ບົດ​ອື່ນ