ເວ​ທີ​ປາ​ໄສ ອະ​ນາ​ຄົດ ອາ​ຊຽນ ກຳ​ນົດທີ່​ຕັ້ງ​ພາກ​ພື້ນ ໃນ​ສະ​ພາບ​ການ​ໃໝ່

(VOVWORLD) - ເວທີປາໄສອະນາຄົດອາຊຽນດຳເນີນຢູ່ຮ່າໂນ້ຍໃນວັນທີ 23 ເມສາດ້ວຍການເຂົ້າຮ່ວມ ການນຳບັນດາປະເທດສະມາຊິກອາຊຽນບັນດາຄູ່ຮ່ວມມືຜູ້ຕາງໜ້າອົງການຈັດຕັ້ງສາກົນ,  ອົງການພົນລະເຮືອນສັງຄົມ, ນັກຮຽນຮູ້ແຖວໜ້າພາກພື້ນແລະໂລກແມ່ຍິງຊາວໜຸ່ມ… ເວທີປາໄສໄດ້ແບ່ງປັນຫຼາຍບັນຫາແງ່ມູປະກອບສ່ວນກຳນົດທີ່ຕັ້ງພາກພື້ນອາຊຽນໃນສະພາບການທີ່ມີສິ່ງທ້າທາຍນາໆປະການຄືໃນປັດຈຸບັນ.

ເວ​ທີ​ປາ​ໄສ ອະ​ນາ​ຄົດ ອາ​ຊຽນ ກຳ​ນົດທີ່​ຕັ້ງ​ພາກ​ພື້ນ ໃນ​ສະ​ພາບ​ການ​ໃໝ່ - ảnh 1ການຖະແຫຼງຂ່າວກ່ຽວກັບ ເວທີປາໄສ 

ດ້ວຍຫົວຂໍ້ “ສ້າງປະຊາຄົມ ອາຊຽນ ພັດທະນາວ່ອງໄວ ແລະ ຍືນຍົງ ຖືປະຊາ ເປັນໃຈກາງ”, ເວທີປາໄສອະນາຄົດ ອາຊຽນ ແມ່ນຊ່ອງທາງສະໜອງບັນດາແນວຄວາມຄິດ, ຂໍ້ລິເລີ່ມໃຫ້ວິວັດທະນາການສ້າງວິໄສທັດ ອາຊຽນ ຮອດປີ 2045, ປະກອບສ່ວນສຽງເວົ້າຂອງພາກພື້ນ ເຂົ້າໃນຄວາມມານະພະຍາຍາມກຳນົດທິດພັດທະນາອະນາຄົດຂອງໂລກ, ໂດຍຜ່ານກອງປະຊຸມສຸດຍອດອະນາຄົດຂອງ ສປຊ ຄາດວ່າຈະຈັດຂຶ້ນໃນເດືອນກັນຍາ ປີ 2024.

ໃນສະພາບການບັນດາປະເທດ ອາຊຽນ ກໍ່ພວມຢືນຢູ່ຕໍ່ໜ້າຫຼາຍການເລືອກເຟັ້ນ ທີ່ແຕກຕ່າງກັນໃນຍຸດທະສາດພັດທະນາ ກໍ່ຄືວິໄສທັດກ່ຽວກັບອາຊຽນ, ເວທີປາໄສອະນາຄົດ ອາຊຽນ ໄດ້ຊອກຫາຄຳຕອບໃຫ້ແກ່ບັນດາບັນຫາຄື: ເຮັດແນວໃດເພື່ອຮັກສາບົດບາດເປັນໃຈກາງ, ຮັບມືກັບການປ່ຽນແປງຂອງພາກພື້ນ ແລະ ໂລກ? ເຮັດແນວໃດເພື່ອຮັກສາຄວາມດຸ່ນດ່ຽງ ແລະ ກົມກຽວລະຫວ່າງ ຄວາມສົນໃຈ ແລະ ຜົນປະໂຫຍດຂອງບັນດາສະມາຊິກ, ລະຫວ່າງ ການປ່ຽນແປງໃໝ່ ແລະ ການອະນຸລັກຮັກສາບັນດາຄຸນຄ່າຫຼັກແຫຼ່ງຂອງ ອາຊຽນ?

ສ້າງຊ່ອງທາງໂອ້ລົມສົນທະນາທີ່ສຳຄັນ

ທ່ານ ປ.ອ ນາງ ຟ້າມລານຢຸງ, ຜູ້ຮັກສາການຫົວຫນ້າ ສະຖາບັນ ການຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໂດຍແມ່ນຫົວໜ່ວຍເປັນເຈົ້າພາບຈັດຕັ້ງ ໃຫ້ຮູ້ວ່າ ເວທີປາໄສ ອະນາຄົດ ອາຊຽນ ແລະ ບັນດາບັນຫາຂອງ ອາຊຽນ ຍາມໃດກໍ່ດຶງດູດຄວາມສົນໃຈໃນພາກພື້ນ. ອາຊຽນ ນັບແຕ່ກ່ອນມາຮອດປັດຈຸບັນ ໄດ້ຈັດຫຼາຍເວທີປາໄສໃນທຸກຂັ້ນ ເພື່ອປຶກສາຫາລືກ່ຽວກັບບັນຫານີ້ ແຕ່ວ່າ ທີ່ເວທີປາໄສຄັ້ງນີ້, ຄະນະຈັດຕັ້ງ ປາດຖະໜາຢາກສ້າງເວທີປາໄສເປີດ, ຊ່ອງທາງໂອ້ລົມສົນທະນາ, ຮັບຟັງບັນດາຄຳເຫັນຂອງທຸກເປົ້າໝາຍ, ທຸກພາກສ່ວນໃນສັງຄົມຢູ່ບັນດາປະເທດ ອາຊຽນ:

ອະນາຄົດ ອາຊຽນ ບໍ່ແມ່ນບັນຫາໃໝ່ ແຕ່ວິທີການສຳຜັດແມ່ນໃໝ່ທີ່ສຸດ. ພິເສດ, ຊ່ອງທາງທີ່ໃກ້ຊິດກັບປະຊາຊົນ ຈະສ້າງສະພາບຕົວຈິງທີ່ບໍ່ພຽງແຕ່ລຸ້ນໜຸ່ມເທົ່ານັ້ນ ຫາກນັກຮຽນຮູ້, ນັກທຸລະກິດ…ກໍ່ລ້ວນແຕ່ເວົ້າເຖິງເລື່ອງລາວນັ້ນ. ຈາກນັ້ນ, ສຽງເວົ້າ, ທັດສະນະ ແລະ ວິທີການແບ່ງປັນຂອງເຂົາເຈົ້າ ກໍ່ຈະໄດ້ຮັບຟັງ ແລະ ເຕື້ອງເຖິງບັນດາການປຶກສາຫາລືທາງການຂອງບັນດານັກການເມືອງ.”

ປັດຈຸບັນ, ອາຊຽນ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ພາຍຫຼັງປະຕິບັດສຳເລັດວິໄສທັດປະຊາຄົມ ອາຊຽນ ປີ 2025, ອາຊຽນ ພວມຢູ່ໃນວິວັດການຫັນປ່ຽນໃນສະພາບການໂລກ ແລະ ພາກພື້ນມີການປ່ຽນແປງວ່ອງໄວ, ດ້ວຍຫຼາຍກາລະໂອກາດ ແລະ ສິ່ງທ້າທາຍໃໝ່. ເວທີປາໄສໄດ້ຈັດຂຶ້ນຕາມຮູບແບບເປີດ, ມີການເຂົ້າຮ່ວມຂອງຜູ້ຕາງໜ້າລັດຖະບານ ແລະ ບັນດາອົງການອື່ນໆ, ຕາມນັກຊ່ຽວຊານໄດ້ໃຫ້ຂໍ້ສັງເກດແມ່ນ ສ້າງຂອບເຂດເພື່ອໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຂອງພາກພື້ນ ແລະ ນອກພາກພື້ນ ພ້ອມກັນເຂົ້າຮ່ວມສະໜອງບັນດາຄຳຄິດເຫັນ, ຂໍ້ລິເລີ່ມໃຫ້ແກ່ວິວັດທະນາການສ້າງວິໄສທັດ ອາຊຽນ ຮອດປີ 2045 ແລະ ປະຕິບັດວິໄສທັດໃນອະນາຄົດ.

ໂດຍຕີລາຄາກ່ຽວກັບແງ່ຫວັງເວທີປາໄສອະນາຄົດ ອາຊຽນ ອາດຈະກາຍເປັນການເຄື່ອນໄຫວປະຈຳປີ, ພັດທະນາຕາມເສັ້ນທາງຂອງບັນດາເຫດການທີ່ມີຊື່ສຽງໃນພາກພື້ນ ແລະ ໂລກຄື: ກອງປະຊຸມເຈລະຈາ Shangri-La (ສິງກະໂປ), ສະພາຄວາມໝັ້ນຄົງ Munich (ເຢຍລະມັນ) , ກອງປະຊຸມອະນາຄົດ ອາຊີ (ຍີ່ປຸ່ນ), ທ່ານ ປ.ອ ນາງ ຟ້າມລານຢຸງ, ຜູ້ຮັກສາການຫົວຫນ້າ ສະຖາບັນ ການຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ຖືວ່າ:

ຂ້າພະເຈົ້າຄິດວ່າ ເພື່ອຈັດຕັ້ງຄື Shangri-La ຫຼື Munich ໄດ້ນັ້ນ ແມ່ນຍັງຕ້ອງຜ່ານຜ່າເສັ້ນທາງທີ່ຍາວໄກ ແລະ ຕ້ອງມີຄວາມມານະພະຍາຍາມຫຼາຍຢ່າງ. ແຕ່ວ່າຖ້າ ອາຊຽນ ກ້າວໄປ ກໍ່ຈະຮອດ ເພາະວ່າພວກເຮົາມີຄວາມມານະພະຍາຍາມ, ເປົ້າໝາຍ ແລະ ຄວາມຕັດສິນໃຈ. ວິທີການສຳຜັດຂອງ ອາຊຽນ ແມ່ນຕັດສິນໃຈຈົນສຸດຄວາມສາມາດຂອງຕົນ ສ່ວນໝາກຜົນບັນລຸໄດ້ຄືແນວໃດຍັງຕ້ອງໄດ້ອີງຕາມຫຼາຍປັດໄຈ. ພວກຂ້າພະເຈົ້າເຊື່ອໝັ້ນ ແລະ ມີຄວາມປະເອີບໃຈ, ເວທີປາໄສແມ່ນຂີດໝາຍພິເສດຂອງ ອາຊຽນ ແລະ ຫວຽດນາມ.

ສ້າງການກຳນົດທິດອະນາຄົດຂອງ ອາຊຽນ

ເວທີປາໄສອະນາຄົດ ອາຊຽນ ລວມມີບັນດາວາລະປຶກສາຫາລື: ກ້າວໄປເຖິງປະຊາຄົມ ອາຊຽນ ທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ຍືນຍົງ, ສ້າງທີ່ຕັ້ງບົດບາດເປັນໃຈກາງຂອງ ອາຊຽນ ຄືນໃໝ່, ຈັບເອົາກາລະໂອກາດພັດທະນາໃນຍຸກສະໄໝດີຈີຕອນ, ຍູ້ແຮງວິທີການສຳຜັດກັບຄວາມໝັ້ນຄົງຢ່າງຮອບດ້ານ ເພື່ອປະຊາຄົມ ອາຊຽນ ຖືປະຊາຊົນເປັນໃຈກາງ… ຕາມທ່ານ ປ.ອ ນາງ ຟ້າມລານຢຸງ ແລ້ວ, ການເຂົ້າຮ່ວມຂອງນັກຮຽນຮູ້ອາຊຽນ ເປັນຈຳນວນຫຼາຍ ແມ່ນຈຸດພົ້ນເດັ່ນທີ່ເປັນໜ້າສົນໃຈຂອງເວທີປາໄສ, ສາມາດຍົກອອກບັນດາຂໍ້ສະເໜີແນະຊ່ວຍ ອາຊຽນ ກຳນົດທິດກ້າວເດີນໃນອະນາຄົດ.

ກ່ຽວກັບການໃຫ້ຄຳປຶກສາ ແລະ ໜູນຊ່ວຍດ້ານນະໂຍບາຍ, ບັນດານັກຮຽນຮູ້ໄດ້ສະໜອງຂໍ້ມູນ ແລະ ການຄົ້ນຄ້ວາຢ່າງເລິກເຊິ່ງກ່ຽວກັບບັນດາບັນຫາສຳຄັນ ແລະ ທ່າອ່ຽງໃນພາກພື້ນ, ຈາກນັ້ນ ກໍ່ສະເໜີບັນດາວິທີການລະອຽດ, ຊ່ວຍກຳນົດທິດກ້າວໄປ ແລະ ນະໂຍບາຍຂອງ ອາຊຽນ ໃນອະນາຄົດ. ບັນດາກົນໄກຄື ເວທີປາໄສຄວາມໝັ້ນຄົງໃນພາກພື້ນ (ARF), ສະຖາບັນຄົ້ນຄ້ວາຍຸດທະສາດ ແລະ ສາກົນ ອາຊຽນ  (ASEAN-ISIS), ສະພາການຮ່ວມມືດ້ານຄວາມໝັ້ນຄົງ ອາຊີ - ປາຊີຟິກ (CSCAP) ໄດ້ຢັ້ງຢືນຄຸນຄ່າ ແລະ ບົດບາດສຳຄັນກ່ຽວກັບການໃຫ້ຄຳປຶກສາດ້ານນະໂຍບາຍໃຫ້ແກ່ ອາຊຽນ. ກ່ຽວກັບການແລກປ່ຽນການຮຽນຮູ້, ພົບປະແລກປ່ຽນ, ບັນດາການເຄື່ອນໄຫວໃຂຊ່ອງທາງນັກຮຽນຮູ້ ຈະສ້າງເງື່ອນໄຂເພື່ອໃຫ້ບັນດານັກຄົ້ນຄ້ວາ, ນັກຊ່ຽວຊານ ແລກປ່ຽນຄວາມຮູ້, ຄຳເຫັນ, ປະກອບສ່ວນຍົກສູງຄວາມຮັບຮູ້, ຄວາມຮູ້, ຊຸກຍູ້ການຮ່ວມມືໃນອາຊຽນ.

ເສວທີປາໄສອະນາຄົດ ອາຊຽນ ແມ່ນຂໍ້ລິເລີ່ມຂອງ ຫວຽດນາມ, ເປັນຄັ້ງທຳອິດທີ່ໄດ້ຈັດຂຶ້ນດ້ວຍຫຼາຍການເຄື່ອນໄຫວທີ່ແທດຈິງ ແລະ ມີຄວາມໝາຍ. ເວທີປາໄສໄດ້ປະກອບສ່ວນ ເຂົ້າໃນຄວາມມານະພະຍາຍາມລວມ ເພື່ອແນໃສ່ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ຖືປະຊາຊົນເປັນໃຈກາງ, ຊຸກຍູ້ວິວັດການຂະຫຍາຍຕົງຢ່າງວ່ອງໄວ ແລະ ຍືນຍົງຂອງປະຊາຄົມ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ