ແບບຢ່າງດີເດັ່ນໃນການຜະລິດດຳເນີນທຸລະກິດເກັ່ງ,ເຕັມໄປດ້ວຍຄວາມເມດຕາປານີ


(vovworld)- ຢູ່ ຄຸ​້ມ​ບ້ານ ຫ້ວຍ Dzui ຕາ​ແສງ ຕຸກ​ຈຶງ ເມືອງ ດິ້ງກວານ ແຂວງ ດົງ​ນາຍ, ຜູ້​ໃດ​ກໍ​ຮູ້​ຈັກ​ທ່ານ ດີງ​ກົງ​ເຕີມ ເພາະ​ວ່າ ທ່ານບໍ່​ພຽງ​ແຕ່​ມີ​ຊື່​ສຽງ​ຍ້ອນ​ສ້າງເສດ​ຖະ​ກິດ​ຟາມ​ເກັ່ງ​ເທົ່າ​ນັ້ນ ຫາກ​ຍັງ​ສຸດ​ຈິດ​ສຸດ​ໃຈ​ຊ່ວຍ​ເຫລືອ​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ທຸກ​ຍາກ​ອີກ​ດ້ວຍ. ທ່ານ​ກໍ​ແມ່ນ​ຜູ້​ມີ​ອິດ​ທິ​ພົນ​ໃນ​ວົງ​ຄະ​ນາ​ຍາດ ແລະ ເປັນ​ແບບ​ຢ່າງ​ນຳ​ຫນ້າ​ໃນ​ບັນ​ດາ​ຂະ​ບວນ​ການ​ສັງ​ຄົມ​ຢູ່​ທ້ອງ​ຖິ່ນ.

ແບບຢ່າງດີເດັ່ນໃນການຜະລິດດຳເນີນທຸລະກິດເກັ່ງ,ເຕັມໄປດ້ວຍຄວາມເມດຕາປານີ - ảnh 1
ທ່ານ ດີງ​ກົງ​ເຕີມ ພວມ​ບົວ​ລະ​ບັດ​ສວນ​ຕົ້ນ​ໝາກ​ມ່ວງ

        ເລີ່ມ​ປະ​ກອບ​ອາ​ຊີບ ດ້ວຍ​ເນື້ອ​ທີ່​ດິນພຽງ 2 ເຮັກ​ຕາ ໂດຍ​ລຸ້ນ​ພໍ່​ປະ​ໄວ້ ແຕ່​ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ສ້າງ​ຄວາມ​ຮັ່ງ​ມີ​ໃນ​ເຂດ​ດິນ​ແດນ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ, ທ່ານ ດີງ​ກົງເຕີມ ໄດ້​ຄົ້ນ​ຄວ​້າ​ເງື່ອນ​ໄຂ​ທີ່​ດິນ, ທຳ​ມະ​ຊາດ​ມາ​ເປັນ​ເວ​ລາ​ຫລາຍ​ປີ ແລະ ສຸດ​ທ້າຍ​ຈຶ່ງ​ຕັດສິນ​ລົງ​ທຶນ​ປູກ​ຕົ້ນ​ໝາກ​ມ່ວງ​ເປັນ 3 ລະ​ດູ. ໂດຍ​ແມ່ນ​ຜູ້​ດຸ​ໝັ່ນ​ຂະ​ຫຍັນ​ພຽນ, ມີ​ຄວາມອົດ​ທົນ ແລະ ຂະ​ຫຍັນ​ຂັນ​ເຄື່ອນ, ທ່ານ ເຕີມ ໄດ້​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ກ້າວ​ຫນ້າ​ເຂົ້າ​ໃນ​ການ​ປູກ​ຕົ້ນ​ໄມ້. ທ່ານ​ໄດ້​ຕິດ​ຕັ້ງ​ລະ​ບົບ​ຫົດ​ນ້ຳ​ປະ​ຢັດ, ໃສ່​ຝຸ່ນ​ຜ່ານ​ທໍ່, ​ສີດ​ຢາ​ປາບ​ສັດ​ຕູ​ພືດ​ຢ່າງ​ເໝາະ​ສົມ.. ສະ​ນັ້ນ ແຕ່​ລະ​ປີ ຟາມ​ປູກ​​ຕົ້ນ​ໝາກມ່ວງ​ຂອງ​ທ່ານ​ເຕີມ ບັນ​ລຸ​ສະ​ມັດ​ຕະ​ພາບ​ສະ​ເລ່ຍ 30 ໂຕນ/ເຮັກ​ຕາ, ລາຍ​ຮັບ​ເກັບ​ມາ​ໄດ້ ແຕ່ 150 – 200 ລ້ານ​ດົງ/ປີ. ຍ້ອນ​ເຫດນັ້ນ, ຄອບ​ຄົວ​ທ່ານ​ເຕີມ ບໍ່​ພຽງ​ແຕ່​ສາ​ມາດຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ເທົ່າ​ນັ້ນ ຫາກ​ຍັງບືນ​ຕົວ​ຂຶ້ນ​ເປັນ​ຄອບ​ຄົວ​ເຮັດ​ເສດ​ຖະ​ກິດ​ເກັ່ງແລະ​ສ້າງ​ລາຍ​ຮັບ​ສູງ​ພໍສົມ​ຄວນ. ບໍ່​ພຽງ​ແຕ່​​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ຄອບ​ຄົວ​ຕົນ​ເທົ່າ​ນັ້​ນ ທ່ານ​ຍັງ​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສັງ​ຄົມ ແລະ ​ເຜີຍ​ແຜ່ບົດ​ຮຽນ​ໃນ​ການ​ຜະ​ລິດ​, ຊ່ວຍ​ເຫລືອ​ພໍ່​ແມ່​ປະ​ຊາ​ຊົນ​ພ້ອມ​ກັນ​ພັດ​ທະ​ນາ​ເສດ​ຖະ​ກິດ. ທ່ານ​ເຕີມ ໄດ້​ຂົນ​ຂວາຍ​ບັນ​ດາ​ຄອບ​ຄົວ​ໃນ​ຄຸ້ມ​ບ້ານ ສະ​ໝັກ​ໃຈ​ສ້າງ​ຕັ້ງ​ກຸ່ມ​ອຸ້ມ​ຊູ​ຊ່ວຍ​ເຫລືອ​ດ້ານ​ເຮືອນ​ຢູ່ ລວມ​ມີ ສະ​ມາ​ຊິກ 10 ຄອບ​ຄົ​ວ (ແຕ່​ລະ​ຄອບ​ຄົວ​ປະ​ກອບ​ຈຳ​ນວນ​ເງິນ 3 ລ້ານ​ດົງ/ປີ). ທ່ານ​ດີງ​ກົງ​ເຕີມ​ໃຫ້​ຮູ້​ວ່າ:

        “ແຕ່​ລະ​ຄອບ​ຄົວ​ປະ​ກອບ​ຈຳ​ນວນ​ເງິນ​ຫນ້ອ​ຍ​ຫນຶ່ງ​ເພື່ອ​ໃຫ້​ບັນ​ດາ​ຄອບ​ຄົວ​ທຸກ​ຍາກພັດ​ປ່ຽນ​ກັນ​ກູ້​ຢືມ​ເພື່ອ​ທຳ​ມາ​ຫາ​ກິນ. ໂດຍ​ສະ​ເພາະ​ບຸ​ລິ​ມະ​ສິດ​ໃຫ້ຄອບ​ຄົວ​ໃດ​ທຸກ​ຍາກກວ່າ​ໝູ່, ກໍ່​ສ້າງ​ເຮືອນ​ຢູ່​ໃຫ້​ເຂົາ​ເຈົ້າ​ກ່ອນ ຫລັງ​ຈາກນັ້ນ​ເກັບ​ທຶນ​ຄືນ​ແລ້ວ​ມາ​ຊ່ວຍ​ເຫລືອ​ຄອບ​ຄົວ​ທຸກ​ຍາກ​ອື່ນ.”

        ດ້ວຍ​ບົດ​ຮຽນ, ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ອິດ​ທິ​ພົນ​ຂອງ​ຕົນ, ທ່ານ​ເຕີ​ມ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຕາ​ແສງ, ຫົວ​ຫນ້າ​ສະ​ໂມ​ສອນ​ໝາກ​ມ່ວງ​ບັນ​ລຸ​ສະ​ມັດ​ຕະ​ພາບ​ສູງ. ສຳ​ລັບ​ບັນ​ດາ​ຄອບ​ຄົວ​ໃນ​ຄຸ້ມ​ບ້ານ, ຜູ້​ໃດ​ມີ​ຄວາມ​ຕ້ອງ​ການ​ຊ່ວຍ​ເຫລືອ​ດ້ານ​ຄວາມ​ຮູ້​ກ່ຽວ​ກັບ​ຕົ້ນ​ມ່ວງ, ທ່ານ ເຕີມ​ຍາມ​ໃດ​ກໍ​​ລົງ​ສວນ​ແນະ​ນຳ​ໂດຍ​ກົງ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ. ດ້ວຍ​ອິດ​ທິ​ພົນ​ຂອງ​ຕົນ, ທ່ານ​ເຕີມ  ​ຄ້ຳ​ປະ​ກັນ​ໃຫ້ 3 ຄອບ​ຄົວ​ຊາວ​ຊົນ​ເຜົ່າ​ສ່ວ​ນ​ຫນ້ອຍ​ທີ່​ທຸ​ກ​ຍາກ​ໄດ້ກູ້​ຢືມ​ທຶນຈາກ​ແຫລ່ງ​ທຶນ​ຂອງກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ​ຂອງ​ເມືອງ ເພື່ອ​ລ້ຽງ​ງົວ​ພັນ ດ້ວຍ​ຈຳ​ນວນ​ເງິນ 30 ລ​້ານ​ດົງ. ຍ້ອນ​ເຫດນັ້ນ ບັນ​ດາ​ຄອ​ບ​ຄົວ​ດັ່ງ​ກ່າວ​ໄດ້​ຫລຸດ​ພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ.

        ດ້ວຍ​ບັນ​ດາ​ວຽກ​ງານ​ທີ່​ແທດ​ຈິງ ຂອງ​ຕົນ ທ່ານ​ເຕີມ​ໄດ້​ຮັບ​ການ​ຕີ​ລ​າ​ຄາ​ສູງ​ຈາກ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ. ທ່ານ ດ​ວານ​ແທງ​ຮ່​ວາງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ຕາ​ແສງ ຕຸກ​ຈຶງ ປາດ​ຖະ​ຫນາ​​ວ່າທ່ານ ​ເຕີມ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ກຳ​ລັງ​ຄວາມ​ສາ​ມາດ, ຄຸນ​ນະ​ທາດ​ຂອງ​ຕົນ ຊ່ວຍ​ເຫລືອ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ.

        “ປະ​ຈຸ​ບັນ ທ່າ​ນ​ເຕີມ ແມ່ນ​ຜູ້​ມີ​ອິດ​ທິ​ພົນ​ໃນ​ໝູ່​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຂອງ​ຕາ​ແສງ. ທ່ານ​ໄດ້​ເຂົ້າ​ຮ່ວມ​ສະ​ໂມ​ສອນ​ອຸ້ມ​ຊູ​ຊ່ວ​ຍ​ເຫລືອ​ເພື່ອ​ຫນູນ​ຊ່ວຍ​ກັນ​ທຳ​ມາ​ຫາ​ກິນ. ໃນ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ ທ່ານ​ເປັນ​ແບບ​ຢ່າງ. ນອກ​ຈາກ​ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ຄອບ​ຄົວ​​ຕົນເທົ່າ​ນັ້ນ ​ທ່ານ​ຍັງ​ຊ່ວຍ​ເຫລືອພໍ່​ແມ່​ປະ​ຊາ​ຊົນ​ໃນ​ຄຸ້ມ​ບ້ານ​ພ້ອມ​ກັນ​ພັດ​ທະ​ນາ​ເສດ​ຖະ​ກິດ. ທ່ານ​ໄດ້​ຕັ້ງ​ຫນ້າ​ແນະ​ນຳ​ດ້ານ​ເຕັກ​ນິກ​ໃຫ້ພໍ່​ແມ່​ປະ​ຊາ​ຊົນ​ປູກ​ຕົ້ນ​ໝາກມ່ວງ​ພົ້ນ​ລະ​ດູ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.”

        ດ້ວຍ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ທ່ານ​ດີງ​ກົງ​ເຕີມ ໄດ້​ຮັບ​ໃບ​ຍ້ອງ​ຍໍ​ຫລາຍ​ໃບ​ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ດີ້ງກວານ ແລະ ດົງ​ນາຍມອບ​ໃຫ້. ແບບ​ຢ່າງ​ດີ​ເດັ່ນ​ໃນ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ເກັ່ງ​ຄື​ທ່ານ​ເຕີມ ​ເປັນ ​ກຳ​ລັງ​ຫນູນ​ສົ່ງ​ເສີ​ມ​ພໍ່​ແມ່​ປະ​ຊາ​ຊົນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ແຂວງ ດົງ​ນາຍ​ແຂ່ງ​ຂັນ​ທຳ​ການ​ຜະ​ລີດ​ດຳ​ເນີນ​ທຸ​ລະ​ກິດ​ເກັ່ງ, ສາ​ມັກ​ຄີ​ຊ່ວຍ​ເຫລືອ​ກັນ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງ​ມີ.

       

ຕອບກັບ

ຂ່າວ/ບົດ​ອື່ນ