ແປ່ ເລື່ອງກ່ຽວ, ການຟິຊີດຜົນງານດ້ານວັດທະນະທຳອັນຍິ່ງໃຫຍ່


(vovworld)- ເລື່ອງ​ກ່ຽວ​ (Truyen Kieu) ຂອງ ນັກ​ກະ​ວີຜູ້​ຍິ່ງ​ໃຫຍ່ ຫງວຽນ​ຢູ ແມ່ນ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ​ອັນ​ດີ​ເລີດຊື່ງໄດ້​ຮັບ​ຖື​ວ່າ ແມ່ນ​ຜົນ​ງານ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ອັນ​ຍິ່ງ​ໃຫຍ່. ສະ​ນັ້ນ ເລື່ອງ​ແປ່, ໂຄ​ສະ​ນາ​ເລື່ອງ​ກ່ຽວເປັນ​ພາ​ສາ​ຕ່າງ​ປະ​ເທດ ແມ່ນ​ວຽກ​ງານ​ຫຍຸ້ງ​ຍາກ​ທີ່​ສຸດ, ຮຽກ​ຮ້ອງ​ຕ້ອງ​ມີຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ອັນ​ໃຫຍ່​ຫລວງ​​ຈາກ​ຜູ້​ແປ່. ມາ​ຮອດ​ປະ​ຈຸ​ບັນ ເລື່ອງ​ກ່ຽວ ໄດ້​ແປ່​ເປັນ 20 ພາ​ສາ​ຕ່າງ​ປະ​ເທດ ແລະ ມີ​ຫນ້າ​ຢູ່​ຫລາຍ​ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ. ແລະ ຄາດ​ວ່າ ໃນ​ອະ​ນາ​ຄົດ​ເລື່ອງ​ກ່ຽວ​ຈະ​ໄດ້​ແປ່​ເປັນ​ພາ​ສາ​ຕ່າງ​ປະ​ເທດ​ຫລາຍກວ່າ​ຈຳ​ນວນ​ດັ່ງ​ກ່າວ.

ແປ່ ເລື່ອງກ່ຽວ, ການຟິຊີດຜົນງານດ້ານວັດທະນະທຳອັນຍິ່ງໃຫຍ່ - ảnh 1

        ​ເພື່ອນ  Jan Komarek ອາ​ຍຸ 20 ປີ ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ Chales Praha ສ. ເຊັກ​ໂກ ແປ່​ໄດ້ 200 ຄຳ​ກາບກອນ​ໃນ​ເລື່ອງ​ກ່ຽວ​ ຈາກ​ພາ​ສາ ຫວຽດ ເປັນ​ພາ​ສາ ເຊັກ​ໂກ. ດ້ວຍ​ຜົນ​ງານນີ້, ເພື່ອນ Jan Komarek ຫາກໍ​ໄດ້​ຮັບ​ລາງວັນ​ຈາກ ສ​ເຊັກ​ໂກ ວ່າ​ແມ່ນ​ນັກ​ແປ່​ພາ​ສາ​ຫນຸ່ມ​ອາ​ຍຸ​​ຕ່ຳ​ກວ່າ 35 ປີ. ເພື່ອນ Jan Komarek ໃຫ້​ຮູ້​ວ່າ: ຢູ່ ເຊັກ​ໂກ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ມີ​ປະ​ມານ 60.000 ຄົນ. ເຖິງວ່າ ສອງ​ປະ​ເທດ ມີ​ການ​ພົວ​ພັນ​ສະ​ຫນິດ​ຕິດ​ພັນ​​ກໍ​ຕາມ ແຕ່​ການ​ພົວ​ພັນ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ແມ່ນບໍ່​ທັນ​ສົມ​ຄູ່. ກ່ຽວ​ກັບ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ພຽງ​ມີ​ບົດ​​ປະ​ພັນວັດ​ນະ​ຄະ​ດີ​ຈຳ​ນວນ​ຫນຶ່ງ​ຖືກ​ແປ່​ເປັນ​ພາ​ສາ ເຊັກ​ໂກ​ຄື: ບົດ​ກະ​ວີ ໂຮ່​ຊວນ​ເຮືອງ, ເລື່ອງ​ກ່ຽວ, ບັນ​ທຶກ​ໃນ​ຄຸກ. ສະ​ເພາະ ເລື່ອງ​ກ່ຽວ ມີ 2 ເຫລັ້ມ​ຖືກ​ແປ່​ເປັນ​ພາ​ສາ ເຊັກ​ໂກ ເມື່ອປີ 1926 ແລະ ​ປີ1958, ແລະ 2 ເຫລັ້ມ​ນີ້​ແມ່ນ​ແປ່​ຈາກ​ພາ​ສາ ຝ​ລັ່ງ ສະ​ນັ້ນ ຄວາມ​ຊັດ​ເຈນບໍ່​ປານ​ໃດ. ເພື່ອນ Jan Komarek ໃຫ້​ຮູ້​ວ່າ:

        “ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ຄຸນ​ຄ່າ​ໃຫຍ່​ສຸດ​ຂອງ ເລື່ອງ​ກ່ຽວ ແມ່ນ​​ຈາກພາ​ສາ​ຫວຽດ. ຂ້າ​ພະ​ເຈົ້າ​ໄດ້​ຮຽນ ເລື່ອງ​ກ່ຽວ ດ້ວຍ​ພາ​ສາ ເຊັກ​ໂກ ​ຜ່ານ​ປື້ມ​ເລື່ອງ​ກ່ຽວ ​ແປ່​ຈາກ​ພາ​ສາ ຝ​ລັ່ງ. ຂ້າ​ພະ​ເຈົ້າ​ມັກ​ເນື້ອ​ໃນ​ຂອງ​ເລື່ອງ​ກ່ຽວ ແຕ່​ພັດ​ຄິດ​ວ່າ ບົດ​ແປ່ນີ້ບໍ່​ໄດ້​ດີ​ປານ​ໃດ, ຕົນ​ເອງ​ອາ​ດ​ຈະ​ແປ່​​ດີກວ່າ​.”

        ການ​ແປ່​ເລື່ອງ​ກ່ຽວ ເປັນ​ພາ​ສາ​ຕ່າງ​ປະ​ເທດ ແມ່ນ​ຍາກ​ທີ່​ສຸດ, ບໍ່​ພຽງ​ແຕ່​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ ຫາ​ກ​ຊ້ຳ​ບໍ່​ໜຳ ນັບ​ທັງຊາວ​ຫວຽດ​ນາມ ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດອ​ີກ​ດ້ວຍ. ປີ 1951, ປະ​ທານ​ໂຮ່​ຈິ​ມິນ ໄດ້​ມອບ​ປື້ມ​ເລື່ອງ​ກ່ຽວ​ໃຫ້​ ​ນັກ​ຂ່າວ ເຢຍ​ລະ​ມັນ​ທີ່​ມີ​ຊື່​ວ່າ: Franz Faber ເມື່ອ​ທ່ານ​ປະ​ຕິ​ບັດ​ງານ​ໃນ​ບັ້ນ​ຮົບ ດ້ຽນ​ບຽນ​ຝູ. ຍ້ອນ​ມີ​ຄວາມ​ຮັກ​ຕໍ່​ພື້ນ​ຖານ​ວັດ​ທະ​ນະ​ທຳ ຫວຽດ​ນາມ, ທ່ານ Franz Faber ພ້ອມ​ກັບ​ເມຍຂອງ​ຕົນ ແປ່​ເລື່ອງ​ກ່ຽວ​ເປັນ​ພາ​ສາ ເຢຍ​ລະ​ມັນ ແລະ ພິມ​ຈຳ​ຫນ່າຍ​ເປັນ​ປື້ມ​ເມື່ອ​ປີ 1964 ແລະ ຮອດ​ ປີ 1980 ​ໄດ້ພິມ​ຈຳ​ຫນ່າຍ​ຄືນ​ໃຫມ່​. ​

ແປ່ ເລື່ອງກ່ຽວ, ການຟິຊີດຜົນງານດ້ານວັດທະນະທຳອັນຍິ່ງໃຫຍ່ - ảnh 2
ນັກ​ແປ່​ພາ​ສາ Jan Komarek

        ໃນ​ໄລ​ຍະ​ກວ່າ​ຫນຶ່ງ​ປີ​ຜ່ານ​ມາ ນັກ​ແປ່​ພາ​ສາ ຫງວຽນ​ຮູຍ​ຮ່​ວາງ ພວມ​ລະ​ດົມ​ການ​ຫນູນ​ຊ່ວຍ​ຈາກ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ ລັດ​ເຊຍ ເພື່ອ​ແປ່ ເລື່ອງ​ກ່ຽວ ເປັນ​ພາ​ສາ​ລັດ​ເຊຍ. ທ່ານ​ໃຫ້​ຮູ້​ວ່າ ສະ​ຖາ​ບັນ​ຝ່າຍ​ຕາ​ເວັນ​ອອກ, ພະ​ແນກ​ວັນ​ນະ​ຄະ​ດີຂອງ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ ຫວຽດ​ນາມວິ​ທະ​ຍາ ຢູ່ ສະ​ຫະ​ພັນ​ລັດ​ເຊຍ ລ້ວນ​ແຕ່​ລໍ​ຄອຍ​ເລື່ອງ​ກ່ຽວ​ທີ່​ໄດ້​ແປ່​ເປັນ​ພາ​ສາ ລັດ​ເຊຍ ຢ່າງ​ຄົບ​ຖ້ວນ ເພື່ອ​ເຂົ້າ​ໃຈ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ກວ່າ. ນັກ​ແປ່​ພາ​ສາ ຫງວຽນ​ຮູຍ​ຮ່​ວາງ ໃຫ້​ຮູ້​ວ່າ:

        “ຫນ່ວຍ​ແປ່​ພາ​ສາ​ຂອງ​ພວກ​ຂ້າ​ພະ​ເຈົ້າ ລວມ​ມີ ຄົນ​ລັດ​ເຊຍ ແລະ​ຄົນ​ຫວຽດ. ນີ້​ແມ່ນ​ກິດ​ຈະ​ກຳ​ບໍ່​ແມ່ນ​ຂອງ​​ສະ​ເພາະສ່ວນ​ບຸກ​ຄົ​ນ ຫາກຂອງ​ໝູ່​ຄະ​ນະ​​ສອງ​ປະ​ເທດ. ການ​ແປ່ ເລື່ອງ​ກ່ຽວ ພວກ​ຂ້າ​ພະ​ເຈົ້າ​ຢາກ​ສົ່ງ​ເຖິງ​ປະ​ເທດ​ທີ່​ມີ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ອັນ​ຍິ່ງ​ໃຫຍ່​ຄື ລັດ​ເຊຍ ​ເພື່ອ​ໃຫ້​ຊາວ​ ລັດ​ເຊຍ ເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ກວ່າ.”

        ສຳ​ລັບ​ບົດ​ກະ​ວີ​ທຳ​ມະ​ດາ, ເລື່ອງ​ແປ່​ພາ​ສາ ພຽງ​ແຕ່ຕ້ອງ​ການ​ຜູ້​ເກັ່ງ​ດ້ານ​ພາ​ສາ​ເທົ່າ​ນັ້ນ ແຕ່​ສຳ​ລັບ ເລື່ອງ​ກ່ຽວ, ນັກ​ແປ່​ພາ​ສາ​ຕ້ອງ​ມີ​ຄວາມ​ຮູ້​ດ້ານ​ພາ​ສາສັງ​ລວມ, ຕ້ອງ​ເຂົ້າ​ໃຈ​ປະ​ໂຫຍກ, ພາ​ສາ ທ້ອງ​ຖິ່ນ… ສະ​ນັ້ນ ເພື່ອ​ໂຄ​ສະ​ນາ​ວັນ​ນະ​ຄະ​ດີ ຫວຽດ​ນາມ ເວົ້າ​ລວມ, ເລື່ອງ​ກ່ຽວ ຂອງ ນັກ​ກະ​ວີ​ຜູ້​ຍິ່ງ​ໃຫຍ່ຫງວຽນ​ຢູ​ ເວົ້າ​ສະ​ເພາະ ອອກ​ສູ່​ໂລກ, ຕ້ອງ​ມີ​ຍຸດ​ທະ​ສາດ​ຍາວ​ນານ, ເປັນ​ລະ​ບົບ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ນຳ​ວັດ​ທະ​ນະ​ທຳ ຫວຽດ​ນາມ ເຖິງ​ເພື່ອນ​ມິດ​ສາ​ກົນ.

       

ຕອບກັບ

ຂ່າວ/ບົດ​ອື່ນ