ແມ່ຍິງຜູ້ຂົນເຄື່ອງຮັບຈ້າງຢູ່ຕະຫຼາດຂາຍສົ່ງລອງບຽນ

(Vovworld)- ເວ​ລາ 23 ໂມງ, ຢູ່​ຕໍ່​ໜ້າ​ປະ​ຕູ​ໂຂງ​ຕະຫຼາດ​ຂາຍ​ສົ່ງ​ລອງ​ບຽນ ( ຮ່າ​ໂນ້ຍ) ສຽງ​ແກລົດເລີ່ມ​ດັ່ງ​ເນື່ອງ​ນັນ, ລົດ​ບັນ​ທຸກ​ໝາ​ກ​ໄມ້​ຄັນ​ໜຶ່ງ​ພວມ​ເປີດ​ໄຟ​ຊີ​ຍານ​ລ້ຽວ​ຂວາ​ເຂົ້າ​ຕະຫຼ​າດ. ເມື່ອ​ໂຊ​ເຟີ​ລົດ​ເປີດປະ​ຕູ​ທາງຫຼັງ​ຕູ້​ລ​ົດ, ພວກເອື້ອຍ​ນ້ອງ​ແມ່​ຍິງ​ຜູ້​ຂົນ​ເຄ​ື່ອງ​ຮັບ​ຈ້າງໄດ້ຫຼັ່ງ​ໄຫຼ​​ມາ​ຫາ, ຜູ້​ຂົນ​ເຄ​ື່ອງ​ລົງ, ຜູ້ແກ່​ລໍ້​ຂົນ​ເຄື່ອງ​ນັບ​ຮ້ອຍ​ໂລ​ໃຫ້​ພວກ​ພໍ່​ຄ້າ​ຊາວ​ຂາຍ. ຄືນ​ໜຶ່ງ​ຫາ​ເງິນ​ລ້ຽງ​ຊີບ​ຂອງ​ພວກແມ່​ຍິງ​​ຂົນ​ເຄ​ື່ອງ​ຮັບ​ຈ້າງໄດ້​ເລີ່ມ​ຂຶ້ນ.

ແມ່ຍິງຜູ້ຂົນເຄື່ອງຮັບຈ້າງຢູ່ຕະຫຼາດຂາຍສົ່ງລອງບຽນ - ảnh 1
(ລົດ​ບັນ​ທຸກ​ໝາ​ກ​ໄມ້ຢູ່ຕະຫຼ​າດ)

    ບັນ​ຍາ​ກາດ​ຢູ່​ຕະຫຼາດ​ຂາຍ​ສົ່ງ​ລອງ​ບຽນເບິ່ງ​ຄື​ວ່າ​ຄຶກ​ຄື້ນ​ຂຶ້ນ ຍ້ອນ​ຂະ​ບວນ​ລົດ​ຂົນ​ສົ່ງ​ເຄື່ອງ ຈາກ​ແຂວງ​ແທງ​ຮ້​ວາ, ລ້າງ​ເຊ​ີນ, ລາວ​ກາຍ ຫຼັ່ງ​ໄຫຼ​​ມານີ້. ນີ້​ກໍ​ແມ່ນ​ຊວງ​ເວ​ລາ​ທີ່​ພວກແມ່​ຍິງ​​ຂົນ​ເຄ​ື່ອງ​ຮັບ​ຈ້າງເຕົ້າ​ໂຮມຫຼາຍ​ທີ່​ສຸດ, ເຂົາ​ເຈົ້າ​ສ່ວນຫຼາຍ​ມາ​ຈາກ​ເຂດ​ບ້ານ​ນາ​ທີ່​ທຸກ​ຍາກ​ຄື ຮຶງ​ອຽນ, ວິ້ງ​ຟຸກ, ທ້າຍບ​ິງ, ນາມດິ້ງ ເພື່ອ​ຫາ​ເງິນ​ລ້ຽງ​ຄອບ​ຄົວ, ລ້ຽງ​ຕົນ​ເອງ. ເຄ​ື່ອງ​ຂອງ​ປະ​ຈຳ​ຕົວ​ຂອງ​ພວກ​ເຮົາ ບໍ່ມີ​ຫຍັງ​ນອກ​ເໜືອ​ລົດ​ລໍ້​ຄັນ​ໜຶ່ງ ແລະ ຖົງ​ຢ່າງ​ຖົງ​ໜຶ່ງ​ເພື່ອ​ໃສ່​ເຄື່ອງ​ສ່ວນ​ຕົວ.

    ນາງ​ຫງວຽນ​ທິ​ເມັ້ນ ຢູ່​ຕາ​ແສງ​ກິມ​ລອງ ເມືອງ​ຕາມ​ເຢືອງ ແຂວງ ວິ້ງ​ຟຸກ ຫ່າ່ງ​ຈາກ​ຮ່າ​ໂນ້ຍ​ເກືອບ​ 60 ກິ​ໂລ​ແມດ ນາງ​ປະ​ກອບ​ອາ​ຊີບຂົນ​ເຄ​ື່ອງ​ຮັບ​ຈ້າງເປັນ​ເວ​ລາຫຼາຍ​ປີ​ແລ້ວ, ເພື່ອ​ປະ​ຢັດ​ຄ່າ​ເຊົາ​ເຮືອນນອນ​ຢູ່ນີ້,  ແຕ່​ລະ​ຄ່ຳ​ຄືນ ນາງ​ຕ້ອງ​ຂີ່​ລົດ​ເມຜ່ານ​ໄລ​ຍະ​ທາງ 40 ກິ​ໂລ​ແມດ​ຈຶ່ງ​ໄປ​ຮອດ​ບ່ອນ​ເຮັດ​ວຽກ.  ນາງ​ ເມັ້ນ ເວົ້າ​ວ່າ : (ເທບ)

    “ ມື້​ໃດ​ຮອດ​ເວ​ລາ 17 ໂມງ 30 ນາ​ທີ​ຂ້ອຍ​ກໍ​ເລີ່ມ​ໄປ, ຖ້າ​ຫາກ​ລົດ​ແລ່ນ​ໄວ ​ກໍຮອດ 20 ໂມງ​ຈຶ່ງ​ຈະມາ​ຮອດ, ຊ້າ​ກໍ​ 20 ໂມງ​ເຄິ່ງ, ແລ້ວ​ກໍ​ລໍ່​ຖ້າ​ຮອດ 23 ໂມງ​ເພື່ອ​ເຮັດ​ວຽກ​ຮອດ 4-5ໂມງ​ເຊົ້າ, ແລ້ວ​ກໍ​ຂີ່​ລົດ​ເມ​ກັບ​ເມືອ​ບ້ານ​ ”

   ແມ່ຍິງຜູ້ຂົນເຄື່ອງຮັບຈ້າງຢູ່ຕະຫຼາດຂາຍສົ່ງລອງບຽນ - ảnh 2
(ນາງ​ຫງວຽນ​ທິ​ເມັ້ນ)

ລົດ​ຂົນ​ສົ່ງ​ສິນ​ຄ້າ​ແຕ່​ລະ​ຖ້ຽວ, ກໍ​ວາງ​ສິນ​ຄ້າ​ສູງ​ຮອດ​ຫົວ​ພວ​ກເອື້ອຍ. ອາ​ກາດ​ໜາວ​ຈັດ, ພ້ອມ​ກັບ​ຝົນ​ຝອຍ​ໃນ​ຄຳ​ຄືນ​ຍາມ​ລະ​ດ​ດູ​ໜາວ ກໍ​ບໍ່​ສາ​ມາດ​ເຮັດ​ໃຫ້​ພວກ​ເອື້ອຍ​ທໍ້​ຖອຍ​ໃຈ. ເຖິງວ່າ​ໃນ​ຍາມ​ກາງ​ຄືນ, ອາ​ກາດ​ໜາວ​ແທ້, ແຕ່​ນາງ​ເຮືອງ ຢູ່​ແຂວງ​ທ້າຍ​ບິງ​ຫ່າງ​ຈາກ​ຮ່າ​ໂນ້ຍກວ່າ 100 ກິ​ໂລ​ແມດ ຍັງ​ຄົງ​ອອກ​ເຫື່ອ​ອາບ​ໜ້າ. ນາງ​ເຮືອງ​ເວົ້າ​ວ່າ :

   “ ມື້​ໃດ​ກໍ​ເຊັ່ນ​ດຽວ​ກັນ, ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ແຕ່ 21 ໂມງ​ຄ່ຳ​ຫາ 4 ໂມງ​ເຊົ້າ. ຂົນ​ເຄື່ອງ​ແຕ່​ລະ​ຖ້ຽວ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເງິນ​ແຕ່ 10.000 ຫາ 20.000 ດົງ. ເຮັດ​ວຽກ​ດ້ວຍ​ຄວາມ​ລຳ​ບາກຫຼາຍ, ແຕ່​ລາຍ​ຮັບ​ຄິດ​ສະ​ເລ່ຍ​ແຕ່​ລະ​ຄ່ຳ​ຄືນ, ຂ້າ​ພະ​ເຈົ້າ​ໄດ້​ພຽງ 200.000 ຫາ 250.000 ດົງເທົ່າ​ນັ້ນ ”

ແມ່ຍິງຜູ້ຂົນເຄື່ອງຮັບຈ້າງຢູ່ຕະຫຼາດຂາຍສົ່ງລອງບຽນ - ảnh 3

  ສ່ວນ​ນາງ ຮ​່​ວາງ​ທິມຽນ ຢູ່​ແຂວງ​ຮຶງ​ອຽນ ຫ່າງ​ຈາກ​ຮ່າ​ໂນ້ຍ​ປະ​ມານ 30 ກິ​ໂລ​ແມດ, ປີນີ້​ນາງ​ມີ​ອາ​ຍຸ​ພຽງ 32 ປີ , ແຕ່​ເບິ່ງ​ນາງ​ຄື​ຊິ​ຮອດກວ່າ 40 ປີ ຍ້ອນ​ເຮັດ​ວຽກ​ລຳ​ບາກ. ນາງ​ ມຽ​ນເວົ້າ​ວ່າ :

   “ ເຖິງວ່າຂ້າ​ພະ​ເຈົ້າ​ໄດ້​ຮູ້​ແລ້ວ​ວ່າ : ວຽກ​ງານ​ທີ່ລຳ​ບາກເຊັ່ນ​ນີ້ ຈະ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ສຸ​ຂະ​ພາບ​ກໍ​ຕາມ, ແຕ່​ຂ້າ​ພະ​ເຈົ້າ​ກໍ​ຕ້ອງຍອມ​ເຮັດ. ປະ​ຈຸ​ບັນ, ເຮົາ​ມີ​ອາ​ຍຸ​ພຽງກວ່າ 30 ປີ ແລະ ມີ​ລູກ 2 ຄົ​ນ​ພວມ​ຢູ່​ໃນ​ເກັ່ນ​ອາ​ຍຸ​ໄປ​ໂຮງ​ຮຽນ, ເມື່ອ​ຄິດ​ເຖິງ​ພວກລູກ, ເຮົ​າ​ຖື​ວ່າ ຕົນໄດ​້​ມີທຸກ​ສິ່ງ​ທຸກ​ຢ່າງ​ແລ້ວ” 

   ເຮັດ​ວຽກ​ຮອດ​ຮຸ່ງ​ເຊົ້າ, ແຕ່​ວຽກ​ງານ​ຂອງ​ພວກແມ່​ຍິງຂົນ​ເຄ​ື່ອງ​ຮັບ​ຈ້າງກໍ​ຍັງ​ບໍ່​ທັນ​ສິ້ນ​ສຸດ​ເທື່ອ. ເຂົາ​ເຈົ້າ​ພະ​ຍາ​ຍາມ​ຂົນ​ເຄື່ອງ​ຕື່ມ​ອີກ 2-3 ຖ້ຽວ​ສຸດ​ທ້າຍ​ເພື່ອ​ຫາ​ເງິນ​ຕື່ມ​ເລກ​ນ້ອຍ. ບັນ​ດາ​ຫີບເຄື່ອງໃຫຍ່​ຖືກວາງກອງ​ກັນ​ເທິງ​ຕູ້ລົດ ແລະ ລົດ​ບັນ​ທຸກ​ສິນ​ຄ້າ​ແຕ່​ລະ​ຄັນ​ຍັງ​ຄົງຄ່ອຍແລ່ນບົນ​ເສັ້ນ​ທາງ​ເຕັມ​ໄປ​ດ້ວຍ​ຂຸມ​ຂີ້​ຕົ້ມ​ເຂົ້າຕະຫຼາດ​ຂາຍ​ສົ່ງ​ໃຫຍ່ກວ່າ​ໝູ່​ໃນ​ນະ​ຄອນຫຼວງ​ຮ່າ​ໂນ້ຍ. /.

 

ຕອບກັບ

ຂ່າວ/ບົດ​ອື່ນ