ໂຄງການໂຮງລະຄອນໄຕໂຮ່ - ຈຸດພົ້ນເດັ່ນທາງດ້ານວັດທະນະທຳຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ

(VOVWORLD) -ກິດຈະກຳຈະຫັນຄວາມຄາດຫວັງຂອງປະຊາຊົນນະຄອນຫຼວງກ່ຽວກັບກິດຈະກຳຖືເປັນສັກລະນະໃໝ່ຂອງນະຄອນຫຼວງໃນໄລຍະທັນສະໄໝໃຫ້ປະກົດຜົນເປັນຈິງ, ເພື່ອປະກອບສ່ວນຍົກລະດັບຮ່າໂນ້ຍໃຫ້ກາຍເປັນຈຸດນັດພົບຂອງບັນດາເຫດການວັດທະນະທຳແຖວໜ້າໂລກ.
ໂຄງການໂຮງລະຄອນໄຕໂຮ່ - ຈຸດພົ້ນເດັ່ນທາງດ້ານວັດທະນະທຳຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ - ảnh 1ໂຮງລະຄອນ opera ຈະກາຍເປັນສັນຍາລັກຂອງ ຮ່າໂນ້ຍ
(ພາບ: TTXVN)
 
 
 

  ຫວ່າງມໍ່ໆມານີ້, ນະຄອນ ຮ່າໂນ້ຍ, ຄະນະກຳມະການປະຊາຊົນເມືອງ ໄຕໂຮ່ ຫາກໍ່ແຈ້ງຂ່າວກ່ຽວກັບແຜນແຕ້ມແຜນຜັງລະອຽດແຫຼມ ກວາງອານ, ໃນນັ້ນຈຸດພົ້ນເດັ່ນທີ່ສຸດແມ່ນໂຮງລະຄອນ Opera ໄດ້ຮັບການກໍ່ສ້າງບົນໜ້ານ້ຳຢູ່ໜອງ ເດີມຈີ້ ຢູ່ໂຮ່ໄຕ. ຖ້າຫາກວ່າກິດຈະກຳໄດ້ຮັບການກໍ່ສ້າງສຳເລັດກໍຈະແມ່ນກິດຈະກຳລະດັບສາກົນ, ສ້າງຈຸດພົ້ນເດັ່ນທາງດ້ານວັດທະນະທຳແລະຍົກລະດັບທີ່ຕັ້ງຂອງນະຄອນຫຼວງ.

        ແຫຼມ ກວາງອານ ມີເນື້ອທີ່ກວ້າງ 77 ເຮັກຕາຂຶ້ນກັບບ້ານ ກວາງອານ ແລະ ບ້ານ ຕືລຽນ, ຈະກໍ່ສ້າງເຂດລະຫຼີ້ນບັນເທິງ, ສວນສາທາລະນະວັດທະນະທຳແຫ່ງຈິດວິນຍານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຮັບໃຊ້ຊຸມຊົນ, ສົມທົບກັບເຂດພັດທະນາການຄ້າ, ການບໍລິການ, ໂຮງແຮມຮັບໃຊ້ການທ່ອງທ່ຽວບຳລຸງສຸຂະພາບ. ໃນນັ້ນ, ພົ້ນເດັ່ນທີ່ສຸດແມ່ນກິດຈະກຳໂຮງລະຄອນທີ່ມີຂອບຂະໜາດກວ່າ 13.000 ຕາແມັດແລະຫ້ອງສະແດງ opera ສາມາດບັນຈຸ 1.800 ຄົນຮັບໃຊ້ການຈັດຕັ້ງບັນດາເຫດການວັດທະນະທຳ, ສະແດງສິລະປະທີ່ມີຂອບຂະໜາດໃຫຍ່. ໂຮງລະຄອນໂດຍທ່ານ Renzo Piano ນັກສະຖາປະນິກຊາວອີຕາລີທີ່ມີຊື່ສຽງໃນໂລກ ອອກແບບບົນໜ້ານ້ຳຂອງໜອງເດີມຈີ້, ຂຶ້ນກັບໂຮ່ໄຕ.

        ນັກແກະສະຫຼັກເຈີນດຶກຊີ, ສະມາຄົມວິຈິດສິນຮ່າໂນ້ຍ, ຜູ້ມີຫຼາຍກິດຈະກຳຂອບຂະໜາດໃຫຍ່ຢູ່ພາຍໃນແລະຕ່າງປະເທດ, ໃຫ້ຮູ້ວ່າ:

        “ຢູ່ຫວຽດນາມ, ພິເສດແມ່ນນະຄອນຫຼວງຮ່າໂນ້ຍຄວນມີເຂດສະແດງດົນຕີລະດັບສາກົນ, ເຊິ່ງເປັນທ່າອ່ຽງທີ່ຈຳເປັນຕ້ອງມີ. ເຖິງຢ່າງໃດກໍ່ຕາມ, ບັນດານັກວາງແຜນກໍ່ຕ້ອງວາງແຜນຜັງສັງລວມ, ມີຂອບຂະໜາດໃຫຍ່ເພື່ອເມື່ອມີລາຍການລະດັບສາກົນກໍ່ສາມາດຕອບສະໜອງ, ຮັບໃຊ້ໄດ້”.

        ຕາມການວາງແຜນຜັງສັງລວມປີ 1992 ຂອງນະຄອນຮ່າໂນ້ຍແລະການວາງແຜນຜັງເຂດໂຮ່ໄຕປີ 1994, ຕະຫຼອດຮອດການວາງແຜນຜັງສັງລວມຂອງນະຄອນປີ 1998 ລ້ວນແຕ່ຢືນຢັນວ່າທາງທິດຕາເວັນຕົກໂຮ່ໄຕ ແລະ ຈາກ ໂກລວາ - ແມ່ນ້ຳແດງ ຈຸດເຊື່ອມຕໍ່ແມ່ນແຫຼມໂຮ່ໄຕຂອງ ຮ່າໂນ້ຍຈະແມ່ນກິດຈະກຳວັດທະນະທຳ, ໂຮງລະຄອນ, ຫໍພິພິຕະພັນ. ທ່ານດ່າວງອັກງຽມ, ຮອງປະທານສະມາຄົມວາງແຜນຜັງພັດທະນາເຂດຕົວເມືອງຫວຽດນາມ, ອະດີດຫົວໜ້າພະແນກວາງແຜນຜັງ - ສະຖາປັດຕະຍາກຳນະຄອນຮ່າໂນ້ຍ, ຢືນຢັນວ່າ:

        “ເກືອບ 30 ປີຜ່ານມາໄດ້ຢືນຢັນວ່າແຫຼມກວາງອານຈະກໍ່ສ້າງກິດຈະກຳວັດທະນະທຳ. ທີ່ຕັ້ງທີ່ເໝາະສົມແຕ່ກິດຈະກຳນັ້ນເອງຕ້ອງມີລັກສະນະເປັນສັນຍາລັກສູງ, ມີບົດບາດເໝາະສົມກັບເຂດ, ເຊິ່ງນີ້ຕ້ອງໄດ້ຮັບການຄົ້ນຄວ້າຢ່າງລະອຽດກວ່າ, ພິເສດແມ່ນເສີມຂະຫຍາຍທິວທັດທຳມະຊາດ, ຫາກບໍ່ແມ່ນສວຍໃຊ້ການຂຸດຄົ້ນທິວທັດດັ່ງກ່າວ”.

ໂຄງການໂຮງລະຄອນໄຕໂຮ່ - ຈຸດພົ້ນເດັ່ນທາງດ້ານວັດທະນະທຳຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ - ảnh 2ທ່ານຟານດັງເຊີນ, ປະທານສະມາຄົມນັກສະຖາປະນິກຫວຽດນາມ
(ພາບ: TTXVN)

        ເລື່ອງກໍ່ສ້າງໂຮງລະຄອນໄດ້ຮັບການຜັນຂະຫຍາຍບົນພື້ນຖານບໍ່ສົ່ງຜົນສະທ້ອນເຖິງໜ້ານ້ຳຂອງໜອງປະກອບສ່ວນອະນຸລັກຮັກສາແລະຂຸດຄົ້ນບັນດາຄຸນຄ່າວັດທະນະທຳ, ທິວທັດທຳມະຊາດເຂດໂຮ່ໄຕ, ເດີມຈີ້. ການວາງແຜນຜັງກໍ່ຈະເຊື່ອມຕໍ່ກັບເຂດໃຕ້ດິນຕົວເມືອງກັບພື້ນຖານຄົມມະນາຄົມຂອງນະຄອນ. ທ່ານຟານດັງເຊີນ, ປະທານສະມາຄົມນັກສະຖາປະນິກຫວຽດນາມ, ຖືວ່າ:

        “ໂຮງລະຄອນໄດ້ເປັນເອກະພາບກ່ຽວກັບແຜນນະໂຍບາຍຈາກການວາງແຜນຜັງສັງລວມຕະຫຼອດຮອດລາຍລະອຽດເຊິ່ງນາຍົກລັດຖະມົນຕີໄດ້ອະນຸມັດຜ່ານ. ຖ້າຫາກເຂດວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍເອກະລັກສະເພາະທີ່ດູດດື່ມ ຂຸດຄົ້ນດ້ານການທ່ອງທ່ຽວວັດທະນະທຳໂຮ່ໄຕ, ຖ້າຫາກມີໂຮງລະຄອນຫຼັງໜຶ່ງໄດ້ຮັບການປຸກສ້າງຕື່ມອີກນັ້ນຈະແມ່ນການເຊື່ອມຕໍ່ດີທີ່ສຸດ”.

        ຢູ່ໃນໂລກ, ມີຫຼາຍກິດຈະກຳວັດທະນະທຳ, ໂຮງລະຄອນ opera ໄດ້ກາຍເປັນສັນຍາລັກບໍ່ພຽງແຕ່ແມ່ນຈຸດນັດພົບເທົ່ານັ້ນ, ຫາກຍັງແມ່ນຂອງປະເທດໜຶ່ງ, ບໍ່ພຽງແຕ່ເພື່ອຍົກລະດັບຈຸດນັດພົບ, ສ້າງທີ່ຕັ້ງບົນເວທີສາກົນໃຫ້ແກ່ປະເທດນັ້ນເທົ່ານັ້ນ, ຫາກຍັງນຳມາເຊິ່ງແຫຼ່ງລາຍຮັບທີ່ໃຫຍ່ຫຼວງໃຫ້ແກ່ຂະແໜງທ່ອງທ່ຽວຂອງຈຸດນັດພົບອີກດ້ວຍ. ກິດຈະກຳຈະຫັນຄວາມຄາດຫວັງຂອງປະຊາຊົນນະຄອນຫຼວງກ່ຽວກັບກິດຈະກຳຖືເປັນສັກລະນະໃໝ່ຂອງນະຄອນຫຼວງໃນໄລຍະທັນສະໄໝໃຫ້ປະກົດຜົນເປັນຈິງ, ເພື່ອປະກອບສ່ວນຍົກລະດັບຮ່າໂນ້ຍໃຫ້ກາຍເປັນຈຸດນັດພົບຂອງບັນດາເຫດການວັດທະນະທຳແຖວໜ້າໂລກ. ພ້ອມກັນນັ້ນ, “ເກາະແຫ່ງດົນຕີ” ດັ່ງກ່າວບໍ່ພຽງແຕ່ແມ່ນເຂດສະແດງສິລະປະເທົ່ານັ້ນ, ຫາກຍັງແມ່ນຈຸດນັດພົບທາງດ້ານວັດທະນະທຳ, ການລະຫຼີ້ນ, ຊອກຮູ້ຕົວຈິງຢ່າງເປັນປະຈຳຂອງປະຊາຊົນແລະນັກທ່ອງທ່ຽວອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ