ໂຮ່ຈິມິນ - ນັກປະຕິວັດທີ່ລຽບງ່າຍ,ຮັກຫອມສັນຕິພາບ,ສຸດຈິດສຸດໃຈເພື່ອປະເທດຊາດ ໃນສາຍຕາຂອງເພື່ອນມິດສາກົນ

(VOVWORLD) -ນັບແຕ່ວັນທີ 02 ກັນຍາ 1945, ເມື່ອປະທານໂຮ່ຈິມິນ ກ່າວຖະແຫຼງການປະກາດເອກະລາດ ສະຖາປະນາປະເທດສາທາລະນະປະຊາທິປະໄຕຫວຽດນາມ, ໄດ້ກາຍເປັນກະແສຟອງແຜ່ລາມອອກສູ່ທົ່ວພາກພື້ນອິນດູຈີນ, ອາຊີ, ເອີລົບ ແລະ ທັງບັນດາຊາວອາຟະລິກາ, ອາເມລິກາລາຕິງ ທີ່ຢູ່ຫ່າງໄກ. ກໍ່ນັບແຕ່ນັ້ນມາ “ໂຮ່ຈິມິນ - ຫວຽດນາມ” ໄດ້ກາຍເປັນຄວາມສົນໃຈເປັນພິເສດຂອງບັນດາຊາວຕ່າງປະເທດ.

ໂຮ່ຈິມິນ - ນັກປະຕິວັດທີ່ລຽບງ່າຍ,ຮັກຫອມສັນຕິພາບ,ສຸດຈິດສຸດໃຈເພື່ອປະເທດຊາດ ໃນສາຍຕາຂອງເພື່ອນມິດສາກົນ - ảnh 1

 ປະທານໂຮ່ຈິມິນ

(hochiminhcity.gov.vn)

ຈຳນວນຜູ້ຄົ້ນຄວ້າກ່ຽວກັບປະທານໂຮ່ຈິມິນ, ບັນດາປື້ມອ່ານ, ບົດຂຽນກ່ຽວກັບເພີ່ນ ຂອງບັນດານັກປະພັນຕ່າງປະເທດ ມາຮອດປະຈຸບັນຍັງບໍ່ທັນຢັ້ງຢືນໄດ້ຢ່າງຊັດເຈັນເທື່ອ. ຕາມການສະຖິຕິທີ່ຍັງບໍ່ທັນຄົບຖ້ວນ, ໄດ້ມີບົດປະພັນ ແລະ ບັນດາກິດຈະກຳຄົ້ນຄວ້າ ກວ່າ 200 ບົດ, ວາລະສານນັບຮ້ອຍສະບັບ, ບົດຂຽນໜັງສືພິມຂອງບັນດານັກຄົ້ນຄວ້າປະຫວັດສາດ, ວັດທະນະທຳ, ປັດຊະຍາ, ບັນດານັກຂ່າວຂອງບັນດາໜັງສືພິມໃຫຍ່ໃນໂລກ… ນັບເປັນພັນໆສະບັບ ໄດ້ຂຽນກ່ຽວກັບປະທານໂຮ່ຈິມິນ. ເນື້ອໃນທີ່ກວມລວມໃນບັນດາເອກະສານກ່ຽວກັບປະທານໂຮ່ຈິມິນ ທັງໝົດແມ່ນຄວາມນິຍົມ, ເຄົາລົບນັບຖືປະທານໂຮ່ຈິມິນ. ອ້າຍ Arsenin Zorin, ນັກສຶກສາຂະແໜງຝ່າຍຕາເວັນອອກວິທະຍາ, ມະຫາວິທະຍາໄລສັງລວມແຫ່ງຊາດ St.Peterburg, ປະເທດລັດເຊຍ, ຖືວ່າ.

        “ຕາມຂ້າພະເຈົ້າແລ້ວ, ໂຮ່ຈິມິນ ແມ່ນໜຶ່ງໃນບັນດາບຸກຄົນທີ່ສຳຄັນທີ່ສຸດໃນປະຫວັດສາດຫວຽດນາມ, ເພາະສະນັ້ນ, ເພື່ອຕີລາຄາຜົນງານຢ່າງຖືກຕ້ອງຂອງປະທານໂຮ່ຈິມິນ ໃນພາລະກິດປົດປ່ອຍຊາດ, ພວກເຮົາຕ້ອງມີຄວາມເຂົ້າໃຈແຈ້ງກ່ຽວກັບຊີວິດການເຄື່ອນໄຫວປະຕິບົດຂອງເພີ່ນ. ຫຼາຍປີໄດ້ຜ່ານພົ້ນໄປແລ້ວ, ແຕ່ບໍ່ມີຜູ້ໃດທີ່ຈະຫຼົງລືມໄດ້ວ່າ ຫງວຽນອ໋າຍກ໋ວກ ແມ່ນຜູ້ມີພົນງານຢ່າງໃຫຍ່ຫຼວງ ໃນການຊອກຫາເສັ້ນທາງປົດປ່ອຍຊາດຫວຽດນາມ ໃຫ້ຫຼຸດພົ້ນອອກຈາກແອກຄອບຄອງຂອງພວກລ່າເມືອງຂຶ້ນຝລັ່ງ. ປະທານໂຮ່ຈິມິນ ກໍ່ແມ່ນຜູ້ກໍ່ຕັ້ງພື້ນຖານໃຫ້ແກ່ສາຍພົວພັນຫວຽດນາມ - ລັດເຊຍ ແລະ ນັບແຕ່ຄາວນັ້ນ, ຫວຽດນາມ ໄດ້ກາຍເປັນປະເທດເພື່ອນມິດສະໜິດສະໜົມທີ່ສຸດຂອງປະເທດລັດເຊຍ”.

        ສຳລັບປະຊາຊົນຫວຽດນາມ ແລະ ບັນດາປະຊາຊາດຖືກກົດຂີ່ຂູດຮີດໃນໂລກ, ຊີວິດ ແລະ ພາລະກິດຂອງປະທານໂຮ່ຈິມິນ ມີຄວາມໃກ້ຊິດສະໜິດສະໜົມ ແຕ່ພັດຍິ່ງໃຫຍ່ທີ່ສຸດ - ເພີ່ນໄດ້ອຸທິດຕະຫຼອດຊີວິດຂອງຕົນເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ. ສະນັ້ນ, ບັນດາຄຸນຄ່າອັນໃຫຍ່ຫຼວງຂອງແນວຄິດໂຮ່ຈິມິນ ທີ່ມີຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ ແລະ ສ້າງສັງຄົມນິຍົມຢູ່ຫວຽດນາມ ກໍ່ຄືບັນດາຄຸນຄ່າຂອງແນວຄິດປະທານໂຮ່ຈິມິນ ທີ່ປະໄວ້ໃຫ້ມວນມະນຸດໃນຍຸກສະໄໝປະຈຸບັນ ຍັງໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.

        ໃນການມາຢ້ຽມຢາມຫວຽດນາມ ເມື່ອປີ 2017, ທ່ານປະທານສະພາແຫ່ງຊາດກຸຍບາ Esteban Lazo Hernandez, ໄດ້ມີບົດກ່າວປາໄສທີ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ໃນນັ້ນໄດ້ເນັ້ນໜັກວ່າ.

        “ບໍ່ມີຫຍັງປະເສີດເລີດລ້ຳກວ່າເອກະລາດເສລີພາບ” ແມ່ນຄຳຮຽກຮ້ອງຂອງປະທານໂຮ່ຈິມິນ - ຜູ້ນຳດີເລີດ, ນັກຍຸດທະສາດມີຄວາມເກັ່ງກ້າສາມາດ ແລະ ແມ່ນຜູ້ນຳເປັນແບບຢ່າງ ໄດ້ນຳໜ້າໃນພາລະກິດຕໍ່ສູ້, ກໍ່ສ້າງພັກໜຶ່ງດຽວ ເພື່ອຊີ້ນຳການຕໍ່ສູ້. ເພີ່ນໄດ້ປັບປຸງກຸ່ມກ້ອນມະຫາສາມັກຄີແຕ່ເໜືອຮອດໃຕ້ຢ່າງໝັ້ນຄົງແໜ້ນໜ້າ, ຖືນີ້ແມ່ນ ພື້ນຖານເພື່ອຍາດເອົາໄຊຊະນະ, ເຖິງວ່າຖືກຕົກຢູ່ໃນສະພາບຫຍຸ້ງຍາກທີ່ສຸດກໍ່ຕາມ”

        ປະຈຸບັນ, ເພື່ອນມິດສາກົນຫຼາຍຄົນເມື່ອຊອກຮູ້ກ່ຽວກັບປະທານໂຮ່ຈິມິນ ຜ່ານບັນດາເອກະສານ, ຮູບເງົາສາລະຄະດີ, ເລື່ອງລາວຂອງບັນດາຕົວພະຍານຫຼັກຖານ ກໍ່ລ້ວນແຕ່ມີຄວາມປະທັບໃຈຕໍ່ກັບວິຖີຊີວິດລຽບງ່າຍ ແລະ ສູງສົ່ງຂອງຜູ້ນຳຍິ່ງໃຫຍ່ຂອງຊາດຫວຽດນາມ. ໃນຈຳນວນນັ້ນ, ມີອ້າຍ Panh Nha, ນັກທ່ອງທ່ຽວຊາວກຳປູເຈຍ ເມື່ອມາຢ້ຽມຢາມເຂດປູຊະນີຍະສະຖານປະທານໂຮ່ຈິມິນ ໃນຊຸມວັນຕົ້ນເດືອນ ພຶດສະພາ ນີ້, ໄດ້ແບ່ງປັນວ່າ.

        “ຂ້າພະເຈົ້າໄດ້ຮັບຟັງບັນດາເລື່ອງລາວກ່ຽວກັບປະທານໂຮ່ຈິມິນ ແລະ ມີຄວາມນິຍົມນັບຖືຕໍ່ຈິດໃຈຮັກຫອມປະເທດຊາດ, ຮັກແພງປະຊາຊົນຂອງເພີ່ນ. ຊີວິດຂອງຜູ້ນຳຫວຽດນາມ ຍາມໃດກໍ່ຕິດພັນກັບນ້ຳໃຈຮັກຫອມສັນຕິພາບ, ຄວາມຜ່ອນຜັນ, ຄວາມເມດຕາຈິດທີ່ເພີ່ນສະຫງວນໃຫ້ແກ່ທຸກຄົນ. ໄດ້ມາຢ້ຽມຢາມທີ່ຢູ່ ແລະ ບ່ອນເຮັດວຽກຂອງປະທານໂຮ່ຈິມິນ ຢູ່ຮ່າໂນ້ຍ, ຂ້າພະເຈົ້າພັດຍິ່ງມີຄວາມນິຍົມນັບຖືຕໍ່ແບບແຜນການດຳລົງຊີວິດຢ່າງລຽບງ່າຍຂອງຜູ້ນຳທີ່ຍິ່ງໃຫຍ່,ເຊິ່ງແມ່ນຜູ້ໄດ້ກໍ່ຕັ້ງພື້ນຖານໃຫ້ແກ່ການພົວພັນອັນດີງາມລະຫວ່າງຫວຽດນາມ ແລະ ກຳປູເຈຍ”.

        ດ້ວຍບັນດາການປະກອບສ່ວນຂອງປະທານໂຮ່ຈິມິນ ທີ່ສະຫງວນໃຫ້ແກ່ພາລະກິດປົດປ່ອຍຊາດຂອງປະຊາຊົນຫວຽດນາມ ເວົ້າສະເພາະ ແລະ ການຕໍ່ສູ້ລວມຂອງບັນດາປະຊາຊາດເພື່ອສັນຕິພາບ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນສັງຄົມ ເມື່ອປີ 1987, ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO) ໄດ້ມອບນາມມະຍົດສອງຊ້ອນໃຫ້ປະທານໂຮ່ຈິມິນແມ່ນ “ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳຜູ້ຍິ່ງໃຫຍ່”.

        ສິ່ງດັ່ງກ່າວແມ່ນການຮັບຮູ້ຂອງໂລກ, ສະຫະປະຊາຊາດ - ແມ່ນອົງການຈັດຕັ້ງທົ່ວໂລກ, ສາກົນໃຫຍ່ກວ່າໝູ່ສຳລັບບັນດາຄຸນຄ່າອັນດີງາມຂອງປະຊາຊົນຫວຽດນາມ, ຊາດຫວຽດນາມ ເຊິ່ງປະທານໂຮ່ຈິມິນ ໄດ້ເປັນຕົວແທນອັນສູງສົ່ງມີຄ່າທີ່ສຸດ, ດີເລີດທີ່ສຸດ ແລະ ຍັງແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງ, ແມ່ນສັນຍາລັກແຫຼ່ງອາລົມຈິດຂອງເພື່ອນມິດສາກົນທີ່ມີຕໍ່ປະທານໂຮ່ຈິມິນ, ສຳລັບປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ, ພ້ອມກັນສູ້ຊົນເພື່ອບັນດາຄຸນຄ່າລວມອັນສູງສົ່ງຂອງມວນມະນຸດທີ່ກ້າວໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ