ໄປນະມັດສະການໃນວັນເພງເດືອນຈຽງ

(vovworld) – ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ໄປ​ນະ​ມັດ​ສະ​ການ​ວັດ​ວາ​ອາ​ຮາມ​ໃນ​ໂອ​ກາດ​ຕົ້ນ​ປີ ແມ່ນ​ວັດ​ທະ​ນະທຳ​ທີ່​ເປັນ​ມູນ​ເຊື້ອຂອງ​ຊາວ​ຫວຽດ​ນາມ, ພິ​ເສດ​ແມ່ນ​ໂອ​ກາດ​ວັນ​ເພງເດືອນ​ຈຽງ. ທຸກ​ຄົນ​ໄປ​ນະ​ມັດ​ສະ​ການ​ໃນວັນ​ເພງ​ທຳ​ອິດ​ຂອງ​ປີ​ບໍ່​ພຽງ​ແຕ່​ພາ​ວະ​ນາ​ຂໍ​ໃຫ້​ມີ​ຄວາມ​ໂຊກ​ດີ, ສິ່ງ​ທີ່​ດີໃຫ້​ແກ່​ຕົວ​ເອງ ແລະ ຄອບ​ຄົວ​ໃນ​ປີ​ໃໝ່​ເທົ່າ​ນັ້ນ, ຫາກ​ຍັງອກ​ຫາ​ຈຸດ​ເວ​ລາສະ​ຫວາດສະ​ເຫວີຍ​ຢູ່ວັດ​ວາ​ອາ​ຮາມ, ແຫ່ງ​ສະ​ຫງົບ​ງຽບ​ນີ້ອີກ​ດ້ວຍ.

ໄປນະມັດສະການໃນວັນເພງເດືອນຈຽງ - ảnh 1
ພາບ​ປະ​ກອບ

        ຕາມ​ທັດ​ສະ​ນະ​ຂອງ​ຊາວ​ຫວຽດ​ນາມ ຫຼາຍ​ຄົນ​ແລ້ວ, “ໄປ​ນະ​ມັດ​ສະ​ການ​ຕະຫຼອດ​ປີ​ກໍ່​ບໍ່​ເທົ່າ​ກັບ​ໄປ​ນະ​ມັດ​ສະ​ການ​ໃນ​ວັນ​ເພງ​ເດືອນ​ຈຽງ”. ວັນ​ເພງ​ເດືອນ​ຈຽງ​ກໍ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ວັນ​ບຸນ​ພິ​ເສດ​ທີ່​ສຸດ​ໃນ​ຕົ້ນ​ລະ​ດູ​ບານ​ໃໝ່. ໃນ​ບັນ​ຍາ​ກາດ​ອັນ​ສົດ​ໃສຂອງ​ລະ​ດູ​ບານ​ໃໝ່​, ປະ​ຊາ​ຊົນ​ທີ່​ມາ​ຈາກ​ທຸກ​ສາ​ລະ​ທິດ​​ໄດ້​ພາ​ກັນໄປ​​ວັດ​ວາ​ອາ​ຮາມ, ເຊິ່ງ​ແມ່ນໂລກ​ແຫ່ງ​ຈິດ​ວີນ​ຍານ ເພື່ອໄຫວ້​ບູ​ຊາບັນ​ພະ​ບຸ​ລຸດ, ກົກ​ເຄົ້າ​ເຫງົ້​າກໍ, ອັນ​ໄດ້​ເຮັດ​ໃຫ້ທຸກ​ຄົນຕ່າງ​ກໍ່​ຮູ້​ສຶກ​ມີ​ຄວາມ​ໄກ້​ສິດ​ສະ​ໜິດ​ຕິດ​ພັນ​ກວ່າ. ໃນ​ແສງໄຟ​ຟ້າ​ທີ່ຮຸ່ງ​ແຈ້ງ  ແລ​ະ​ກິ່ນ​ຫອມ​ຫວນ​ຂອງ​ທູບ​ທຽນ, ທຸກ​ຄົນ​ໄດ້​ໄຫວ້​ບູ​ຊາ ແລະ ພາວະ​ນາ​ດ້ວຍ​ຄວາມ​ຈິງ​ໃຈ. ​ເຖິງວ່າຄວາມ​ຫ​ວັງຂອງ​ແຕ່​ລະ​ຄົນ​ຈະ​ແຕກ​ຕ່າງ​ກັນ​ກໍ່​ຕາມ, ແຕ່​ເ​ຂົາ​ເຈົ້າ​ຕ່າງ​ກໍ່​​ມີ​ຄວາມປາ​ຖະ​ໜາດຽວ​ກັນ​ນັ້ນ​ແມ່ນ​ຂໍ​ໃຫ້​ຄອບ​ຄົວ​ມີ​ຄວາມ​ໂຊກ​ດີ, ສະ​ຫງົບ​ສຸກ​ໃນ​ປີ​ໃໝ່. ພະ​ອາ​ຈານ ທິກ​ແທງ​ເຢືອງ, ຢູ່ວັດ ກວານ​ຊື, ໃຫ້​ຮູ້​ວ່າ:

        “ວັນ​ເພງ​ເດືອນ​ຈຽງ​ແມ່ນ​ວັນ​ເພງ​ທີ່​ມີ​ຄວາມ​ສັກ​ສິດ​ທີ່​ສຸດ, ເພາະ​ວ່ານີ້​ແມ່ນ​ວັນ​ເພງ​ຕົ້ນ​ປີ, ເຂົາ​ເຈົ້າ​ຍັງ​ເອີ້ນ​ວັນ​ເພງ​ເດືອນ​ຈຽງ​ແມ່ນ​ວັນ​ບຸນ​ເຕັດ ເທື້ອງງວຽນ. ຫຼັງ​ຈາກ​ນັ້ນ, ໃນ​ຊຸມ​ເດືອນ​ຕໍໆ​ໄປ​ກໍ່​ຈະ​ມີ​ບຸນ​ເຕັດ​ອື່ນໆ​ຄື​ບຸນ​ເຕັດ ຈູງ​ງຽນ… ບຸນ​ເຕັດເທື​ອ້ງ​ງວຽນ​ມີ​ຄວາມ​ໝາຍ​ທີ່​ສຸດ​, ແລະ ມີຫຼາຍ​ຄົນ​ເອົາ​ໃຈ​ໃສ່​ທີ່​ສຸດ, ເພາະ​ວ່າ​ມັນ​ແມ່ນວັນ​ເພງ​ທຳ​ອິດ​ຂອງ​ເດືອນ​ທຳ​ອິດ​ໃນ​ປີ”.

ໄປນະມັດສະການໃນວັນເພງເດືອນຈຽງ - ảnh 2

ພາບ​ປະ​ກອບ

        ໄປ​ນະ​ມັດ​ສະ​ການ​ໃນ​ວັນ​ເພງ​ເດືອນ​ຈຽງ, ນອກ​ຈາກ​ຕອບ​ສະ​ໜອງ​ດ້ານ​ຈິດວ​ີນ​ຍານ​ ພາຍຫຼັງ​ຊຸມ​ວັນ​​ອອກ​ແຮງ​ງານ​ຢ່າງອິດ​ເມື່ອຍ​ແລ້ວ, ທຸກ​ຄົນ​ຍັງ​ໄດ້​ຊົມ​ເຫັນ​ທີວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ຕົ້ນ​ລະ​ດູ​ບານ​ໃໝ່​ອີກ​ດ້ວຍ. ພະ​ອາ​ຈານ ທິກ​ແທງ​ເຢືອງ, ໃຫ້​ຮູ້​ວ່າ:

        “ບຸນ​ວັນ​ເພງ​ເດືອນ​ຈຽງ​ຢູ່​ວັດ​ຍາມ​ໃດ​ກໍ່​ຕ້ອງ​ມີ​ທູບ​ທຽນ​ທີ່​ຫອມ​ຫວນ, ດອກ​ໄມ້​ສົດ ແລະ ໝາກ​ໄມ້. ສ່ວນ​ຜູ້​ໄປ​ວັດ​ວາ​ອາ​ຮາມ​ແມ່ນ​ຕ້ອງ​ມີ​​​ຈິດໃຈ​​​ທີ່ດີ​, ເຊິ່ງ​ສະ​ແດງ​ອອກ​ຜ່ານ​ຄຳ​ອວຍ​ພອນ​ກັນ​ໃຫ້​ປະ​ສົບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ດີ​ງາມ​ໃນ​ປີ​ໃໝ່. ນີ້​ແມ່ນ​ຂອງ​ຂວັນ, ແມ່ນ​ຄວາມ​ໂຊກ​ດີ​ທີ່ມອບ​ໃຫ້​ກັນ​ໃນ​ໂອ​ກາດ​ຕົ້ນ​ປີ. ສິ່ງ​ດັ່ງ​ກ່າວ​ແມ່ນ​ແຫຼ່ງ​ປຸກ​ລະ​ດົມ​ກຳ​ລັງ​ໃຈ, ເພື່ອ​ໃຫ້​ທຸກ​ຄົນ​ພະ​ຍາ​ຍາມ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ​ໃນ​ປີ​ໃໝ່”.

ໄປ​ນະ​ມັດ​ສະ​ການ​ພາ​ວະ​ນາ​ຂໍ​ໃຫ້​ມີ​ຄວາມ​ສະ​ຫງົບ​ສຸກ​ໃນ​ມື້​ວັນ​ເພງ​ເດືອນ​ຈຽງ ໄດ້​ກາຍ​ເປັ​ນ​ຮີດ​ຄອງ​ອັນ​ດີ​ງາມ, ບໍ່​ພຽງ​ແຕ່​ດືງ​ດູດ​ຜູ້​ມີ​ອາ​ຍຸ​ສູງ​ເທົ່າ​ນັ້ນ, ຫາກ​ຍັງ​ດຶງ​ດູດ​ບ່າວ​ສາວ​ອີກ​ດ້ວຍ ເພື່ອ​ພາ​ວະ​ນາຂໍ​ໃຫ້​ກາ​ນ​ຮ່ຳ​ຮຽນ, ​ການສອບ​ເສງ​ໄດ້ຮັບ​ຜົນ​ດີ ແລະ ​ຄວາມ​ຮັກ, ຄວາມ​ຜູກ​ພັນ​ຍື່ນ​ຍົງ​ຕະຫຼອດ​ໄປ, ຂໍ​ໃຫ້​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ສະ​ຫງົບ​ສຸກ, ມີ​ໂຊກ​ມີ​ໄຊ… ເອື້ອຍ ໂງ​ທິ​ທູ​ຖາວ ຢູ່​ບັກ​ນິງ, ແບ່ງ​ປັນ​ວ່າ:

        “ໃນ​ວັນ​ເພງ​ເດືອນ​ຈຽງ, ເມື່ອ​ໄປ​ນະ​ມັດ​ສະ​ການ​ວັດ​ວາ​ອາ​ຮາມ, ຂ້າ​ພະ​ເຈົ້າ​ຂໍ​ພາ​ວະ​ນາ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈົບ​ງາມ ແລະ ຂໍ​ໃຫ້​ໝົດ​ທຸກ​ຄົນ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ເບິກ​ບານ​ມ່ວນ​ຊື່ນ ແລະ ຄວາມ​ຜາ​ສຸກ. ຂໍ​ໃຫ້​​ຄອບ​ຄົວ ແລະ ຕົນ​ເອງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ​ໄດ້​ຮັບ​ຜົນ​ດີ​ໃນການ​ປະ​ຕິ​ບັດໜ້າ​ທີ່​ວຽກງານ”.

ໄປນະມັດສະການໃນວັນເພງເດືອນຈຽງ - ảnh 3

ພາບ​ປະ​ກອບ

        ການ​ໄປ​ນະ​ມັດ​ສະ​ການ​ວັດ​ວາ​ອາ​ຮາມ​ໃນ​ວັນ​ເພງ​ເດືອນ​ຈຽງ ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ຫວຽດ​ນາມ. ເມື່ອ​ໄປ​ວັດ​ວາ​ອາ​ຮາມ ທຸກ​ຄົນ​ລ້ວນ​ແຕ່​ຮູ້​ສຶກ​ມີ​ຄວາມ​ສະ​ຫງົບ​ສຸກ, ສະ​ຫວາດ​ສະ​ເຫວີຍກວ່າ ເມື່ອ​ຫວັງ​ວ່າ​ປີ​ໃໝ່​​ຈະ​ໄດ້​ຮັບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈົບ​ງາມ ແລະ ມີ​ຄວາມ​ສຸກ. ທັງ​​ໝົດ​ເຫຼົ່າ​ນັ້ນ ໄດ້​ສ້າງ​ເປັນ​ສີ​ສັນ​ສະ​ເພາະ​ໃຫ້​ແກ່​ວັດ​ທະ​ນະ​ທຳ​ຫວຽດ​ນາມ. ທ່ານ Kevin Brian, ນັກ​ທ່ອງ​ທ່ຽວ​ຊາວ​ອົດ​ສະ​ຕາ​ລີ, ໃຫ້​ຮູ້​ວ່າ:

        “ສຳ​ລັບ​ຊາວ​ຫວຽດ​ນາມແລ້ວ, ໄປ​ນະ​ມັດ​ສະ​ການໃນ​ຊຸມ​ວັນ​ຕົ້ນ​ປີ​ໃໝ່, ພິ​ເສດ​ແມ່ນ​ວັນ​ເພງ​ເດືອນ​ຈຽງ ແມ່ນ​ສິ່ງ​ທີ່​ດີ​ງາມ ແລະ​ສຳ​ຄັນ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຄິດ​ວ່າ, ເມື່ອເຂົາ​ເຈົ້າໄປ​ວັດ​ວາ​ອາ​ຮາມ​ໃນ​ໂອ​ກາດນີ້, ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​​ໄດ້​ພາ​ວະ​ນາ”.

        ໄປ​ນະ​ມັດ​ສະ​​ການ​ໃນ​ວັນ​ເພງ​ເດືອນ​ຈຽງ​ໄດ້ກາຍ​ເປັນ​ຄວາມ​ຊິນ​ເຄີຍ, ວັດ​ທະ​ນະ​ທຳ​ທີ່​ດີ​ງາມ, ນີ້ແມ່ນ​ແຫ່ງ​ເພື່ອ​ສະ​ແດງ​ຄວາມ​ໄຝ່​ຝັນ​ຂອງ​ທຸກ​ຄົນ, ຂໍ​ໃຫ້​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ, ຂໍ​ໃຫ້​ຊີ​ວິດ​ມີ​ຄວາມ​ສະ​ຫງົບ​ສຸກ. ນີ້​ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ທຸກ​ຄົນ​ໄປ​ທ່ຽວຊົມ​ທັດສະ​ນີ​ຍະ​ພາບທີ່​ສວຍ​ງາມ, ທັງແມ່ນ​ຈຸດ​ເວ​ລາ​ເພື່ອ​ໃຫ້​ທຸກ​ຄົນ​ເຈື່ອ​ຈານ​ໃນ​ໂລກ​ແຫ່ງ​ຈິດ​ວີນ​ຍານ, ອ່​ວາຍ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ​​ໃນ​ຍາມ​ລະ​ດູ​ບານ​ໃໝ່.

 

 

ຕອບກັບ

ຂ່າວ/ບົດ​ອື່ນ