ໄປເຂດຖະໜົນທາງຍ່າງ ໂຮ່ເກືອມ ເພື່ອປັ້ນ ຕໍ່ແຮ

(VOVWORLD) - ປັ້ນ ຕໍ່ແຮ, ໝາຍເຖິງການລະຫຼິ້ນພື້ນເມືອງຂອງ ຫວຽດນາມ, ແລະ ປະກົດມີຢູ່ຫຼານແຫ່ງທາງພາກເໜືອ. ປະຈຸບັນ, ເຖິງວ່າມີຫຼາຍການລະຫຼີ້ນທີ່ທັນສະໄໝ, ດຶງດູດ, ຈັບອົກຈັບໃຈກໍ່ຕາມ ແຕ່ບັນດາຫ້າງຮ້ານຂາຍຕໍ່ແຮ ຍັງດຶງດູດເດັກນ້ອຍເປັນຈຳນວນຫຼາຍ.
ໄປເຂດຖະໜົນທາງຍ່າງ ໂຮ່ເກືອມ ເພື່ອປັ້ນ ຕໍ່ແຮ - ảnh 1ທັງເດັກນ້ອຍ ແລະ ພໍ່ແມ່ ໄດ້ປັ້ນຮູບຕາມໃຈມັກ

ປະຈຸບັນ, ເດັກນ້ອຍບໍ່ພຽງແຕ່ໄດ້ຊື້ຕໍ່ແຮສຳເລັດຮູບເທົ່ານັ້ນ ຫາກຍັງສາມາດເຂົ້າຮ່ວມຂັ້ນຕອນປັ້ນຕໍ່ແຮ, ເປັນຮູບສັດທີ່ພວກນ້ອງມັກ. ທ້າຍອາທິດ, ເຊີນທ່ານພ້ອມກັບນັກຂ່າວ VOV ໄປຖະໜົນທາງຍ່າງ ໂຮ່ເກືອມ ເພື່ອປັ້ນຕໍ່ແຮ ນຳກັນເດີ.

ຕອນບ່າຍຂອງທຸກວັນເສົາ, ວັນອາທິດ ຢູ່ໃນແຈໜຶ່ງຖະໜົນທາງຍ່າງ ໂຮ່ເກືອມ, ຕໍ່ໜ້າປະຕູໂຂງຂອງ ວິຫານ ງອັກເຊີນ, ບັນດາຫ້າງຮ້ານຂາຍຕໍ່ແຮ ພວມເຕົ້າໂຮມທັງພໍ່ແມ່ ແລະ ເດັກນ້ອຍຫຼາຍຄົນ. ຮູບປັ້ນສັດ, ດອກໄມ້ນາໆສີທີ່ມີຂອບຂະໜາດເທົ່າກັບສອງນິ້ວມື ໄດ້ປັ້ນຢູ່ປາຍໄມ້ຍາວປະມານ 20 ຊັງຕີແມັດ ດ້ວຍສີສັນຫຼາກຫຼາຍທີ່ຈັບອົກຈັບໃຈ, ມີລາຄາພຽງແຕ່ 20.000 ດົ່ງເທົ່ານັ້ນ (ເກືອບ 1 ໂດລາສະຫະລັດ). ດ້ວຍຈຳນວນເງິນນີ້, ຫຼານນ້ອຍຈະໄດ້ຮັບແປ້ງນາໆສີ ແລະ ປັ້ນຮູບຮ່າງຕາມໃຈມັກ ພາຍໃຕ້ການແນະນຳຂອງເຈົ້າຂອງຮ້ານ.

ຫຼານ ມິງ, ອາຍຸ 8 ປີ ແລະ ຫຼານ ງອັກ ອາຍຸ 9 ປີ ພວມຕັ້ງໃຈຟັງຄຳແນະນຳ ແລະ ວິທີເອົາແປ້ງ, ປັ້ນແປ້ງຂອງຜູ້ແນະນຳ, ບໍ່ຮອດ 5 ນາທີ, ພວກຫຼານກໍ່ປັ້ນໄດ້ຮູບດອກກຸຫຼາບສີບົວເປັນທີ່ຮຽບຮ້ອຍ.

ຍິງ: ຫຼານມັກຫຼາຍ, ທີ່ຈິງການປັ້ນດອກໄມ້ກໍ່ງ່າຍດາຍ. ຫຼານຈະປັ້ນຮູບໂຕໝູຕຸ້ຍໆນຳອີກ

ຊາຍ: ຫຼານມັກຮູບປ້ຳ superman ແຕ່ຍາກຫຼາຍ, ຫຼານປ່ຽນໃຈຈະປັ້ນຮູບໃດທີ່ງ່າຍກ່ວາ.

ຕໍ່ແຮ ແມ່ນປະເພດປັ້ນຮູບດ້ວຍແປ້ງ, ແມ່ນການລະຫຼິ້ນພື້ນເມືອງຂອງ ຫວຽດນາມ, ແປ້ງທີ່ໃຊ້ປັ້ນເພື່ອເຮັດດ້ວຍແປ້ງເຂົ້າທີ່ ໜຶ້ງສຸກແລ້ວ, ສາມາດກິນໄດ້. ໝູ່ບ້ານຊວນລາ, ຕາແສງ ເຟືອງຢຶກ, ເມືອງ ຝູຊວຽນ, ນະຄອນຫຼວງ ຮ່າໂນ້ຍ ມີມູນເຊື້ອກ່ຽວກັບອາຊີບປັ້ນຕໍ່ແຮ. ໃນເບື້ອງຕົ້ນ, ຕໍ່ແຮ ແມ່ນເຄື່ອງຂອງປັ້ນເພື່ອບູຊາ ດັ່ງນັ້ນ ຈິ່ງມັກມີຮູບຂອງໂຕຫົງ, ໄກ່, ຄວາຍ, ງົວ, ໝູ, ປາ… ແຕ່ມາຮອດປະຈຸບັນ, ຕໍ່ແຮ ໄດ້ປັ້ນໃນໄມ້ດິ້ວໜຶ່ງເພື່ອສະດວກໃນການຈັບ. ຕາມວິທີເຮັດຂອງປະຊາຊົນໝູ່ບ້ານ ຊວນລາ, ວັດຖຸດິບຫຼັກເພື່ອປັ້ນຕໍ່ແຮ ແມ່ນປົນເຂົ້າຈ້າວ - ເຂົ້າໜຽວ ອັດຕາສ່ວນ 10:1 (ອີງຕາມອາກາດ, ອາດເພີ່ມອັດຕາເຂົ້າໜຽວຕື່ມເພື່ອປັບຄວາມໜຽວຂອງແປ້ງຕາມລະດູ), ຄົນເຂົ້າໃສ່ກັນ, ມ່າໄວ້ແລ້ວນຳໄປບົດໃຫ້ລະອຽດ, ຫຼັງຈາກນັ້ນກໍ່ຕົ້ມໃຫ້ສຸກ ແລະ ຄັ້ນແປ້ງໄວໆ. ເມື່ອແປ້ງສຸກ ເຂົາໄດ້ແບ່ງປັ້ນເປັນກ້ອນ ແລະ ຍ້ອມສີຕາມໃຈມັກ. ອ້າຍ ຫງວຽນວັນແທັງ, ເຈົ້າຂອງຮ້ານຂາຍ ແລະ ປັ້ນຕໍ່ແຮ ຢູ່ຖະໜົນທາງຍ່າງ ໂຮ່ເກືອມ ເຜີຍເຄັດລັບການຍ້ອມສີແປ້ງວ່າ:

“ເມື່ອເວົ້າເຖິງຂັ້ນຕອນຍ້ອມສີແປ້ງນັ້ນ, ມີຫຼາຍຂັ້ນຕອນ. ແຕ່ກ່ອນ, ປູ່ຍ່າຕາຍາຍ, ຜູ້ເຖົ້າຜູ້ແກ່ໄດ້ເອົາສີສະກັດຈາກສີດອກໄມ້, ສີສັນຈາກຕົ້ນໄມ້ທຳມະຊາດ. ຍົກຕົວຢ່າງຄື, ສີແດງແມ່ນເອົາມາຈາກໝາກເຂົ້າ, ສີຂຽວຈາກໃບພູ, ສີເຫຼືອງຈາກຫົວຂີ້ໝີ້ນແກ່…. ໂດຍສີເອົາຈາກທຳມະຊາດ , ດັ່ງນັ້ນ ຈິ່ງດີຕໍ່ສຸຂະພາບ.  ແຕ່ປະຈຸບັນ, ເພື່ອສະດວກໃນຂັ້ນຕອນເຮັດ, ພວກຂ້າພະເຈົ້າໄດ້ນຳໃຊ້ສີອາຫານ ທັງງາມ ແລະ ບໍ່ມີຜົນຮ້າຍຕໍ່ສຸຂະພາບ”.

ເຖິງວ່າ ປະຈຸບັນ, ໄດ້ຍ້ອມແປ້ງດ້ວຍສີອາຫານກໍ່ຕາມ, ແຕ່ບັນດານັກສິລະປະການຍັງຮັກສາ ແລະ ຖ່າຍທອດເຄັດລັບວິທີປຸງແຕ່ງສີທີ່ເປັນມູນເຊື້ອ ເພື່ອຮັກສາຄຸນຄ່າໝູ່ບ້ານອາຊີບໃຫ້ແກ່ລູກຫຼານຂອງຕົນ. ຢູ່ບັນດາຫ້າງຮ້ານຂາຍ ຕໍ່ແຮ ນັ້ນ, ບໍ່ພຽງແຕ່ມີເດັກນ້ອຍເທົ່ານັ້ນ, ບັນດາຜູ້ເປັນພໍ່ເປັນແມ່ກໍ່ຊອກຫາເວລາລະຫຼິ້ນບັນເທິງ, ພັກຜ່ອນຢ່ອມອາລົມ ໄດ້ພ້ອມກັບລູກເຕົ້າຂອງຕົນປັ້ນບັນດາຮູບຮ່າງທີ່ລຽບງ່າຍຕາມໃຈມັກ. ເອື້ອຍ ແທັງງາ, ຜູ້ເປັນແມ່ພວມພ້ອມກັບລູກຂອງຕົນປັ້ນຕໍ່ແຮ, ໃຫ້ຮູ້ວ່າ:

“ຕໍ່ແຮ ດ້ວຍສີສັນຫຼາກຫຼາຍ, ຈັບອົກຈັບໃຈ, ຫຼາຍຮູບຫຼາຍຮ່າງເປັນຕາແພງ. ຂ້າພະເຈົ້າເຫັນວ່າມັນຕ່າງກັບເຄື່ອງຫຼີ້ນປະເພດອື່ນທີ່ມີຕົ້ນກຳເນີດຈາກ ຈີນ ບໍ່ປອດໄພຍ້ອນເຮັດດ້ວຍວັດຖຸດິບທີ່ບໍ່ຮັບປະກັນ. ສ່ວນສຳລັບຕໍ່ແຮນີ້ ເຮົາຮູ້ວ່າໄດ້ເຮັດຈາກແປ້ງເຂົ້າ, ບັງເອີນລູກກັດ ກໍ່ບໍ່ເປັນຫຍັງ”.

ໄປເຂດຖະໜົນທາງຍ່າງ ໂຮ່ເກືອມ ເພື່ອປັ້ນ ຕໍ່ແຮ - ảnh 2ພາບປະກອບ

ອ້າຍ ແທັງ ໃຫ້ຮູ້ຕື່ມອີກວ່າ, ແຕ່ລະອາທິດ ອ້າຍພ້ອມກັບບັນດານັກສິລະປະການຢູ່ໝູ່ບ້ານ ຊວນລາ ໄດ້ເຕົ້າໂຮມຢູ່ຖະໜົນທາງຍ່າງ ໂຮ່ເກືອມ. ເຖິງວ່າຫ້າງຮ້ານຂອງບັນດານັກສິລິປະການ ໝູ່ບ້ານ ຊວນລາ ບໍ່ໄດ້ເຕົ້າໂຮມລູກຄ້າຫຼາຍ ແຕ່ຍາມໃດກໍ່ດຶງດູດລູກຄ້າຍ້ອນສີສັນຫຼາກຫຼາຍທີ່ຈັບອົກຈັບໃຈ:

“ແຕ່ລະອາທິດ, ເຮົາໄດ້ຂາຍຕໍ່ແຮຢູ່ທີ່ນີ້, ທັງສອນໃຫ້ພວກຫຼານປັ້ນຕໍ່ແຮ ແມ່ນວິທີໜຶ່ງເພື່ອແນະນຳວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ ແລະ ກໍ່ແມ່ນວິທີເພື່ອຫາລາຍຮັບໃຫ້ແກ່ຄອບຄົວ. ເຫັນຫຼານໆມີຄວາມເບີກບານມ່ວນຊື່ນ, ຮຽນໄວ ແລະ ປັ້ນຮູບຮ່າງຕາມໃຈມັກໄດ້ສຳເລັດນັ້ນ, ພວກຂ້າພະເຈົ້າກໍ່ຮູ້ສຶກດີໃຈນຳ”.

ຖ້າພວກທ່ານໄປຢາມ ຮ່າໂນ້ຍ, ເມື່ອຄົ້ນຫາບັນດາຈຸດຄວາມງາມດ້ານວັດທະນະທຳຢູ່ທີ່ນີ້ ຢ່າລືມມາຢາມຮ້ານຂາຍຕໍ່ແຮ ໃນຖະໜົນທາງຍ່າງໂຮ່ເກືອມ ເຊິ່ງເປີດໃນທຸກວັນເສົາ, ອາທິດທຸກໆອາທິດເດີ. ແນ່ນອນວ່າ, ທ່ານພ້ອມກັບລູກເຕົ້າຂອງຕົນ, ຈະເຫັນຈຸດທີ່ໃໝ່ອ່ຽມ, ປັ້ນຮູບສັດ, ຮູບຮ່າງຕາມໃຈມັກ.

ຕອບກັບ

ຂ່າວ/ບົດ​ອື່ນ