ໄວໜຸ່ມ ຫວຽດນາມຕັ້ງໜ້າຫັນເປັນດີຈີຕອນເພື່ອຍົກສູງປະສິດທິຜົນວຽກງານ

(VOVWORLD) - ຊາວໜຸ່ມພວມຜັນຂະຫຍາຍບັນດາວິທີການແກ້ໄຂ ແລະ ພື້ນຖານດີຈີຕອນ, ຊ່ວຍປັບປຸງຄຸນນະພາບວຽກງານຂອງບັນດາອົງການ, ສຳນັກງານ ກະຊວງ, ທ້ອງຖິ່ນ
ໄວໜຸ່ມ ຫວຽດນາມຕັ້ງໜ້າຫັນເປັນດີຈີຕອນເພື່ອຍົກສູງປະສິດທິຜົນວຽກງານ - ảnh 1(QR ໄດ້ຕິດຢູ່ບັນດາວິຫານ, ວັດວາອາຮາມຢູ່ບໍລິເວນຕາແສງເພື່ອໂຄສະນາການທ່ອງທ່ຽວ)
 

ດ້ວຍທ່າໄດ້ປຽບແມ່ນໄວໜຸ່ມທີ່ສຳຜັດກັບເຕັກໂນໂລຊີຢ່າງວ່ອງໄວ, ກຳລັງສະມາຊິກຊາວໜຸ່ມ, ໄວໜຸ່ມເວົ້າລວມ ແລະພະນັກງານ, ພາລະກອນ, ລັດຖະກອນໜຸ່ມເວົ້າສະເພາະແມ່ນກຳລັງປະຈັນບານ, ນຳໜ້າເປັນເຈົ້າເຕັກໂນໂລຊີ, ນຳໃຊ້ເຕັກໂນໂລຊີຢ່າງມີປະສິດທິຜົນໃນທຸກຂົງເຂດ, ນຳມາເຊິ່ງບັນດາໝາກຜົນທີ່ແທດຈິງໃນຊີວິດດ້ານເສດຖະກິດ, ການເມືອງ, ສັງຄົມ, ຄວາມໝັ້ນຄົງ ແລະ ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງຫວຽດນາມ. ຊາວໜຸ່ມພວມຜັນຂະຫຍາຍບັນດາວິທີການແກ້ໄຂ ແລະ ພື້ນຖານດີຈີຕອນ, ຊ່ວຍປັບປຸງຄຸນນະພາບວຽກງານຂອງບັນດາອົງການ, ສຳນັກງານ ກະຊວງ, ທ້ອງຖິ່ນ, ປະກອບສ່ວນສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ທັນສະໄໝ, ໄປທັນກັບທ່າອ່ຽງຂອງທົ່ວໂລກ.

ຢູ່ກະຊວງພາຍໃນຫວຽດນາມ, ເອກະສານທັງໝົດແມ່ນໄດ້ເອົາລົງ ໃນພື້ນຖານດີຈີຕອນແລະຫົວໜ້າຂອງກະຊວງໄດ້ນໍາໃຊ້ລາຍເຊັນດີຈີຕອນໃນບັນດາເອກະສານ. ຜ່ານນັ້ນ ກໍ່ຊ່ວຍຫຼຸດຜ່ອນເວລາຂອງພະນັກງານລັດຖະກອນເມື່ອຍື່ນເອກະສານຂໍລາຍເຊັນ, ແກ້ໄຂຂໍ້ມູນຢ່າງວ່ອງໄວ ແລະ ທັນການ. ທ່ານນາງ ປອ ຫງວຽນທິຈາງ, ສະມາຊິກຄະນະຊາວໜຸ່ມ ກະຊວງພາຍໃນ ໃຫ້ຮູ້ວ່າ:

ກະຊວງພາຍໃນຍື່ນຂໍາຍເຊັນຜ່ານຊອບແວ Eoffice ດ້ວຍລາຍເຊັນດີຈີຕອນ. ບັນດາເອກະສານທີ່ຍື່ນຂໍລາຍເຊັນນັ້ນ ້ວແຕ່ປະຕິບັດຜ່ານສະພາບແວດລ້ອມດີຈີຕອນ. ປະຈຸບັນ, ສະມາຊິກຊາວໜຸ່ມຂອງກະຊວງພາຍໃນ ມີໜ້າທີ່ເຂົ້າຮ່ວມການຫັນເປັນດີຈີຕອນຢ່າງສຳເລັດຜົນ, ຮ່ຳຮຽນ ແລະຍົກສູງຄວາມຮັບຮູ້ກ່ຽວກັບການຫັນເປັນດີຈີຕອນຢ່າງບໍ່ຢຸດຢັ້ງ. ພວກຂ້າພະເຈົ້າໄດ້ຕັ້ງໜ້າຄົ້ນຄ້ວາ ແລະນຳສະເໜີການສ້າງສະພາບແວດລ້ອມວັດທະນະທຳດີຈີຕອນໃຫ້ແກ່ພະນັກງານລັດຖະກອນຂອງຂະແໜງວຽກງານພາຍໃນໃນສະພາບການຫັນເປັນດີຈີຕອນ.

ຢູ່ສະຖາບັນເລືອດສາດ ແລະສົ່ງເລືອດສູນກາງ, ບັນດາພະນັກງານ, ສະມາຊິກຊາວໜຸ່ມ ລ້ວນແຕ່ນຳຂໍ້ມູນການເຄື່ອນໄຫວກວດ ແລະ ປິ່ນປົວພະຍາດ, ການບໍລິຈາກເລືອດ, ການຮັບເລືອດ, ການສະໜອງເລືອດ… ເຂົ້າໃນສະພາບແວດລ້ອມດີຈີຕອນ. ທ່ານນາງເລແທງຮັ່ງ, ຮອງຫົວໜ້າຫ້ອງການສື່ສານສຳພັນ, ໃຫ້ຮູ້ວ່າ:

ໃນຂົງເຂດການບໍລິຈາກເລືອດ, ພວກຂ້າພະເຈົ້າໄດ້ຜັນຂະຫຍາຍແອັບບໍລິຈາກເລືອດ. ຜູ້ບໍລິຈາກເລືອດແຕ່ລະຄົນເມື່ອເຂົ້າໃນບັນຊີແອັບດັ່ງກ່່າວກໍ່ສາມາດຮູ້ຂໍ້ມູນກ່ຽວກັບເລືອດຂອງຕົ, ນອກຈາກນັ້ນ ພວກເຂົ້າກໍ່ຍັງຮູ້ກ່ຽວກັບຜົນການວິໄຈເລືອດນຳອີກ.ພິເສດແມ່ນສຳລັບບັນດາບັ້ນໂຄສະນາເພື່ອລະດົມຜູ້ບໍລິຈາກເລືອດຜ່ານແອັບ, ສິ່ງທີ່ພິເສດນັ້ນແມ່ນ ພວກຂ້າພະເຈົ້າສາມາດຮຽກຮ້ອງໃຫ້ນັບພັນຄົນມາບໍລິຈາກເລືອດ ໄດ້ຢ່າງວ່ອງໄວ ພາຍຫຼັງ 1 ຫາ 2 ມື້ເທົ່ານັ້ນ.

ໄວໜຸ່ມ ຫວຽດນາມຕັ້ງໜ້າຫັນເປັນດີຈີຕອນເພື່ອຍົກສູງປະສິດທິຜົນວຽກງານ - ảnh 2ແອັບຊາວໜຸ່ມຫວຽດນາມ (ພາບ: doanthanhnien.vn)

ສຳລັບຄະນະຊາວໜຸ່ມ, ເຕັກໂນໂລຊີດີຈີຕອນໄດ້ນຳໃຊ້ເຂົ້າໃນບັນດາການເຄື່ອນໄຫວວິຊາສະເພາະ, ທຸກການແລກປ່ຽນວິຊາສະເພາະລ້ວນແຕ່ໄດ້ຮັບການປະຕິບັດຜ່ານແອັບຊາວໜຸ່ມ ຫວຽດນາມ (APP). ແອັບ "ຊາວໜຸ່ມຫວຽດນາມ" ໄດ້ເປີດນຳໃຊ້ໃນວັນທີ 15 ທັນວາປີ 2020, ເພື່ອແນໃສ່ເຊື່ອມຕໍ່ບັນດາສະມາຊິກຊາວໜຸ່ມ ແລະ ຊາວໜຸ່ມ; ສະໜອງຂໍ້ມູນຂ່າວສານທາງການ ແລະ ບັນດາສິ່ງທີ່ເປັນປະໂຫຍດຢ່າງທັນການ ເພື່ອຮັບໃຊ້ຄວາມຕ້ອງການທີ່ຊອບທຳຂອງໄວໜຸ່ມ; ປະກອບສ່ວນປ່ຽນແປງໃໝ່, ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານໂຄສະນາ, ສຶກສາ; ສະໜອງຂໍ້ມູນທີ່ຊັດເຈນ, ທັນການ ແລະ ບັນລຸປະສິດທິຜົນ ໃຫ້ແກ່ສະມາຊິກຊາວໜຸ່ມແລະໄວໜຸ່ມ.ຕົວຢ່າງຄື ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມບັນດາເມືອງ ໄດ້ໜູນຊ່ວຍປະຊາຊົນເຮັດລະບຽບການທາງອອນລາຍ; ສ້າງວີດີໂອເພື່ອໂຄສະນາບັນດາເຂດປູຊະນີຍະສະຖານ, ເຂດທິວທັດທຳມະຊາດແລະສ້າງຈຸດສະແກນລະຫັດ QR ເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວມີຄວາມເຂົ້າໃຈກ່ຽວກັບສະຖານທີ່ທ່ອງທ່ຽວຫຼາຍກວ່າ. ທ່ານນາງຫງວຽນມີແຫ້ງ, ເລຂາຄະນະຊາວໜຸ່ມ ຕາແສງຮ່າງຈົງ, ເມືອງ ຮວ່ານກຽມ, ໃຫ້ຮູ້ວ່າ:

ຄະນະຊາວໜຸ່ມໄດ້ຕິດລະຫັດ QR ຢູ່ບັນດາວິຫານ, ວັດວາອາຮາມຢູ່ບໍລິເວນຕາແສງເພື່ອໂຄສະນາການທ່ອງທ່ຽວຂອງບໍລິເວນຕາແສງເຖິງແຂກທ່ອງທ່ຽວສາກົນເມື່ອມາຢ້ຽມຊົມບັນດາວັດວາອາຮາມ, ວິຫານ. ພວກຂ້າພະເຈົ້າໄດ້ຜັນຂະຫຍາຍຢູ່ວິຫານດົງເຮືອງ, ວິຫານຟອຸງ, ສາລາບ້ານນາມເຮືອງແລະສາລາບ້ານຈຸກເລິມ.

ດ້ວຍບົດບາດເປັນອົງການສະມາຊິກຊາວໜຸ່ມ, ໄວໜຸ່ມ, ໃນໄລຍະຜ່ານມາ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຜັນຂະຫຍາຍຫຼາຍມາດຕະການແກ້ໄຂ, ຂະບວນການເພື່ອເສີມຂະຫຍາຍບົດບາດຂອງຊາວໜຸ່ມເວົ້າລວມແລະ ພະນັກງານ, ລັດຖະກອນໜຸ່ມເວົ້າສະເພາະຕັ້ງໜ້າເຂົ້າຮ່ວມວິວັດການຫັນເປັນດີຈີຕອນ. ທ່ານເລຂາສູນກາງຄະນະຊາວໜຸ່ມ ຫງວຽນມິນຈຽດ ໃຫ້ຮູ້ວ່າ:

“ການຫັນເປັນດີຈີຕອນທັງແມ່ນໂຄງການປະຕິບັດວຽກງານຂອງປີ, ແຕ່ກໍ່ຍັງເປັນໜຶ່ງໃນ 3 ຂອດບຸກທະລຸໃຫຍ່ຂອງກອງປະຊຸມໃຫຍ່ຄະນະຊາວໜຸ່ມທົ່ວປະເທດ ຄັ້ງທີ 12 (2022-2027)ນຳອີກ.ອົງການຊາວຫນຸ່ມໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຢ່າງເຂັ້ມແຂງ ເພື່ອໃຫ້ຊາວຫນຸ່ມເຂົ້າຮ່ວມການຫັນເປັນດີຈີຕອນ.ມີບັນດາການເຄື່ອນໄຫວທີ່ໄດ້ປະຕິບັດເປັນຄັ້ງທຳອິດ, ຄື: ຜັນຂະຫຍາຍແອັບຊາວໜຸ່ມຫວຽດນາມ ເພື່ອໃຫ້ຄະນະຊາວໜຸ່ມເຄື່ອນໄຫວຢ່າງສະດວກ, ປະຢັດກວ່າ… ພວກຂ້າພະເຈົ້າກໍ່ກຳນົດທິດໃຫ້ແກ່ຊາວໜຸ່ມແມ່ນເຮັດແນວໃດໃຫ້ການຫັນເປັນດີຈີຕອນເໝາະສົມກັບເງື່ອນໄຂຂອງປະຊາຊົນ, ຂອງຊາວໜຸ່ມແລະເງື່ອນໄຂພັດທະນາເສດຖະກິດສັງຄົມຂອງແຕ່ລະທ້ອງຖິ່ນທີ່ສຸດ”.

ຈາກບັນດາແຜນນະໂຍບາຍ, ການກຳນົດທິດຂອງສູນກາງຄະນະຊາວໜຸ່ມ, ຄະນະຊາວໜຸ່ມທຸກຂັ້ນ ກໍ່ໄດ້ເສີມຂະຫຍາຍການຫັນເປັນດີຈີຕອນໃນທຸກດ້ານການເຄື່ອນໄຫວຂອງພະນັກງານ, ສະມາຊິກຊາວໜຸ່ມ; ເສີມຂະຫຍາຍກຳລັງຄວາມສາມາດໃນການປະດິດຄິດສ້າງການຫັນເປັນດີຈີຕອນໃນວຽກງານປະຈຳວັນຂອງຊາວໜຸ່ມ ຫວຽດນາມ ທຸກຄົນ./.

ຕອບກັບ

ຂ່າວ/ບົດ​ອື່ນ