ໄວໜຸ່ມນະຄອນ ເກີນເທີ ມີຄວາມຂະຫຍັນຂັນເຄື່ອນດ້ວຍຫຼາຍຮູບແບບ startup

(VOVWORLD) -ຊາວກະສິກອນຫຼາຍຄົນຢູ່ບ້ານ ເທີຍຮວ່າ, ເມືອງ ໂອມົນ, ນະຄອນ ເກີນເທີ ໄດ້ເລືອກເອົາຫອຍໂຄ່ງ ຫຼື ຫອຍປັງ ເພື່ອພັດທະນາເສດຖະກິດ, ບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ.
ໄວໜຸ່ມນະຄອນ ເກີນເທີ ມີຄວາມຂະຫຍັນຂັນເຄື່ອນດ້ວຍຫຼາຍຮູບແບບ startup - ảnh 1ແຕ່ລະເດືອນ, ອ້າຍ ເຄືອງ ຂາຍຫອຍໄດ້ກວ່າ 2 ລ້ານໂຕນ
(ພາບ: danviet.vn)

        ໃນຊຸມປີມໍ່ໆມານີ້, ມີຫຼາຮູບແບບສະມາຊິກຊາວໜຸ່ມ, ໄວໜຸ່ມສ້າງເສດຖະກິດເກັ່ງ ໄດ້ປະກົດຕົວຂຶ້ນຢູ່ນະຄອນ ເກີນເທີ. ສິ່ງດັ່ງກ່າໄດ້ປະກອບສ່ວນສ້າງວຽກເຮັດງານທຳເປັນົກກະຕິໃຫ້ແກ່ຜູ້ອອກແຮງງານ, ຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ.

        ຊາວກະສິກອນຫຼາຍຄົນຢູ່ບ້ານ ເທີຍຮວ່າ, ເມືອງ ໂອມົນ, ນະຄອນ ເກີນເທີ ໄດ້ເລືອກເອົາຫອຍໂຄ່ງ ຫຼື ຫອຍປັງ ເພື່ອພັດທະນາເສດຖະກິດ, ບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ຜູ້ນຳໜ້າໃນຮູບແບບດັ່ງກ່າວແມ່ນອ້າຍ ຫງວຽນຮົ່ງເຄືອງ, ເລຂາໜ່ວຍຊາວໜຸ່ມເຂດ ຮ່ວາແທ້ງ ບີ, ບ້ານ ເທີຍຮ່ວາ, ເມືອງ ໂອມົນ.

        7 ປີກ່ອນນີ້, ອ້າຍ ຫງວຽນຮົ່ງເຄືອງ ເລີ່ມເລືອກເອົາຫອຍໂຄ່ງເພື່ອພັດທະນາເສດຖະກິດຂອງຄອບຄົວ. ໂດຍໄດ້ຜ່ານຜ່າຄວາມຫຍຸ້ງຍາກດ້ານທຶນຮອນ, ເຕັກນິກລ້ຽງຫຼາຍຢ່າງນັ້ນ, ອ້າຍໄດ້ຖອດຖອນບົດຮຽນ ແລະ ຄ່ອຍໆເປີດກວ້າງເຂດລ້ຽງ. ອ້າຍ ເຄືອງ ເລົ່າສູ່ຟັງວ່າ ໃນເບືອງຕົ້ນ, ອ້າຍຊື້ຫອຍໂຄ່ງ 300 ໂລເພື່ອລ້ຽງທົດລອງຢູ່ໜອງ. ເຖິງຢ່າງໃດກໍ່ຕາມ, ຍ້ອນຫອຍຈະເກີດ ແລະ ພັດທະນາໃນອາກາດອຸ່ນເທົ່ານັ້ນ, ສະນັ້ນ ໃນຍາມລະດູໜາວ ຫອຍເກືອບຄືວ່າບໍ່ພັດທະນາ ຫຼື ຕາຍ. ຍ້ອນເຫດນັ້ນ, ເພື່ອລ້ຽງ ແລະ ປ້ອງກັນຫອຍໃນລະດູໜາວນັ້ນ, ອ້າຍຕ້ອງເອົາໃຈໃສ່ເຖິງເລື່ອງຮັກສາຄວາມອຸ່ນດ້ວຍວິທີທີ່ວ່າ ຍາມໃດກໍ່ຮັກສາລະດັບນ້ຳເລິກ, ແລະ ປູກຜັກຕົບເທິງໜ້ານ້ຳ. ອ້າຍກໍ່ໄດ້ຊອກຫາເຕັກນິກຈາກບັນດາຮູບແບບລ້ຽງຫອຍທາງອີນເຕີເນັດ ແລ້ວຄ່ອຍໆຮຽນເອົາ. ປະຈຸບັນ, ແຕ່ລະເດືອນ, ອ້າຍ ເຄືອງ ຂາຍຫອຍໄດ້ກວ່າ 2 ລ້ານໂຕນ, ແນວພັນຫອຍ 100.000 ໂຕ ແລະ ໄຂ່ຫອຍ, ລາຍຮັບເກັບໄດ້ແຕ່ 20 ລ້ານດົງ/ເດືອນຂຶ້ນໄປ (ປະມານ 860 USD).

        ້າພະເຈົ້າໄດ້ປູກຕົ້ນສີດາ, ໝາກຫຸ່ງຕື່ມອີກ. ໝາກໃດບັນລຸມາດຖານກໍ່ເອົາໄປຂາຍ, ສ່ວນຍັງເຫຼືອໄດ້ໃຊ້ເປັນຫົວອາຫານລ້ຽງຫອຍ”.

ໄວໜຸ່ມນະຄອນ ເກີນເທີ ມີຄວາມຂະຫຍັນຂັນເຄື່ອນດ້ວຍຫຼາຍຮູບແບບ startup - ảnh 2(ປະຈຸບັນ, ອ້າຍ ໂງວັນມິງແທັງ, ມີຟາມປາເອ້ກວ້າງ 3.500 ຕາແມັດ)

        ບໍ່ພຽງແຕ່ເລີ່ມ startup ດ້ວຍກະສິກຳ, ກຳແໜ້ນຄວາມຕ້ອງການຂອງລູກຄ້າວ່າພວມມັກລ້ຽງປາປະດັບ, ອ້າຍ ໂງວັນມິງແທັງ, ອາຍຸ 24 ປີ, ຢູ່ບ້ານ ເຈື່ອງຫຼາກ, ເມືອງ ໂອມົນ ໄດ້ກ້າທີ່ຈະ startup ດ້ວຍຮູບແບບນີ້.

        ປະຈຸບັນ, ອ້າຍມີຟາມປາເອ້ກວ້າງ 3.500 ຕາແມັດ. ໂດຍໄດ້ຮູ້ວ່າ ໃນເບື້ອງຕົ້ງອ້າຍ ແທັງ startup ດ້ວຍກ່ອງໂຟມ 10 ອັນ, ລ້ຽງປາຫາງນົກຍຸງ Full Gold, Platinum… ໃນເວລານັ້ນ, ແຕ່ລະເດືອນ, ອ້າຍລ້ຽງ ແລະ ຂາຍປາເອ້ໄດ້ພຽງ 100 ຄູ່ເທົ່ານັ້ນ. ໂດຍຢືດໝັ້ນຕໍ່ຄວາມເມົາມົວ, ອ້າຍໄດ້ຮ່ຳຮຽນຢ່າງບໍ່ຢຸດຢັ້ງ ແລະ ຜະລິດແນວພັນປາທີ່ມີຄຸນນະພາບ. ພາຍຫຼັງ 4 ປີ, ດ້ວຍການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຮູບແບບນີ້ໄດ້ກາຍເປັນໜຶ່ງໃນບັນດາຟາມປາເອ້ຂາຍສົ່ງ ທີ່ມີຂອບຂະໜາດໃຫຍ່ອັນດັບ 1 ອັນດັບ 2 ຢູ່ນະຄອນ ເກິນເທີ. ແຕ່ລະເດືອນ,  ອ້າຍສະໜອງໃຫ້ບໍລິເວນນະຄອນ ເກີນເທີ ແລະ ນະຄອນ ໂຮ່ຈີມິນ ປາຫາງນົກຍຸງປະມານ 20.000 ໂຕ, ດ້ວຍລາຄາແຕ່ 3.000 – 30.000 ດົ່ງ ແລະ ມີກຳໄລນັບຮ້ອຍລ້ານດົ່ງ/ປີ.

        ປາຫາງນົກຍຸງມີຄວາມອ່ອນໄຫວງ່າຍຕໍ່ກັບສິ່ງແວດລ້ອມ; ອາຫານໃຫ້ປາຕ້ອງຮັບປະກັນຫຼັກອະນາໄມ, ນີ້ກໍ່ແມ່ນຄວາມຫຍຸ້ງຍາກທີ່ສຸດ. ດ້ວຍຄວາມເມົາມົວຂອງຕົນ, ຂ້າເຈົ້າໄດ້ຊອກຮູ້ລະອຽດກ່ວາ ແລະ ພັດທະນາຮູບແບບລ້ຽງປາຊະນິດນີ້”.

        ເພື່ອໜູນຊ່ວຍຊາວໜຸ່ມໃນການ startup, ເດືອນ ມີນາ 2022, ຄະນະຊາວໜຸ່ມນະຄອນ ເກີນເທີ ໄດ້ລົງນາມການຮ່ວມມືຍຸດທະສາດກັບກອງທຶນ startup ປະດິດຄິດສ້າງ FUNDGO. ຕາມນັ້ນແລ້ວ, 2 ຝ່າຍໄດ້ສົມທົບກັນເຊື່ອມຕໍ່ບັນດາແນວຄິດ, ໂຄງການ, ສະຫງວນບຸລິມະສິດບັນດາຮູບແບບ startup ນຳໃຊ້ເຕັກໂນໂລຊີສູງ. ອ້າຍ ເຈິ່ນຫວຽດຕວນ, ຮອງເລຂາຄະນະຊາວໜຸ່ມນະຄອນ ເກີນເທີ, ແບ່ງປັນວ່າ:

        ໃນໄລຍະມາເຖິງ, ຄະນະຊາວໜຸ່ມນະຄອນ ເກີນເທີ ຈະຫັນວິທີການສື່ສານກ່ຽວກັບເລື່ອງ startup ປະດິດຄິດສ້າງເປັນຫຼາຍຮູບຫຼາຍແບບ ເພື່ອໃຫ້ສະມາຊິກຄະນະຊາວຸ່ມ, ຊາວໜຸ່ມ, ນັກສຶກສາເປັນເຈົ້າການເຂົ້າເຖິງບັນດາແຫຼ່ງທຶນກູ້ຢືມ, ກົນໄກ່າຍທອດວິທະສາດຢ່າງທັນການ, ຈາກນັ້ນ ກໍມີທິດທາງ, ວິທີສັງເກດ ກໍຄືວີທີປະຕິບັດທີ່ຖືກຕ້ອງກ່ຽວກັບການ startup ປະດິດຄິດສ້າງ”.

        ປະຈຸບັນ, ນະຄອນ ເກີນເທີ ມີກວ່າ 200 ຮູບແບບເສດຖະກິດໂດຍຊາວໜຸ່ມເປັນເຈົ້າຂອງ, ສ້າງຜົນກຳໄລກວ່າ 100 ລ້ານດົ່ງ/ປີ/ຮູບແບບ (ປະມານ 4.300 USD). ດ້ວຍກຳລັງແຮງໜຸ່ມ, ກ້າເຮັດກ້າທຳໃນຫຼາຍຂົງເຂດໃໝ່, ຮູບແບບ startup ຂອງຊາວໜຸ່ມນະຄອນ ເກີນເທີ ພວມປະກອບສ່ວນຫຼາຍຢ່າງ ເຂົ້າໃນການພັດທະນາເສດຖະກິດຂອງນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ