ໄວໜຸ່ມແຂວງ ກວາງນິງ ປະຈັນບານໃນການພັດທະນາວິທະຍາສາດເຕັກໂນໂລຊີ

(VOVWORLD) -ເຖິງວ່າຍັງເປັນນັກຮຽນມັດທະຍົມ ຫຼື ຮຽນຈົບແລ້ວກໍ່ຕາມ, ໄວໜຸ່ມແຂວງ ກວາງນິງ ລ້ວນແຕ່ມີຄວາມເຊື່ອໝັ້ນເປັນເຈົ້າວິທະຍາສາດເຕັກໂນໂລຊີຢູ່ຫຼາຍຂົງເຂດທີ່ແຕກຕ່າງກັນ.
ໄວໜຸ່ມແຂວງ ກວາງນິງ ປະຈັນບານໃນການພັດທະນາວິທະຍາສາດເຕັກໂນໂລຊີ - ảnh 1(ໄວໜຸ່ມແຂວງ ກວາງນິງ ປະຈັບບານໃນການພັດທະນາວິທະຍາສາດເຕັກໂນໂລຊີ)

ເປົ້າໝາຍພັດທະນາວິທະຍາສາດເຕັກໂນໂລຊີ, ນຳໃຊ້ບັນດາຜົນງານຂອງການປະຕິວັດຄັ້ງທີ 4 ເຂົ້າໃນຊີວິດສັງຄົມທຸກດ້ານໄດ້ ແລະ ພວມດຶງດູດການເຂົ້າຮ່ວມຂອງທົ່ວສັງຄົມ, ໃນນັ້ນມີການປະຈັນບານນຳໜ້າຂອງໄວໜຸ່ມ.

        ພວມແມ່ນນັກຮຽນມໍ 10 ແຕ່ນ້ອງ ຫງວຽນຕວັນລິງ, ໂຮງຮຽນມັດທະຍົມຕອນປາຍ  ແບກດັ່ງ, ຕາແສງ ກວາງອຽນ, ແຂວງ ກວາງນິງ ຄວ້າໄດ້ຫຼາຍລາງວັນໃຫ້ແກ່ບັນດາຜະລິດຕະພັນປະດິດສ້າງດ້ານເຕັກນິກຄື: ຈັກຂ້າເຊື້ອອັດຕະໂນມັດປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ສະຫງວນໃຫ້ໂຮງໝໍຫຼາຍຂະແໜງຂັ້ນແຂວງ ແລະ ສູນສາທາລະນະສຸກເທດສະບານ ກວາງອຽນ; ຈັກດູດຝອດທຳຄວາມສະອາດໜ້ານ້ຳໜອງລ້ຽງກຸ້ງ… ໄດ້ຖືກນຳໃຊ້, ເສີມຂະຫຍາຍປະສິດທິຜົນໃນຕົວຈິງ. ນ້ອງ ຫງວຽນຕວັນລິງ, ແບ່ງປັນວ່າ:

        “ບັນດາຜະລິດຕະພັນຂອງນ້ອງຜະລິດອອກມານັ້ນລ້ວນແຕ່ແມ່ນຜະລິດຕະພັນຕິດພັນກັບຊີວິດປະຈຳວັນ, ຮັບໃຊ້ປະຊາຊົນຢູ່ອ້ອມບໍລິເວນນ້ອງຢູ່ອາໄສ. ນ້ອງມີຄວາມເບີກບ່ານໃຈຫຼາຍ ເມື່ອໄດ້ປະກອບສ່ວນອັນເລກນ້ອຍໃຫ້ແກ່ປະຊາຄົມ. ເມື່ອເຮົາມີຄວາມເມົາມົວຄົ້ນຄວ້າ ພວກເຮົາຈະມານະພະຍາຍາມຊອກຫາ, ພ້ອມກັບການຊ່ວຍເຫຼືອຂອງຄູ ແລະ ໂຮງຮຽນແນ່ນອນວ່າຈະປະສົບຜົນສຳເລັດ”.

        ເຖິງວ່າຍັງເປັນນັກຮຽນມັດທະຍົມ ຫຼື ຮຽນຈົບແລ້ວກໍ່ຕາມ, ໄວໜຸ່ມແຂວງ ກວາງນິງ ລ້ວນແຕ່ມີຄວາມເຊື່ອໝັ້ນເປັນເຈົ້າວິທະຍາສາດເຕັກໂນໂລຊີຢູ່ຫຼາຍຂົງເຂດທີ່ແຕກຕ່າງກັນ. ບັນດາທ່ານໝໍໜຸ່ມດ້ວຍບັນດາຫົວເລື່ອງຄົ້ນຄວ້າ, ມາດຕະການແກ້ໄຂດ້ານວິທະຍາສາດເຕັກໂນໂລຊີຍົກສູງຄຸນນະພາບການບົ່ງມະຕິ, ເບິ່ງແຍງ ແລະ ປິ່ນປົວໃຫ້ແກ່ຄົນເຈັບ; ກຳມະກອນໜຸ່ມຊອກຫາ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການປະຕິຮູບລະບຽບການບໍລິຫານ; ນັກທຸລະກິດໜຸ່ມດ້ວຍບັນດາຮູບແບບເລີ່ມຕົ້ນທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງ… ພິເສດ, ຄະນະຊາວໜຸ່ມ ທານກວາງນິງ, ໄດ້ມີຂໍ້ລິເລີ່ມນັບພັນຂໍ້ກ່ຽວກັບການປ່ຽນແປງໃໝ່ເຕັກນິກ ໄດ້ນຳມາເຊິ່ງປະສິດທິຜົນສູງ. ອ້າຍ ຫງວຽນຈ້ອງເຕະ, ບໍລິສັດ ທານກວາງແຮງ, ເຊິ່ງແມ່ນແບບຢ່າງກຳມະກອນໜຸ່ມດີເດັ່ນດ້ວຍບັນດາຂໍ້ລິເລີ່ມໄດ້ຮັບການທະວີຄຸນອອກສູ່ຫຼາຍຫົວໜ່ວຍ, ໃຫ້ຮູ້ວ່າ:

        “ຄະນະຊາວໜຸ່ມພວກຂ້າພະເຈົ້າ ໄດ້ສ້າງຕັ້ງສະມາຄົມວິທະຍາສາດເຕັກໂນໂລຊີໜຸ່ມ, ຫຼັກແຫຼ່ງແມ່ນສະມາຊິກຊາວໜຸ່ມຂອງກຸ່ມເຕັກນິກ, ລະດົມກຳລັງໃຈພວກອ້າຍນ້ອງເສີມຂະຫຍາຍກຳລັງຄວາມສາມາດ, ຊອກຫາບັນດາຂໍ້ລິເລີ່ມດັດແປງເຕັກນິກໄດ້ນຳໃຊ້ບັນລຸຜົນສຳເລັດ. ພວກຂ້າພະເຈົ້າຍາມໃດກໍ່ຕ້ອງກຳແໜ້ນ, ປ່ຽນແປງເພື່ອນຳໃຊ້ເຂົ້າໃນເງື່ອນໄຂຕົວຈິງ, ຍ້ອນພຽງແຕ່ນຳໃຊ້ເຄື່ອງກົນຈັກ, ເຕັກນິກຈຶ່ງສາມາດປັບປຸງເງື່ອນໄຂເຮັດວຽກ ແລະ ເພີ່ມສະມັດຕະພາບການອອກແຮງງານໄດ້”.

        Festival ໄວໜຸ່ມປະດິດຄິດສ້າງ, ແນວຄວາມຄິດປະດິດຄິດສ້າງເລີ່ມຕົ້ນທຸລະກິດ, ຂະບວນການປະດິດຄິດສ້າງໜຸ່ມ ຫຼື ການແຂ່ງຂັນປະດິດຄິດສ້າງຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນອະນຸຊົນແຂວງ ກວາງນິງ… ໄດ້ຮັບການຮັກສາ ແລະ ພັດທະນາມາເປັນເວລາຫຼາຍປີ ໂດຍບໍ່ວ່າໃນເກ່ນອາຍຸໃດກໍ່ລ້ວນແຕ່ມີຂົງເຂດທີ່ສາມາດປະດິດຄິດສ້າງຢ່າງສະດວກສະບາຍ. ອ້າຍ ຟ້າມຮົ່ງທາຍ, ຮອງເລຂາຜູ້ທີໜຶ່ງຄະນະຊາວໜຸ່ມແຂວງກວາງນິງ ຢືນຢັນວ່າ, ບັນດາຂະບວນການ, ການແຂ່ງຂັນໄດ້ປະກອບສ່ວນຄົ້ນພົບບັນດາສ່ວນບຸກຄົນ, ຫົວໜ່ວຍເມົາມົວຄົ້ນຄວ້າວິທະຍາສາດ, ຈາກນັ້ນນຳບັນດາຂໍ້ລິເລີມເຂົ້າໃນຊີວິດຕົວຈິງ.

        “ມີຫຼາຍສະໂມສອນປະດິດຄິດສ້າງເລີ່ມຕົ້ນທຸລະກິດ, ຄົ້ນຄວ້າວິທະຍາສາດໃນບັນດາໂຮງຮຽນໄດ້ສ້າງຕັ້ງຂຶ້ນຈາກບັນດາຂະບວນການດັ່ງກ່າວ. ພວກຂ້າພະເຈົ້າຫວັງວ່າ, ໃນໄລຍະຈະມາເຖິງ ດ້ວຍຈິດໃຈປະຈັນບານຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມຈະສືບຕໍ່ແຜ່ຂະຫຍາຍຈິດໃຈປະດິດຄິດສ້າງເລີ່ມຕົ້ນທຸລະກິດ, ພັດທະນາວິທະຍາສາດເຕັກນິກໃນຫຼາຍເປົ້າໝາຍຊາວໜຸ່ມໃຫ້ດີກວ່າອີກ, ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງແຂວງ ກວາງນິງ.”

        ແຂວງ ກວາງນິງ ກໍ່ມີຫຼາຍນະໂຍບາຍ, ສະຫງວນແຫຼ່ງກຳລັງບຸລິມະສິດພັດທະນາວິທະສາຍາດເຕັກໂນໂລຊີໃນຫຼາຍຂົງເຂດ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ກໍ່ສ້າງອຳນາດການປົກຄອງເອເລັກໂຕນິກ, ນະຄອນອັດສະລິຍາ… ໄລຍະ 2020 – 2025, ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງໄດ້ກຳນົດທັດສະນະ, ການກຳນົດທິດຖືເອົາການສຶກສາບຳລຸງສ້າງ, ດຶງດູດແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ປະດິດຄິດສ້າງ ແລະ ນຳໃຊ້ວິທະຍາສາດເຕັກໂນໂລຊີເປັນກຳລັງໜູນໃຫ້ແກ່ການພັດທະນາ. ເປົ້າໝາຍນັ້ນພວມປະກອບສ່ວນຢ່າງຕັ້ງໜ້າ, ຈາກບາດກ້າວທຳອິດແມ່ນບັນດາແນວຄວາມຄິດປະດິດຄິດສ້າງຂອງໄວໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ