ໜູນຊ່ວຍ, ຊຸກຍູ້ຂະບວນການ start-up ຂອງແມ່ຍິງ ຫາຍຟ່ອງ

(VOVWORLD) -

ສະມາຊິກສະຫະພັນແມ່ຍິງນັບພັນຄົນ ໄດ້ຮັບການໜູນຊ່ວຍເພື່ອ start-up, ວິສາຫະກິດກ່ວາ 2.500 ແຫ່ງຂອງແມ່ຍິງໃນບໍລິເວນ ໄດ້ຮັບຄຳປຶກສາ, ຊ່ວຍເຫຼືອດ້ານທຶນຮອນ, ເຕັກໂນໂລຊີ… ດ້ວຍການໜູນຊ່ວຍຂອງສະໂມສອນ “ໜູນຊ່ວຍແມ່ຍິງ start-up, ເຊື່ອມຕໍ່ການບໍລິໂພກຜະລິດຕະພັນ” ນະຄອນ ຫາຍຟ່ອງ. ມາຮອດປະຈຸບັນ, ນະຄອນ ຫາຍຟ່ອງ ແມ່ນໜຶ່ງໃນບັນດາທ້ອງຖິ່ນຜັນຂະຫຍາຍແຜນຮ່າງຂອງນາຍົກລັດຖະມົນຕີ ກ່ຽວກັບການໜູນຊ່ວຍແມ່ຍິງ start-up ໄລຍະ 2017 2027 ຢ່າງຕັ້ງໜ້າ.

ໜູນຊ່ວຍ, ຊຸກຍູ້ຂະບວນການ start-up ຂອງແມ່ຍິງ ຫາຍຟ່ອງ - ảnh 1ບໍລິສັດ Chavigreen ຈຳກັດ ແນະນຳຜະລິດຕະພັນເຖິງລູກຄ້າ
(ພາບ:VOV)


ເອື້ອຍ ຫງວຽນທິເຟືອງເຈິມ, ຢູ່ຕາແສງ ທ້ວນທຽນ, ເມືອງ ກ໋ຽນຖຸ້ຍ, ນະຄອນ ຫາຍຟ່ອງ, ໄດ້ສ້າງຕັ້ງບໍລິສັດ Chavigreen ຈຳກັດ, start-up ດ້ວຍການຜະລິດເຄື່ອງສຳອາງທີ່ເຮັດຈາກສະໝູນໄພແຕ່ທ້າຍປີ 2021. ໃນເບື້ອງຕົ້ນ, ເອື້ອຍໄດ້ປະສົບກັບຄວາມຫຍຸ້ງຍາກກ່ຽວກັບດ້ານທຶນຮອນ, ບໍ່ມີປະສົບການ, ບໍລິສັດສ້າງຕັ້ງກົງກັບຈຸດເວລາເກີດໂລກລະບາດໂຄວິດ - 19, ແຕ່ໂຊກດີຫຼາຍ, ເອື້ອຍໄດ້ຮັບການໜູນຊ່ວຍ, ກຳນົດທິດຈາກສະຫະພັນແມ່ຍິງນະຄອນ ຫາຍຟ່ອງ. ດ້ວຍຈຳນວນເງິນກູ້ຢືມໃນເບື້ອງຕົ້ນແມ່ນ 70 ລ້ານດົ່ງ, ເອື້ອຍໄດ້ຊື້ເຄື່ອງຈັກ, ນຳເຂົ້າວັດຖຸດິບ ເພື່ອຜະລິດບັນດາຜະລິດຕະພັນທຳອິດຂອງບໍລິສັດ. ເອື້ອຍ ເຈິມ ຍັງໄດ້ມີໂອກາດເຂົ້າຮ່ວມບັນດາຊຸດຝືກອົບຮົມກ່ຽວກັບການຄ້າເອເລັກໂຕນິກ ໂດຍສະມາຄົມແມ່ຍິງ ນະຄອນ ຫາຍຟ່ອງ ສົມທົບກັບບັນດາຫົວໜ່ວຍຈັດຂຶ້ນ, ນັບແຕ່ນັ້ນມາ, ລາຍຮັບກໍ່ຄ່ອຍໆເພີ່ມຂຶ້ນ:

 “ໃນເບື້ອງຕົ້ນ, ຍັງບໍ່ທັນມີຄວາມຮູ້ກ່ຽວກັບການຄ້າເອເລັກໂຕນິກ, ຂ້າພະເຈົ້າຕ້ອງຮຽນເອງ, ຮຽນຈາກການຖ່າຍທຳວີດີໂອ, ຖ່າຍຮູບຜະລິດຕະພັນ, ຊອກຄຳສັບທີ່ໂດດເດັ່ນເປັນລະຫັດສິນຄ້າ ເພື່ອດຶງດູດລູກຄ້າ. ສະມາຄົມແມ່ຍິງນະຄອນ ຫາຍຟ່ອງ ຍັງໄດ້ເປີດຊຸດຮຽນໃຫ້ແກ່ພວກຂ້າພະເຈົ້າເຂົ້າຮ່ວມ. ຜ່ານນັ້ນ, ພວກຂ້າພະເຈົ້າກໍໄດ້ຮຽນ ແລະ ປະຕິບັດຕົວຈິງ, ນຳຜະລິດຕະພັນເຂົ້າຂາຍຢູ່ຕະຫຼາດເອເລັກໂຕນິກ.  ປະຈຸບັນ, ຜະລິດຕະພັນຂອງບໍລິສັດແມ່ນຂາຍໃນຕະຫຼາດເອເລັກໂຕນິກເປັນຕົ້ນ, ຜ່ານນັ້ນ, ລາຍຮັບຈາກການຂາຍ ອອນລາຍ ກວມປະມານ 80%”.

ປີ 2022, ຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ໄດ້ຮັບຮອງເອົາ ບໍລິສັດ Chavigreen ຈຳກັດ ແມ່ນວິສາຫະກິດ start-up ນະວັດຕະກຳ, ໄດ້ຮັບລາງວັນ ມີຫົວຄິດປະດິດສ້າງໃນການ start-up ຂອງຫາຍຟ່ອງ. ຜະລິດຕະພັນຂອງບໍລິສັດກໍ່ໄດ້ຮັບການແນະນຳ, ໂຄສະນາຕະຫຼາດຢູ່ຫຼາຍແຫ່ງພາຍໃນປະເທດ.

ບໍລິສັດ Chavigreen ຈຳກັດ ແມ່ນໜຶ່ງໃນຈຳນວນວິສາຫະກິດນັບພັນແຫ່ງທີ່ໄດ້ຮັບການໜູນຊ່ວຍຂອງສະຫະພັນແມ່ຍິງ ນະຄອນ ຫາຍຟ່ອງ ໃນຊຸມປີຜ່ານມາ. ໂດຍປະຕິບັດແຜນຮ່າງຂອງ ນາຍົກລັດຖະມົນຕີ ກ່ຽວກັບການໜູນຊ່ວຍແມ່ຍິງ start-up ໄລຍະ 2017 – 2027, ສະຫະພັນແມ່ຍິງ ນະຄອນ ຫາຍຟ່ອງ ໄດ້ໜູນຊ່ວຍດ້ານທຶນຮອນ, ໃຫ້ຄຳປຶກສາດ້ານນິຕິກຳ, ຝືກອົບຮົມຍົກສູງກຳລັງຄວາມສາມາດຮອບດ້ານໃຫ້ແກ່ແມ່ຍິງ, ຜ່ານນັ້ນ, ກໍແຜ່ຂະຫຍາຍຂະບວນການ start-up ໃນເອື້ອຍນ້ອງແມ່ຍິງ. ແມ່ຍິງໃນບໍລິເວນນະຄອນ ຫາຍຟ່ອງ ນັບພັນຄົນໄດ້ໜູນຊ່ວຍເພື່ອ start-up ບັນລຸຜົນສຳເລັດ. ມີວິສາຫະກິດກ່ວາ 2.500 ແຫ່ງທີ່ຫາກໍ່ໄດ້ສ້າງຕັ້ງໃໝ່ຂອງແມ່ຍິງ ຫາຍຟ່ອງ ກໍໄດ້ຮັບຄຳປຶກສາ, ໜູນຊ່ວຍດ້ານທຶນຮອນ ແລະ ເຕັກໂນໂລຊີ.

ໜູນຊ່ວຍ, ຊຸກຍູ້ຂະບວນການ start-up ຂອງແມ່ຍິງ ຫາຍຟ່ອງ - ảnh 2
ທ່ານນາງ ຫວູທິກິມລຽນ, ປະທານສະຫະພັນແມ່ຍິງ ຫວຽດນາມ ນະຄອນ ຫາຍຟ່ອງ
(ພາບ: VOV)

ດ້ວຍການໜູນຊ່ວຍຂອງສະຫະພັນແມ່ຍິງນະຄອນ ຫາຍຟ່ອງ, ເດືອນ ຕຸລາ 2023, ຫ້ອງການໜູນຊ່ວຍເຊື່ອມຕໍ່ບໍລິໂພກຜະລິດຕະພັນ ໄດ້ຮັບການເປີດສະຫຼອງ ໂດຍຕັ້ງຢູ່ສູນການສຶກສາວິຊາຊີບ ແລະ ໜູນຊ່ວຍແມ່ຍິງພັດທະນາຂອງນະຄອນ. ນີ້ແມ່ນບ່ອນເຊື່ອມຕໍ່ແລກປ່ຽນການຄ້າ, ສົ່ງເສີມການຄ້າ, ວາງສະແດງແນະນຳບັນດາຜະລິດຕະພັນຂອງແມ່ຍິງ start-up, ດ້ວຍຂອບຂະໜາດເກືອບ 30 ຮ້ານວາງສະແດງເພື່ອແນໃສ່ແນະນຳ, ໂຄສະນາກ່ວາ 50 ຜະລິດຕະພັນ OCOP ແຕ່ 3 – 4 ດາວ, ຜະລິດຕະພັນດີເດັ່ນຂອງເຄື່ອງຫັດຖະກຳ, ໝູ່ບ້ານອາຊີບທີ່ເປັນມູນເຊື້ອຂອງແມ່ຍິງ ຫາຍຟ່ອງ, ຜ່ານນັ້ນ, ກໍຍົກສູງມູນຄ່າຊັບພະຍາກອນທຳມະຊາດຂອງທ້ອງຖິ່ນໃນບໍລິເວນນະຄອນອີກດ້ວຍ.

ເອື້ອຍ ບ໋າວເຮືອງ, ຮອງຫົວໜ້າສະໂມສອນ ແມ່ຍິງ start-up, ສະຫະພັນແມ່ຍິງ ຫາຍຟ່ອງ, ໃຫ້ຮູ້ວ່າ:

 “ບັນດາຜະລິດຕະພັນໄດ້ຂາຍໄດ້ໄວທີ່ສຸດ.  2 ວັນຂາຍໄຂ່ໄດ້ 1.000 ໜ່ວຍ, ມື້ໃດຜັກກໍ່ໄດ້ຂາຍໝົດກ້ຽງ, ສ່ວນໝາກສີດາ, ໝາກກ້ຽງ ຂາຍໄດ້ແຕ່ 30 50 ກີໂລກາມ/ວັນ. ທຸກຄົນກໍ່ມີຄວາມປິຕິຊົມຊື່ນ ແລະ ເຊື່ອໝັ້ນເມື່ອນຳໃຊ້ບັນດາປະເພດສິນຄ້າຢູ່ທີ່ນີ້”.

ບັນດາລາຍການຝຶກອົບຮົມ “ແມ່ຍິງ ກັບການຄ້າເອເລັກໂຕນິກ”, ແນະນຳຂັ້ນຕອນການຈົດທະບຽນເຄື່ອງໝາຍການຄ້າ, ອາລັກຂາເຄື່ອງໝາຍຜະລິດຕະພັນ, ຈົດທະບຽນຊັບສິນພູມປັນຍາໃນບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ ທີ່ສູນສຶກສາວິຊາຊີບ ແລະ ໜູນຊ່ວຍພັດທະນາແມ່ຍິງ ຫາຍຟ່ອງ ໄດ້ຈັດຂຶ້ນເປັນປະຈຳ. ທ່ານນາງ ຫວູທິກິມລຽນ, ປະທານສະຫະພັນແມ່ຍິງ ນະຄອນ ຫາຍຟ່ອງ, ຢັ້ງຢືນການໝູນໃຊ້ເຕັກໂນໂລຊີດີຈີຕອນໄດ້ຜັນຂະຫຍາຍຢູ່ສະມາຄົມຢ່າງມີປະສິດທິຜົນ, ບໍ່ພຽງແຕ່ຍົກສູງຄຸນນະພາບການເຄື່ອນໄຫວຂອງສະມາຄົມເທົ່ານັ້ນ ຫາກຍັງໄດ້ໜູນຊ່ວຍໃນການພັດທະນາຂະບວນການ start-up ຂອງເອື້ອຍນ້ອງແມ່ຍິງອີກດ້ວຍ:

 “ໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະເຊື່ອມຕໍ່ບັດສະມາຊິກສະມາຄົມອັດສະລິຍະ, ໝາຍຄວາມວ່າເຊື່ອມຕໍ່ບັດສະມາຊິກ ກັບບັນດາການເຄື່ອນໄຫວບໍລິໂພກອຸປະໂພກຜະລິດຕະພັນ. ກ່ອນນີ້, ພວກເຮົາປະຕິບັດພຽງການດຳເນີນທຸລະກິດແບບເຊິ່ງໜ້າ ຈຶ່ງຊອກຫາ, ສຳຜັດກັບຈຳນວນລູກຄ້າໄດ້ໜ້ອຍ. ແຕ່ເມື່ອໝູນໃຊ້ການຫັນເປັນດີຈີຕອນ ໃນການພັດທະນາການດຳເນີນທຸລະກິດ, ຈຳນວນລູກຄ້າຫຼາຍ, ບໍ່ພຽງແຕ່ໃນຂອບຂະໜາດນະຄອນ ຫາຍຟ່ອງ, ປະເທດ ຫວຽດນາມ ເທົ່ານັ້ນ ຫາກຍັງອອກສູ່ຕ່າງປະເທດອີກດ້ວຍ”.

          ການໜູນຊ່ວຍຂອງສູນສຶກສາວິຊາຊີບ ແລະ ໜູນຊ່ວຍແມ່ຍິງ ສະຫະພັນແມ່ຍິງ ຫາຍຟ່ອງ ໄດ້ປຸກລຸກຄວາມເມົາມົວ, ນ້ຳໃຈກ້າຄິດກ້າທຳໃນແມ່ຍິງນະຄອນ, ເຊື່ອມຕໍ່ບັນດາແມ່ຍິງທີ່ມີຈິດໃຈເລີ່ມທຸລະກິດ, ຊ່ວຍເອື້ອຍນ້ອງສ້າງເສດຖະກິດຄອບຄົວຢ່າງໝັ້ນຄົງ ແລະ ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ./.

ຕອບກັບ

ຂ່າວ/ບົດ​ອື່ນ