ໝູ່ບ້ານດອກໄມ້ລະດູບານໃໝ່ໃນຊຸມມື້ບຸນເຕັດ

(VOVWORLD) -ສຳລັບແຕ່ລະຄອບຄົວຊາວ ຫວຽດນາມ, ເມື່ອບຸນເຕັດວຽນມາ, ນອກຈາກເຂົ້າຕົ້ມ, ເຂົ້າໜົມ, ພາໝາກໄມ້ ແລ້ວ... ບໍ່ອາດຂາດໄດ້ສີສັນຂອງດອກໄມ້.
ໝູ່ບ້ານດອກໄມ້ລະດູບານໃໝ່ໃນຊຸມມື້ບຸນເຕັດ - ảnh 1ເຂດປູກດອກໄມ້ທີ່ເປັນມູນເຊື້ອ ເມລິງ, ເມືອງ ເມລິງ ແມ່ນເຕັມໄປດ້ວຍດອກໄມ້ນາໆຊະນິດ
(ພາບ: TTXVN)

ບຸນເຕັດ, ລະດູບານໃໝ່ວຽນມາກໍ່ແມ່ນຈຸດເວລາທີ່ບັນດາໝູ່ບ້ານດອກໄມ້ຢູ່ທົ່ວທຸກແຫ່ງໃນທົ່ວປະເທດເບັ່ງບານອວດອ້າງສີສັນ, ສົ່ງກິ່ນຫອມຫວນ. ໃນຊຸມມື້ໃກ້ຈະຮອດບຸນເຕັດບັນຍາກາດອອກແຮງງານບົວລະບັດຮັກສາ, ເກັບດອກໄມ້ຢູ່ບັນດາໝູ່ບ້ານດອກໄມ້ ແມ່ນຂຸ້ນຂ້ຽວ, ຄຶກຄື້ນໄປທົ່ວບ້ານ, ເຂດທົ່ງນາ, ມີຜູ້ຊື້-ຜູ້ຂາຍຢ່າງຄັບຄາໜາແໜ້ນທີ່ສຸດ.

ສຳລັບແຕ່ລະຄອບຄົວຊາວ ຫວຽດນາມ, ເມື່ອບຸນເຕັດວຽນມາ, ນອກຈາກເຂົ້າຕົ້ມ, ເຂົ້າໜົມ, ພາໝາກໄມ້ ແລ້ວ... ບໍ່ອາດຂາດໄດ້ສີສັນຂອງດອກໄມ້. ແຕ່ພາກເໜືອຈົນຮອດໃຕ້ ໄປຮອດໃສກໍ່ເຫັນມີໝູ່ບ້ານປູກດອກໄມ້ເປັນຈຳນວນຫຼາຍ. ໂດຍອີງຕາມແຕ່ລະເຂດພາກ ເຊິ່ງຜູ້ຫຼີ້ນດອກໄມ້ໄດ້ຊື້ດອກໄມ້ໃນຍາມບຸນເຕັດກໍ່ແຕກຕ່າງກັນ, ແຕ່ດອກໄມ້ທີ່ນິຍົມທີ່ສຸດໃນໂອກາດບຸນເຕັດນັ້ນຍັງແມ່ນ ດອກຄາຍ, ດອກເໝີຍ, ດອກກຸຫຼາບ, ຕົ້ນໝາກແປ້ນ, ຕົ້ນໄມ້ປະດັບບອນໄຊ...

        ຢູ່ໝູ່ບ້ານດອກໄມ້ ໄຕຕິວ, ເຍິດເຕິນ ຫຼື ໝູ່ບ້ານດອກໄມ້ ເມລິງ ເຊິ່ງແມ່ນເຂດປູກດອກໄມ້ຫຼາຍທີ່ສຸດຢູ່ ຮ່າໂນ້ຍ, ສະໜອງປະລິມານດອກໄມ້ອອກສູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດຫຼາຍທີ່ສຸດ. ໃນຈຸດເວລານີ້, ບັນດາເຂດປູກດອກໄມ້ທີ່ເປັນມູນເຊື້ອ ເມລິງ, ເມືອງ ເມລິງ ແມ່ນເຕັມໄປດ້ວຍດອກໄມ້ນາໆຊະນິດ, ນຳມາເຊິ່ງຄວາມງາມແບບເພີດເພີນໃຈ. ເພື່ອຮັບມືກັບໂລກລະບາດໂຄວິດ-19, ບັນດາເຮືອນສວນປູກດອກໄມ້ຢູ່ທີ່ນີ້ ໄດ້ຂາຍດອກໄມ້ຜ່ານທາງສື່ສັງຄົມອອນລາຍ Facebook, zalo ເປັນຕົ້ນ, ສ່ວນເງິນກໍ່ໂອນເຂົ້າບັນຊີໃຫ້ກັນ. ເອື້ອຍ ຫວູທິລວານເຟືອງ, ເຈົ້າຂອງເຮືອນສວນ ຫວູເຟືອງ, ເມືອງ ເມລິງ, ໃຫ້ຮູ້ວ່າ:

“ເຮືອນສວນຂອງຂ້າພະເຈົ້າມີລູກຄ້າທີ່ເຄີຍມາຊື້ແລ້ວ. ຂ້າພະເຈົ້າພຽງແຕ່ຖ່າຍຮູບດອກໄມ້, ແຈ້ງລາຄາໃຫ້ລູກຄ້າເທົ່ານັ້ນ, ເຂົາເຈົ້າກໍ່ມາຊື້ດອກໄມ້ເອງ”.

        ໝູ່ບ້ານດອກໄມ້ ກວາງໝານ, ເທດສະບານເມືອງ ດົງຈ່ຽວ ແມ່ນເຂດປູກດອກໄມ້, ຕົ້ນໄມ້ປະດັບຂະໜາດໃຫຍ່ທີ່ສຸດຂອງແຂວງ ກວາງນິງ. ຢູ່ແຫ່ງນີ້ໄດ້ປູກດອກໄມ້ຫຼາຍຊະນິດຄື: ດອກເບັນຈະມາດ, ດອກໄລອອນ, ດອກຄາຍ, ຕົ້ນໝາກແປ້ນ... ສະໜອງໃຫ້ຕະຫຼາດຢູ່ໃກ້ຄຽງ. ບຸນເຕັດປີນີ້, ດອກໄມ້, ຕົ້ນໄມ້ປະດັບມີລາຄາຖືກກວ່າເມື່ອທຽບໃສ່ຊຸມປີຜ່ານມາ ກ່ອນທີ່ຍັງບໍ່ເກີດໂລກລະບາດ. ເອື້ອຍ ຮ່ວາງທິຖຸຍ, ຢູ່ບ້ານ ກວາງໝານ, ຕາແສງ ບິ່ງເຄ, ເທດສະບານເມືອງ ດົງຈ່ຽວ, ໃຫ້ຮູ້ວ່າ:

        “ປະຈຸບັນ, ໄລອອນ ມີລາຄາ 4.000 ດົ່ງ/ຕົ້ນ, ຕົ້ນນ້ອຍກວ່າລາຄາກໍ່ຖືກກວ່າ. ເຖິງຢ່າງໃດກໍ່ຕາມ ຍ້ອນໂລກລະບາດ ແຕ່ໄດ້ລາຄາຄືແນວນັ້ນກໍ່ແມ່ນດີແລ້ວ. ປູກດອກໄມ້ໄດ້ກຳໄລດີກວ່າປູກເຂົ້າ, ຖ້າບໍ່ເກີດໂລກລະບາດກໍ່ມີລາຍຮັບປະມານ 10 ລ້ານດົ່ງ/ໄລ່”.

ຢູ່ແຂວງທາງພາກກາງ ເທື່ອທຽນ-ເຫ້ວ, ດອກໄມ້ໄດ້ປູກຢູ່ບັນດາໝູ່ບ້ານປູກດອກໄມ້ທີ່ເປັນມູນເຊື້ອຢູ່ຕາມເມືອງ ຟູວາງ, ເຮືອງຖຸຍ, ນະຄອນ ເຫ້ວ... ບັນດາໝູ່ບ້ານດອກໄມ້ເຂດ ເຫ້ວ ໄດ້ປູກດອກໄມ້ທີ່ເປັນມູນເຊື້ອຫຼາຍຊະນິດຄື: ດອກເບັນຈະມາດ, ດອກກຸຫຼາບ, ດອກດາວເຮືອງ, ດອກເຄເນຊັນ... ນະຄອນ ດ່ານັ້ງ ມີໝູ່ບ້ານປູກດອກໄມ້ ເຊີນເຢືອງ ແມ່ນໃຫຍ່ທີ່ສຸດ, ສະໜອງດອກໄມ້ໃຫ້ແກ່ຕະຫຼາດຢູ່ ດ່ານັ້ງ ແລະ ບັນດາແຂວງ ກວາງນາມ, ກວາງຈິ, ກວາງບິ່ງ...

        ໝູ່ບ້ານດອກໄມ້ ຊອມດາວ, ຢູ່ເທດສະບານເມືອງ ບວນເຈີບ, ເມືອງ ກຣົງ ອານາ, ແຂວງ ດັກລັກ ແມ່ນໜຶ່ງໃນບັນດາອູ່ດອກໄມ້ຢູ່ເຂດ ໄຕງວຽນ. ດິນຟ້າອາກາດເອື້ອອຳນວຍຄວາມສະດວກ ສະນັ້ນດອກໄມ້ຈຶ່ງເຕີບໂຕ ແລະພັດທະນາເປັນຢ່າງດີ, ລາຄາເພີ່ມຂຶ້ນ ເຮັດໃຫ້ຜູ້ປູກດອກໄມ້ມີຄວາມພາກພູມໃຈ. ທ່ານ ເຈິ່ນດິ່ງຊາງ, ຫົວໜ້າໜ່ວຍຮ່ວມມືປູກດອກໄມ້ເທດສະບານເມືອງ ບວນເຈີບ, ໃຫ້ຮູ້ວ່າ:

“ປະຈຸບັນ ຄອບຄົວຂ້າພະເຈົ້າໄດ້ປູກດອກໄມ້ 4 ໄລ່, ເປັນຕົ້ນແມ່ນດອກເບັນຈະມາດ, ດອກກຸຫຼາບ... ມີຄົບຊະນິດ. ໜ່ວຍສະຫະກອນຂອງພວກຂ້າພະເຈົ້າ, ພໍ່ແມ່ປະຊາຊົນໄດ້ຕິດຕໍ່ມາຊື້ດອກໄມ້ໃນໂອກາດບຸນເຕັດແມ່ນຫລວງຫລາຍ ສະນັ້ນໃນໂອກາດບຸນເຕັດພວກຂ້າພະເຈົ້າຂາຍໄດ້ດີ. ໜ່ວຍສະຫະກອນໄດ້ຂະຫຍາຍເນື້ອທີ່ປູກ ແລະ ປະຈຸບັນຄອບຄົວໃດກໍ່ເພີ່ມເນື້ອທີ່ດິນປູກດອກໄມ້”

ສ່ວນຢູ່ທາງພາກໃຕ້, ໝູ່ບ້ານດອກໄມ້ ຊາແດກ, ແຂວງ ດົ່ງທາບ ກໍ່ແມ່ນໜຶ່ງໃນບັນດາໝູ່ບ້ານໃຫຍ່ທີ່ສຸດຂອງ ຫວຽດນາມ. ບ້ານດອກໄມ້ ຊາແດກ ສະໜອງດອກໄມ້, ຕົ້ນໄມ້ປະດັບໃຫ້ບັນດາທ້ອງຖິ່ນ ແລະ ສົ່ງອອກ. ຢູ່ແຫ່ງນີ້ບໍ່ພຽງແຕ່ແມ່ນອູ່ດອກໄມ້ໃຫຍ່ສຸດຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມໃຈອີກດ້ວຍ.

        ປະຈຸບັນ, ອາຊີບປູກດອກໄມ້, ຕົ້ນໄມ້ປະດັບໄດ້ນຳມາເຊິ່ງລາຍຮັບສູງໃຫ້ແກ່ບັນດາຄອບຄົວຢູ່ໝູ່ບ້ານດອກໄມ້ຕ່າງໆ, ໂດຍສະເພາະແມ່ນໃນໂອກາດບຸນເຕັດ. ເມື່ອມາຢ້ຽມຢາມໝູ່ບ້ານດອກໄມ້ໃນໂອກາດບຸນເຕັດ, ເຮົາຈະເຫັນວ່າ ນັບແຕ່ຫົວບ້ານ ຈົນຮອດທ້າຍບ້ານ, ຢູ່ໃສກໍ່ເຫັນແຕ່ດອກໄມ້, ເປັນການປະດັບປະດາໃຫ້ແກ່ລະດູບານໃໝ່ໃຫ້ສວຍງາມຂຶ້ນຕື່ມ. ຜູ້ປູກດອກໄມ້ປາດຖະໜາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ເພື່ອໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ, ຕ້ອນຮັບບຸນເຕັດຢ່າງສົມບູນພູນສຸກ, ເບີກບານມ່ວນຊື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ