ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ - ảnh 1
ທ່ານ ສິນ​ລະ​ວົງ ຄຸ​ດ​ໄພ​ທູນ, ເລ​ຂາ​ຄະ​ນະ​ພັກ​, ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ  

(vovworld) - ຕອນ​ບ່າຍ​ວັນ​ທີ 27/3 ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໃຫ້​ການ​ຕ້ອນ​ຮັບ​ ທ່ານ ສິນ​ລະ​ວົງ ຄຸ​ດ​ໄພ​ທູນ, ເລ​ຂາ​ຄະ​ນະ​ພັກ​, ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕີ​ລາ​ຄາ​ສູງ ໝາກ​ຜົນ​ການ​ເຈ​ລະ​ຈາ​ອັນ​ດີ​ງາມ​ລະ​ຫວ່າງ ການ​ນຳ​ນະ​ຄອນ ຮ່າ​ໂນ້ຍ ແລະ ວຽງ​ຈັນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ສະ​ເໜີ​ນະ​ຄອນ ຮ່າ​ໂນ້ຍ ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ນະ​ຄອນຫຼວງວຽງ​ຈັນ ແລະ ຢືນ​ຢັນ​ວ່າ: ການ​ເສີມ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບລະ​ຫວ່າງ 2 ປະ​ເທດ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ 2 ກົມ​ການ​ເມືອງ, ລັດ​ຖະ​ບານ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລ​ະ ທ້ອງ​ຖິ່ນ​ຕ່າງໆ​ຂອງ 2 ປະ​ເທດ, ໃນ​ນັ້ນ​ມີ 2 ນະ​ຄອນຫຼວງ. ສ່ວນ​ທ່ານ ສິນ​ລະ​ວົງ ຄຸ​ດ​ໄພ​ທູນ ຢືນ​ຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້ ການ​ພົວ​ພັນ ລາວ - ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃຫ້​ດີ​ງາມ​ຍິ່ງໆ​ຂຶ້ນ.

ຂ່າວ/ບົດ​ອື່ນ