ຫວຽດນາມ ແລະ ລາວ ສືບຕໍ່ຊຸກຍູ້ການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ

ຫວຽດນາມ ແລະ ລາວ ສືບຕໍ່ຊຸກຍູ້ການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມຫຼາ​ຍສະ​ບັບ

(vovworld) - ວັນ​ທີ 26/4, ຫວຽດ​ນາມ ແລະ ລາວ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ເນື່ອງ​ໃນ​ໂອ​ກາດ​ການ​​ໄປຢ້ຽມ​ຢາມ ສ​ປ​ປ ລາ​ວ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແຕ່​ວັນ​ທີ 26 -27/4/2017. ຫວຽດ​ນາມ ແລະ ລາວ ເຫັນ​ດີ​ເພີ່ມ​ທະ​ວີ​ການ​ພົ​ບ​ປະ​, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ 2 ປະ​ເທດ​ພາຍ​ໃຕ້ຫຼາຍ​ຮູບ​ການ, ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ, ການ​ຮ່ວມ​ມື​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນແຮກສ່ຽວ​, ພິ​ເສດ ​ແມ່ນບັນ​ດາ​ທ້ອງ​ຖິ່ນ​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ​ຂອງ 2 ປະ​ເທດ. 2 ຝ່າຍ​ເຫັນ​ດີ​ຜັນ​ຂະ​ຫຍາຍ​ວຽກ​ງານ​ໂຄ​ສະ​ນາ, ເຜີຍ​ແຜ່​ຢ່າງ​ກ້​ວາງ​ຂວາງ ແລະ ມີອະ​ນຸ​ສັນ​ຍາກ່ຽວ​ກັບ​​ເສັ້ນຊາຍ​ແດນ, ຫຼັກ​ໝາຍ​ຊາ​ຍ​ແດນ, ສັນ​ຍ​າ​ກ່ຽວ​ກັບ​ກົດ​ລະ​ບ​ຽ​ບ​ການ​ຄຸ້ມ​ຄອງ​ຊາຍ​ແດນ ແລະ ດ່ານ​ຊາຍ​ແດນ​​ທາງ​ບົກລະ​ຫວ່າງ 2 ປະ​ເທດ​ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ…

        ສອງ​ຝ່າຍ​ໄດ້​ຢັ້ງ​ຢືນ​ເຖິງ​ຄວາມ​ສຳ​ຄັນ ແລະ ເຫັນ​ດີ​​ພ້ອມ​ກັນມະ​ນາ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້, ເປີດ​ກ້​ວາງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ລົງ​ທຶນ, ການ​ຄ້າ, ຄົມ​ມະ​ນາ​ຄົມ - ຂົ​ນ​ສົ່ງ…; ສົມ​ທົບ​ກັນ​ຜັ​ນ​ຂະ​ຫຍາຍ​ມີ​ສັນ​ຍາ​ການ​ຄ້າ​ລະ​ຫວ່າງ​ລັດ​ຖະ​ບານ 2 ປະ​ເທດ​​ທີ່ລົງ​ນາມ​ໃນ​ວັນ​ທີ 3/3/2015 ແລະ ສັນ​ຍາ​ການ​ຄ້າ​ຊາຍ​ແດນ​ລະ​ຫວ່າງ 2 ​ລັດ​ຖະ​ບານ​ລົງ​ນາມ​ໃນ​ວັນ​ທີ 27/6/2015 ຢ່າງປະ​ສິ​ດ​ທິ​ຜົນ​, ສູ້​ຊົນ​ນ​ຳ​ວົງ​ເງິນ​ສົ່ງ​ອອກນຳ​ເຂົ້າຂອງ 2 ປະ​ເທດ​ໃຫ້​ເພີ່ມ 10%ເມື່ອ​ທ​ຽບ​ໃສ່​ປີ 2016… 2 ຝ່າຍ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ກາ​ນ​ຮ່ວມ​ມື​​ດ້ານກ​ານສຶກ​ສາ - ບ​ຳ​ລຸງ​ສ້າງ ແລະ ​ການພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ…

        ສອງ​ຝ່າຍຢັ້ງ​ຢືນ​ສືບ​ຕໍ່​ສົບ​ທົບ​ກັນ​ຢ່າງ​ແໜ້ນ​ແຟ​້ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນ, ພິ​ເສດ​ແມ່ນ ສ​ປ​ຊ, ອາ​ຊຽນ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ, ສືບຕໍ່​ປະ​ກອບ​ສ່ວນ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ໃຫ້​ໝັ້ນ​ຄົງ, ເຂັ້ມ​ແຂງ…

        ສອງ​ຝ່າຍ​ສືບ​ຕໍ່​ເນັ້ນ​ໜັກ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕ​ິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ເຫັນ​ດີ​ຊຸກ​ຍູ້​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ​ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ.


ຕອບກັບ

ຂ່າວ/ບົດ​ອື່ນ