ປັນແຊ່ວ ອາຫານພິເສດຂອງຫວຽດນາມ

ປັນ​ແຊ່ວ ແມ່ນ​ອາ​ຫານເຍື່ອງ​ໜຶ່ງ​ທີ່​ໄດ້​ປຸງ​ແຕ່ງ​ຈາກ​ເຂົ້າ​ສານ ແລະ ມີ​ຂາຍ​ຢູ່ຫຼາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ, ພິ​ເສດ ແມ່ນ​ພາກ​ກາງ ແລະ ພາກ​ໃຕ້. ຢູ່ແຕ່​ລະ​ເຂດ​ແຄ້ວນ, ວິ​ທີ​ປຸງ​ແຕ່ງ ປັນ​ແຊ່ວ ກໍ​ມີ​ຄວ​າມແຕກ​ຕ່າງກັນ​, ເພາະ​ສະ​ນັ້ນ ລົດ​ຊາດ​ຂອງ​ມັນ​ກໍ​ມີ​ຄວາມ​ແຕກ​ຕ່າງ​ກັນ. ປະ​ຈຸ​ບັນ, ຢູ່​ຮ່າ​ໂນ້ຍ ມີ​ຮ້ານ​ຂາຍ ປັນ​ແຊ່ວ ຫຼາຍ​ຮ້ານ, ແຕ່​ບັນ​ດາ​ເພື່ອນ​ນັກ​ສຶກ​ສາ​ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ​ເຄີຍ​ຊັກ​ຊວນ​ກັນ​ໄປ​ກິນ ປັນ​ແຊ່ວ ​​ຢູ່​ຮ້ານຂອງ ນາງ​ຮ່​ວາ. 

 ປັນແຊ່ວ ອາຫານພິເສດຂອງຫວຽດນາມ - ảnh 1

​​​ ປັນ​ແຊ່ວ ອາ​ຫານ​ພິ​ເສດ​ຂອງ​ຫວຽດ​ນາມ

     ​ຮ້ານປັນ​ແຊ່ວຂອງ ນາງ​ຮ່​ວາມີ​ເນື້ອ​ທີ່​ປະ​ມານ 20 ຕາ​ແມັດ ຊຶ່ງ​ຖືກ​ຕັ້ງ​ຢູ່​ເດີນ​ໜ້າ​ບ້ານ​ໃນ​ເຂດ​ເຮືອນ​ລວມ​ຂອງມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ​. ເນື້ອ​ທີ່​ຮ້ານຂອງ  ນາງ​ຮ່​ວາ ສາ​ມາດ​ວາງ​ໂຕະ​ຕັ່ງ​ໄດ້ພຽງ 5 ຊຸດ​ເທົ່າ​ນັ້ນ. ​ຮ້ານຂອງ ນາງ​ຮ່​ວາ​ເປີດ​ປະ​ຕູຂາຍຮັບ​ໃຊ້​ແຂກ​ແຕ່ 15 ໂມງ​ເຄິ່ງ​ຍາມ​ຕອນ​ບ່າຍຫາ 20 ໂມງ​ຕອນ​ຄ່ຳ. ແຂກ​ມາ​ກິນ ປັນ​ແຊ່ວ​ຢູ່​ຮ້ານຂອງນາງ​ຮ່​ວາແມ່ນຫຼາຍ​ທີ່​ສຸດ ເພາະ ປັນ​ແຊ່ວ ຢູ່ຮ້ານນີ້ຖືກ​ຂາຍ​ດ້ວຍ​ລາ​ຄາ​ເໝາະ​ສົມ ແລະ ຖືກ​ເຮັດ​ແຊບ​ທີ່​ສຸດ. ກ່ອນນີ້, ເມື່ອ​ຢາກ​ເຮັດ ປັນ​ແຊ່ວ, ເຂົາ​ເຈົ້​າ​ຕ້ອງ​ໝ່າ​ເຂົ້າ​ສານ ແລະ ບົດ​ເຂົ້າ​ສານ​ນັບ​ແຕ່ມື້​ກ່ອນ, ແລ້ວ​ກໍ​ຕ້ອງ​ຖ້າ​ຮອດມື້​ຕໍ່​ໄປ ຈຶ່ງ​ສາ​ມາດ​ເຮັດ ປັນ​ແຊ່ວ ໄດ້. ແຕ່​ໃນ​ທຸກວັນ​ນີ້, ເນື່ອງ​ຈາກ​ອາ​ຫານ​ເຍື່ອງນີ້​ໄດ້​ຮັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ຈາກຫຼາຍຄົນ, ດັ່ງ​ນັ້ນ ເຂົາ​ເຈົ້າ​ໄດ້​ປຸ່ງ​ແຕ່ງ​ແປ້ງ​ສຳ​ເລັດ​ຮູບ​ເພື່ອ​ເຮັດ ປັນ​ແຊ່ວໄດ້​ຢ່າງ​ສະ​ດວກ​ສະ​ບາຍ. ນາງ ຮ່​ວາ ເຈົ້າ​ຂອງ​ຮ້ານ ປັນ​ແຊ່ວ ໃຫ້​ຮູ້​ວ່າ : 

     “ ວິ​ທີ​ເຮັດ ປັນ​ແຊ່ວ ກໍ​ບໍ່​ຍາກ, ສຳ​ລັບ​ວັດ​ຖຸ​ດິບ ກ​ໍ​ສາ​ມາດ​ຫາ​ໄດ້​ງ່າຍ. ແຕ່​ເພື່ອ​ປຸງ​ແຕ່ງ ປັນ​ແຊ່ວ ໃຫ້​ແຊບນັ້ນ ແມ່ນ​ຕ້ອງ​ມີ​ຄວາມ​ຄ່ອງ​ແຄ້ວ ແລະ ເຮັດ​ຢ່າງ​ລະ​ອຽດ. ປັນ​ແຊ່ວ ເພື່ອ​ເຮັດ​ສຳ​ເລັດ ແມ່ນ​ຕ້ອງ​ມີ​ສີ​ເຫຼືອງ, ແຕ່ບໍ່ແມ່ນມາ​ຈາກສີ​ເຫຼືອງ​ຂອງໄຂ່, ຫາກ​ມາ​ຈາກ​ສີ​ເຫຼືອງ​ຂອງ​ຂີ້​ໝິ້ນ. ການ​ປະ​ສົມ​ແປ້ງ​ກັບ​ນ້ຳ ກໍ​ຕ້ອງ​ປະ​ຕິ​ບັດ​ດ້ວຍ​ອັດ​ຕາ​ທີ່​ເໝາະ​ສົມ​ຕາມ​ມາດ​ຕະ​ຖານ, ຖ້າບໍ່​ດັ່ງ​ນັ້ນ, ​ຊັ້ນ​ນອກ​ຂອງ ປັນ​ແຊ່ວຈະ​ໜາ ຫຼືີ​ຈະ​ເຮັດ​ໃຫ້ ປັນ​ແຊ່ວ ແຕກ. ຂ້າ​ພະ​ເຈົ້າ​ຮຽນ​ວິ​ທີ​ປຸງ​ແຕ່ງ ປັນ​ແຊ່ວ ນຳ​ຄົນ​ຢູ່​ພາກ​ໃຕ້. ຮ້ານ​ຂອງ​ຂ້າ​ພະ​ເຈົ້າ​ຫາ​ກໍ​ເປີດ​ຂາຍ​ໄດ້​ເກືອບ 4 ປີ​ມານີ້ ແລະ ພຽງ​ແຕ່​ຂາຍ​ໃນ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນ, ລະ​ດູ​ໜາວ​ເປັນ​ຕົ້ນ.”

      ນາງ​ຮ່​ວາ​ໃຫ້​ຮູ້​ວ່າ : ຖ້າ​ຢາກໃຫ້ ປັນ​ແຊ່ວ ສຸກ​ໄວ​ນັ້ນ, ຄວນ​ປຸງ​ແຕ່ງ​ຊີ້ນ ແລະ ກຸ້ງ​ໄວ້​ເສຍ​ກ່ອນ, ຊີ້ນ​ໝູ 3 ຊັ້ນ ແມ່ນ​ຕ້ອງ​ຕົ້ມ​ໃຫ້​ສຸກ ແລະ ຊອຍເປັນ​ຕ່ອນ​ບ່າງໆ, ສ່ວນ​ກຸ້ງ​ກໍ​​ຕ້ອງ​ໜຶ້ງ​ໃຫ້​ສຸກ​ເສຍ​ກ່ອນ ເພື່ອ​ໃຫ້​ແຂກບໍ່​ຕ້ອງ​ຖ້າ​ດົນ. ນາງ ຮ່​ວາ ເຈົ້າ​ຂອງ​ຮ້ານ ປັນ​ແຊ່ວ ໃຫ້​ຮູ້​ວ່າອີກວ່າ : 

     “ທຳ​ອິດ​ແມ່ນ​ເອົາ​ໝໍ້​ຂາງຄ້າງ​ເທິ່ງ​ເຕົາ​ແກັ​ສ, ແລ້ວ​ ເອົາ​ນ້ຳ​ມັນ​ໝູໃສ່​ໝໍ້. ຖ້າ​ນ້ຳ​ມັນ​ຟົດ ກໍ​ເອົາ​ກຸ້ງ ແລະ ຊີ້ນ​ໃສ່​ໝໍ້​ຂາງ, ແລ້ວ​ກໍ​ຖອກ​ແປ້ງ​ປະ​ສ​ົມ​ໃສ່, ເຮັດ​ແນວ​ໃດ​ເພື່ອ​ໃຫ້​ແປ້ງ​ປົກ​ຫຸ້ມ​ທົ່ວ​ໜ້າ​ໝໍ້​ຂາງ. ລໍ​ຖ້າ​ປະ​ມາ​ນ 2 ນາ​ທີ ຈຶ່ງ​ເອົາ​ຖົ່ວ​ງອກ, ຜັກ​ບົວ​ຫົວ​ໃຫຍ່, ຖົ່ວ​ຂຽວ​ໃສ່, ແລ້ວ​ອັດ​ຝາ​ໝໍ້​ຂາງ ລໍ​ຖ້າ​ປະ​ມານ 2 ນາ​ທີ​ອີກ”

    ນາງ ຮ່​ວາ ໃຫ້​ຮູ້​ວ່າ : ມື້​ໃດ​ກໍ​ເຊັ່ນ​ດຽວ​ກັນ, ຖ້າ​ມີ​ແຂກ​ມາ​ກິນຫຼາຍ ນາງ​ກໍ​ຂາຍ​ໄດ້​ເງິນ​ແຕ່ 3 ແສນຫາ 4 ແສນ​ດົງ, ສ່ວນ​ໃນ​ມື້​ແຂກ​ມາບໍ່ຫຼາຍ ກໍ​ໄດ້​ເງິນ​ປະ​ມານ 2 ແສນ​ດົງ ແລະ ເມື່ອ​ຫັກ​ເອົາ​ຄ່າ​ຈ້າງ​ຄົນ​ຮັບ​ໃຊ້ ກໍ​ໄດ້​ເງິນ​ພໍ​ຢູ່​ພໍ​ກິນ.  

    ມື້ນີ້ ເພື່ອນ​ແທ່ງ ນັກ​ສຶກ​ສາ​ປີ​ທີ 3 ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ​ຮ່າ​ໂນ້ຍ ໄດ້ ​ພ​າໝູ່​ພາ​ກິນ ປັນ​ແຊ່ວ ຢູ່ຮ້ານຂອງ ນາງ​ຮ່​ວາ. ເຖິງວ່າ ມາ​ກິນ​ຢູ່​ຮ້ານນີ້​ເປັນ​ເທຶ່ອ​ທຳ​ອິດ, ແຕ່ເພື່ອນມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ລົດ​ຊາດ​ພິ​ເສດ​ຂອງ ປັນ​ແຊ່ວ​ຢູ່ ຮ້ານນາງ​ຮ່​ວາ. ເພື່ອນ​ແທ່ງ​ເວົ້າ​ວ່າ : 

    “ເຮົາ​ໄດ້​ເຄີຍ​ກິນ ປັນ​ແຊ່ວ ຢູ່​ບາງ​ຮ້ານ​ຢູ່​ຖະ​ໜົນ ໂດ້ຍ​ເກີ້ນ, ແຕ່​ຮູ້ສຶກວ່າ ປັນ​ແຊ່ວ​ໃນ​ຮ້ານນີ້ ​ມີລົດ​ຊາດພິ​ເສດ, ແຕກ​ຕ່າງ​ກັບ​ຮ້ານ​ອື່ນ. ປັນ​ແຊ່ວ ຖືກ​ເຮັດ​ເປັນ​ແຜ່ນ​ໃຫຍ່, ມີ​ໝາກ​ຖົ່ວ​ຂຽວ ແລະ ລາ​ຄາ​ຂາຍ​ພຽງ​ແຕ່ 25.000 ດົງ​ເທົ່າ​ນັ້ນ. ປັນ​ແຊ່ວມີ​ໝາກ​ຖົ່ວ​ຂຽວ ດັ່ງ​ນັ້ນ ມີ​ລົດ​ຫອມ​ພິ​ເສດ. ນອກ​ຈາກນັ້ນ, ນາງ  ​ຮ່​ວາຍັງ​ໃຊ້​ນ້ຳ​ມັນ​ໝູ ແທນ​ທີ່​ນ້ຳ​ມັນ​ພືດ, ຊຶ່ງ​ໄດ້​ເຮັດ​ໃຫ້ ປັນ​ແຊ່ວ ແຊບຫຼາຍ​ຂຶ້ນ”

         ສຳ​ລັບ​ເຍື່ອງ​ອາ​ຫານ ປັນ​ແຊ່ວ , ວິ​ທີ​ປຸງ​ແຕ່ງ​ແມ່ນ​ງ່າຍ​ດາຍ ແຕ່​ໄດ້​ຮັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ຈາກຫຼາຍ​ຄົນ. ຖ້າ​ມີ​ໂອ​ກາດ​ມາ​ຢ້ຽມ​ຢ​າມ​ຫວຽດ​ນາມ, ພວກ​ເພື່ອນ​ຢາ​ພາດ​ໂອ​ກາດ​ແວ່​ຊິມ​ລົດ​ຊາດ​ພິ​ເສດ​ຂອງ ປັນ​ແຊ່ວ ໃນ​ຮ້ານ​ຂອງນາງ ຮ່​ວາ ແດ່​ເດີ້

                                                          ----------------------------------

      ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ !

  ເພື່ອຢາກ​ເຮັດ ປັນ​ແຊ່ວໃຫ້​ແຊບນັ້ນ ພວກ​ເພື່ອນ​ກະ​ກຽ​ມ​ວັດ​ຖຸ​ດິບ​ດັ່ງນີ້ :

-       ​​ແປ້ງເຂົ້າ​ສານຫຼື​ແປ້ງ​ເຮັດປັນ​ແຊ່ວສຳ​ເລັດ​ຮູບ ​:  400g.

-       ​ແປ້ງຂີ້​ໝິ້​ນ, ນ້ຳ​ບໍ​ລິ​ສຸດຫຼື​ນ້ຳ​ກະ​ທິ​ໝາກ​ພ້າວ 500 ml

-       ຊີ້​ໝູ 3 ຊັ້ນ : 200g

-       ກຸ້ງ : 200g ພ້ອມ​ກັບເຫັດ​ຫອມ, ໝາກ​ຖົ່ວ​ຂຽວ, ໝາກ​ຖົ່ວ​ງອກ, ຜັກ​ຫອມ​ບົວ, ຜັກ​ທ​ຽມ, ໝາກ​ເຜັດ, ນ້ຳ​ປາ, ເກືອ, ຜັກ​ຫອມ​ປ້ອມ, ຜັກ​ສະ​ລັດ…

    ບັນ​ດາ​ຂັ້ນ​ຕອນ​ປຸ່ງ​ແຕ່ງ:

       ທຳ​ອິດ,  ຕ້ອງ​ເອົາ​​ແປ້ງເຂົ້າ​ສານຫຼື​ແປ້ງ​ເຮັດປັນ​ແຊ່ວສຳ​ເລັດ​ຮູບປະ​ມານ 400g ໃສ່​ຖ້ວຍ​ໃຫຍ່ ບວກ​ກັບ​ແປ້ງ​ຂີ້​ໝິ້ນ ບວງ​ກາ​ເຟບວງໜຶ່ງ ປະ​ສົມ​ກັບ​ນ້ຳ​ບໍ​ລິ​ສຸດຫຼື​ນ້ຳ​ກະ​ທິ​ໝາກ​ພ້າວ 500 ml , ແລ້ວ​ຄົນ​ໃຫ້​ສະ​ໝ່ຳ​ສະ​ເໝີ, ແລ້ວ​ກໍ​ໃສ່​ເກືອ​ໜ້ອຍ​ໜຶ່ງ. ຕ້ອງ​ລໍ​ຖ້າ​ປະ​ມານ 20 ນາ​ທີ ໃຫ້​ແປ້ງ​ໄນ.

     ຊີ້ນ​ໝູ 3 ຊັ້ນ ແມ່ນ​ຕ້ອງ​ຕົ້ມ​ໃຫ້​ສຸກ ແລະ ຊອຍເປັນ​ຕອນ​ບ່າງໆ, ສ່ວນ​ກຸ້ງ​ກໍ​​ຕ້ອງ​ໜຶ້ງ​ໃຫ້​ສຸກ​ ແລ້ວ​ກໍ​ເອືອບ​ກັບ​ເກືອ ແລະ ນ້ຳ​ຕານ.

     ເມື່ອ​ກະ​ກຽມ​ວັດ​ຖຸ​ດິບ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ, ​ແມ່ນ​ເອົາ​ໝໍ້​ຂາງຄ້າງ​ເທິ່ງ​ເຕົາ​ແກັ​ສ, ແລ້ວ​ ເອົາ​ນ້ຳ​ມັນ​ໝູໃສ່​ໝໍ້. ຖ້າ​ນ້ຳ​ມັນ​ຟົດ ກໍ​ເອົາ​ກຸ້ງ ແລະ ຊີ້ນ​ໃສ່​ໝໍ້​ຂາງ, ແລ້ວ​ກໍ​ຖອກ​ແປ້ງ​ປະ​ສ​ົມ​ໃສ່, ເຮັດ​ແນວ​ໃດ​ເພື່ອ​ໃຫ້​ແປ້ງ​ປົກ​ຫຸ້ມ​ທົ່ວ​ໜ້າ​ໝໍ້​ຂາງ. ລໍ​ຖ້າ​ປະ​ມາ​ນ 2 ນາ​ທີ ຈຶ່ງ​ເອົາ​ຖົ່ວ​ງອກ, ຜັກ​ບົວ​ຫົວ​ໃຫຍ່, ຖົ່ວ​ຂຽວ​ໃສ່, ແລ້ວ​ອັດ​ຝາ​ໝໍ້​ຂາງ ລໍ​ຖ້າ​ປະ​ມານ 2 ນາ​ທີ​ອີກ ເພື່ອ​ໃຫ້ປັນ​ແຊ່ວ​ສຸກ. ແລ້ວ​ກໍ​ເອົາ​ໃສ່​ຈານ.

    ສຸດ​ທ້າຍ ພວກ​ເພື່ອນ ເຮັດ​ນ້ຳ​ແຈວ ໂດຍ​ປະ​ສົມ​ລະ​ຫວ່າງ​ນ້ຳ​ປາ, ນ້ຳ​ຕານ, ນ້ຳ​ສົ້ມ ແລະ ນ້ຳ​ບໍ​ລິສຸດ , ເອົາ​ຫົວ​ຜັກ​ທຽມ​, ໝາກ​ເຜັດໃສ່​ຕື່ມ.  ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດກິນ​ແຊບ.

ຕອບກັບ

ຂ່າວ/ບົດ​ອື່ນ