ເຂົ້າປຸ້ນທາງຮ່າໂນ້ຍ

ຖ້າຫາກວ່າຜູ້ໃດໄດ້ກິນບັນດາເຍື່ອງອາຫານທີ່ແຊບນົວຢູ່ຮ່າໂນ້ຍນັ້ນ ແນ່ນອນ ທ່ານບໍ່ສາມາດຂາດໄດ້ເຍື່ອງອາຫານທີ່ມີຊື່ວ່າ: ເຂົ້າປຸ້ນທາງ ທັງຫອມ, ທັງແຊບ ແລະ ຈັບອົກຈັບໃຈ, ພິເສດເຍື່ອງອາຫານນີ້ແມ່ນເໝາະສົມ ກັບອາກາດໜາວເຢັນທີ່ສຸດ. ນີ້ແມ່ນໜຶ່ງໃນບັນດາເຍື່ອງອາຫານທີ່ນຳໃຊ້ ວັດຖຸດິບຫຼາຍທີ່ສຸດ ແຕ່ວ່າວິທີການປຸງແຕ່ງ ນັ້ນບໍ່ຫຍຸ້ງຍາກພໍປານໃດ.

ເຂົ້າປຸ້ນທາງຮ່າໂນ້ຍ - ảnh 1
ເຂົ້າປຸ້ນທາງຮ່າໂນ້ຍ

       ຕົ້ນລະດູໜາວໃນຕອນເຊົ້າຂອງວັນອາທິດມື້ໜຶ່ງ, ຄອບຄົວອາຈິ໋ງ ຢູ່ຕາແສງ ຫງວຽນຢູ ຮ່າໂນ້ຍ ໄດ້ມີຄວາມກະຕືລືລົ້ນໃນການກະກຽມ ເຍື່ອງອາຫານ ທີ່ຄອບຄົວຂອງຕົນເອງ ມັກທີ່ສຸດ ນັ້ນແມ່ນເຂົ້າປຸ້ນທາງ. ອາ ຈິ໋ງ ໃຫ້ຮູ້ວ່າ: ເພື່ອໃຫ້ໄດ້ຖ້ວຍເຂົ້າປຸ້ນທີ່ແຊບນົວ ແລະ ເປັນຕາໜ້າກິນນັ້ນ ຕ້ອງມີວັດຖຸດິບ ເກືອບຮອດ 20 ຢ່າງຄື: ຜັກແພວ, ຜັກຫອມແປ້ນ, ໄຂ່ຈືນ, ຊີ້ນເອິກໄກ່, ຢໍໝູ, ເຂົ້າປຸ້ນຂາວ, ກຸ້ງແຫ້ງ ແລະ ໄສ້ອົ່ວໝູ.  

           “ສາຍເຫດທີ່ຕັ້ງຊື່ເຍື່ອງອາຫານນີ້ວ່າ: ເຂົ້າປຸ້ນທາງ ຍ້ອນວ່າ ມັນມີວັດຖຸດິບ ປະກອບ ຫຼາຍຢ່າງທີ່ສຸດ ຄ້າຍຄືກັນກັບຫໍ່ຢາພື້ນເມືອງຂອງປ້າລຸງ ພວກເຮົາ ໃນເມື່ອກ່ອນ. ວັດຖຸດິບແຕ່ລະຢ່າງລ້ວນແຕ່ໄດ້ຮັບການປຸງແຕ່ງ ຢ່າງລະອຽດ ລະອໍ ແລະ ໃຊ້ເວລາຫຼາຍພໍສົມຄວນ ເພາະສະນັ້ນເຍື່ອງອາຫານນີ້ ຈຶ່ງແມ່ນເຍື່ອງອາຫານທີ່ເປັນ​ເອ​ກະ​ລັກສະເພາະຂອງຊາວຮ່າໂນ້ຍ. ເຍ່ືອງອາຫານນີ້ ເຖິງວ່າຈະມີຄວາມລະອຽດທີ່ຖ້ວນ ໃນການປຸງແຕ່ງ ແຕ່ມັນ ພັດມີລົດຊາດເຢັນ, ທຳມະດາ ແລະ ເໝາະສົມກັບບັນດາ​ຜູ້​ຄົນທີ່ຢ້ານນໍ້າໜັກ ຂຶ້ນທີ່ສຸດ”

          ອາຈິ໋ງ ໃຫ້ຮູ້ວ່າ: ເພື່ອປຸງແຕ່ງເຂົ້າປຸ້ນທາງໃຫ້ແຊບ ແລະ ບໍ່ເສຍເວລາ ຫຼາຍນັ້ນ, ພິເສດແມ່ນຂັ້ນຕອນທຳອິດຂອງການປຸງແຕ່ງວັດຖຸດິບ, ສະມາຊິກ ໃນຄອບຄົວຂອງ ອາຈິ໋ງ ແຕ່ລະຄົນຜູ້ລະວຽກ ພ້ອມກັນຊ່ວຍແມ່ກະກຽມ ຄາບອາຫານເຕົ້າໂຮມຄອບຄົວ ມື້ທ້າຍອາທິດ. ເອື້ອຍ ເຮືອງ ລູກສາວຂອງ ອາຈິ໋ງ ຮັບຜິດຊອບຂັ້ນຕອນການປຸງແຕ່ງ ນໍ້າເຂົ້າປຸ້ນ, ອ້າຍ ຕ້ວນ ຊ່ວຍແມ່ ເລືອກເຄື່ອງປຸງ ແລະ ບັນດາຜັກຫອມແຊບທີ່ສຸດ. ຕາມ ອາຈິ໋ງ ແລ້ວ: ນໍ້າເຂົ້າປຸ້ນ ຕ້ອງແມ່ນຊະນິດນໍ້າໃສ ແລະ ເພື່ອໃຫ້ໄດ້ໝໍ້ນໍ້າເຂົ້າປຸ້ນແຊບ ກໍ່ແມ່ນ ການສັງລວມເອົານໍ້າຕົ້ມໄກ່, ກະດູກແຂ່ງ ແລະ ກຸ້ງອີກໜ້ອຍໜຶ່ງເພື່ອ ໃຫ້ນໍ້າມີລົດຊາດຫວານ. ອາຈິ໋ງ ທັງເຮັດທັງແນະນຳລູກສາວໄປພ້ອມ: 

          “ຢາກໃຫ້ນໍ້າເຂົ້າປຸ້ນໃສ ແລະ ແຊບນັ້ນຕ້ອງເອົາໄຂ​ກະດູກແຂ່ງອອກ ໃຫ້ໝົດ. ໄຂ​ກະ​ດູກແຊບ ແຕ່ພັດເຮັດໃຫ້ນໍ້າຂຸ່ນ ແລະ ມັນ. ຫຼັງຈາກນັ້ນເອົາກຸ້ງ ແຫ້ງລົງໃສ່ໝໍ້ເພື່ອໃຫ້ມີ ກິ່ນຫອມພຸ່ງຂຶ້ນ”

          ເຖິງວ່າໄດ້ກິນເຂົ້າປຸ້ນທາງ ທີ່ແມ່ປຸງແຕ່ງສອງສາມເທື່ອແລ້ວກໍ່ຕາມ ແຕ່ນີ້ແມ່ນເທື່ອ ທຳອິດທີ່ອ້າຍຕ້ວນໄດ້ຊ່ວຍແມ່ປຸງແຕ່ງເຍື່ອງອາຫານທີ່ຕົນເອງມັກ, ເພາະສະນັ້ນບັນດາ ຂັ້ນຕອນໃນການປຸງແຕ່ງ ຂອງອ້າຍຕ້ວນ ລ້ວນແຕ່ ປະຕິບັດຕາມການແນະນຳຂອງແມ່.

          “ເມື່ອປຸງແຕ່ງນໍ້າເຂົ້າປຸ້ນແລ້ວແລ້ວ ພຽງແຕ່ເອົາຊີ້ນມາຊອຍກໍ່ເປັນອັນວ່າ ສຳເລັດ. ທຳອິດແມ່ນເອົາຊີ້ນໄກ່ທີ່ປະໄວ້ໃຫ້ເຢັນແລ້ວນັ້ນ ຫຼືບເອົາຊີ້ນອອກ ແລ້ວກໍ່ມາຊອຍ, ສ່ວນກະດູກແມ່ນເອົາລົງໃສ່ໝໍ້ຕົ້ມລວມກັບກະດູກແຂ່ງ ນັ້ນຄືນຄືເກົ່າ, ໄຂ່ຈືນເປັນແຜ່ນ ບາງໆຫຼັງຈາກນັ້ນກໍ່ເອົາມາຊອຍ ພ້ອມກັບຢໍ. ສ່ວນກຸ້ງແຫ້ງທີ່ຍັງເຫຼືອນັ້ນເອົາມາແຊ່ນໍ້າ, ຕຳເປັນຕ່ອນນ້ອຍໆ, ແລ້ວເອົາມາ ຂົ້ວ, ເຮັດໄຟອ່ອນໆຈົນກວ່າກຸ້ງຈະມີສີເຫຼືອງຈຶ່ງໄດ້”

          ວັດຖຸດິບຫຼາຍຢ່າງ, ຂັ້ນຕອນຂອງການປຸງແຕ່ງບໍ່ລະອຽດຖີ່ຖ້ວນ ພໍປານໃດນັ້ນ ແຕ່ກໍ່ເສຍເວລາຫຼາຍພໍສົມຄວນ. ແຕ່​ເມື່ອໄດ້ຮັບການຊ່ວຍເຫຼືອ ຈາກສະມາຊິກທັງໝົດ ໃນຄອບຄົວ ແລະ ຜ່ານສີມືອັນຄ່ອງແຄ້ວຂອງ ອາຈິ໋ງ ດັ່ງ​ນັ້ນ, ເຍື່ອງເຂົ້າປຸ້ນທາງ ໃຊ້ເວລາ​ພຽງປະມານ ໜຶ່ງຊົ່ວໂມງກວ່າຈຶ່ງສຳເລັດ, ມີກິ່ນຫອມຈັບອົກຈັບໃຈອີ່ຫຼີ. ຖ້ວຍເຂົ້າປຸ້ນທາງ ໄດ້ຈັດວາງໄວ້ຢູ່ເທິງໂຕະ ດ້ວຍສີເຫຼືອງຂອງໄຂ່, ສີຂາວຂອງຊີ້ນໄກ່, ສີແດງອ່ອນ ຂອງກຸ້ງແຫ້ງ, ສີຂຽວຂອງຜັກ ແລະ ເອົາກະປິໃສ່ຕື່ມໜ້ອຍໜຶ່ງເພື່ອໃຫ້ມີລົດຊາດເຂັ້ມຂຸ້ນ. ທຸກຄົນໃນຄອບຄົວຂອງ ອາຈິ໋ງ ໃຜໆກໍ່ມີຄວາມກະຕືລືລົ້ນເພື່ອໃຫ້ໄດ້ກິນ ເຍື່ອງອາຫານ ທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ. ເອື້ອຍ ແທງ ລູກສາວຫຼ້າຂອງ ອາຈິ໋ງ ໃຫ້ຮູ້ວ່າ:
  “ສຳລັບຂ້າພະເຈົ້າແລ້ວ, ເຂົ້າປຸ້ນທາງ ໂດຍແມ່ປຸງແຕ່ງນັ້ນແມ່ນແຊບ ທີ່ສຸດ. ບັນຍາກາດໃນການເຕົ້າໂຮມຄອບຄົວ ແລະ ພ້ອມທັງໄດ້ກິນ ເຍື່ອງອາຫານ ໂດຍສະມາຊິກໃນຄອບຄົວຮ່ວມກັນປຸງແຕ່ງນັ້ນ ຂ້າພະເຈົ້າ ຮູ້ສຶກມີຄວາມສຸກທີ່ສຸດ”

          ສຽງຫົວ, ສຽງໂອ້ລົມກັນ, ບັນດາສຽງຊົດເຂົ້າປຸ້ນທາງຂອງທັງຜູ້ເຖົ້າ ແລະ ເດັກນ້ອຍ ໃນຄອບຄົວຂອງ ອາຈິ໋ງ ເບິ່ງຄືວ່າໄດ້ເປັນ​ການ​ບັນ​ເທົາ​ຄວາມ​ໜາວ​ຍາມຕົ້ນລະດູໜາວ ຢູ່ຮ່າໂນ້ຍ.

          ຖ້າຫາກວ່າບັນດາໝູ່ເພືອນຜູ້ໃດ ມີໂອກາດມາຢ້ຽມຢາມຮ່າໂນ້ຍ ຢ່າລືມແວ່ກິນ ເຂົ້າປຸ້ນທາງ ແດ່ເດີ ຢູ່​ຖະ​ໜົນເກົ່າໂກ, ເລືອງວັນການ, ຮະໂຮ່ຍ, ຮ່ອມຮ່າງຈີ........

ຖ້າເພື່ອນຢາກປຸງແຕ່ງເຂົ້າປຸ້ນທາງກິນຢູ່ເຮືອນ ພວກເພື່ອນກະກຽມ:

- ວັດຖຸດິບທີ່ປຸງແຕ່ງເຂົ້າປຸ້ນທາງ ໃຫ້ 6 ຄົນກິນ:

ໄກ່ລາດທີ່ຄົວແລ້ວ 1 ໂຕ ປະມານ 1 ກິໂລກຼາມ, ໄຂ່ໄກ່ ຫຼື ໄ​ຂ່

ເປັດ 2 ໜ່ວຍ, ຢໍ 1 ຂີດ, ກະດູກແຂ່ງ 5 ຂີດ, ເຂົ້າປຸ້ນ 1,5 ກິໂລກຼາມ, ກຸ້ງແຫ້ງ 2 ຂີດ, ຜັກບົ່ວໃບ, ຜັກແພວ, ຫອມບົ່ວແຫ້ງ.

      - ເຄື່ອງປຸງ: ຂີງ, ເຫັດຫອມແຫ້ງ, ເຫັດສົດ, ກະປິ, ເຄື່ອງປຸງ, ນໍ້າປາ, ນໍ້າສົ້ມ,  ນໍ້າຕານ.       - ວິທີປຸງແຕ່ງ: ຕົ້ມໄກ່ໃຫ້ສຸກ, ຕັກອອກ ຫຼືບເອົາ ແຕ່ຊີ້ນແລ້ວ ມາຊອຍເປັນຕ່ອນນ້ອຍ, ເອົາກະດູກໄກ່, ກະດູກແຂ່ງລົງຕົ້ມໃສ່ໝໍ້ເພື່ອເຮັດນໍ້າ ເຂົ້າປຸ້ນ. ເອົາກຸ້ງແຫ້ງ ເຄິ່ງໜຶ່ງແຊ່ນໍ້າແລ້ວເອົາອອກມາບົດໃຫ້ເປັນຕ່ອນນ້ອຍ. ຫຼັງຈາກນັ້ນເອົາລົງໃສ່ໝໍ້ນໍ້າ         ເຂົ້າປຸ້ນ.         ສ່ວນກຸ້ງທີ່ຍັງເຫຼືອອີກເຄິ່ງໜຶ່ງນັ້ນແມ່ນເອົາມາຂົ້ວໃສ່ນໍ້າມັນຈົນສຸກ ແລະ ມີສີເຫຼືອງ ແລ້ວຕັກໃສ່ຖ້ວຍໄວ້ຕ່າງຫາກ. ຂົ້ວໄຂ່ແລ້ວຊອຍເປັນເສັ້ນບາງ ພ້ອມກັນກັບຢໍ. ລ້າງຜັກໃຫ້ສະອາດແລ້ວເອົາມາຊອຍເປັນຕ່ອນນ້ອຍ ແລະ ແຍກອອກໄວ້ເປັນແຕ່ລະ ປະເພດ. ຫຼັງຈາກນັ້ນກໍ່ຊີມນໍ້າໃຫ້ພໍດີ ແລ້ວກໍ່ເອົາຂີງ, ເຫັດຫອມແຫ້ງລົງໃສ່ໝໍ້. ເລລານີ້ໝໍ້ນໍ້າເຂົ້າປຸ້ນກໍ່ມີຄຸນລັກສະນະພິເສດ ສະເພາະແລ້ວ. ຈຽວກະປິໃສ່ຖ້ວຍໄວ້ ຕ່າງຫາກ, ເມື່ອເຫັດສຸກແລ້ວກໍ່ຕັກອອກ ໃສ່ຈານ. ຈັດເຂົ້າປຸ້ນ, ໄຂ່, ຊີ້ນ, ຢໍ, ກຸ້ງແຫ້ງ ແລ້ວຕັກເອົານໍ້າເຂົ້າປຸ້ນໃສ່ ແລະ ສຸດທ້າຍກໍ່ເອົາຜັກຫອມລົງໃສ່.   ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດກິນ​ແຊບ.

ຕອບກັບ

ຂ່າວ/ບົດ​ອື່ນ