ເຂົ້າປຸ້ນເຫ້ວອໍຊວນ

ເຂົ້າປຸ້ນເຫ້ວອໍຊວນ - ảnh 1
ຮ້ານເຂົ້າປຸ້ນເຫ້ວອໍຊວນ

   ເປັນ​ຕາ​ແຊບ​ທີ່​ສຸດ​ເມື່ອ​ໄດ້​ເຫັນ ເຂົ້າ​ປຸ້ນ​​ຖ້ວຍ​ໜຶ່ງ​ທີ່ຖືກ​ປຸ່ງ​ແຕ່ງ​ດ້ວຍ​ຊີ້ນ​ງົວ, ຊີ້ນ​ຂາ​ໝູ, ລູກ​ຊີ້ນ​, ເລືອດ​ງົວ​ພ້ອມ​ກັບ​ຜັກ​ຫອມ, ຜັກ​ງອກ, ໝາກ​ປີ​ຕື່ມ​ອີກ. ເຂົ້າ​ປຸ້ນ​ນ້ຳ​ຜົງແມ່ນ​ເຍື່ອງ​ອາ​ຫານ​ທີ່​ແຊບ​ນົວ​ຂອງ​ນະ​ຄອນ​ເຫ້ວ​ຊຶ່ງ​ແມ່ນ​ເມືອງຫຼວງ​ເກົ່າ​ຕັ້ງ​ຢູ່​ພາກ​ກາງ​ຫວຽດ​ນາມ. ຖ້າ​ຫາກ​ຢາກ​ຊິມ ເຂົ້າ​ປຸ້ນ​ນ້ຳ​ຜົງ​ທັງ​ແຊບ ທັງ​ຮັບ​ປະ​ກັນ​ຫຼັກ​ອະ​ນາ​ໄມ​ຢູ່​ຮ​່າ​ໂນ້ຍນັ້ນ, ຂໍ​ເຊີນ​ບັນ​ດາ​ທ່ານ​ພ້ອມ​ກັບນັກ​ຂ່າວ​ຢ້ຽວ​ຮົ່ງ​ຂອງ VOV ໄປ​ຫາ​ຮ້ານເຂົ້າ​ປຸ້ນ​ ​ເຫ້ວອໍ​ຊວນຊຶ່ງ​ຕັ້ງ​ຢູ່​ຖະ​ໜົນ​ກວາງ​ຈຸງ​ຮ່າ​ໂນ້ຍ.

    ຮ້ານເຂົ້າ​ປຸ້ນ​ ​ເຫ້ວອໍ​ຊວນ​ ຕັ້ງ​ຢູ່ເຮືອນ​ເລັກ​ທີ 3 ແລະ 5 ​ຖະ​ໜົນ​ກວາງ​ຈຸງ​ຮ່າ​ໂນ້ຍ​ຊຶ່ງ​ແມ່ນ​ສະ​ຖານ​ທີ່​ມີ​ອົງ​ການ, ສຳ​ນັກ​ງານ​ຢູ່​ອ້ອມ​ແອ້ມ.  ແຕ່​ລະ​ມື້​ເປີດ​ປະ​ຕູ​ຂາຍ​ຮັບ​ໃຊ້​ແຂກ​ແຕ່​ເຊົ້າຮອດ​ຕອນ​ເດິກ. ຮ້າຍເຂົ້າ​ປຸ້ນ​ ​ເຫ້ວອໍ​ຊວນ​ໄດ້​ເຄື່ອນ​ໄຫວ​ນັບ​ແຕ່ 20 ປີ​ມານີ້, ປະ​ຈຸ​ບັນ​ມີ​ຄົນ​ຮັບ​ໃຊ້​ເຖິງ 15 ຄົນ, ແຕ່​ບາງ​ເວ​ລາ​ແຂກ​ມາ​ກິນ​ຕ້ອງ​ລໍ່​ຖ້າ​ຍ້ອນ​ແຂກ​ມາຫຼາຍ.

   ເມື່ອ​ເວົ້າ​ເຖິງເຂົ້າ​ປຸ້ນ​ເຫ້ວ​ຢູ່​ຮ່າ​ໂນ້ຍ ແມ່ນ​ມີ​ຮ້ານຫຼາຍ​ແຫ່ງ, ແຕ່​ແຂກຫຼາຍ​ຄົນ​ໃຫ້​ຂໍ້​ສັງ​ເກດ​ວ່າ ເຂົ້າ​ປຸ້ນ​​ເຫ້ວອໍ​ຊວນ ແຊບ ແລະ ມີ​ລົດ​ຊາດ​ພິ​ເສດເມື່ອ​ທຽບ​ໃສ່​ຮ້ານ​ອື່ນໆຍ້ອນ​ຮ້ານ​ມີ​ເຄັດ​ລັບ​ພິ​ເສດ​ໃນ​ການ​ປຸ່ງ​ແຕ່ງ​ອາ​ຫານ. ດ້ວຍ​ຄວາມ​ສຸມ​ຈິດ​ສຸມ​ໃຈ​ຕໍ່​ການ​ປະ​ກອບ​ອາ​ຊີບ​ຂາຍ​ເຂົ້າ​ປຸ້ນ, ນາງ ຈິງບອນ ເຈົ້າ​ຂອງ​ຮ້ານເຂົ້າ​ປຸ້ນ​ເຫ້ວອໍ​ຊວນ ເປີດ​ເຜີຍ​ວ່າ :

   “ ເພື່​ອ​ປຸ່ງ​ແຕ່ງເຂົ້າ​ປຸ້ນ​ໃຫ້​ແຊບ ແລະ ຖືກ​ກັບ​ແບບ​ຂອງ​ເຫ້ວນັ້ນ, ຮ້ານ​ຕ້ອງ​ສັ່ງ​ຊື້ວັດ​ຖຸ​ດິບ​ບາງ​ຊະ​ນິດ​ມາ​ຈາກ​ເຫ້ວ, ຍົກ​ຕົວ​ຢ່າງ​ຄື ໝາກ​ນາວ, ໝາກ​ເຜັດ​ຂອງ​ເຫ້ວ. ຖ້າ​ຫາກ​ຊື້​ຢູ່ນີ້, ມັນ​ຈະ​ບໍ່ມີ​ລົດ​ຊາດ​ຂອງ​ເຫ້ວ​”

    ພໍ່ຂອງ​ນາງ ບ​ອນ​ແມ່ນ​ຊາວ​ຮ່າ​ໂນ້ຍ, ສ່ວນ​ແມ່ ແມ່ນ​ຊາວ​ເຫ້ວ. ຕາມ​ນາງ ບອນ ແລ້ວ, ​ປຸ່ງ​ແຕ່ງເຂົ້າ​ປຸ້ນ​ໃຫ້​ແຊບ ແລະ ຖືກ​ກັບ​ແບບ​ຂອງ​ເຫ້ວ​ນັ້ນ ແມ່ນ​ຍັງ​ບໍ່​ພຽງ​ພໍ​ເທື່ອ, ຫາກ​ຕ້ອງ​ແທດ​ເໝາະ​ກັບຄວ​າມ​ມັກ​ຕາມ​ເຂດ​ແຄ້ວນ. ນາງ ຈິງບອນ ເຈົ້າ​ຂອງ​ຮ້ານເຂົ້າ​ປຸ້ນ​ເຫ້ວອໍ​ຊວນ ໃຫ້​ຮູ້​ວ່າ :

   “ ສຳ​ລັບ​ຊາວ​ຮ​່າ​ໂນ້ຍແລ້ວ, ການ​ປຸ່ງ​ແຕ່ງ​ກໍ​ມີ​ຄວາມ​ແຕກ​ຕ່າງ​ກັນ. ຄື​ຊາວ​ຮ່າ​ໂນ້ຍບໍ່​ມັກ​ກິນ​ເຜັດ, ມັກ​ກິນ​ຮ້ອນ ”

    ນາງ​ລານ​ເຟືອງ​ແຂກ​ມາ​ກິນເຂົ້າ​ປຸ້ນ​ເຫ້ວ​ຢູ່​ຮ້ານອໍ​ຊວນເປັນ​ປະ​ຈຳ ໃຫ້​ຮູ້​ວ່າ :

   “ເຂົ້າ​ປຸ້ນ​ຢູ່​ຮ້ານນີ້​ແຊບ​ ແລະ ຮັບ​ປະ​ກັນຫຼັກ​ອະ​ນາ​ໄມ. ບັນ​ດາ​ຜູ້​ຮັບ​ໃຊ້​ໃນ​ຮ້ານ​ເຮັດວຽກຫ້າວ​ຫັນ ແລະ ຮັກ​ແພງ​ແຂກ. ຮ້ານເຂົ້າ​ປຸ້ນ​ເຫ້ວອໍ​ຊວນ ກໍ​ຕັ້ງ​ຢູ່ມໍ່ກັບ​ສຳ​ນັກ​ງານ​ຂອງ​ຕົນ, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ສະ​ດວກ​ເມື່ອ​ໄປ​ກິນ​ເຂົ້າ​ປຸ້ນ. ລາ​ຄາ​ເຂົ້າ​ປຸ້ນ​ຖ້ວຍ​ໜຶ່ງ​ແມ່ນ 45.000 ດົງ ກໍ​ພໍ​ດີ. ຂ້າ​ພະ​ເຈົ້າ​ພໍ​ໃຈ​ທີ່​ສ​ຸດ ”

   ຂ່າວ​ດີ​ຂ່າວ​ມວນ​ໄດ້​ຖືກ​ສົ່ງ​ໄປ​ທົ່ວ, ​ໂດຍ​ບໍ່​ຕ້ອງການ​​ໂຄສະນາ, ​ແຕ່​ຊື່​ສຽງຂອງ ຮ້ານເຂົ້າ​ປຸ້ນ​ເຫ້ວອໍ​ຊວນ​ ​ສາ​ມາດດຶງ​ດູດ​ແຂກ​ມາ​ກິນ​ນັບ​ມື້​ນັບຫຼາຍ​ຂຶ້​ນ. ສຳລັບ​ນາງ​ບອນ​ແລ້ວ, ຂອງ​ກິນ​ແຊບ​ແມ່ນ​ຍັງ​ບໍ່​ພຽງພໍ, ຫາກ​ທ່າ​ທີ​ຕ້ອນຮັບ​ແຂກ ກໍ​ເປັນ​ການ​ປະກອບສ່ວນ​ສຳຄັນ​ທີ່​ສຸດ.  20 ປີ​ຜ່ານ​ມາ, ຄວາມ​ແຊບນົວຂອງເຂົ້າ​ປຸ້ນ​ ແລະ ທ່າ​ທີ​ຮັບ​ໃຊ້​ແຂກ​ກໍ​ຍັງ​ຄົງ​ເໝືອນ​ເດີ​ມ, ​ແຂກ​ມາ​ກິນ ຢູ່ຮ້ານເຂົ້າ​ປຸ້ນ​ເຫ້ວອໍ​ຊວນ​ ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ນັບຖື .

ເຂົ້າປຸ້ນເຫ້ວອໍຊວນ - ảnh 2

    ຖ້າ​ຫາກ​ທ່ານ​ຢາກ​ປຸ່ງ​ແຕ່ງ​ເຂົ້າປຸ້ນ​ເຫ້ວທີ່​​ແຊບນົວ ​ເພື່ອ​ໃຫ້ 5 ຄົນ​ກິນ​ຢູ່​ບ້ານ, ທ່ານ​ຕ້ອງ​ກະກຽມ​ວັດຖຸ​ດິບ​ດັ່ງ​ນີ້ :

  ​ເຂົ້າປຸ້ນ 1 kg, ຊີ້ນ​ງົວ : 300 g , ຂາ​ໝູ 1 ອັນ, ກະດູກ 1 kg, ລູກ​ຊີ້ນ​ງົວ : 200 g,

  ຫົວ​ສິງ​ໄຄ : 6 ຫົວ, ຂີງ: 50 g  , ພ້ອມ​ກັບ​ຜັກຫອມ, ຫົວຜັກທຽມ, ໝາກ​ເຜັດ…

  ກ່ອນ​ອື່ນ​ໝົດ​ຕ້ອງ​ລ້າງ​​ໃຫ້​ສະອາດທັງ​ໝົດ, ຊີ້ນ​ງົວ​ພັນ​ ​ແລະ ມັດໃຫ້​ແໜ້ນ. ຫຼັງ​ຈາກ​ນັ້ນ, ​ເອົາ​ຊີ້ນຈຸ່ມ​ໃສ່​ນ້ຳ​ຟົດ​ບຶດດຽວ, ​ແລ້ວ​ກໍ​ນຳ​ໄປ​ເອືອບ​ກັບ​ເກືອ, ​ແປ້ງ​ນົວ, ຜັກຫອມ​ບົວ,, ຜັກທຽມ ​ແລະ ຫົວ​ສິງ​ໄຄ. ​ເອືອບ​ປະມານ 10 ນາທີ.

 ​ຫຼັງ​ຈາກ​ນັ້ນ ພວກ​ເຮົາ​ເລີ່​ມອົບ:

   ກ່ອນ​ອື່ນ ຕ້ອງ​ເອົາ​ຫົວ​ສິງ​ໄຄ ​ແລະ ຂີງ ພ້ອມ​ກັບ​ກະດູກ​ໝູ ​ແລະ ຊີ້​ຂາ​ໝູ​ໃສ່​ໝໍ້​ອົບ, ​ແລະ​ໃຕ້​ໄຟ​ພໍດີ, ຖ້າ​ຮອດ​ເວລາ​ຊີ້ນ​ອ່ອນ​ໄປ ຈຶ່ງ​ໄດ້.

  ກໍ​ເຊັ່ນ​ກັບ​ວິທີ​ນີ້, ພວມ​ເຮັດ​ເຮັດ​ຄ້າຍຄື​ກັນ​ກັບ​ຊີ້​ງົວ.

  ພາຍຫຼັງ​ອົບ​ແລ້ວ, ພວກ​ເຮົາ​ຕັກ​ຊີ້ນ​ຂຶ້ນ ​, ​ແລ້ວ​ປະ​ໃຫ້​ນຳ້​ຍ້ອຍ​ໝົດ. ຫຼັງ​ຈາກ​ນັ້ນ ຮອດ​ຂັ້ນ​ຕອນ​ປຸ່ງ​ແຕ່ງ​ນ້ຳ​ເຂົ້າປຸ້ນ. ພວກ​ທ່ານ​ຕ້ອງ​​ເອົາ​ນຳ້​ຕົ້ມກະດູກ ​ແລະ ຊີ້ນ​ງົວ​ໃສ່​ໝໍ້​ໃຫຍ່, ​ແລ້ວ​ຕ້ອງຕົ້ມ​ໃຫ້​ຟົດ. ຈາກ​ນັ້ນ​ເອົາ​ຂົ້ວ​ຫົວ​ສິງ​ໄຄ, ຜັກທຽມ​ໃສ່​ຕື່ມ​ອີກ.

   ສຸດ​ທ້າຍ​, ພວກ​ທ່ານ​ ຕັດ​ຜັກຫອມ​ບົວ, ຫອມປ້ອມ…​ໃຫ້​ບ່າງໆ. ກະກຽມ​ໝາກ​ນາວ, ໝາກ​ເຜັດ​ຕາມ​​ໃຈ​ມັກ ​ແລະ ​ເອົາ​ຊີ້ນ​ງົວ, ຊີ້ນ​ຂາ​ໝູ, ລູກ​ຊີ້ນ​ງົວ​ພ້ອມ​ກັບ​ຜັກຫອມ​ໃສ່​ຖ້ວຍ, ​ແລ້ວ​ກໍ​ຖອກ​ນຳ້​ເຂົ້າ​ປຸ່ນ​ໃສ່ຈຶ່ງ​ສຳ​ເລັດ. ຫວັງ​ວ່າ​ບັນດາ​ທ່ານ​ຈະ​ຮັບ​ປະທານ​ດ້ວຍ​ຄວາມ​ແຊບນົວ.

ຕອບກັບ

ຂ່າວ/ບົດ​ອື່ນ