ເຂົ້າປຸ່ນໜໍ່ໄມ້ປາມຶກ

ເມື່ອ​ເວົ້າ​ເຖິງ​ເຍື່ອງ​ອາ​ຫານ​ເຂົ້າ​ປຸ່ນ​ໜໍ່​ໄມ້ປາ​ມຶກນັ້ນ, ເບິ່ງ​ຄື​ວ່າ ມີຫຼາຍ​ຄົນ​ແມ່ນ​ຍັງ​ບໍ່​ທັນ​ໄດ້​ຊິມ​ເທື​່ອ, ແຕ່​ຖ້າຫາກຜູ້​ໃດ​ໄດ້​ກິນ​ເທື່ອ​ໜຶ່ງ​ແລ້ວ ແນ່ນອນ​ວ່າ​ຈະ​ມັກ​ທີ່​ສຸດ ແລະ ຍາກ​ທີ່​ຈະຫຼົງ​ລືມ​ໄດ້ ເພາະ​ອາ​ຫານ​ເຍື່ອງນີ້ຖືກ​ປຸງ​ແຕ່ງ​ຢ່າງ​ລະ​ອຽດ ແລະ ວັດ​ຖຸ​ດິບ​ທີ່​ປະ​ສົມ​ເຂົ້າ​ກັນ​ນັ້ນ ກໍ​ມີ​ຄວາມ​ແຕກ​ຕ່າງ​ກັບ​ອາ​ຫານ​ເຍື່ອງ​ອື່ນໆ.

 

ເຂົ້າປຸ່ນໜໍ່ໄມ້ປາມຶກ - ảnh 1
ເຂົ້າ​ປຸ່ນ​ໜໍ່​ໄມ້ປາ​ມຶກ

      ໃນ​ຕອນ​ທ່ຽງ​ຂອງມື້​ໜຶ່ງຕົ້ນ​ລະ​ດູ​ຮ້ອນ, ຕູ້​ພ້ອມ​ກັບ​ແຟນ​ພາ​ກັນ​ໄປ​ຮ້ານ “ ແຊ່ງ ” ຕັ້ງ​ຢູ່​ຖະ​ໜົນ​ມາຍ​ຮັກ​ເດ້, ຮ່າ​ໂນ້ຍ.  ​ຮ້ານ “ ແຊ່ງ ” ແມ່ນ​ຮ້ານ​ທຳ​ອິດ ຂາຍ​ເຍື່ອງ​ອາ​ຫານ​ເຂົ້າ​ປຸ່ນ​ໜໍ່​ໄມ້ປາ​ມຶກໃນ​ບໍ​ລິ​ເວ​ນະ​ຄອນ​ຮ່າ​ໂນ້ຍ. ເຍື່ອງ​ອາ​ຫານ​ນີ້​ເຄີຍ​ແມ່ນ​ອາ​ຫານ​ພິ​ເສດ​ຂອງ​ໝູ່​ບ້ານ​ບາດ​ຈາງ, ເມືອງ​ຢາ​ເລີມ ຫ່າງ​ຈາກ​ໃຈ​ກາງ​ຮ່າ​ໂນ້ຍ​ປະ​ມານ 15 ກມ. ເພື່ອນ​ຕູ້​ເວົ້າວ່າ : 

   “ ວັດ​ຖຸ​ດິບ​ຕົ້ນ​ຕໍ​ເພື່ອ​ປຸງ​ແຕ່ງ ອາ​ຫານເຍື່ອງນີ້ ແມ່ນ​ອາ​ຫານ​ທະ​ເລ, ແຕ່​ເມື່ອ​ກິນ​ພັດ​ມີ​ລ​ົດ​ຫອມ​ທີ່​ສຸດ ແລະ ບໍ່ຄາວ​ແຕ່​ຢ່າງ​ໃດ. ເຍື່ອງ​ອາ​ຫານ​ນີ້​ຖືກ​ປຸງ​ແຕ່ງ​ຜ່ານຫຼາຍ​ຂັ້ນ​ຕອນ ແລະ ຜ່ານນີ້​ຈຶ່ງ​ຈະ​ຮູ້​ຈັກ​ເຖິງ​ຄວາມ​ຄ່ອງ​ແຄ້ວ ແລະ ເຮັດລະ​ອຽດຈາກ​ພໍໍ່​ຄົວ ແມ່​ຄົວ. ຂ້າ​ພະ​ເຈົ້າ​ໄດ້​ກິນ ເຍື່ອງ​ອາ​ຫານ​ນີ້​ໃນ​ເມື່ອ​ໄປ​ຢ້ຽມ​ຢາມ​ໝູ່​ບ້ານ​ບາດ​ຈາງ ແລະ ນັບ​ແຕ່ນັ້ນ​ເປັນ​ຕົ້ນ​ມາ ກໍ​ຕິດ​ເຍື່ອງ​ອາ​ຫານ​ ນີ້​ເລີຍ ”

   ນອກ​ຈາກເຍື່ອງ​ອາ​ຫານ​​ເຂົ້າ​ປຸ່ນ​ໜໍ່​ໄມ້ປາ​ມຶກ​ແລ້ວ, ​ຮ້ານ “ ແຊ່ງ ”ຍັງ​ມີ​ອາ​ຫານ​ຫຼາຍ​ເຍື່ອງ​ອື່ນໆ, ແຕ່ແຂກ​ມາ​ກິນ​ຢູ່​ຮ້ານ​ສ່​ວນຫຼາຍ ມັກ​ກິນ​ເຂົ້າ​ປຸ່ນ​ໜໍ່​ໄມ້ປາ​ມຶກ. ນາງ​ເຕີມ ເຈົ້າ​ຂອງ​​ຮ້ານ “ ແຊ່ງ ” ເປັນ​ຜູ້​ທີ່​ມີ​ສະ​ເໜ່, ຈົ່ງ​ຜົມ​ຍາວ​ຮອດ​ບ່າ, ມີ​ສຽງ​ເວົ້າ​ອ່ອນ​ຫວານ, ເມື່ອ​ມີ​ແຂກ​ມາ​ກິນ​ໃນ​ຮ້ານ ລາວ​ກໍ​ຕ້ວນ​ແຕ່​ແນະ​ນ​ຳ ແລະ ໃຫ້​ຄຳ​ປຶກ​ສາ​ກ່ຽວ​ກັບ​ດ້ານ​ອາ​ຫານ​ການ​ກິນ​ໃນ​ຮ້ານ.

   “ ກິນ​ເຂົ້າ​ປຸ່ນ​ໜໍ່​ໄມ້ປາ​ມຶກ​ແມ້! ແຊບ​ໄດ໋, ແຂກ​ມາ​ກິນ​ໃນ​ຮ້ານ​ຂ້ອຍ ໃຜໆ​ກໍ​ຍ້ອງວ່າ ແຊບ ”

     ນາງ​ເຕີມແມ່ນ​ລູກ​ໄພ້​ຂອງ​​ໝູ່​ບ້ານ​ບາດ​ຈາງ, ດັ່ງ​ນັ້ນ ​​ເຂົ້າ​ປຸ່ນ​ໜໍ່​ໄມ້ປາ​ມຶກ​ແມ່ນເຍື່ອງ​ອາ​ຫານ​ທີ່​ລື້ງ​ເຄີຍ​ທີ່​ສຸດ. ໂດຍ​ແມ່ນ​ຜູ້​ມີ​ຄວາມ​ເມົາ​ມົວ​ກັບ​ການ​ປຸງ​ແຕ່ງ​ອາ​ຫານ, ດັ່ງ​ນັ້ນ​ແມ່ນ​ເຊົ່າ​ເຮັດ​ວຽກ​ຢູ່​ສຳ​ນັກ​ງານ​ແຫ່ງ​ລັດ ນັບ​ແຕ່​ເວ​ລາ​ກ່ອນນີ້ 2 ປີ, ນາງ​ໄດ້​ຄິດ​ເຖິງວິ​ທີ​ຫາ​ເງິນ ໂດຍ​ເລືອກ​ເອົາ​ອາ​ຫານ​ເຍື່ອງນີ້​ມາ​ແນະ​ນຳ​ກັບ​ແຂກ​ຢູ່​ຮ່າ​ໂນ້ຍ. ນາງ​ເຕີມ​ໄດ້​ເປີດ​ເຜີຍ​ເຄັດ​ລັບ​ກ່ຽວ​ກັບວິ​ທີ​ເລ​ືອກ​ເອົາວັດ​ຖຸ​ດິບ​ເພື່ອ​ປຸງ​ແຕ່ງ​ເຂົ້າ​ປຸ່ນ​ໜໍ່​ໄມ້ປາ​ມຶກວ່າ : 

    “ ສຳ​ລັບ​ໜໍ່​ໄມ້ ກໍ​ຕ້ອງ​ເລືອກ​ເອົາ​ແນວ​ບ່າງໆ. ສຳ​ລັບ​ປາ​ມືກ ແມ່ນ​ເລືອກ​ເອົາ​ໂຕ​ໃຫຍ່​ຊ່ຳ 3 ນີ້ວ​ມື. ທຳ​ອິດ​ຕ້ອງ​ໝ່າ​ໜໍ​ໄມ້​ເປັນ​ເວ​ລາ ຄືນ​ໜຶ່ງ ແລ້ວ​ນຳ​ໄປ​ຕົ້ມ ເມື່ອ​ສຸກ​ແລ້ວ​ກໍ​ແຈກ​ເປັນ​ເສັ້ນ​ນ້ອຍ, ເມື່ອຈີກ​ແລ້ວ ກໍ​ນຳ​ໄປ​ຕົ້ມ​ອີກເທື່ອ​ໜຶ່ງ​ເພື່ອ​ໃຫ້​ສີ​ແດງ​ຫາຍ​ໄປ. ສ່ວນ​ປາ​ມຶກ ແມ່ນ​ເອົາ​ແຕ່​ໂຕ​ຂອງ​ມັນ, ນຳ​ໄປ​ປີ້ງ​ຈົນ​ມີ​ກິນ​ຫອມ, ແລ້ວ​ກໍ​ຕັດ​ເປັນ​ເສັ້ນ​ນ້ອຍ ”

 ນອກ​ຈາກ​​ໜໍ່​ໄມ້, ປາ​ມຶກແລ້ວ, ກໍ​ຕ້ອງ​ມີ​ຊີ້ນ​ໝູ, ໄຂ່​ນົກກະ​ທາ​ກິນ​ນຳ​ອີກ. 

           “  ເອົາ​​​ເຂົ້າ​ປຸ່ນ​ໜໍ່​ໄມ້ປາ​ມຶກ 2 ຖ້ວຍ​ແດ່​ເດີ ”

     ນາງ​ເຕີມ​ທັງ​ກະ​ກຽມ​ເຂົ້າ​ປຸ່ນ​ໃຫ້​ແຂກ ທັງ​ແນະ​ນຳ​ກ່ຽວ​ກັບ​ວິ​ທີ​ປຸງ​ແຕ່ງວັດ​ຖຸ​ດິບ​ວ່າ : 

     “ ເມື່ອ​ໜໍ່​ໄມ້​ຖືກ​ຈີກ​ເປັນ​ເສັ້ນ​ນ້ອຍ ແລະ ປາ​ມຶກ​ຖືກ​ຕັດ​ເປັນ​ເສັ້ນນ້ອຍ​ແລ້ວ ກໍ​ຕ້ອງ​ນຳ​ໄປ​ຂົ້ວ​. ໜໍ່​ໄມ້ ແລະ ຊີ້ນ​ໝູ​ຕ້ອງ​ຂົ້ວ​ພ້ອມ​ກັບ​ເກືອ. ສ່ວນ​ປາ​ມືກ​ແມ່ນ​ຂົ້ວ​ກັບ​ຫົວ​ຜັກ​ຫອມ​ບົວ​ແຫ້ງ , ເອົາເກືອໃສ່​ຕື່ມ. ສຳ​ລັບ​ນ້ຳ​ເຂົ້າ​ປຸ້ນ ແມ່ນ​ຕ້ອງ​ຕົ້ມ​ກະ​ດູກ​ໝູ, ໄກ່ ແລະ ກຸ້ງ​ແຫ້ງ​ໜ້ອຍ​ໜຶ່ງ. ພິ​ເສດ​ເມື່ອ​ປຸງ​ແຕ່ງເຂົ້າ​ປຸ່ນ​ໜໍ່​ໄມ້ປາ​ມຶກ, ຂ້າ​ພະ​ເຈົ້າ​ບໍ່​ໃຊ້​ແປ້ງນົວຈັກ​ໜ້ອຍ. ລົດ​ຫວານ​ຂອງ​ນ້ຳ​ເຂົ້າ​ປຸ້​ນນັ້ນ ແມ່ນ​ໄດ້​ມາ​ຈາກ​ການ​ຕົ້ມ​ກະ​ດູກ​ໝູ ແລະ ກຸ້ງ​ແຫ້ງ”

    ຕາມ​ເພື່ອ​ນ​ຕູ້​ແລ້ວ, ສິ່ງ​ທີ່​ພິ​ເສດ​ເມື່ອ​ກິນ​ເຂົ້າ​ປຸ້ນ ນັ້ນ​ແມ່ນ​ນ້ຳ​ເຂົ້າ​ປຸ້ນ, ມ​ັນ​ມີ​ລົດ​ຫວານ ແລະ ຫອມ, ບໍ່​ຄາວ​ແຕ່​ຢ່າງ​ໃດ. ເມື່ອ​ເບິ່ງຖ້ວຍເຂົ້າ​ປຸ່ນ​ໜໍ່​ໄມ້ປາ​ມຶກນັ້ນ ແມ່ນ​ເຫັນ​ມີ​ສີ​ເຫຼືອງ​ອ່ອນ, ນ້ຳ​ເຂົ້າ​ປຸ້ນ​ໃສ​ປະ​ສົມ​ກັບ​ນ້ຳ​ມັນ​ເລກ​ນ້ອຍ ສົ່ງ​ກິນ​ຫອມ​ໄປ​ທົ່ວ​ຮ້ານ. ເພື່ອນ​ຕ້​ູເວົ້າ​ວ່າ : 

    “ ຍາມ​ຕອນ​ທ່ຽງ, ເມື່ອມີ​ແດດ​ຮ້ອນ, ຖ​້າຫາກໄດ້​ກິນ ​ເຂົ້າ​ປຸ່ນ​ໜໍ່​ໄມ້ປາ​ມຶກ​ຖ້ວຍ​ໜຶຶ່ງ ກໍ​ເປັນ​ໜ້າ​ດູດ​ດື່ມ​ທີ່​ສຸດ. ຍ້ອນ​ເຫດນີ້, ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ຜ່ານ​ໄລຍະ​ທາງ 5 ກມ ໃຕ້​ແສງ​ແດດຮ້ອນ​ເອົົ້າເພື່ອ​ມາ​ກິນ​ເຂົ້າ​ປຸ່ນ​ຢູ່​ຮ້ານນີ້ ”

     ດ້ວຍ​ລາ​ຄາ 35.000 ດົງ (ປະ​ມານ 14.000 ກີບ)ຕໍ່​ຖ້ວຍ ພວກ​ເພື່ອນສາ​ມາດ​ຊິມ​ລົດ​ຊາດ​ພິ​ເສດ​ຂອງ​ເຍື່ອງ​ອາ​ຫານ ​ເຂົ້າ​ປຸ່ນ​ໜໍ່​ໄມ້ປາ​ມຶກ. ຖ້າ​ຫາກ​ພວກ​ເພື່ອນບໍ່​ມີ​ໂອ​ກາດ​ໄປ​ກິນ​ຢູ່​ຮ້ານ, ພວກ​ເພື່ອນ​ສາ​ມາດ​ປຸງ​ແຕ່ງ​ຢູ່​ເຮືອນ​ກໍ​ໄດ້​ໂດຍ         ​ກະ​ກຽມ​ວັດ​ຖຸ​ດິບ​ດັ່ງ​ນີ້:

-       ໜໍ່​ໄມ້​ແຫ້ງ ​: 100 ກ​ຣາມ

-       ປາ​ມືກ​ແຫ້ງ ​: 100 ກ​ຣາມ

-       ຊີ້ນ​ໝູ: ​150 ກ​ຣາມ 

-       ເຂົ້າ​ປຸ້ນ : 1 ກິ​ໂລ​ຣາມ

-       ນ້ຳ​ເຂົ້າ​ປຸ່ນ 2 ລິດ ໂດຍ​ຕົ້ມ​ກະ​ດູກ​ໝູ, ໄກ່, ກຸ້ງ​ແຫ້ງ ພ້ອມ​ກັບເກືອ, ຫົວ​ຜັກ​ຫອມ​ແຫ້ງ, ຜັກ​ຫອມ​ບົວ​ສົດ, ນ້ຳ​ປາ, ນ້ຳ​ມັນ​ພືດ.

-       ວິ​ທີ​ປຸງ​ແຕ່ງ :

ສຳ​ລັບ​ຂັ້ນ​ຕອນ​ກະ​ກຽມ​ວັດ​ຖຸ​ດິບ ພວກ​ເຮົາ​ໄດ້​ແນະ​ນຳ​ມາ​ຂ້າງ​ເທິ່ງ​ແລ້ວ, ມີ​ແຕ່​ກ່ອນ​ທີ່​ຈະ​ກິນ​ເຂົ້າ​ປຸ້ນ, ບັນ​ດາ​ເພື່ອນ​ຄວນ​ເອົາ​ເຂົ້າ​ປຸ້ນ​ຈຸ່ມ​ຜ່ານ​ນ້ຳ​ຟົດ​ບຶດ​ດຽວ , ແລ້ວ​ເອົາ​ໃສ່​ຖ້ວຍ, ຖັດ​ມາ​ກໍ​ເອົາ​ວັດ​ຖຸ​ດິບ​ທີ່​ໄດ້​ປຸງ​ແຕ່ງ​ມາ​ແລ້ວ​ໃສ່​ເທິ່ງ​ເຂົ້າ​ປຸ້ນ, ສຸດ​ທ້າຍ​ກໍ​ຕັກ​ເອົາ​ນ້ຳ​ເຂົ້າ​ປຸ້ນ​ໃສ່​ຖ້ວຍ. ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດ​ກິນ​ແຊບ.

ຕອບກັບ

ຂ່າວ/ບົດ​ອື່ນ