ເຂົ້າເໝົ້າບ້ານວ່ອງ - ຮ່າໂນ້ຍ

ເມື່ອ​ເວົ້າ​ເຖິງ​ລະ​ດູ​ໃບ​ໄມ້ຫຼົ່ນ​ຢູ່​ຮ່າ​ໂນ້ຍ, ຜູ້​ຄົນ​ທັງຫຼາຍ​ລ້ວນ​ແຕ່​ຄິດ​ເຖິງເຍື່ອງ​ອາ​ຫານພິ​ເສດ, ນັ້ນ​ແມ່ນ​ຜະ​ລິດ​ຕະ​ພັນ​ຂອງ​ເຂົ້າ​ອ່ອນ ດ້ວຍ​ລົດ​ຫອມ ແລະ ຫວານ,  ນັ້ນ​ແມ່ນເຂົ້າ​ເໝົ້າ​. ເຍື່ອງ​ອາ​ຫານນີ້ບໍ່​ພຽງ​ແຕ່ໄດ້​ຮັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ ​ຖືກ​ນຳ​ເຂົ້າໃນ​ການ​ປະ​ດິດ​ຄິດ​ແຕ່ງ​ກາບກອນ​ທີ່​ເວົ້າ​ເຖິງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ອີກ​ດ້ວຍ.

 ເຂົ້າເໝົ້າບ້ານວ່ອງ - ຮ່າໂນ້ຍ - ảnh 1
ເຂົ້າເໝົ້າບ້ານວ່ອງ - ຮ່າໂນ້ຍ

    ບ້ານ​ວ​ອ່ງ ຂຶ້ນ​ກັບ​ຕາ​ແສງ​ຢິກວ້ອງ, ເມືອງ​ເກົາ​ໄຢ, ຮ່າ​ໂນ້ຍ. ເຖິງວ່າ​ຮອດ​ຕອນ​ແລງ​ແລ້ວ​ກໍ​ຕາມ, ແຕ່​ຢູ່​ໃນ​ເຮືອນ​ຂອງ​ລຸງ ດິງວັນ​ຕ້ຽນ ຍັງ​ຟົດ​ຟື້ນ​ເນື່ອງ​ນັນ​ໄປ​ດ້ວຍ​ສຽງ​ຈັກ​ສີ​ເຂົ້າປະ​ສານ​ກັບ​ສຽງຟັດເຂົ້າ​. ລຸງ ດິງວັນ​ຕ້ຽນ ແບ່ງປັນ​ວ່າ ເມື່ອ​ກ່ອນນີ້, ເພື່ອ​ເຮັດເຂົ້າ​ເໝົ້າ​ໃຫ້​ແຊບ ແລະ ຫອມນັ້ນ, ຕ້ອງ​ມີ​ຄວາມ​ລຳ​ບາກຫຼາຍ, ຕ້ອງ​ເລືອກ​ເອົາ​ເຂົ້າ​ເປືອກ​ໜຽວ​ອ່ອນ ຈຶ່ງ​ສາ​ມາດ​ເຮັດເຂົ້າ​ເໝົ້າ​ໄດ້ ແລະ ຢາກ​ເຮັດ​ເຂົ້າ​ເໝົ້າ​ໃຫ້​ແຊບນັ້ນ, ກໍ​ຕ້ອງ​ເລືອກ​ເອົາ ເຂົ້າ​ເປືອກ​ໜຽວ​ເມັດ​ໃຫຍ່. ລຸງ ດິງວັນ​ຕ້ຽນ ເວົ້າ​ວ່າ : 

    “ ເມື່ອ​ໄປ​ຊື້​ເຂົ້າ​ເປືອກ, ຕ້ອງ​ເລືອກ​ເອົາ​ເຂົ້າ​ອ່ອນ, ເມັດ​ເຂົ້າ​ເປືອກ​ຕ້ອງ​ຂຽ​ວ, ເຕັມ​ເມັດ ແລະ ສະ​ໝ່ຳ​ສະ​ເໝີ. ເມື່ອ​ຊື້ເຂົ້າ​ເປືອກ​ມາ ກໍ​ຕ້ອງຮ່ອນ, ​ຟັດ​ຫຼາຍ​ເທື່ອ ເພື່ອ​ເອົາ​ເມັດ​ລີບ​ອອກແລ້ວ​ ຈຶ່ງ​ຕ້ອງ​ນຳ​ໄປ​ໝ່າ ”

           ຂັ້ນ​ຕອນ​ທີ່​ສຳ​ຄັນ​ກວ່າ​ໝູ່​ແມ່ນ​ຂົ້​ວເຂົ້າເປືອກ. ພາຍຫຼັງ​ໝ່າ​ເຂົ້າ​ເປືອກ​ແລ້ວ, ກໍ​ຕັກ​ຂຶ້ນ, ແລ້ວ​ປະ​ໃຫ້​ແຫ້ງ ເພື່ອ​ນຳ​ໄປ​ຂົ້ວ​ດ້ວຍ​ໝໍ້​ຂາງ. ແຕ່​ຕ້ອງ​ຄົນໃຫ້ສະ​ໝ່ຳ​ສະ​ເໝີຈົນແຫ້ງ​ ແລະ  ບໍ່​ໃຫ້ເຂົ້າ​​​ໄໝ້. ທ້າວ​ດິງ​ກ໋ວກ​ຢຸງ ລູກ​ຊາຍ​ຂອງ​ລຸງ​ຕ້ຽນ ໄດ້​ໃຫ້​ຮູ້​ເຄັດ​ລັບຂອງ​ການ​ຂົ້ວເຂົ້າ​ເໝົ້າ​ວ່າ : 

    “ ເມື່ອ​ຂົ້​ວເຂົ້າ​ເໝົ້າ ແມ່ນ​ຕ້ອງ​ໃຊ້​ຟືນ​, ດັງ​ໄຟ​ໃຫ້​ລຸກຢ່າງ​ສະ​ໝ່ຳ​ສະ​ເໝີ. ເມື່ອ​ຂົ້ວເຂົ້າ​ເໝົ້າ​ສຸກ​ແລ້ວ, ກໍ​ນຳ​ໄປ​ສີດ້ວຍ​ເຄື່ອງ​ຈັກ​ເພື່ອກຳຈັດ​ຊັ້ນ​ເປືອກ​ນອກອອກ, ແລ້ວ​ນຳ​ໄປ​ຕ່ຳ ແມ່ນ​ສຳ​ເລັດ​ແລ້ວ​ ”

      ເມື່ອ​ຕຳເຂົ້າ​ເໝົ້າ, ກໍ​ເອົາເຂົ້າ​ເໝົ້າ​ໃສ່ 1/3 ລວງ​ສູງ​ຂອງ​ຄົກ ແລະ ຕ່ຳ​ປະ​ມານ​ແຕ່ 3 ຫາ 5 ນາ​ທີ, ຫຼັງ​ຈາກນັ້ນ ​ເອົາ​ມາ​ຮ່ອນ​ໃຫ້​ແກບອອກ​ໝົດ. ແລ້ວ​ກໍສືບ​ຕໍ່​ຕ່ຳຕື່ມ​ອີກ, ຂັ້ນ​ຕອນ​ທັງ​ໝົດ​ເຫຼົ່າ​ນັ້ນ​ຄວນ​ເຮັດ​ປະ​ມານ 7 ເທື່ອ ມັນ​ຂຶ້ນ​ກັບ​ຄວາມ​ຊຸ່ມຂອງເຂົ້າ​ເໝົ້າ. ແຕ່ຢາກເຮັດເຂົ້າ​ເໝົ້າ​ມີ​ສີ​ຂຽວ​ງາ​ມ, ມີ​ລົດ​ຫອມ ແລະ ໜຽວນັ້ນ, ກໍ​ຕ້ອງ​ຕ່ຳເຂົ້າ​ເໝົ້າ​ດ້ວຍ​ຄົກ​ຫີນ, ສ່ວນສາກຕ້ອງ​ເຮັດ​ດ້ວຍ​ໄມ້​ລຳ​ໄຍ. ລຸງ​ເຈືອງ ແລະ ປ້າ​ເຕ້ວ, ລູກ​ຄ້າ​ມາ​ຊື້ເຂົ້າ​ເໝົ້າ​ຂອງ​ລຸງ​ຕ້ຽນ​ເປັນ​ປະ​ຈຳ​ເປີດ​ເຜີຍ​ວ່າ :

    “ ເມື່ອ​ຊື້ເຂົ້າ​ເໝົ້າ, ຂ້າ​ພະ​ເຈົ້າ​ຕ້ອງ​ເລືອກ​ເອົາເຂົ້າ​ເໝົ້າ​ທີ່ຂຽວ​ງາມ, ເມັດເຂົ້າ​ເໝົ້າ​ຕ້ອງ​ບາງ, ມີ​ລ​ົດ​ຫອມ​ຂອງເຂົ້າ​ອ່ອນ. ເຂົ້າ​ເໝົ້ານີ້​ຕ້ອງ​ກິນ​ກັບ​ກ້ວຍ​ງ້າວ​ຈຶ່ງ​ແຊບ, ຖ​້າ​ຫາກ​ກິນ​ກັບ​ກ້ວຍ​​ນ້ຳ ຈະບໍ່ມີ​ລົດ​ຊາດ​ພິ​ເສດ​ສະ​ເພາະ​ຂອງເຂົ້າ​ເໝົ້າ​ອີກ ”

     ບໍ່​ແມ່ນ​ເລື່ອງ​ບັງ​ເອີນ​ທີ່​ຂອງ​ຂວັນ​ແບ​ບລຽບ​ງ່າຍໃນ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນນີ້​ຂອງ​ດິ​ນ​ແດນ​ຮ່າ​ໂນ້ຍພັດ​ລົງ​ເລິກ​ເຂົ້າ​ສູ່​ພື້ນ​ຖານ​ວັນ​ນະ​ຄະ​ດີ, ​ກາບກອນ. ເຂົ້າ​ເໝົ້າບ້ານ​ວ່ອງ​ໄດ້​ກາຍ​ເປັນ​ອາ​ຫານ​ພິ​ເສດ​ສະ​ເພາະ​ຂອງ​ຮ່າ​ໂນ້ຍ. ຖ​້າ​ຫາກ​ພວກ​ເພື່ອນ​ມາ​ຢ້ຽມ​ຢາມ​ຮ່າ​ໂນ້ຍ​ໃນ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນ​, ກໍ​ຢາ​ລືມ​ແວ່​ບ້ານ​ວ່ອງ​ເພື່ອ​ຊື້ເຂົ້າ​ເໝົ້າ ຊຶ່ງ​ຖືກ​ຫໍ່​ໃນ​ໃບ​ບົວ​​ສົດ, ເມື່ອ​ພວກ​ເພື່ອນ​ໄດ້​ຊີມ​ແລ້ວ ແນ່ນອນ​ວ່າ ຈະ​ບໍ່​ອາດ​ລືມ​ໄດ້.

                  

  ເພື່ອ​ເຮັດເຍື່ອງ​ອາ​ຫານເຂົ້າ​ເໝົ້າ​ພວກ​ເພື່ອນ​ກະ​ກຽ​ມ​ວັດ​ຖຸ​ດິບ​ດັ່ງນີ້ :

-       ​​ເຂົ້າ​​ອ່ອນ​:  2 kg.

 ບັນ​ດາ​ຂັ້ນ​ຕອນ​ປຸ່ງ​ແຕ່ງ:

    ທຳ​ອິດ, ພວກ​ເຮົາ​ຕ້ອງ​ຮູດເຂົ້າ​ອ່ອນເພື່ອ​ເອົາ​ເຂົ້າ​ເປືອກ, ຫຼັງ​ຈາກນັ້ນ ນຳ​ໄປ​ໝ່າ​ໄຈ້​ເອົາ​ເມັດ​ລີບອອກ. ແລ້ວກໍ​ຕັກ​ຂຶ້ນ, ​ປະ​ໃຫ້​ແຫ້ງ ເພື່ອ​ນຳ​ໄປ​ຂົ້ວ​ດ້ວຍ​ໝໍ້​ຂາງປະ​ມານ​ແຕ່ 15 ຫາ 20 ນາ​ທີ. ເມື່ອເຂົ້າ​ເໝົ້າຖືກ​ຂົ້ວ​ສຸກ​ແລ້ວ, ກໍ​ນຳ​ໄປ​ສີດ້ວຍ​ເຄື່ອງ​ຈັກ​ເພື່ອ​ກຳຈັດ​ຊັ້ນ​ເປືອກ​ທາງນອກ.

    ຂັ້ນ​ຕອນ​ຕໍ່​ໄປ​ແມ່ນ​ເອົ​າ​ເຂົ້າ​ເໝົ້າໃສ່​ຄົກ​, ຕ້ອງ​ຕ່ຳປະ​ມານ​ 7-8 ເທື່ອ ຊຶ່ງ​ຂຶ້ນ​ກັບ​ເຂົ້າ​ເໝົ້າຊະ​ນິດ​ທີ່​ເຮົາ​ຕ້ອງ​ການ​ເຮັດ. ສຸດ​ທ້າຍ​ແມ່ນ​ຕ້ອງ​ຫໍ່​ດ້ວຍ​ໃບ​ບົວ​ສົດ.

 ຫວັງ​ວ່າ​ພວກ​ເພື່ອນ​ຈະ​ເຮັດກິນ​ແຊບ.

ຕອບກັບ

ຂ່າວ/ບົດ​ອື່ນ