ອະນຸລັກຮັກສາແລະພັດທະນາຊຸດເສື້ອຍາວທີ່ເປັນມູນເຊື້ອໃນສັງຄົມປະຈຸບັນ

(VOVWORLD) -ຕອນເຊົ້າວັນທີ 21 ພະຈິກ, ຢູ່ຮ່າໂນ້ຍ, ຄະນະຄຸ້ມຄອງຄຸ້ມເມືອງເກົ່າຮ່າໂນ້ຍ ໄດ້ຈັດກອງປະຊຸມສຳມະນາ “ຊຸດເສື້ອຍາວທີ່ເປັນມູນເຊື້ອ: ບັນຫາອະນຸລັກຮັກສາ ແລະ ພັດທະນາໃນສັງຄົມປະຈຸບັນ”.
ອະນຸລັກຮັກສາແລະພັດທະນາຊຸດເສື້ອຍາວທີ່ເປັນມູນເຊື້ອໃນສັງຄົມປະຈຸບັນ - ảnh 1 (ທີ່ກອງປະຊຸມສຳມະນາ)

ມຸ່ງໄປເຖິງພິທີສະເຫຼີມສະຫຼອງວັນມໍລະດົກວັດທະນະທຳຫວຽດນາມ ຄົບຮອບ 15 ປີ (23/11/2005 – 23/11/2020), ຕອນເຊົ້າວັນທີ 21 ພະຈິກ, ຢູ່ຮ່າໂນ້ຍ, ຄະນະຄຸ້ມຄອງຄຸ້ມເມືອງເກົ່າຮ່າໂນ້ຍ ໄດ້ຈັດກອງປະຊຸມສຳມະນາ “ຊຸດເສື້ອຍາວທີ່ເປັນມູນເຊື້ອ: ບັນຫາອະນຸລັກຮັກສາ ແລະ ພັດທະນາໃນສັງຄົມປະຈຸບັນ”.

ທີ່ກອງປະຊຸມ, ບັນດານັກຄົ້ນຄວ້າ, ນັກອອກແບບ ແລະ ນັກສິລະປະການໄດ້ປຶກສາຫາລືກ່ຽວກັບກຳລັງຄວາມສາມາດບົ່ມຊ້ອນໃນການນຳໃຊ້ຊຸດເສື້ອຍາວ; ສຶກສາກ່ຽວກັບຊຸດເສື້ອຍາວ, ສ້າງເຂດອະນຸລັກຮັກສາຊຸດເສື້ອຍາວຢູ່ຮ່າໂນ້ຍ ແລະ ຢູ່ບັນດາທ້ອງຖິ່ນ…

ຊຸດເສື້ອຍາວບໍ່ພຽງແຕ່ແມ່ນສັນຍະລັກໃຫ້ແກ່ແມ່ຍິງຫວຽດນາມ ເທົ່ານັ້ນ, ຫາກຍັງຕາງໜ້າໃຫ້ວັດທະນະທຳຫວຽດນາມ ອີກດ້ວຍ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວພວມພິຈາລະນາເພື່ອຮັບຮອງເອົາຊຸດເສື້ອຍາວຫວຽດນາມ ເປັນມໍລະດົກທີ່ບໍ່ແມ່ນວັດຖຸລະດັບຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ