ຄົ້ນຫາ ຮ່າໂນ້ຍດ້ວຍລາຍການທ່ອງທ່ຽວແນະນຳຖະໜົນອາຊີບຮ່າໂນ້ຍໂດຍບໍ່ເສຍຄ່າ

(vovworld) - ຕົ້ນ​ເດືອນ 10 ຜ່ານ​ມາ, ພະ​ແນ​ກທ່ອງ​ທ່ຽວ ຮ່າ​ໂນ້ຍ ຈັດ​ຕັ້ງ​ ລາຍການ​ທ່ອງ​ທ່ຽວ​​ແນະນຳ​ຖະໜົນ​ອາຊີບ​ ຮ່າ​ໂນ້ຍ. ນີ້​​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຂະ​ແໜງ​ທ່ອງ​ທ່ຽວ​ນະຄອນຫຼວງ​ຜັນ​ຂະຫຍາຍ​ລາຍການ​ທ່ອງ​ທ່ຽວ​ຕາມ​ທິດ​ນີ້, ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ທ່ອງ​ທ່ຽວ​ຊອກ​ຮູ້​ບັນດາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຄຸ້ມ​ຖະໜົນເກົ່າ ຮ່າ​ໂນ້ຍ.

 ຄົ້ນຫາ ຮ່າໂນ້ຍດ້ວຍລາຍການທ່ອງທ່ຽວແນະນຳຖະໜົນອາຊີບຮ່າໂນ້ຍໂດຍບໍ່ເສຍຄ່າ - ảnh 1
ຄຸ້ມຖະໜົນເກົ່າຮ່າໂນ້ຍ 
(ພາບອິນເຕີແນດ)

ພະ​ແນ​ກທ່ອງ​ທ່ຽວ ຮ່າ​ໂນ້ຍ ສົມທົບ​ກັບ​ບໍລິສັດ​ຫຸ້ນ​ສ່ວນ​ທ່ອງ​ທ່ຽວ ຫວຽດນາມ - ຮ່າ​ໂນ້ຍ ຜັນ​ຂະຫຍາຍການ​ປະຕິບັດ​ທົດ​ລອງລາຍການ​ທ່ອງ​ທ່ຽວຍ່າງ​ໄປ​ຄົ້ນ​ຫາ ​ແລະ ທ່ອງ​ທ່ຽວ​ວັດທະນະທຳ​ຄຸ້ມ​ຖະໜົນ​ເກົ່າ ຮ່າ​ໂນ້ຍ ​ໂດຍ​ບໍ່​ເສຍ​ຄ່າ​ 4 ລາຍການໃຫ້​ນັກ​ທ່ອງ​ທ່ຽວ. ​​ນັ້ນ​ແມ່ນ​ລາຍການ​ທ່ອງ​ທ່ຽວ​ຊອກ​ຮູ້​ປະຫວັດສາດ, ວັດທະນະທຳ ຮ່າ​ໂນ້ຍ; ລາຍການ​ທ່ອງ​ທ່ຽວ​ບັນດາ​ກິດຈະກຳ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກສະ​ເພາະ​ຂອງ ຮ່າ​ໂນ້ຍ; ລາຍການ​ທ່ອງ​ທ່ຽວບັນດາ​ຖະໜົນ​ອາຊີບ; ລາຍການ​ທ່ອງ​ທ່ຽວ​ວັດທະນະທຳ​ຝ່າຍ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ​ໃນ​ຄຸ້ມ​ຖະໜົນ​ເກົ່າ ຮ່າ​ໂນ້ຍ.​ໃນ​ນັ້ນ​ລາຍການ​ທ່ອງ​ທ່ຽວ “​ແນະນຳ​ຖະໜົນ​ອາຊີບ ຮ່າ​ໂນ້ຍ“ ​​ແມ່ນ​ລາຍການທຳ​ອິດ​ທີ່ໄດ້​ຮັບ​ການ​ຜັນ​ຂະຫຍາຍ. ​ເມື່ອ​ເຂົ້າ​ຮ່ວມ​ລາຍການ​ນີ້, ນັກ​ທ່ອງ​ທ່ຽວ​ເຄີຍ​ຢຸດ​ໄວ້​ຢູ່​ຕົ້ນ​ຖະໜົນ​ເພື່ອ​ຮັບ​ຟັງ​ແນະນຳ​ກ່ຽວ​ກັບ​ປະຫວັດ​ຄວາມ​ເປັນ​ມາຂອງ​ຖະໜົນນີ້ ກໍ່​ຄື​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະຊາຊົນ. ​ເມື່ອ​ຍ່າງ​ໄປ​ຜ່ານ​ປູຊະນີຍະສະຖານ​ປະຫວັດສາດ, ຄອບຄົວ​ເຮັດ​ອາຊີບທີ່​ເປັນ​ມູນ​ເຊື້ອ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຟັງ​ແນະນຳ ​ແລະ ​ໄດ້​​ເຫັນ​ປະຈັກ​ຕາ​ວິທີ​ຜະລິດ​ບັນດາ​ຜະລິດ​ຕະພັນ​ທີ່​ໄດ້​ວາງ​ຂາຍ. ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຄຸ້ມ​ຖະໜົນ​ເກົ່າ​ຄື: ​ເຮືອນ​ຍາວ​ແຕ່​​ລວງ​ກວ້າງພັດ​ຄັບ​ແຄບ, ບັນດາ​ເຮືອນ​ບູຮານ, ຮ່ອງຮອຍ​ສຳນັກ​ສະມາຄົມ​​ເກົ່າ… ກໍ່​ຖືກ​ເຕື້ອງ​ເຖິງ. ບາງ​ເທື່ອ​ນັກ​ທ່ອງ​ທ່ຽວ​ກໍ່​ຖ່າຍຮູບ​ພ້ອມ​ກັບ​ຊາວ​​ເລາະຂາຍ, ຊອກ​ຮູ້​ກ່ຽວ​ກັບ​ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຕາມ​ທ້ອງ​ຖະໜົນຂອງ​ຊາວ ຮ່າ​ໂນ້ຍ. ​ເອື້ອຍ​ ​ເຈິ່ນທິຈາງ, ຢູ່ ຮ່າ​ດົງ, ຮ່າ​ໂນ້ຍ, ​ແບ່ງປັນ​ຄວາມ​ຮູ້ສຶກ​ພາຍຫຼັງ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ແນະນຳ​ຖະໜົນ​ອາຊີບ​ຢູ່​ ຮ່າ​ໂນ້ຍ ວ່າ:

ຂ້າພະ​ເຈົ້າ​ເຫັນ​ວ່າ​ລາຍການ​ທ່ອງ​ທ່ຽວ​ນີ້​ມີ​ຄວາມ​ໝາຍ​ທີ່​ສຸດ​ສຳລັບ​ຜູ້​ນິຍົມ​ຄົ້ນ​ຫາ ຮ່າ​ໂນ້ຍ. ພາຍຫຼັງ​ໄປ​ຢ້ຽມຢາມ​ຄຸ້ມ​ຖະໜົນ​ເກົ່າ, ຂ້າພະ​ເຈົ້າ​ສາມາດ​ເຂົ້າ​ໃຈ​ກວ່າ ກ່ຽວ​ກັບ​ວິວັດ​ຄວາມ​ເປັນ​ມາ​ ແລະ ການ​ພັດທະນາ​ຂອງ​ຖະໜົນ​ເຫຼົ່າ​ນັ້ນ.

ຄົ້ນຫາ ຮ່າໂນ້ຍດ້ວຍລາຍການທ່ອງທ່ຽວແນະນຳຖະໜົນອາຊີບຮ່າໂນ້ຍໂດຍບໍ່ເສຍຄ່າ - ảnh 2

ຖະໜົນອາຊີບທີ່ເປັນມູນເຊື້ອຮ່າງບາກ 
(ພາບອິນເຕີແນດ)

ລາຍການ​ທ່ອງ​ທ່ຽວ​ຄົ້ນ​ຫາ​ຖະໜົນ​ອາຊີບ ຮ່າ​ໂນ້ຍ ຖືກ​ດຳ​ເນີນ​ໃນ​​ເວລາ 90 ນາ​ທີ, ​ເລີ່​ມ​ເດີນທາງ​ແຕ່​ເວລາ 9​ ໂມງ 30​ ນາທີ, 10​ ໂມງ 15 ​ນາທີ, 15 ​ໂມງ, 16 ​ໂມງ ​​​ແຕ່​ວັນ​ພຸດ​ເຖິງ​ວັນ​ອາທິດ, ຈາກ​ສູນ​ການ​ຂ່າວ ​ແລະ ໜູນ​ຊ່ວຍ​ນັກ​ທ່ອງ​ທ່ຽວ​ຢູ່​ເຮືອນ​​ເລກທີ 28 ຖະໜົນ ຮ່າງ​ເຢົ່າ ​ແລ້ວ​ໄປ​ຜ່ານ​ບັນດາ​ຖະໜົນ ຮ່າງ​ດ່າວ, ຮ່າງ​ບາກ, ຮ່າງ​ໂບ່, ລ້ານ​ອົງ, ຮ່າງ​ທຽກ, ຮ່າງ​ກວາດ, ສະໜາມ​ຫຼວງ ດົງ​ກິ​ງ​ເງ້ຍທຸກ ​ແລະ ສຸດ​ທ້າຍ​ແມ່ນ​ວິຫານ ບ່າ​ກ້ຽວ. ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ຄຸ້ມ​ຖະໜົນ​ເກົ່າ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ນັ້ນ, ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ບັນດາ​ເພື່ອນ​ໜຸ່ມ​ຜູ້ນຳ​ທ່ຽວ. ພວກ​ເພື່ອນ​ແມ່ນ​ນັກ​ສຶກສາ​ປີ​ສຸດ​ທ້າຍ​ຂອງ​ພະ​ແນ​ກທ່ອງ​ທ່ຽວ, ສະ​ຖາ​ບັນ​ມະຫາວິທະຍາ​ໄລ​ເປີດ, ປະຈຸ​ບັນ​ພວມ​ຝຶກ​ຫັດ​ເພື່ອ​​ໄດ້​ຮັບເລືອກ​ເຟັ້ນ​ເຂົ້າ​ຮ່ວມ​ໂຄງການ. ນີ້​ແມ່ນ​ໂອກາດຝຶກ​ຫັດ​ອາຊີບ​ລ້ຳ​ຄ່າທີ່​ສຸດ​ຂອງ​ພວກ​ເພື່ອນ​ນັກ​ສຶກສາ. ​ເພື່ອນ ຫງວຽນ​ຕ໋ຽນດາດ, ນັກ​ສຶກສາ​ປີ​ສຸດ​ທ້າຍ, ພະ​ແນ​ກທ່ອງ​ທ່ຽວ, ມະຫາວິທະຍາ​ໄລ​ເປີດ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

​ເມື່ອ​ເຂົ້າ​ຮ່ວມ​ລາຍການ​ນີ້​ແມ່ນ​ຕ້ອງ​ມີ​ຄວາມ​ຮູ້​ຫຼາຍ ​ແລະ ບໍລິສັດຫຸ້ນ​ສ່ວນ​ທ່ອງ​ທ່ຽວ ຫວຽດນາມ - ຮ່າ​ໂນ້ຍ ​ໄດ້​ບຳລຸງ​ສ້າງ​ໃຫ້​ພວກ​ເຮົາ​ຄວາມ​ຮູ້ກ່ຽວ​ກັບ ຖະໜົນ​ເກົ່າ, ສະຖາປັດຕະຍະກຳ ​ແລະ ບັນດາ​ທັກ​ສະ​ໃນ​ການ​ຄຸ້ມ​ຄອງ​ຄະນະ ກໍ່​ຄື​ເຮັດ​ແນວ​ໃດ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ໃຫ້​ດີ​ທີ່​ສຸດ.

ຄົ້ນຫາ ຮ່າໂນ້ຍດ້ວຍລາຍການທ່ອງທ່ຽວແນະນຳຖະໜົນອາຊີບຮ່າໂນ້ຍໂດຍບໍ່ເສຍຄ່າ - ảnh 3

ສະໜາມຫຼວງດົງກິງເງ້ຍທຸກ
(ພາບອິນເຕີແນດ)

ພາຍຫຼັງ​ລາຍການ​ທ່ອງ​ທ່ຽວ​ແນະນຳ​ຖະໜົນ​ອາຊີບ ຮ່າ​ໂນ້ຍ, ບໍລິສັດ​ຫຸ້ນ​ສ່ວນ​ທ່ອງ​ທ່ຽວ ຫວຽດນາມ - ຮ່າ​ໂນ້ຍ ​ໄດ້​ຜັນ​ຂະຫຍາຍ​ລາຍການທ່ອງ​ທ່ຽວ​ຕື່ມ​ອີກ​ສາມ​ລາຍການ. ຈຸດ​ລວມຂອງ​ບັນດາ​ລາຍການ​ນີ້​ແມ່ນ​ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຄົ້ນ​ຫາ ຮ່າ​ໂນ້ຍ ດ້ວຍ​ຮູບ​ການ​ຍ່າງ​ໄປ ​ແລະ ບໍ່​ຕ້ອງ​ເສຍ​ຄ່າ. ທ່ານ ​ເລ​ຫວູຈາງ, ຜູ້ອຳນວຍການ​ໃຫຍ່ບໍລິສັດ​ຫຸ້ນ​ສ່ວນ​ທ່ອງ​ທ່ຽວ ຫວຽດນາມ - ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

ຈຸດປະສົງ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ມີ​ການ​ເລືອກ​ເຟັ້ນຕື່ມ​ອີກ​ໃຫ້​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມນະຄອນຫຼວງ. ນີ້​ແມ່ນ​ລາຍການ​ປອດ​ກຳ​ໄລ ​ແລະ ຊ່ວຍ​ໃຫ້​ບັນດາ​ນັກ​ສຶກສາ​ປີ​ສຸດ​ທ້າຍ​ພະ​ແນ​ກທ່ອງ​ທ່ຽວ​ໃຫ້​ມີ​ເງື່ອນ​ໄຂ​ເພືອຍົກ​ສູງ​ລະດັບ​ຄວາມ​ຮູ້​ຂອງ​ຕົນ​ກ່ອນ​ທີ່​ຈະ​ເສັງ​ຈົບ​ມະຫາວິທະຍາ​ໄລ. ພວກ​ເພື່ອນ​ມີ​ຄວາມ​ຮູ້​ຕົວ​ຈິງ​ພ້ອມ​ກັບ​ຄວາມ​ຮູ້​ດ້ານ​ທິດ​ສະ​ດີ​ໃນ​ໂຮງຮຽນ. ສິ່ງ​ດັ່ງກ່າວ​ຈະ​​ເຮັດ​ໃຫ້​ຄຸນ​ນະພາ​ບການ​ບຳລຸງ​ສ້າງ​ຂອງ​ຖັນ​ແຖວ​ຜູ້ນຳ​ທ່ຽວ​ນະຄອນຫຼວງ​ເວົ້າ​ສະ​ເພາະ ກໍ່​ຄື​ຂະ​ແໜງທ່ອງ​ທ່ຽວ ຫວຽດນາມ ​ເວົ້າ​ລວມ​ໄດ້​ດີກ​ວ່າ​ອີກ“.

ດ້ວຍ​ບັນດາ​ລາຍການ​ທ່ອງ​ທ່ຽວ​ທີ່​ດູດ​ດື່ມໂດຍ​ບໍ່​ຕ້ອງ​ເສຍ​ຄ່ານີ້, ຮ່າ​ໂນ້ຍ ນັບ​ມື້​ນັບ​ມີ​ຄວາມ​ໃກ້ຊິດ​ກັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ກວ່າ, ສ້າງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ຮູບ​ພາບ ຮ່າ​ໂນ້ຍ​ ແຫ່ງ​ວັດທະນະທຳ, ອະລິຍະ​ທຳ, ມີ​ຄວາມ​ໃກ້ຊິດ​ສະໜິດສະໜົມ ​ແລະ ຮັກ​ແພງ​ແຂກ​ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ