ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງເມືອງດົງແອງ,ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງເມືອງດົງແອງ,ຮ່າໂນ້ຍ - ảnh 1
ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງເມືອງດົງແອງ,ຮ່າໂນ້ຍ

(vovworld) – ​​​​​​ຕອນ​ເຊົ້າ​ວັນ​ທີ 6/12, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ແລະ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14, ນະ​ຄອນ ຮ່າ​ໂນ້ຍ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ດົງແອງ. ເມື່ອ​ແລກ​ປ່ຽນ​ກັບ​ຜູ​້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ບັນ​ຫາ​ການ​ສໍ້​ລາດ​ບັງຫຼວງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຖື​ວ່າ: ຫວຽດ​ນາມ ຈະແກ້​ໄຂ​ບັນ​ຫານີ້​ຢ່າງ​ເດັດ​ຂາດ:

        “ການ​ສໍ້​ລາດ​ບັງຫຼວງ​ແມ່ນ​ບັນ​ຫາ​ເຄັ່ງ​ຮ້ອນ, ບໍ່​ພ​ຽງ​ແຕ່ ຢູ່ ຫວຽດ​ນາມ ເທົ່າ​ນັ້ນ​, ຫາກ​ຍັງ​ຢ​ູ່​ບັນ​ດາ​ປະ​ເທດ​ໃນ​ໂລກ​ອີກ​ດ້ວຍ. ໃນ​ອາ​ຍຸ​ການ​ໃດ​ ພັກ​ກອມ​ມູ​ນິດ ຫວຽດ​ນາມ ກໍ່​ມີ​ມະ​ຕິ​ກ່ຽວ​ກັບ​ການ​ຕ້ານ​ການ​ຊຸດ​ໂຊມ, ຕ້ານ​ການ​ຟຸມ​ເຟືອຍ. ນີ້​ແມ່ນ​ການ​ຕໍ່​ສູ້​ເຄັ່ງ​ຮ້ອນ ແຕ່​ຕ້ອງ​ເຮັດຢ່າງ​ເດັດ​ຂາດ”

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ກໍ່​ມີ​ການ​ພົບ​ປະ​ກັບ​ຜູ​້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ບັກ​ອຽນ, ແຂວງ​ເຊີນ​ລາ.


ຂ່າວ/ບົດ​ອື່ນ