ປີ 2017 ຮ່າໂນ້ຍວາງຄາດໝາຍຕ້ອນຮັບແຂກທ່ອງທ່ຽວ 23 ລ້ານເທື່ອຄົນ

ປີ 2017 ຮ່າໂນ້ຍວາງຄາດໝາຍຕ້ອນຮັບແຂກທ່ອງທ່ຽວ 23 ລ້ານເທື່ອຄົນ - ảnh 1
(ພາບປະກອບ)

(vovworld) – ​ “ປີ 2017 ຮ່າ​ໂນ້ຍວາງ​ຄາດໝາຍ​ຕ້ອນຮັບ​ແຂກ​ທ່​ອງທ່ຽວ 23 ລ້ານ​ເທື່ອ​ຄົນ” ຄາດໝາຍ​ດັ່ງກ່າວ ​ໄດ້​ຍົກ​ອອກ​​ມາໃນ​ຕອນ​ບ່າຍ​ວັນ​ທີ 11/01 ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ພັດທະນາ​ການທ່ອງທ່ຽວ​ຂອງ​ນະຄອນ ​ຮ່າ​ໂນ້ຍ ​ປີ 2017. ຄາດໝາຍ​ໃນ​ປີ​ນີ້ ​ເພີ່ມ​ຂຶ້ນ 11% ​ເມື່ອ​ທຽບ​ໃສ່​ປີ​ກາຍ. ​ເພື່ອ​ປະຕິບັດ​ໃຫ້​ສຳ​ເລັດ​ຜົນ​ ​ໃນ​ປີ 2017 ຂະ​ແໜງ​ການທ່ອງທ່ຽວ ຮ່າ​ໂນ້ຍ ຍູ້​ແຮງ​ການ​ຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ​ພາຍ​ໃນ ​ແລະ ຕ່າ​ງປະ​ເທດ, ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ​ການທ່ອງທ່ຽວ​ຢູ່​ເຂດ​ໃຈກາງ. ​ເມື່ອ​ເຕື້ອງ​ເຖິງ​ເລື່ອງ​ໂຄສະນາ, ສົ່ງ​ເສີມ​ການທ່ອງທ່ຽວ, ທ່ານ ​ເຈີ່ນ​ດຶກ​ຫາຍ ຮອງ​ຫົວໜ້າ​ພະ​ແນ​ກການທ່ອງທ່ຽວ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ປີ 2017 ພະ​ແໜກການທ່ອງທ່ຽວ ສືບ​ຕໍ່​ສ້າງ​ແຜນການ​ໂຄສະນາເຜີຍ​ແຜ່, ຮ່ວມ​ມືພັດທະນາ​ການທ່ອງທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ສົມທົບ​ ​ແລະ ໜູນ​ຊ່ວຍ​ການ​ໂຄສະນາ​ໃນ​ລະບົບ​ສື່​ມວນ​ຊົນຂອງ​ສູນ​ກາງ ​ແລະ ນະຄອນ. ຈັດ​ຕັ້ງ​ບັນດາ​ເຫດການ​ສົ່ງ​ເສີມ​ການທ່ອງທ່ຽວ​ໃນ​ບໍລິ​ເວນ​ເຂດ; ​ເຂົ້າ​ຮ່ວມ​ບັນດາ​ງານ​ຕະຫລາດນັດ​ທ່ອງ​ທ່ຽວ​ສາກົນ​ໃຫຍ່​ຢູ່​ບັນດາ​ຕະຫລາດ​ມີ​ຈຸດ​ສຸມ ​ແລະ ຕະຫລາດ​ທ່ອງ​ທ່ຽວຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ. ລົງທຶນ​ພື້ນຖານ​ວັດຖຸ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານເຕັກນິກຢ່າງ​ຄົບ​ຊຸດ ​ເພື່ອ​ແນ​ໃສ່​ຊຸກຍູ້​ພັດທະນາ​ການທ່ອງທ່ຽວ ​ແລະ ການ​ບໍລິ​ການທ່ອງ​ທ່ຽວ.

 


ຂ່າວ/ບົດ​ອື່ນ