ວັນບຸນ“ສີສັນເຂດພູດອຍຢູ່ຮ່າໂນ້ຍປີ2016“

ວັນບຸນ“ສີສັນເຂດພູດອຍຢູ່ຮ່າໂນ້ຍປີ2016“ - ảnh 1
(ພາບປະກອບ)

(vovworld) - ວັນ​ບຸນ “ສີສັນ​ເຂດ​ພູດ​ອຍຢູ່ ​ຮ່າ​ໂນ້ຍ ປີ 2016“ ຈະ​ດຳ​ເນີນ​ແຕ່​ວັນ​ທີ 21-23/11, ຢູ່ ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດ​ວັນ​ມໍລະດົກ​ວັດທະນະທຳ ຫວຽດນາມ (23/11), ​ເພື່ອ​ແນ​ໃສ່​ໂຄສະນາ, ​ເຊີດ​ຊູ​ບັນດາ​ມໍລະດົກ​ວັດທະນະທຳ​ຂອງ​ປະຊາ​ຄົມ​ບັນດາ​ເຜົ່າ​ຢູ່​ເຂດ​ພູ​ດອຍ​ທາງ​ພາກ​ເໜືອ. ​ເຂົ້າ​ຮ່ວມ​ງານ​ບຸນ​ມີ 10 ​ແຂວງ, ນະຄອນ​ຢູ່​ພາກ​ເໜືອ. ​ໃນ​ຂອບ​ເຂດ​​ງານ​ບຸນ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​ເຊັ່ນ: ງານ​ວາງສະ​ແດງ “ສີສັນວັດທະນະທຳ​ບັນດາ​ເຜົ່າ​ເຂດ​ພູດ​ອຍທາງ​ພາກ​ເໜືອ“, ງານ​ດອງ​​ບັນດາ​ຂອງ​ຊົນ​ເຜົ່າ​ຢ້າວ​ແດງ; ພິທີ​ຮັບຮອງຜູ້​ທີ່​ໄດ້​ເຕີບ​ໃຫຍ່​ຂອງ​ຊາວ​ເຜົ່າ ຊ໋ານຢີ່ວ… ທ່ານ ​ເວື​ອງຢູຍບຽນ, ຮອງ​ລັດຖະມົນຕີກະຊວງ​ວັດທະນະທຳ-ກິລາ ​ແລະ ການທ່ອງທ່ຽວ, ​ໃຫ້​ຮູ້​ວ່າ:

        “ປີ​ນີ້​ພວກ​ຂ້າພະ​ເຈົ້າ​ແນະນຳ​ວັດທະນະທຳ​ຂອງ​ປະຊາ​ຄົມ​ບັນ​ດາ​ເຜົ່າ​ເຂດ​ພາກ​ເໜືອ. ດ້ວຍບັນດາ​ວັດຖຸ​ພັນ​ ​ແລະ ​ງານ​ບຸນ​ທີ່​ເປັນ​ເອກະລັກ​ສະ​ເພາະທີ່​ສຸດ.ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ນະຄອນຫຼວງ ຮ່າ​ໂນ້ຍ ຊອກ​ຮູ້​ ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນດາ​ແຂວງ​ເຂດ​ພູດ​ອຍທາງ​ພາກ​ເໜືອ ຫວຽດນາມ.

 

ຂ່າວ/ບົດ​ອື່ນ