Plêi Bui ໝູ່​ບ້ານ​ຊົນ​ນະ​ບົດ​ໃໝ່​ທີ່​ເປັນ​ແບບ​ຢ່າງ​ຂອງ​ແຂວງຢ​າ​ລາຍ

(VOVWORLD) -Plêi Bui ຕາແສງເຫງັ້ຍຮຶງ ເມືອງ Chư Pảh, ແມ່ນໝູ່ບ້ານຊົນນະບົດໃໝ່ທີ່ເປັນແບບຢ່າງໃນເຂດຊາວເຜົ່າສ່ວນໜ້ອຍຂອງແຂວງຢາລາຍ. ເພື່ອມີຊີວິດທີ່ອີ່ມໜຳສຳລານ, ສ້າງໝູ່ບ້ານທີ່ນັບມື້ນັບມີຄວາມຮັ່ງມີສວຍງາມ, ພ້ອມກັບການໜູນຊ່ວຍຂອງລັດ, ພໍ່ແມ່ປະຊາຊົນຊາວເຜົ່າ ຢາຣາຍ ຢູ່ທີ່ນີ້ ໄດ້ມານະພະຍາຍາມບື່ນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ທຳມາຫາກິນ, ຮ່ຳຮຽນຢ່າງດຸໝັ່ນຂະຫຍັນພຽນເພື່ອຍົກສູງລະດັບການຜະລິດກະສິກຳ.
Plêi Bui  ໝູ່​ບ້ານ​ຊົນ​ນະ​ບົດ​ໃໝ່​ທີ່​ເປັນ​ແບບ​ຢ່າງ​ຂອງ​ແຂວງຢ​າ​ລາຍ - ảnh 1ປະຕູໂຂງໝູ່ບ້ານ Plêi Bui (ພາບ: ໜັງສືພິມຢາລາຍ)

ແຕ່ລະມື້, ທ່ານ Ksor Phái ໄດ້ຂັບລົດໄຖນາໃນເນື້ອທີ່ດິນ 1 ເຮັກຕາເພື່ອຫວ່ານກ້າໃຫ້ທັນລະດູການຮອດຕອນແລງຈຶ່ງຈະກັບເມືອບ້ານຢູ່ Plêi Bui. ຍ້ອນມີຄວາມດຸໝັ່ນຂະຫຍັນພຽນ, ຄອບຄົວທ່ານກໍ່ມີເງິນສະສົມໄວ້, ໃຫ້ລູກທັງ 5 ຄົນສາມາດຮຽນຈົບອັດທະຍົມຕອນປາຍ. ໃນເຮືອນວີລາທີ່ໃຫ່ຍໂຕ ແລະ ສວຍງາມທີ່ຫາກໍ່ໄດ້ກໍ່ສ້າງໃໝ່, ທ່ານ Ksor Phái ໃຫ້ຮູ້ວ່າ: ເສດຖະກິດຄອບຄົວດີຂຶ້ນກໍ່ຍ້ອນເນື້ອທີ່ດິນປູກກາເຟ 3 ເຮັກຕາທີ່ໄດ້ນຳໃຊ້ແນວພັນໃໝ່ໃຫ້ສະມັດຕະພາບສູງ:

ຢາກເຮັດເສດຖະກິດດີຕ້ອງນຳໃຊ້ວິທະຍາສາດເຕັກນິກ. ເມື່ອຕາແສງໄດ້ຈັດບັນດາຊຸດຝຶກອົບຮົມ, ການສຳມະນາທີ່ມີພະນັກງານກະສິກຳມາແນະນຳ, ພວກຂ້າພະເຈົ້າໄດ້ຮ່ຳຮຽນເອົາແລ້ວມານຳໃຊ້. ຕົວຢ່າງຄື: ຕ້ອງລົກຫຍ້າໃຫ້ ໝົດ, ໃສ່ຝຸ່ນຖືກຕາມເວລາ, ຖືກວິທີ, ສີດຢາຂ້າສັດຕູພືດ…

ທ່ານ Rơ Châm Pưnh ນາຍບ້ານ Plêi Bui ຕາແສງເຫງັ້ຍຮຶງ ເມືອງ Chư Pảh ໃຫ້ຮູ້ວ່າ ປະຊາຊົນຊາວເຜົ່າຢາຣາຍ ຢູ່ທີ່ນີ້ມີຄວາມດຸໝັ່ນອອກແຮງງານ, ຮ່ຳຮຽນ ໄດ້ບື່ນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ, ກໍ່ສ້າງຮູບແບບຊົນນະບົດໃໝ່ສຳເລັດຜົນ. ໂດຍໄດ້ຮັບການເລືອກເຟັ້ນເປັນຫມູ່ບ້ານຊົນນະບົດໃໝ່ທີ່ເປັນແບບຢ່າງຈາກແຂວງຢາລາຍ, ໝູ່ບ້ານ Plêi Bui ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກລັດ ເພື່ອໜູນຊ່ວຍກໍ່ສ້າງພື້ນຖານໂຄງລ່າງ. ໂສມໜ້າຊົນນະບົດຂອງ Plêi Bui ມີຄວາມພັດທະນາຢ່າງໄວວາ ແຕ່ການປ່ຽນແປງທີ່ໃຫ່ຍທີ່ສຸດ ນັ້ນແມ່ນການປ່ຽນແປງໃນສະຕິຄວາມຮັບຮູ້, ຈິນຕະນາການພັດທະນາເສດຖະກິດ ແລະ ການສ້າງແບບແຜນການດຳລົງຊີວິດໃໝ່ຂອງປະຊາຊົນ. ປະຊາຊົນບໍ່ໄດ້ອາໄສການຊ່ວຍເຫຼືອຈາກລັດອີກແລ້ວ. ຕາມທ່ານ Rơ Châm Pưnh ແລ້ວ, ໝູ່ບ້ານ Plêi Bui ມີ 120 ຄອບຄົວ, ປະຈຸບັນມີແຕ່ 4 ຄອບຄົວທຸດຍາກ ຊື່ງແມ່ນບັນດາຄອບຄົວທີ່ຂາດຜູ້ອອກແຮງງານ, ເນື້ອທີ່ດິນທຳການຜະລິດຖືກຈຳກັດ. ທ່ານກ່າວວ່າ:

ປະຈຸບັນ, ການຜະລິດກະສິກຳຂອງປະຊາຊົນໝູ່ບ້ານ Plêi Bui ແມ່ນການປູກກາເຟ, ເຂົ້າ, ລ້ຽງງົວ, ລ້ຽງໄກ່…ເປັນຕົ້ນ, ປະຊາຊົນບໍ່ຮັບຟັງຕາມຜູ້ຊົ່ວ, ສວຍໂອກາດ, ດຸ່ໝັ່ນທຳມາຫາກິນ, ລ້ຽງລູກຮ່ຳຮຽນ, ຮູ້ຈຳແນກສິ່ງທີ່ພິດພາດສິ່ງຖືກຕ້ອງ, ປະລະຄວາມພິດ, ເຮັດຕາມສິ່ງຖືກຕ້ອງ.

ປະຈຸບັນ, ຖະໜົນຫົນທາງຢູ່ໝູ່ບ້ານ Plêi Bui ມີຄວາມສະອາດສວຍງາມ, ເຊື່ອມຕໍ່ກັນ ຊື່ງເປັນສິ່ງທີ່ບໍ່ເຫັນໃນເຂດບັນດາຊົນເຜົ່າສ່ວນໜ້ອຍຢູ່ໄຕງວຽນ. ໃນສວນໝາກໄມ້ທີ່ຂຽວອຸ່ມທຸ່ມແມ່ນບັນດາເຮືອນທີ່ໂຫາຍໂຕໂອຖົງ.

ເຈົ້າກົກເຈົ້າເຫຼົ່າ Puih Bum ຢູ່ໝູ່ບ້ານ Plêi Bui ຕາແສງເຫງັ້ຍຮຶງ ເມືອງ Chư Pảh ມີຄວາມພາກພູມໃຈຍ້ອນວ່າ ຊີວິດການເປນຢູ່ໃນໝູ່ບ້ານຕົນມີຄວາມປ່ຽນແປງໄປຕາມແຕ່ລະວັນ. ທ່ານເວົ້າວ່າ:

ປະຈຸບັນ ໝູ່ບ້ານ Plêi Bui ຂອງພວກຂ້າພະເຈົ້າມີການປ່ຽນແປງຫຼາຍຢ່າງ, ມີຖະໜົນຫົນທາງໃຫ່ຍໂຕ ແລະ ສວຍງາມ. ນີ້ແມ່ນໝາກຜົນໂດຍປະຊາຊົນທຸກຄົນໃນບ້ານຮ່ວມແຮງຮ່ວມໃຈປະຕິບັດ ດ້ວຍການຊ່ວຍເຫຼືອຈາກລັດ. ພະນັກງານໝູ່ບ້ານ, ແນວໂຮມ ແມ່ນຜູ້ແນະນຳໃຫ້ໝູ່ບ້ານພວກຂ້າພະເຈົ້າພັດທະນາດີຂຶ້ນ, ໂສມໜ້າຂອງໝູ່ບ້ານມີການປ່ຽນແປງ, ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ.

ດ້ວຍຄວາມເຫັນດີເຫັນພ້ອມ, ຮ່ວມແຮງຮ່ວມໃຈຂອງປະຊາຊົນ, ຄວາມຊ່ວຍເຫຼືອຈາກລັດ, ໝູ່ບ້ານ Plêi Bui ຈະນັບມື້ນັບມີຊີວິດການເປັນຢູ່ຢ່າງອີ່ມໜຳສຳລານ ແລະ ມີຄວາມຜາສຸກ. ບັນດາຄວາມກ້າວໜ້າຂອງພໍ່ແມ່ປະຊາຊົນໝູ່ບ້ານ plêi Bui ພວມໄດ້ແຜ່ຂະຫຍາຍ ພ້ອມກັບບັນດາໝູ່ບ້ານຂອງຊາວຊົນເຜົ່າສ່ວນໜ້ອຍຢູ່ຕາແສງເຫງັ້ຍຮຶງ ສູ້ຊົນຍົກສູງຄາດໝາຍການກໍ່ສ້າງຊົນນະບົດໃໝ່, ປະກອບສ່ວນສ້າງເມືອງ Chư Pảh ບັນລຸບັນດາຄາດໝາຍຊົນນະບົດໃໝ່ສຳເລັດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ