“ກຸ່ມຊາວກະສິກອນມີຄວາມນິຍົມດຽວກັນ” ຢູ່ແຂວງນີງທ້ວນຊ່ວຍເຫຼືອກັນພັດທະນາເສດຖະກິດ

​(vovworld) - ເກືອບ 2 ປີ​ມາ​ນີ້, ​ແຂວງ ນີງທ້ວນ ​ໄດ້​ສ້າງ​ຕັ້ງ “ກຸ່ມ​ຊາວ​ກະ​ສິກອນ​ມີ​ຄວາມ​ນິຍົມ​ດຽວ​ກັນ” ກ່ວາ 300 ກຸ່ມ​ໃນ​ບັນດາ​ຂົງ​ເຂດ​ຄື​ປູກຝັງ, ລ້ຽງສັດ, ຜະລິດ​ດຳ​ເນີນ​ທຸລະ​ກິດ…, ຊ່ວຍ​ຊາວ​ກະສິກອນ​ນັບ​ໝື່ນຄົນ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃນ​ປະຊາ​ຄົມ, ປັບປຸງ​ຊີວິດ​ເປັນ​ຢູ່. ບົດ​ຂຽນ “ກຸ່ມ​ຊາວ​ກະ​ສິກອນ​ມີ​ຄວາມ​ນິຍົມ​ອັນດຽວ​ກັນ” ຢູ່​ແຂວງ ນີງທ້ວນ ຊ່ວຍ​ເຫຼືອ​ກັນ​ພັດທະນາ​ເສດຖະກິດ ຂອງ ຖູ່​ຍລີງ, ນັກ​ຂ່າວ VOV.

“ກຸ່ມຊາວກະສິກອນມີຄວາມນິຍົມດຽວກັນ” ຢູ່ແຂວງນີງທ້ວນຊ່ວຍເຫຼືອກັນພັດທະນາເສດຖະກິດ - ảnh 1
ຊາວກະສິກອນແລກປ່ຽນບົດຮຽນນຳກັນ

        ສະມາຄົມ​ຊາວ​ກະສິກອນ​ແຂວງ ນີງທ້ວນ ສົມທົບ​ກັບ​ຄະນະ​ປະສານ​ງານ​ໂຄງການ​ໜູນ​ຊ່ວຍ​ກະສິກຳ - ຊາວ​ກະສິກອນ - ຊົນນະບົດ ​ແຂວງ​ກໍ່ສ້າງແຜນ​ຮ່າງ “ກຸ່ມ​ຊາວ​ກະ​ສິກອນ​ມີ​ຄວາມ​ນິຍົມ​ດຽວ​ກັນ”. ​ເມືອງ ນີງ​ເຟືອ​ກ ມີ 3 ຕາ​ແສງ​ເຂົ້າ​ຮ່ວມ​ໂຄງການ​ນີ້​ແມ່ນ: ​ເຟືອ​ກວີງ, ​ເຟືອ​ກທ໋າຍ ​ແລະ ອານ​ຫາຍ ດ້ວຍ​ຈຳນວນ 27 ກຸ່ມ​ຊາວ​ກະສິກອນ. ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ກຸ່ມ​ນີ້​ສ່ວນ​ຫຼາຍ​ເປັນ​ບັນດາ​ຄອບຄົວ​ທຸກ​ຍາກ, ຄອບຄົວ​ໃກ້​ກັບ​ມາດຕະຖານ​ທຸກ​ຍາກ, ຄົນ​ງານ​ຍິງ… ບັນດາ​ກຸ່ມ​ຊາວ​ກະສິກອນ ​ໄດ້​ສ້າງ​ໜ່ວຍ​ຕ່າງໆ​ຄື: ໜ່ວຍ​ລ້ຽງ​ງົວ, ​​ແບ, ​ແກະ, ໝ່ວຍ​ປູ​ກ​ຝັງ, ໜ່ວຍ​ດຳ​ເນີນ​ທຸລະ​ກິດ, ໜ່ວຍ​ຮ່ວມ​ສຳພັນ​ທຳ​ການ​ຜະລິດ… ບັນດາ​ຄອບຄົວ​ເຂົ້າ​ຮ່ວມ​​ໂຄງການ​ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ດ້ານ​ເງິນ​ລົງ​ທຶນ, ​ແນວ​ພັນ​ປູກ, ​​ແນວ​ພັນ​ສັດລ້ຽງ, ວັດ​ສະ​ດຸ​ກໍ່ສ້າງຈາກ​ຄະນະ​ຄຸ້ມ​ຄອງ​ໂຄງການ​​ແຂວງ ນີງທ້ວນ ເທົ່າ​ນັ້ນ ຫາກ​ຍັງ​ໄດ​້ຮັບ​ການ​ແນະນຳ​ດ້ານ​ເຕັກນິກ​ການ​ລ້ຽງສັດ, ປູກຝັງ, ສ້າງ​ແຜນການ​ຜະລິດ ອີກ​ດ້ວຍ. ຄອບຄົວ​​ເອື້ອຍ ມາງ​ທິກ​ວິ໋ງ ຢູ່​ບ້ານ ລຽນ​ເຊີນ, ຕາ​ແສງ ​ເຟືອ​ກວີ​ງ, ​ເມືອງ ນີງ​ເຟືອ​ກ ​ແມ່ນ​ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ​ເອື້ອຍມີ​ລູກ 3 ຄົນ, ຄອບຄົວ​ຂອງ​ເອື້ອຍ​ດຳ​ລົງຊີວິດ​ຕົ້ນ​ຕໍ່​ແມ່ນອີງ​ໃສ່​ການ​ເຮັດ​ຈ້າງ​ຂອງ​ເອື້ອຍ. ການ​ນຳ​ບ້ານ ລຽນ​ເຊີນ 2 ​ຈັດ​ໃຫ້ເອື້ອຍ​ເຂົ້າ​ກຸ່ມ​ລ້ຽງ​ງົວ Hifer, ຄອບຄົວ​ຂອງ​ເອື້ອຍ​ໄດ້ຮັບ​ການ​ໜູນ​ຊ່ວຍ​​ແມ່​ພັນງົວ​ 2 ​ໂຕ. ນັບ​ແຕ່​ມື້​ໄດ້​ຮັບ​ງົວ​ນັ້ນ, ​ເອື້ອ​ຍ​ໄດ້​ເບິ່ງ​ແຍງ​ດູ​ແລ​ຢ່າງ​ລະອຽດ, ​ແມ່​ພັນງົວ 2 ​ໂຕ​ພັດທະນາ​ເປັນ​ຢ່າງ​ດີ. ​ເອື້ອ​ຍ ມາງ​ທິກ​ວິ໋ງ ​ແບ່ງປັນ​ວ່າ: 

        “ລັດ​ໄດ້​ເອົາ​ໃຈ​ໃສ່ ​ແລະ ​ໃຫ້​ຄອບຄົວ​ຂ້າພະ​ເຈົ້າ​ງົວ 2 ​ໂຕ, ຂ້າພະ​ເຈົ້າ​ມີ​ຄວາມ​ເບີກບານ​ມ່ວນ​ຊື່​ນທີ່​ສຸດ. ຄອບຄົວ​ຂອງ​ຂ້າພະ​ເຈົ້າ​ຈະ​ພະຍາຍາມ​ລ້ຽງ​ງົວ​ເປັນ​ຢ່າງ​ດີ​ເພື່ອ​ຫລຸ​ດພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ຊີວິດ​ການ​ເປັນ​ຢູ່​ພັດທະນາ​ດີ​ກ່ວາ​ເກົ່າ.”

        ຄອບຄົວ​ທຸກ​ຍາກ ​ແລະ ຄອບຄົວ​ໃກ້​ກັບ​ມາດຕະຖານ​ທຸກ​ຍາກ ຊາວ​ເຜົ່າ ຢາ​ລາຍ 10 ຄອບຄົວຢູ່​ບ້ານ ຕ່າ​ເຢືອງ, ຕາ​ແສງ ​ເຟື​ອກທ໋າຍ, ​ເມືອງ ນີງ​ເຟືອ​ກ, ກໍ່​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ເມື່ອ​ເຂົ້າ​ຮ່ວມ​ໃນ​ກຸ່ມ​ໂຄງການ​ລ້ຽງ​ງົວ Hifer ​ໂດຍ​ຄະນະ​ປະສານ​ງານໂຄງການ​ໜູນ​ຊ່ວຍ​ກະສິກຳ - ຊາວ​ກະສິກອນ - ຊົນນະບົດ​ແຂວງ ນີງທ້ວນ ໜູນ​ຊ່ວຍ. ​ໂດຍໄດ້​ຮັບ​ການໜູນ​ຊ່ວຍ​​ແມ່​ພັນງົວ 2 ​ໂຕ, ບັນດາ​ຄອບຄົວທຸກ​ຍາກ​ໄດ້​ຮັບ​ການ​​ເຝິກອົບຮົມ​ດ້ານ​ເຕັກ​ນິກການ​ລ້ຽງ​ສັດ, ວິທີ​ລ້ຽງ​ແມ່​ພັນ​ງົວ ​ແນວ​ໃດ​ໃຫ້​ມີ​ປະສິດທິ​ຜົນ. ​ອ້າຍ Chamale ​ເທາະ, ນາຍບ້ານ​ ຕາ​ເຢືອງ, ​ໃຫ້​ຮູ້​ວ່າ:

        “​ເມື່ອ​ເຂົ້າ​ຮ່ວມ​ໂຄງການ​ລ້ຽງ​ງົວ Hifer ຂອງ​ໂຄງການໜູນ​ຊ່ວຍ​ກະສິກຳ - ຊາວ​ກະສິກອນ - ຊົນນະບົດ, ທີ່​ໜຶ່ງ​ແມ່ນ​​ໄດ້​ຮັບ​ການເຝິກອົບຮົມດ້ານ​ເຕັກນິກ, ວິທີ​ເກັບ​ຮັກສາ​ຫົວອາຫານ​ດ້ວຍ​ສິ່ງ​ເສດ​ເຫຼື​ອຈາກ​ການ​ຜະລິດ​ກະສິກ​ຳຄື: ​ເຟືອງ, ທີ​ສອງ​ແມ່ນ​ວິທີ​ລ້ຽງ​ງົວ, ສັກ​ຢາ​ກັນ​ພະຍາດ​ຄື​ແນວ​ໃດ, ທີ​ສາມ​ແມ່ນ​​ໄດ້​ຮັບ​​ແມ່​ພັນງົວ 2 ​ໂຕ ​ເພື່ອ​ປັບປຸງ​ຊີວິດ​ການ​ເປັນ​ຢູ່, ພິ​ເສດ​ແມ່ນ​ຄອບຄົວ​ທຸກ​ຍາກ. ປະຈຸ​ບັນ, ຍ້ອນ​ມີ​ການ​ລ້ຽງ​ງົວຄອບຄົວ​ທຸກ​ຍາກຈຶ່ງ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ.”

“ກຸ່ມຊາວກະສິກອນມີຄວາມນິຍົມດຽວກັນ” ຢູ່ແຂວງນີງທ້ວນຊ່ວຍເຫຼືອກັນພັດທະນາເສດຖະກິດ - ảnh 2
ພາບປະກອບ

        ປະຈຸ​ບັນ, ທົ່ວ​​ແຂວງ ນີງທ້ວນ ມີ 300 “ກຸ່ມ​ຊາວ​ກະ​ສິກອນ​ມີ​ຄວາມ​ນິຍົມ​ດຽວ​ກັນ” ​ເຄື່ອນ​ໄຫວ​ໃນ​ຫຼາຍ​ຂົງ​ເຂດທີ່​ຕິດ​ພັນ​ກັບ​ບັນດາ​ມູນ​ຄ່າ. ບັນດາ​ກຸ່ມ​ນີ້​ພວມ​ຮັກສາ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນທີ່​ສຸດ. ທ່ານ ​ເຈົາວັນ​ກີ່, ປະທານ​ສະມາຄົມ​ຊາວ​ກະສິກອນ​ແຂວງ ນີງທ້ວນ, ​ໃຫ້​ຮູ້​ວ່າ: ຕາມ​ວິວັດ​ການ, ​ແຂວງ ນີງທ້ວນ ພວມ​ກະກຽ​ມສິ້ນ​ສຸດ​ໂຄງການ. ​ບົນ​ພື້ນຖານ​ນັ້ນ, ສະມາຄົມ​ຊາວ​ກະສິກອນ​ໄດ້​ຕິດຕາມ​ກວດກາ, ປັບປຸງ 108 ກຸ່ມ​ຕື່ມ​ອີກ, ບຸລິມະສິດ​ໃຫ້​ບັນດາ​ກຸ່ມ​ໄດ້​ຮັບ​ແຫຼ່ງ​ເງິນ​ຈາກ​ໂຄງການ ໜູນ​ຊ່ວຍ​ກະສິກຳ - ຊາວ​ກະສິກອນ - ຊົນນະບົດ, ຮັກສາ​ການ​ເຄື່ອນ​ໄຫວ, ຍົກ​ສູງ​ສະຕິ​ຄວາມ​ຮູ້, ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ກຸ່ມ, ຮັບ​ປະ​ກັບ 4 ປັດ​ໄຈ​ແມ່ນ​ວຽກ​ງານ​ຜະລິດ​ລວມ, ຈັດ​ຕັ້ງ​ການ​ຜະລິ​ດດຳ​ເນີນ​ທຸລະ​ກິດ, ວຽກ​ງານ​ຄຸ້ມ​ຄອງດ້ານ​ການ​ເງິນ, ການຮ່ວມ​ສຳພັນ​ຕະຫຼາດ.

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ຊາວ​ກະສິກອນ ສືບ​ຕໍ່​ສະ​ເໜີ​ຄະນະ​ຄຸ້ມ​ຄອງ​ໂຄງການ​ສືບ​ຕໍ່​ລົງທຶນ​ເພື່ອ​ຈັດ​ຕັ້ງ​ຊຸດເຝິດອົບຮົມ​ໃຫ້​ບັນດາ​ຖັນ​ແຖວ​ຄູ​ສອນ, ​ເພື່ອ​​​ມີ​ບົດ​ຮຽນ​ນອກຈາກ​ບົດຮຽນ​ຂອງ​ຕົນ​ເອງ​ແລ້ວ ​ເຂົາ​ເຈົ້າ​ຍັງ​ມີ​ທັກ​ສະ​ເພື່ອ​ຖ່າຍ​ທອດ​ໃຫ້​ຊາວ​ກະສິກອນ. ​ເຮັດ​ໄດ້​ຄື​ແນວ​ນັ້ນ, ການ​ເຄື່ອນ​​ໄຫວ​ຂອງ​ກຸ່ມ​ຈຶ່ງ​ບັນລຸ​ປະສິດທິ​ຜົນ​ໃນ​ໄລຍະ​ຈະມ​າ​ເຖິງ”

        ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໂດຍ​ກົງ​​ໃຫ້ທ້ອງ​ຖິ່ນ​​ແລ້ວ, ບັນດາ​ໂຄງການ “ກຸ່ມ​ຊາວ​ກະ​ສິກອນ​ມີ​ຄວາມ​ນິຍົມດຽວ​ກັນ” ​ໂດຍ​ສະມາຄົມ​ຊາວ​ກະສິກອນ​ແຂວງ​ຮ່ວມ​ສຳພັນ​ກັບ​ຄະນະ​ປະສານ​ງານ​ໂຄງການໜູນ​ຊ່ວຍ​ກະສິກຳ - ຊາວ​ກະສິກອນ - ຊົນນະບົດ​ແຂວງ ນິງທ້ວນ ປະ​ຕິ​ບັດ​ຍັງ​ຊ່ວຍ​ໃຫ້​ຊາວ​ກະສິກອນ​ຢັ້ງຢືນ​ບົດບາດ​ຂອງ​ຕົນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂ​ອງວົງ​ຄະນະ​ຍາດ​ອີກ​ດ້ວຍ.


ຂ່າວ/ບົດ​ອື່ນ