ກວາງບີ່ງ ສ້າງທົ່ງນາຂະໜາດໃຫຍ່ສ້າງປະສິດທິຜົນໃນການຜະລິດກະສິກຳ

(vovworld) - ສຳລັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​, ​ເລື່ອງ​ເອົາ​ໃຈ​ໃສ່​ປະຕິບັດ​ຮູບ​ແບບ​ທົ່ງ​ນາ​ຂະໜາດ​ໃຫຍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ເພື່ອ​ປະກອບສ່ວນ​ປະຕິບັດ​​ເສດຖະກິດ​ຈາກ​ການຈັດ​ຕັ້ງ​ການ​ຜະ​ລິດ​ຢ່າງ​ມີ​ປະ​ສິດ​ທິຜົນ. ​ໂດຍ​ກຳນົດ​ໄດ້​ຄວາມ​ສຳຄັນ​ນັ້ນ, ​ແຂວງ ກວາງ​ບີ່​ງ ຖື​ນີ້​ແມ່ນ​ບ​າ​​ດກ້າວ​ບຸດ​ທະລຸຸ​ເພື່ອ​ແນ​ໃສ່​ຫັນປ່ຽນ​ໂຄງປະກອບ​ກະສິກຳ ​ຕາມ​ທິດ​ຜະລິດ​​ເປັນສິນຄ້າ​ແບບ​ຍືນ​ຍົງ, ຍົກ​ສູງ​ມູນ​ຄ່າ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະສິກອນ. ນັກ​ຂ່າວ ​ເຟືອງ​ກຸກ ມີ​ບົດ​ຂຽນກ່ຽວ​ກັບ​​ເລື່ອງ​ແຂວງ ກວາງ​ບີ່​ງ ບຸລິມະສິດ​ພັດທະນາ​ທົ່ງ​ນາ​ຂະໜາດ​ໃຫຍ່.

        ນັບ​ແຕ່​ເມື່ອ​ຜັນ​ຂະຫຍາຍ​ການປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງ ​ກວາງ​ບີ່ງ ​ມີ​ແຜນ​ນະ​ໂຍບາຍ​ວາງ​ແຜນຜັງ​ເຂດ​ທົ່ງ​ນາ, ສ້າງ​ທົ່ງ​ນາ​ຂະໜາ​ດ​ໃຫຍ່ ​ແລະ ຫັນປ່ຽນ​ຜົນລະ​ປູກ, ກໍ່ສ້າງ​​ເສັ້ນທາງ​​ໃນ​ເຂດ​ທົ່ງ​ນາ, ​ເສັ້ນທາງລະຫວ່າງ​ບ້ານ, ສ້າງ​ເຂດ​ຄອງ​ເໝືອ​​ຖາວອນ. ​ເລື່ອງ​ລົງທຶນກໍ່ສ​້າງພື້ນຖານ​ໂຄງ​ລ່າງ​ຮັບ​ໃຊ້​ການ​ພັດທະນາ​ກະສິກຳ ​ໄດ້​ປະກອບສ່ວນ​ນຳ​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ. ພ້ອມ​ກັນ​ນັ້ນ, ຜ່ານ​ການ​ໄປ​ທັດສະນະ​ສຶກສາ​ຮຳ່ຮຽນ​ເອົາ​ບົດຮຽນກ່ຽວ​ກັບ​ວິທີ​ຈັດ​ຕັ້ງ​ການຜະລິດ​ຢ່າງ​ມີ​ປະສິດທິ​ຜົນຢູ່​ບັນດາ​ແຂວງ​ໃກ້​ຄຽງ​ນັ້ນ, ມີ​ບາງ​ທ້ອງ​ຖິ່ນ​ໃນ​ແຂວງກ້າໝູນ​ໃຊ້​ທົດ​ລອງ​ຮູບ​ແບບ​ທົ່ງ​ນາ​ຂະໜາດ​ໃຫຍ່​ໃນ​ທ້ອງ​ຖິ່ນ​ຂອງ​ຕົນ. ຜົນທີ່​ໄດ້​ຮັບ​ນັ້ນແມ່ນ, ​ໃນ​ເບື້ອງ​ຕົ້ນ​ຮູບ​ແບບ​ນີ້​​ໄດ້​ສ້າງ​ການ​ຫັນປ່ຽນ​ຕັ້ງໜ້າ​ພໍ​ສົມຄວນ​ທັງ​ດ້ານ​ປະລິ​ມານ, ຄຸນ​ນະພາ​ບ, ມຸນ​ຄ່າ. ຍ້ອນ​ເຫດ​ນັ້ນ, ຮູບ​ແບບ​ນີ້​ໄດ້ ​ແລະ ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຜັນ​ຂະຫຍາຍ​ທະວີ​ຄຸນ​ຈາກ​ຫຼາຍ​ທ້ອງ​ຖິ່ນ… ຮອດ​ຈຸດ​​​ເວລາ​ນີ້, ​ເຂດ​ທົ່ງ​ນາ​ຂອງ​ແຕ່​ລະ​ຄອບຄົວ​ຊາວ​ກະສິກອນ​ຢູ່​ເມືອງ​ ​ເລ້​ຖູ​ຍ, ​ແຂວງ ກວາງ​ບີ່​ງ ບໍ່​ຜະລິດ​ແບບ​ກະ​ແຈກ​ກະຈາຍ​ຄື​ແຕ່​ກ່ອນ​ອີກ​ແລ້ວ. ​ເຂດ​ທົ່ງ​ນາ​ທີ່​ມີ​​ເນື້ອ​ທີ່​ເກືອບ 1 ha, ​ເສັ້ນທາງ​ໄປ​ສູ່​ເຂດ​ທົ່ງ​ນາ​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງຢ່າງ​​ຖາວອນ, ມີ​ຄວາມສະ​ດວກ​ທີ່​ສຸດ​ໃນການນຳ​ກົນ​ຈັກ​ເຂົ້າ​ໃນ​ເຂດ​ທົ່ງ​ນາ... ປ້າ ​ເຈ່ີນ​ທິ​ແທງ, ຢູ່​ຕາ​ແສງ ຟອງ​ຖູ​ຍ, ​ເມືອງ ​ເລ້​ຖູ​ຍ ​ໃຫ້​ຮູ້​ວ່າ: ​ແຕ່ລະ​ປີ, ຄອບຄົວ​ຂອງ​ປ້າ​ໄດ້​ຜະລິດ​​ເຂົ້າ 2 ລະ​ດູ​ດ້ວຍ​​ເນື້ອ​ທີ່​ນາ​ທັງໝົດແມ່ນ 6 ​ໄລ່. ປ້າ​ແທງ ​ເວົ້າ​ວ່າ, ກ່ອນ​ນີ້ ​ເມື​່ອ​ໄປ​ເຮັດ​ໄຮ່ ​ເຮັດ​ນາ​ແມ່ນ​ປະສົບກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ປະຈຸ​ບັນ, ​ຂີ່​ລົດຈັກພຽງ 2, 3 ນາທີ​ກໍ່​ໄປ​ຮອດ​​ເຂດ​ທົ່ງ​ນາ​ແລ້ວ:

        “ມີ​ຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ. ຕົວຢ່າງ​ຄື, ​ກ່ອນ​ນີ້, ​ເມື່ອ​ຫາບ​ເຂົ້າສານ, ຫາບ​ເຄື່ອງ​ຂອງ​ຕ່າງໆ​ຜ່ານ​ເສັ້ນທາງ​ນີ້​ແມ່ນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາ​ກຫຼາຍ. ​ເມື່ອ​ເສັ້ນທາງ​ໄດ້​ຮັບ​ການ​ກໍ່​ສ້າງ​ສຳ​ເລັດ​ແລ້ວ, ລົດ​ປະ​ເພດ​ໃດກໍ່​ສາມາດໄປ​ມາ​ໄດ້​.”

ກວາງບີ່ງ ສ້າງທົ່ງນາຂະໜາດໃຫຍ່ສ້າງປະສິດທິຜົນໃນການຜະລິດກະສິກຳ - ảnh 1

ການກໍ່ສ້າງທົ່ງນາຂະໜາດໃຫຍ່ຢູ່ແຂວງ ກວາງບີ່ງ

(ພາບປະກອບ)

        ມາ​ຮອ​ດປະຈຸ​ບັນ, ທົ່ວ​ແຂວງ​ໄດ້​ດຶງ​ດູດ​ວິ​ສາ​ຫະກິດ​ນັບ 10 ​ແຫ່ງ​​ເຂົ້າຮ່ວມ​ການ​ເຊັນ​ສັນຍາ​ປະຕິບັດ​ຮູບ​ແບບ​ທົ່ງ​ນາ​ຂະໜາດ​ໃຫຍ່, ທີ່​ປູກ​ເຂົ້າປູກໝາກ​ເພັດ, ມັນ​ຕົ້ນ, ໝາກ​ຖົ່ວ​ດິນ, ສາລີ, ມັນ​ດ້າງ… 14/14 ຕາ​ແສງ, ​ເທດສະບານ​ຢູ່​ເມືອງ ກວາງ​ນີງ ​ໄດ້​ຜັນຂະຫຍາຍ​ການສ້າງ​ທົ່ງ​ນາ​ຂະໜາດ​ໃຫຍ່ ​ແລະ ຫັນປ່ຽນ​ຜົນລະປູກ ດ້ວຍເນື້ອທີປະມານ 5.200 ເຮັກຕາ, ຊ່ວຍໃຫ້ກະສິກອນຫັນປ່ຽນຜົນລະປູກ. ຕາ​ແສງ​ຮ່າມນີງ ​ແມ່ນ​ທ້ອງ​ຖິ້ນນຳ​ໜ້າ​ໃນ​ການ​ຫັນປ່ຽນ​ຜົນລະປູກ, ມາຮອດປະຈຸບັນ, ໃນທົ່ວຕາແສງມີເນື້ອທີ່ປູກໝາກໂມແມ່ນ 15 ເຮັກຕາ, ດ້ວຍ 3 ເຂດທີ່ກ້ວາງໃຫຍ່. ທ່ານ ຮ່າຊວນຮືງ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ຮ່າມນີງ, ເມືອງ ກວາງນີງ, ແຂວງ ກວາງບີ່ງ ໃຫ້ຮູ້ວ່າ: ລາຍຮັບຈາກການປູກໝາກໂມເພີ່ມຂຶ້ນທົບ 3 ຫາ 4 ເທື່ອເມື່ອທຽບໃສ່ການປູກເຂົ້າ:

        “ສະມັດ​ຕະພາບ​ຂອງ​ການ​ປູກ​ໝາກ​ໂມ​ສູງ ດັ່ງ​ນັ້ນ​ພໍ່​ແມ່​ປະຊາຊົນ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ເມື່ອ​ປູກ​ໝາກ​ໂມ​. ​ຈາກ​ເນື້ອ​ທີ່​ດິນ​ໜຶ່ງ​ໄຮ່ ​​ຖ້າ​ປູກ​ເຂົ້າ​ແມ່ນ​ສ້າງ​ລາຍ​ຮັບ​ໄດ້ 3 ລ້ານ​ດົ່ງ/ປີ, ​ແຕ່​ເມື່ອ​ຫັນ​ມາ​ປູກ​ໝາກ​​ໂມ​ຈະ​ສ້າງລາຍ​ຮັບ​ໄດ້​ແຕ່ 10 12 ລ້ານ​ດົ່ງ/​ໄຮ່. ຍ້ອນ​ສ້າງລາຍ​ຮັບ​ສູງ, ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ກຳນົດ​ວ່າ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຄາດໝາຍ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມ​ທຸ​ກຍາກ, ນຳ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກ້າວ​ຂຶ້ນ.”

        ປີ 2016, ​ແຂວງ ກວາງ​ບີ່​ງ ​ໄດ້​ສຸມ​ໃສ່​ການຜະລິດ​ຕາມ​ຮູບ​ແບບ​ທົ່ງ​ນາ​ຂະໜາດ​ໃຫຍ່​ດ້ວຍ​ເນື້ອ​ທີ​ດິນກ່ວາ 6.600 ​ເຮັກຕາ. ​ເລື່ອງ​ພັດທະນາ​ບັນດາ​ຮູບ​ແບບ​ການ​ຜະລິດ ​ແລະ ຍູ້​ແຮງ​ການ​ຮ່ວມ​ສຳພັນ​ໃນ​ການ​ຜະລິດ ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະ​ຕິ​ໃຫ້​ຄົນ​ງານ​ນັບ​ໝື່ນໆ​ຄົນ. ທ່ານ ຫງວຽນ​ກວກ​ອຸດ, ຫົວໜ້າ​ສາຂາພັດທະນາຊົນນະບົດ, ສັງກັດພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົ​ດ​ແຂວງ ກວາງບີ່​ງ ​ໃຫ້​ຮູ້​ວ່າ: ​ແຂວງ ກວາງ​ບີ່ງ ​ເອົາ​ໃຈ​ໃສ່​ຕິດ​ພັນ​ການ​ຜະລິດ ກັບ​ການ​ປຸງ​ແຕ່ງ, ການຈຳໜ່າຍ​ຜະ​ລິກຕະພັນ​ກະ​ເສດ​ບົນ​ພື້ນຖານ​ພັດທະນາ​ບັນດາ​ຮູບ​ແບບ​ການ​ຮ່ວມ​ມື, ຮ່ວມ​ສຳພັນ​ກັບ​ວິ​ສາ​ຫະກິດ:

        “​ແຂວງ ກວາງ​ບີ່​ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ແຂວງ​ອະນຸມັດ​ຜ່ານ​ໂຄງການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະ​ສິກຳ​ໄວ​ກ່ວາ​ໝູ່. ​ແລະ​ຮຽກ​ຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າຂ​ົງ​ເຂດ​ການ​ຜະລິດ​ກະສິກຳ. ມາ​ຮອດ​ປະຈຸ​ບັນ, ການ​ຮ່ວມ​ສຳພັນ​ລະຫວ່າງ​ການ​ຜະລິດ​ກະສິກຳ​ກັບ​ບັນດາ​ວິ​ສາ​ຫະກິດ​ມີ​ການ​ຫັນປ່ຽນ​ຕ່າງໆ​ທີ່​ສຳ​ຄັນ. ຮູບ​ແບບ​ການ​ຜະລິດ​​ໃນເຂດ​ທົ່ງ​ນາ​ຂະໜາດ​ໃຫຍ່​ໄດ້​ຮັບການ​ເບ​ີດກ້ວາງ​​ເທື່ອ​ລະ​ກ້າວ. ບັນດາ​ພື້ນຖານ​ໂຄງ​ລ່າງ​ໃຫ້​ແກ່​ການ​ພັດທະນາ​ການ​ຜະລິດ​ກະສິກຳ​ໄດ້​ຮັບ​ການ​ລົງທຶນ​ຢ່າງ​ແຮງ”

        ​ເພື່ອ​ໃຫ້​ຮູບ​​ແບບ​ທົ່ງ​ນາ​ຂະໜາດ​ໃຫຍ່​ສືບ​ຕໍ່​ໄດ້​ຮັບ​ການ​ເປີດ​ກ້ວາງ, ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິ​ດທິຜົນ, ບັນດາ​ທ້ອງ​ຖິ່ນ​ໃນ​ແຂວງ​ພວມ​ຍູ້​ແຮງ​ວຽກ​ງານສ້າງ​ເຂດ​ທົ່ງ​ນາ​ຂະໜາດ​ໃຫຍ່ ​ແລະ ຫັນປ່ຽນ​ຜົນລະປູກ, ​ເພີ່​ມທະວີ​ການ​ສົ່ງ​ເສີມ​ກັບ​ບັນດາ​ວິ​ສາ​ຫະກິດ, ຄອບຄົວ​ຊາວ​ກະສິກອນ, ​ເພື່ອ​ດຳ​ເນີນ​ການ​ເຊັນ​ສັນຍາ​ປະຕິບັດ​ຮູບ​​ແບບ​ນີ້. ນອກຈາກ​ນັ້ນ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຄຸ້ມ​ຄອງ​ລັດ ​ໃນ​ຂອດ​ແນວ​ພັນ​ປູກ ​ແລະ ​ຂະຫຍາຍ​ຜົນລະປູກ​ໃນ​ການຜະລິດ​ຕາມ​ຮູບ​ແບບ​ທົ່ງ​ນາ​ຂະໜາດ​ໃຫຍ່.


ຕອບກັບ

ຂ່າວ/ບົດ​ອື່ນ