ກອນ​ຕຸມ ບຸກ​ທະ​ລຸ​ໃນ​ການ​ຜະ​ລິດ ແລະ ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ OCOP

(VOVWORLD) -ໂດຍປະຕິບັດຕາມໂຄງການເປົ້າໝາຍແຫ່ງຊາດ “ໜຶ່ງຕາແສງ ໜຶ່ງຜະລິດຕະພັນ” OCOP, ປີ 2021 ແຂວງກອນຕຸມ ສ້າງໄດ້ 58 ຜະລິດຕະພັນ, ຍົກຜະລິດຕະພັນ OCOP ທັງໝົດຂອງແຂວງ ຂຶ້ນເປັນ 146 ປະລິດຕະພັນ ແລະ ລ້ວນແຕ່ບັນລຸແຕ່ 3-5 ດາວ. ບໍ່ພຽງແຕ່ເທົ່ານັ້ນ, ໃນສະພາບການຫຍຸ້ງຍາກ, ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19, ບັນດາເຈົ້າຂອງຜະລິດຕະພັນ OCOP, ຂະແໜງມີໜ້າທີ່ຮັບຜິດຊອບຂອງແຂວງກອນຕຸມ ມີການປະດິດຄິດສ້າງຫຼາຍຢ່າງໃນການເຊື່ອມຕໍ່, ຈຳໜ່າຍ, ນຳຜະລິດຕະພັນໄປເຖິງຜູ້ບໍລິໂພກ, ປະກອບສ່ວນປົວແປງຊີວິດການເປັນຢູ່ຂອງ ປຊຊ ໃຫ້ດີຂຶ້ນ.
ກອນ​ຕຸມ ບຸກ​ທະ​ລຸ​ໃນ​ການ​ຜະ​ລິດ ແລະ ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ OCOP - ảnh 1

 ຮ້ານແນະນຳຜະລິດຕະພັນ OCOP ແຫ່ງໜຶ່ງຢູ່ນະຄອນກອນຕຸມ (ພາບ: VOV)

    ຕາແສງດັກປຊີ ເມືອງດັກຮ່າ ແຂວງກອນຕຸມ ມີຊື່ສຽງດ້ວຍຜະລິດຕະພັນໜໍ່ໄມ້ອົບແຫ້ງ. ປີ 2021, ປຊຊ ໃນຕາແສງໄດ້ຂຸດຄົ້ນ, ປຸງແຕ່ງ ໜໍ່ໄມ້ອົບແຫ້ງໄດ້ປະມານ 12 ໂຕນເພື່ອຂາຍຢູ່ຕະຫຼາດ. ໃນສະພາບໂລກລະບາດໂຄວິດ 19 ມີການຜັນແປຢ່າງສັບສົນ, ຜະລິດຕະພັນ OCOP ໜໍ່ໄມ້ອົບແຫ້ງຂອງຕາແສງດັກປຊີ ຍັງໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ. ຢູ່ຕາມຮ້ານສັບພະສິນຄ້າ, ຜະລິດຕະພັນນີ້ໄດ້ຂາຍດ້ວຍລາຄາ 300.000 ດົ່ງ/ໂລ ແລະ ໂອກາດກ່ອນບຸນປີໃໝ່ປະຈຳຊາດ ແມ່ນຈຸດເວລາທີ່ຈຳໜ່າຍໄດ້ຫຼາຍກ່ວາໝູ່. ຕາມອ້າຍ ອາຊາວ, ບ້ານ ກອນ ປາວ ກລາ ແລ້ວ, ຍ້ອນໄດ້ເຂົ້າຮ່ວມການເຮັດຜະລິດຕະພັນ OCOP ລາຄາຈຶ່ງໄດ້ຍົກສູງຂຶ້ນ, ຊາວກະສິກອນໃນຕາແສງ ມີລາຍຮັບຕື່ມອີກເພື່ອປົວແປງຊີວິດການເປັນຢູ່ຂອງ ປຊຊ ໃຫ້ດີຂຶ້ນ ຈາກນັ້ນ ຈະເອົາໃຈໃສ່ຕໍ່ຜະລິດຕະພັນຂອງຕົນຫຼາຍກ່ວາອີກ: 

    ໂດຍເລີ່ມແຕ່ເດືອນກໍລະກົດ, ປຊຊ ໄປຫາໜໍ່ໄມ້ຢູ່ໃນປ່າ ແລະ ເຮັດໜໍ່ໄມ້ແຫ້ງດ້ວຍຕົນເອງ. ເພື່ອມີຜະລິດຕະພັນສະອາດ, ງາມ, ສາມາດຂາຍໄດ້ລາຄາດີ, ພາຍຫຼັງຫາໜໍ່ໄມ້ມາແລ້ວຕ້ອງປອກເປືອກ ແລະ ຕົ້ມໂດຍທັນທີ. ແລ້ວເອົາມາແຊ່ນ້ຳເຢັນ, ລ້າງໃຫ້ສະອາດ, ຕັດເປັນຕອນ ແລ້ວຕາກແດດ ຫຼືອົບແຫ້ງດ້ວຍຖ່ານຫີນ. ກ່ອນເອົາມາຫຸ້ມຫໍ່ກໍ່ຕ້ອງເລືອກເອົາໂຕມັນແຫ້ງ ແລະ ມີຮູບຊົງງາມດີ, ຜູ້ບໍລິໂພກຈຶ່ງຈະນິຍົມ. ປຊຊ ມີລາຍຮັບຈາກການເຮັດໜໍ່ໄມ້ແຫ້ງ, ສະນັ້ນ ກໍ່ຢາກເຮັດໃຫ້ດີ, ມີຄວາມຮັບຜິດຊອບ.

ກອນ​ຕຸມ ບຸກ​ທະ​ລຸ​ໃນ​ການ​ຜະ​ລິດ ແລະ ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ OCOP - ảnh 2

 ແນະນຳຜະລິດຕະພັນ OCOP ຂອງເມືອງດັກຮ່າ (ພາບ: VOV)

   ປີ 2021, ໃນສະພາບການໂລກລະບາດໂຄວິດ 19 ຍັງມີການຜັນແປຢ່າງສັບສົນ, ບັນດາວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດຂອງແຂວງ ກອນຕຸມ ຍັງສ້າງໄດ້ 58 ຜະລິດຕະພັນ OCOP ດ້ວຍວັດຖຸດິບທີ່ມີຢູ່ທ້ອງຖິ່ນ. ໃນນັ້ນ, ພົ້ນເດັ່ນແມ່ນກຸ່ມຜະລິດຕະພັນປຸງແຕ່ງຈາກໂສມງອກລິງ, ກາເຟ, ໝາກໄມ້…     ເອື້ອຍໂຮ່ທິກີມແອວງ ຜູ້ອຳນວຍການບໍລິສັດຫຸ້ນສ່ວນການຄ້າ-ການຜະລິດ ແລະ ການບໍລິການ ເລິມທິ້ງ ຢູ່ເມືອງ ດັກໂຕ ໃຫ້ຮູ້ວ່າ:

     ທາງບໍລິສັດຫາກໍ່ໄດ້ເຂົ້າຮ່ວມລາຍການ OCOP. ເມື່ອທຽບກັບບັນດາຍີ່ຫໍ່ອື່ນກ່ຽວກັບກຳລັງແກ່ງແຍ້ງດ້ານການຄ້າ, ບໍລິສັດຂອງພວກຂ້າພະເຈົ້າຍັງຕ້ອງສູ້ຊົນຫຼາຍ. ພາຍຫຼັງໄດ້ເຂົ້າຮ່ວມລາຍການ OCOP ເປັນເວລາ 2 ປີ, ຮູບແບບຂອງຜະລິດຕະພັນໄດ້ຍົກສູງຂຶ້ນຫຼາຍ. ລັກສະນະການຄ້າ, ກຳລັງແກ່ງແຍ້ງ, ຮູບແບບຍີ່ຫໍ່, ຄຸນນະພາບຜະລິດຕະພັນຕ່າງກໍ່ເພີ່ມຂຶ້ນຫຼາຍ.

    ໄລ່ຮອດທ້າຍປີ 2021, ແຂວງກອນຕຸມ ສ້າງໄດ້ 146 ຜະລິດຕະພັນ OCOP ຈັດອັນດັບແຕ່ 3-5 ດາວ. ເພື່ອຢັ້ງຢືນເຄື່ອງໝາຍການຄ້, ຍົກສູງຄຸນຄ່າຜະລິດຕະພັນ, ການເຊື່ອມຕໍ່ຕະຫຼາດຈຳໜ່າຍ ໄດ້ຮັບຄວາມເອົາໃຈໃສ່ທີ່ສຸດ. ໃນບໍລິເວນແຂວງກໍ່ມີຮ້ານວາງສະແດງ, ຂາຍຜະລິດຕະພັນ OCOP 2 ແຫ່ງຢູ່ນະຄອນກອນຕຸມ ແລະ ເມືອງດັກຮ່າ ນຳເຂົ້າເຄື່ອນໄຫວ. ແຕ່ເຖິງແນວນັ້ນກໍ່ຕາມ, ໃນສະພາບເກີດໂລກລະບາດໂຄວິດ 19, ຮູບການຂາຍແບບນີ້ ກໍ່ມີຄວາມຈຳກັດ, ແລະ ໄດ້ຫັນໄປ ຂາຍທາງອອນລາຍ.

    ທ່ານ ຫງວຽນກວາງຮ່ວາ, ຮອງຫົວໜ້າຫ້ອງການພັດທະນາຊົນນະບົດ ແຂວງກອນຕຸມ ໃຫ້ຮູ້ວ່າ: ໃນສະພາບການຫຍຸ້ງຍາກຂອງໂລກລະບາດໂຄວິດ 19, ໂດຍໄດ້ຮ່ວມເດີນທາງກັບບັນດາວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດເພື່ອຈຳໜ່າຍ ຜະລິດຕະພັນ OCOP ຫ້ອງການພັດທະນາຊົນນະບົດ ແຂວງກອນຕຸມ ໄດ້ປະຕິບັດບົດບາດເຊື່ອມຕໍ່ກັບຕະຫຼາດ, ຫນູນຊ່ວຍການຈຳໜ່າຍຜະລິດຕະພັນເປັນຢ່າງດີ

ໃນສະພາບການເກີດໂລກລະບາດໂຄວິດ 19, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ໄດ້ເປັນເສນາທິການໃຫ້ແກ່ຄະນະກຳມະການ ປຊຊ ແຂວງ ໃນການສ້າງຕັ້ງໜ່ວຍປະຕິບັດງານຊີ້ນຳການຜະລິດ ແລະ ເຊື່ອມຕໍ່ການຈຳໜ່າຍຜະລິດຕະພັນກະເສດ ໃນບໍລິເວນແຂວງ. ທາງພະແນກກໍ່ໄດ້ແນະນຳ ຜະລິດຕະພັນ OCOP ຂອງແຂວງໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຮັບຮູ້ ເພື່ອວາງຂາຍທາງອອນລາຍ.

    ພ້ອມກັບການສ້າງຜະລິດຕະພັນ OCOP ທີ່ມີລັກສະນະເອກະລັກສະເພາະ, ຮັບປະກັນຄຸນນະພາບໄດ້ຮັບປະກັນ, ໃນປີຜ່ານມາ, ເລື່ອງບັນດາວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດຂອງແຂວງ ກອນຕຸມ ໄດ້ຕັ້ງໜ້າຫັນໄປດຳເນີນທຸລະກິດການຄ້າເອເລັກໂຕນິກ ໄດ້ສ້າງບາດກ້າວບຸກທະລຸ ໃນການຈຳໜ່າຍຜະລິດຕະພັນໃນໃຈກາງບ່ອນເກີດໂລກລະບາດເລີຍ. ຊາວກະສິກອນສາມາດຈຳໜ່າຍຜະລິດຕະພັນກະເສດໄດ້, ມີລາຍຮັບ, ຮັບປະກັນໃຫ້ບຸນເຕັດປີນີ້ ໄດ້ຫຼີ້ນກິນອີ່ມໜຳສຳລານ, ຜາສຸກ. ກ່ອນບຸນປີໃໝ່ປະຈຳຊາດ ປີ 2022, ທົ່ວແຂວງມີຕື່ມອີກ 8 ຕາແສງບັນລຸມາດຖານຊົນນະບົດໃໝ່, ຊື່ງໄດ້ຍົກຈຳນວນຕາແສງຊົນນະບົດທັງໝົດຂອງແຂວງຂຶ້ນເປັນ 36 ຕາແສງ, ບັນລຸຄາດໝາຍທີ່ໄດ້ວາງອອກ./.

        

.

ຕອບກັບ

ຂ່າວ/ບົດ​ອື່ນ